ມັດທາຍ 12

12
ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ
(ມຣກ 2:23-28; 3:1-6; ລກ 6:1-11)
1ໃນ​ເວລານັ້ນ ພຣະເຢຊູເຈົ້າ​ຍ່າງ​ຜ່ານ​ທົ່ງນາ​ໃນ​ວັນຊະບາໂຕ, ສາວົກ​ຂອງ​ພຣະອົງ​ຫີວເຂົ້າ ແລະ ເລີ່ມ​ເດັດ​ຮວງເຂົ້າ​ມາ​ເກັດ​ກິນ. 2ເມື່ອ​ພວກ​ຟາຣີຊາຍ​ເຫັນ​ຢ່າງ​ນັ້ນ, ພວກເຂົາ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ເບິ່ງ​ແມ! ພວກສາວົກ​ຂອງ​ທ່ານ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ”.
3ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ເມື່ອ​ເພິ່ນ ແລະ ຄົນ​ຂອງ​ເພິ່ນ​ຫິວເຂົ້າ​ນັ້ນ​ບໍ? 4ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ເພິ່ນ​ກັບ​ຄົນ​ຂອງ​ເພິ່ນ​ໄດ້​ກິນ​ເຂົ້າຈີ່​ສັກສິດ ເຊິ່ງ​ຕາມ​ກົດບັນຍັດ​ແລ້ວ​ພວກເພິ່ນ​ບໍ່​ມີ​ສິດ​ທີ່​ຈະ​ກິນ​ເຂົ້າຈີ່​ນັ້ນ ມີ​ແຕ່​ປະໂລຫິດ​ເທົ່ານັ້ນ​ທີ່​ມີ​ສິດ​ກິນ. 5ຫລື ພວກເຈົ້າ​ບໍ່​ໄດ້​ອ່ານ​ໃນ​ກົດບັນຍັດ​ທີ່​ວ່າ​ບັນດາ​ປະໂລຫິດ​ໃນ​ວິຫານ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ໃນ​ວັນສະບາໂຕ ເຊິ່ງ​ເປັນ​ການ​ລະເມີດ​ກົດ​ວັນຊະບາໂຕ ແລະ ຍັງ​ບໍລິສຸດ​ຢູ່​ບໍ? 6ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້#12:6 ຫລື ສິ່ງ ເຊັ່ນ​ດຽວ​ກັບ​ຂໍ້ 41 ແລະ 42​ທີ່​ຍິ່ງໃຫຍ່​ກວ່າ​ວິຫານ​ກໍ​ຢູ່​ທີ່​ນີ້. 7ຖ້າ​ພວກເຈົ້າ​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’#12:7 ຮສອ 6:6 ພວກເຈົ້າ​ກໍ​ຄົງ​ຈະ​ບໍ່​ກ່າວໂທດ​ໃສ່​ຄົນ​ທີ່​ບໍລິສຸດ. 8ດ້ວຍວ່າ ບຸດມະນຸດ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ”.
9ພຣະອົງ​ໄດ້​ອອກ​ຈາກ​ທີ່​ນັ້ນ​ແລ້ວ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ພວກເຂົາ, 10ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ. ພວກເຂົາ​ຊອກຫາ​ສາເຫດ​ທີ່​ຈະ​ຈັບຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ການ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ​ເປັນ​ການ​ຖືກຕ້ອງ​ຕໍ່​ກົດບັນຍັດ​ບໍ?”
11ພຣະອົງ​ຕອບ​ພວກເຂົາ​ວ່າ, “ຖ້າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ແກະ​ໜຶ່ງ​ໂຕ ແລະ ແກະ​ນັ້ນ​ຕົກ​ຂຸມ​ໃນ​ວັນຊະບາໂຕ, ພວກເຈົ້າ​ຈະ​ບໍ່​ຟ້າວ​ດຶງ​ເອົາ​ແກະ​ໂຕ​ນັ້ນ​ຂຶ້ນ​ມາ​ບໍ? 12ມະນຸດ​ຜູ້​ໜຶ່ງ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ແກະ​ໜຶ່ງ​ໂຕ​ຫລາຍ​ເທົ່າໃດ​ນໍ. ເຫດສະນັ້ນ, ການ​ເຮັດ​ຄວາມດີ​ໃນ​ວັນຊະບາໂຕ​ກໍ​ຖືກຕ້ອງ​ຕາມ​ກົດບັນຍັດ​ແລ້ວ”.
