ມັດທາຍ 13
13
ຄຳອຸປະມາເລື່ອງຜູ້ຫວ່ານ
(ມຣກ 4:1-20; ລກ 8:4-15; 10:23,24)
1ໃນວັນດຽວກັນນັ້ນ ພຣະເຢຊູເຈົ້າໄດ້ອອກຈາກເຮືອນໄປນັ່ງຢູ່ແຄມຝັ່ງທະເລສາບ. 2ມີປະຊາຊົນຈໍານວນຫລວງຫລາຍໄດ້ມາເຕົ້າໂຮມກັນອ້ອມພຣະອົງ ຈົນພຣະອົງຕ້ອງລົງໄປນັ່ງຢູ່ໃນເຮືອ, ສ່ວນປະຊາຊົນທັງໝົດຢືນຢູ່ເທິງຝັ່ງ. 3ແລ້ວພຣະອົງໄດ້ກ່າວຫລາຍເລື່ອງກັບພວກເຂົາເປັນຄຳອຸປະມາ ໂດຍກ່າວວ່າ: “ມີຊາວນາຄົນໜຶ່ງອອກໄປຫວ່ານເມັດພືດ. 4ຂະນະທີ່ລາວກຳລັງຫວ່ານເມັດພືດຢູ່ນັ້ນ, ບາງເມັດກໍຕົກຕາມທາງ ແລ້ວຝູງນົກກໍມາສັບກິນເມັດພືດນັ້ນຈົນໝົດ. 5ບາງເມັດຕົກໃສ່ບ່ອນທີ່ມີຫີນ, ເຊິ່ງເປັນບ່ອນທີ່ມີດິນໜ້ອຍ. ເມັດເຫລົ່ານີ້ຈຶ່ງງອກຂຶ້ນໄດ້ໄວ, ເພາະພື້ນດິນບໍ່ເລິກ. 6ແຕ່ເມື່ອຕາເວັນຂຶ້ນມາ, ພືດນັ້ນກໍຖືກແດດເຜົາ ແລະ ຫ່ຽວແຫ້ງໄປເພາະບໍ່ມີຮາກ. 7ບາງເມັດກໍຕົກໃສ່ທ່າມກາງຟຸ່ມໜາມ, ເຊິ່ງຕົ້ນໜາມເຫລົ່ານີ້ກໍໃຫຍ່ຂຶ້ນ ແລະ ຫຸ້ມຮັດພືດເຫລົ່ານັ້ນ. 8ຍັງມີບາງເມັດອີກທີ່ຕົກໃສ່ດິນດີຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງພືດທີ່ຫວ່ານ. 9ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.
10ບັນດາສາວົກຈຶ່ງມາຫາພຣະອົງ ແລະ ຖາມວ່າ, “ເປັນຫຍັງທ່ານຈຶ່ງໃຊ້ຄຳອຸປະມາເມື່ອທ່ານກ່າວກັບປະຊາຊົນ?”
11ພຣະເຢຊູເຈົ້າຕອບວ່າ, “ເພາະວ່າຄວາມເລິກລັບແຫ່ງອານາຈັກສະຫວັນໃຫ້ພວກເຈົ້າຮູ້ໄດ້, ແຕ່ຄົນເຫລົ່ານັ້ນບໍ່ໃຫ້ຮູ້. 12ຜູ້ໃດກໍຕາມມີຢູ່ແລ້ວກໍຈະໄດ້ເພີ່ມເຕີມອີກ ແລະ ພວກເຂົາຈະມີຢ່າງອຸດົມສົມບູນ. ຜູ້ໃດກໍຕາມທີ່ບໍ່ມີ, ແມ່ນແຕ່ສິ່ງທີ່ພວກເຂົາມີຢູ່ນັ້ນ ກໍຈະຖືກຍົກເອົາໄປຈາກພວກເຂົາ. 13ດ້ວຍເຫດນີ້ ເຮົາຈຶ່ງກ່າວກັບພວກເຂົາເປັນຄຳອຸປະມາວ່າ:
“ເຖິງແມ່ນວ່າພວກເຂົາເບິ່ງ ພວກເຂົາກໍບໍ່ເຫັນ
ເຖິງແມ່ນວ່າພວກເຂົາຟັງ ພວກເຂົາກໍບໍ່ໄດ້ຍິນ ຫລື ເຂົ້າໃຈ.