13ແລ້ວ​ພຣະອົງ​ກໍ​ກ່າວ​ກັບ​ຊາຍ​ມືລີບ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດມື​ຂອງ​ເຈົ້າ​ອອກ​ມາ”. ດັ່ງນັ້ນ ລາວ​ຈຶ່ງ​ຢຽດມື​ອອກ ແລະ ມື​ນັ້ນ​ກໍ​ດີ​ເປັນ​ປົກກະຕິ​ເໝືອນ​ກັນ​ກັບ​ມື​ອີກ​ເບື້ອງ​ໜຶ່ງ. 14ແຕ່​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ວາງແຜນ​ວ່າ​ພວກເຂົາ​ຈະ​ຂ້າ​ພຣະເຢຊູເຈົ້າ​ໄດ້​ຢ່າງໃດ.
ຜູ້ຮັບໃຊ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້
15ພຣະເຢຊູເຈົ້າ​ຮູ້​ກົນອຸບາຍ​ນີ້​ຈຶ່ງ​ອອກ​ໄປ​ຈາກ​ທີ່​ນັ້ນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ທຸກຄົນ​ທີ່​ເຈັບປ່ວຍ​ໃຫ້​ດີ​ພະຍາດ. 16ພຣະອົງ​ໄດ້​ເຕືອນ​ພວກເຂົາ​ບໍ່​ໃຫ້​ບອກ​ເລື່ອງ​ພຣະອົງ​ແກ່​ຜູ້ໃດ. 17ພຣະອົງ​ເຮັດ​ດັ່ງນີ້​ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ:
18“ນີ້​ແມ່ນ​ຜູ້ຮັບໃຊ້​ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້,
ຜູ້​ທີ່​ເຮົາ​ຮັກ ແລະ ຜູ້​ທີ່​ເຮົາ​ພໍໃຈ;
ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງ​ເຮົາ​ໃສ່​ໄວ້​ເທິງ​ເພິ່ນ,
ແລະ ເພິ່ນ​ຈະ​ປະກາດ​ຄວາມຍຸຕິທຳ​ແກ່​ບັນດາ​ປະຊາຊາດ.
19ເພິ່ນ​ຈະ​ບໍ່​ໂຕ້ຖຽງ ຫລື ໃຊ້​ສຽງ​ດັງ;
ຈະ​ບໍ່​ມີ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເພິ່ນ​ຕາມ​ຫົນທາງ.
20ໄມ້ອໍ້​ທີ່​ບວບ​ແລ້ວ​ເພິ່ນ​ຈະ​ບໍ່​ຫັກ,
ແລະ ໄສ້ຕະກຽງ​ທີ່​ໃກ້​ຈະ​ມອດ ເພິ່ນ​ຈະ​ບໍ່​ມອດ,
ຈົນ​ກວ່າ​ເພິ່ນ​ຈະ​ນຳ​ຄວາມຍຸຕິທຳ​ໄປ​ສູ່​ໄຊຊະນະ.
21ບັນດາ​ປະຊາຊາດ​ຈະ​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ນາມ​ຂອງ​ເພິ່ນ”.#12:21 ອຊຢ 42:1-4
ພຣະເຢຊູເຈົ້າ ແລະ ເບເອນເຊບູນ
(ມຣກ 3:23-27; ລກ 11:17-22)
22ແລ້ວ​ພວກເຂົາ​ກໍ​ພາ​ຊາຍ​ຜູ້​ໜຶ່ງ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ ທັງ​ຕາບອດ ແລະ ປາກກືກ​ມາ​ຫາ​ພຣະອົງ ແລະ ພຣະເຢຊູເຈົ້າ​ຮັກສາ​ຊາຍ​ຄົນ​ນັ້ນ, ລາວ​ຈຶ່ງ​ເວົ້າ​ໄດ້ ແລະ ເບິ່ງ​ເຫັນ​ໄດ້. 23ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ເປັນ​ໄປ​ໄດ້​ບໍ​ທີ່​ຄົນ​ນີ້​ຈະ​ເປັນ​ບຸດ​ຂອງ​ດາວິດ?”
24ແຕ່​ເມື່ອ​ພວກ​ຟາຣີຊາຍ​ໄດ້​ຍິນ​ເລື່ອງ​ນີ້, ພວກເຂົາ​ກໍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ເບເອນເຊບູນ ນາຍ​ຂອງ​ຜີມານຮ້າຍ​ເທົ່ານັ້ນ ລູກສິດ​ຜູ້​ນີ້​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້#12:24 ພາສາ​ກຣີກ​ວ່າ ເບເຊບູນ ຫລື ເບເອນເຊບູນ ເຊັ່ນ​ດຽວ​ກັບ​ຂໍ້ 27”.
25ພຣະເຢຊູເຈົ້າ​ຮູ້​ຄວາມຄິດ​ຂອງ​ພວກເຂົາ ແລະ ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ອານາຈັກ​ໃດ​ແຕກແຍກ​ຕໍ່ສູ້​ກັນ​ເອງ​ກໍ​ຈະ​ຖືກ​ທຳລາຍ ແລະ ເມືອງ​ໃດ ຫລື ຄອບຄົວ​ໃດ​ແຕກແຍກ​ກັນ​ເອງ​ກໍ​ຈະ​ຕັ້ງ​ຢູ່​ບໍ່​ໄດ້. 26ຖ້າ​ມານຊາຕານ​ຂັບໄລ່​ມານຊາຕານ, ມັນ​ກໍ​ແຕກແຍກ​ຕໍ່ສູ້​ກັນ​ເອງ. ແລ້ວ​ອານາຈັກ​ຂອງ​ມັນ​ຈະ​ຕັ້ງ​ຢູ່​ໄດ້​ຢ່າງໃດ? 27ແລະ ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ, ແລ້ວ​ຄົນ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້, ພວກເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ. 28ແຕ່​ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ, ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.
29“ຫລື ອີກ​ເທື່ອ​ໜຶ່ງ, ຜູ້ໃດ​ຈະ​ສາມາດ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນແຂງແຮງ ແລະ ຂົນ​ເອົາ​ຊັບສິນ​ຂອງ​ເພິ່ນ​ໄປ​ໄດ້​ຢ່າງໃດ​ຖ້າ​ບໍ່​ຈັບ​ຄົນແຂງແຮງ​ນັ້ນ​ມັດ​ໄວ້​ກ່ອນ? ຫລັງຈາກນັ້ນ​ຈຶ່ງ​ປຸ້ນ​ເຮືອນ​ຂອງ​ເພິ່ນ​ໄດ້.
30“ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ​ກໍ​ຕໍ່ສູ້​ເຮົາ ແລະ ຜູ້ໃດ​ບໍ່​ຮວມເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກກະຈັດກະຈາຍ​ໄປ. 31ແລະ ດັ່ງນັ້ນ ເຮົາ​ບອກ​ພວກເຈົ້າ​ວ່າ, ການ​ບາບ​ທຸກ​ປະການ ແລະ ຄຳໝິ່ນປະໝາດ​ທຸກ​ຢ່າງ​ສາມາດ​ໃຫ້​ອະໄພ​ໄດ້, ແຕ່​ຄຳເວົ້າ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ​ຈະ​ໃຫ້​ອະໄພ​ບໍ່​ໄດ້. 32ຜູ້ໃດ​ທີ່​ເວົ້າ​ຄຳ​ໜຶ່ງ​ຕໍ່ສູ້​ບຸດມະນຸດ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ, ທັງ​ໃນ​ຍຸກ​ນີ້ ຫລື ໃນ​ຍຸກ​ໜ້າ.
33“ປູກ​ຕົ້ນໄມ້​ດີ ຜົນ​ຂອງ​ມັນ​ກໍ​ຈະ​ດີ, ຫລື ປູກ​ຕົ້ນໄມ້​ບໍ່​ດີ ຜົນ​ຂອງ​ມັນ​ກໍ​ຈະ​ບໍ່​ດີ, ເພາະວ່າ​ຈະ​ຮູ້ຈັກ​ຕົ້ນໄມ້​ໄດ້​ກໍ​ດ້ວຍ​ຜົນ​ຂອງ​ມັນ. 34ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ສິ່ງ​ດີ​ໄດ້​ຢ່າງໃດ​ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ເພາະ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ​ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ. 35ຄົນດີ​ຍ່ອມ​ນໍາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມດີ​ຂອງ​ຕົນ, ແລະ ຄົນຊົ່ວ​ຍ່ອມ​ນໍາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມຊົ່ວ​ຂອງ​ຕົນ. 36ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ມະນຸດ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ຖ້ອຍຄຳ​ເປົ່າ​ໆ​ທຸກ​ຄຳ​ທີ່​ພວກເຂົາ​ເວົ້າ​ອອກມາ, 37ເພາະ​ເຈົ້າ​ຈະ​ພົ້ນໂທດ​ໄດ້​ກໍ​ດ້ວຍ​ຄຳເວົ້າ​ຂອງ​ເຈົ້າ ແລະ ເຈົ້າ​ຈະ​ຖືກ​ໂທດ​ກໍ​ດ້ວຍ​ຄຳເວົ້າ​ຂອງ​ເຈົ້າ”.
ໝາຍສຳຄັນ​ຂອງ​ໂຢນາ
(ລກ 11:24-26,29-32)
38ແລ້ວ​ມີ​ບາງຄົນ​ໃນ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ອາຈານ​ເອີຍ, ພວກເຮົາ​ຢາກ​ເຫັນ​ໝາຍສຳຄັນ​ຈາກ​ທ່ານ”.
39ພຣະອົງ​ຕອບ​ວ່າ, “ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້#12:39 ຄົນບໍ່ສັດຊື່ ຫລື ຄົນທໍລະຍົດ​ຕໍ່​ພຣະເຈົ້າ ຂໍ​ແຕ່​ໝາຍສຳຄັນ! ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ​ຜູ້ທຳນວາຍ. 40ດ້ວຍວ່າ ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ສັນໃດ, ບຸດມະນຸດ​ກໍ​ຈະ​ຢູ່​ໃນ​ໃຈກາງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ສັນນັ້ນ. 41ໃນ​ການພິພາກສາ, ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ຊາວ​ເມືອງ​ນີເນເວ​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່​ເພາະ​ຄຳເທດສະໜາ​ຂອງ​ໂຢນາ ແລະ ບັດນີ້ ຜູ້#12:41 ຫລື ສິ່ງ ເຊັ່ນ​ດຽວ​ກັບ​ຂໍ້ 42​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້. 42ໃນ​ການພິພາກສາ, ລາຊີນີ​ຈາກ​ທິດໃຕ້​ຈະ​ລຸກຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ນາງ​ໄດ້​ເດີນທາງ​ມາ​ຈາກ​ທີ່ສຸດປາຍ​ແຜ່ນດິນໂລກ​ເພື່ອ​ມາ​ຟັງ​ສະຕິປັນຍາ​ຂອງ​ໂຊໂລໂມນ ແລະ ບັດນີ້ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຊໂລໂມນ​ກໍ​ຢູ່​ທີ່​ນີ້.
43“ເມື່ອ​ວິນຍານສົກກະປົກ​ອອກ​ຈາກ​ຄົນ​ແລ້ວ, ມັນ​ກໍ​ໄປ​ທົ່ວ​ບ່ອນ​ແຫ້ງແລ້ງ​ເພື່ອ​ຊອກຫາ​ບ່ອນຢູ່ ແລະ ເມື່ອ​ຊອກຫາ​ບໍ່​ພົບ. 44ມັນ​ຈຶ່ງ​ກ່າວ​ວ່າ, ‘ເຮົາ​ຈະ​ກັບຄືນ​ໄປ​ເຮືອນ​ທີ່​ເຮົາ​ໄດ້​ອອກມາ’. ເມື່ອ​ມັນ​ມາ​ເຖິງ, ມັນ​ກໍ​ພົບ​ວ່າ​ເຮືອນ​ນັ້ນ​ເປົ່າຫວ່າງ​ຢູ່, ປັດກວາດ​ສະອາດ ແລະ ຈັດ​ເປັນ​ລະບຽບຮຽບຮ້ອຍ​ແລ້ວ. 45ມັນ​ຈຶ່ງ​ອອກ​ໄປ​ນຳ​ເອົາ​ວິນຍານຊົ່ວ​ອື່ນໆ​ອີກ​ເຈັດ​ໂຕ​ທີ່​ຊົ່ວຮ້າຍ​ກວ່າ​ມັນ​ອີກ ແລ້ວ​ພວກມັນ​ກໍ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ແລະ ໃນທີ່ສຸດ​ສະພາບ​ຂອງ​ຄົນ​ນັ້ນ​ກໍ​ຊົ່ວຮ້າຍ​ລົງ​ກວ່າ​ຕອນ​ຕົ້ນ​ອີກ. ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ​ນີ້​ກໍ​ຈະ​ເປັນ​ຢ່າງ​ນີ້”.
ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ
(ມຣກ 3:31-35; ລກ 8:19-21)
46ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຢູ່​ກັບ​ປະຊາຊົນ​ຢູ່​ນັ້ນ, ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຢືນ​ຢູ່​ຂ້າງນອກ ເພື່ອ​ຕ້ອງການ​ຈະ​ເວົ້າ​ກັບ​ພຣະອົງ. 47ມີ​ຄົນ​ໜຶ່ງ​ໄດ້​ບອກ​ພຣະເຢຊູເຈົ້າ​ວ່າ, “ມານດາ ແລະ ບັນດາ​ນ້ອງຊາຍ​ຂອງ​ທ່ານ​ຢືນ​ຢູ່​ທາງນອກ​ຕ້ອງການ​ຈະ​ເວົ້າ​ກັບ​ທ່ານ”.#12:47 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງສະບັບ​ບໍ່​ມີ​ຂໍ້ 47
48ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ລາວ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ ຜູ້ໃດ​ເປັນ​ນ້ອງຊາຍ​ຂອງ​ເຮົາ?” 49ແລ້ວ​ພຣະອົງ​ກໍ​ຊີ້​ໄປ​ທີ່​ພວກສາວົກ​ຂອງ​ພຣະອົງ ແລະ ກ່າວ​ວ່າ, “ນີ້​ຄື​ແມ່ ແລະ ນ້ອງຊາຍ​ຂອງ​ເຮົາ. 50ເພາະວ່າ​ຜູ້ໃດ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະບິດາ​ຂອງ​ເຮົາ​ຜູ້​ຢູ່​ໃນ​ສະຫວັນ​ກໍ​ເປັນ​ນ້ອງຊາຍ, ນ້ອງສາວ ແລະ ແມ່​ຂອງ​ເຮົາ”.

ハイライト

シェア

コピー

None

すべてのデバイスで、ハイライト箇所を保存したいですか? サインアップまたはサインインしてください。