14ດັ່ງນັ້ນ ຈຶ່ງເປັນຈິງຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ:
“‘ພວກເຈົ້າຈະຟັງແລ້ວຟັງອີກ ແຕ່ກໍຈະບໍ່ເຂົ້າໃຈຈັກເທື່ອ
ພວກເຈົ້າຈະເບິ່ງແລ້ວເບິ່ງອີກ ແຕ່ກໍຈະສັງເກດບໍ່ໄດ້ຈັກເທື່ອ
15ເພາະຈິດໃຈຂອງບັນດາຄົນເຫລົ່ານີ້ດື້ດ້ານ
ພວກເຂົາບໍ່ຍອມເປີດຫູຂອງພວກເຂົາ,
ແລະ ພວກເຂົາປິດຕາຂອງພວກເຂົາ
ບໍ່ດັ່ງນັ້ນແລ້ວພວກເຂົາຈະໄດ້ເຫັນກັບຕາຂອງພວກເຂົາ,
ໄດ້ຍິນກັບຫູຂອງພວກເຂົາ,
ເຂົ້າໃຈດ້ວຍໃຈຂອງພວກເຂົາ.
ແລະ ຫັນກັບມາ ແລ້ວເຮົາຈະຮັກສາພວກເຂົາໃຫ້ຫາຍດີ’.#13:15 ອຊຢ 6:9,10
16ແຕ່ຕາຂອງພວກເຈົ້າກໍເປັນສຸກເພາະໄດ້ເຫັນ ແລະ ຫູຂອງພວກເຈົ້າກໍເປັນສຸກເພາະໄດ້ຍິນ 17ດ້ວຍວ່າ ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບັນດາຜູ້ທຳນວາຍ ແລະ ຄົນຊອບທຳຫລາຍຄົນຢາກຈະເຫັນສິ່ງທີ່ພວກເຈົ້າເຫັນ ແຕ່ກໍບໍ່ໄດ້ເຫັນ ແລະ ຢາກຈະໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນແຕ່ກໍບໍ່ໄດ້ຍິນ.
18“ຈົ່ງຟັງຄວາມໝາຍຂອງຄຳອຸປະມາເລື່ອງຜູ້ຫວ່ານຄື: 19ເມື່ອຜູ້ໃດໄດ້ຍິນພຣະຄຳເລື່ອງອານາຈັກ ແລະ ບໍ່ເຂົ້າໃຈ ມານຊົ່ວຮ້າຍກໍມາຍາດເອົາພຣະທຳທີ່ຫວ່ານລົງໃນໃຈຂອງພວກເຂົາໄປ. ນີ້ຄືເມັດພືດທີ່ຫວ່ານຕາມທາງ. 20ເມັດພືດທີ່ຕົກໃສ່ເທິງບ່ອນມີຫີນຫລາຍດິນໜ້ອຍ ຄືຄົນທີ່ໄດ້ຍິນພຣະຄຳແລ້ວກໍຮັບໄວ້ທັນທີດ້ວຍຄວາມຍິນດີ. 21ແຕ່ຍ້ອນພວກເຂົາບໍ່ມີຮາກຈຶ່ງທົນຢູ່ບໍ່ໄດ້ດົນ, ເມື່ອມີຄວາມຍາກລຳບາກ ຫລື ຖືກຂົ່ມເຫັງເພາະພຣະຄຳ ພວກເຂົາກໍລົ້ມເລີກໄປທັນທີ. 22ເມັດພືດທີ່ຕົກກາງຟຸ່ມໜາມ ຄືຜູ້ທີ່ໄດ້ຍິນພຣະຄຳແຕ່ມີຄວາມກັງວົນໃນຊີວິດນີ້ ແລະ ຄວາມຫລອກລວງຂອງຄວາມຮັ່ງມີເຂົ້າມາຫຸ້ມຮັດພຣະຄຳນັ້ນໄວ້ຈຶ່ງບໍ່ເກີດຜົນ. 23ສ່ວນເມັດພືດທີ່ຕົກໃສ່ເທິງດິນດີນັ້ນຄືຜູ້ທີ່ໄດ້ຍິນພຣະຄຳ ແລະ ເຂົ້າໃຈພຣະຄຳ ຜູ້ນັ້ນຈຶ່ງເກີດຜົນຮ້ອຍເທົ່າ, ຫົກສິບເທົ່າ ຫລື ສາມສິບເທົ່າຂອງເມັດພືດທີ່ຫວ່ານລົງໄປ”.
ຄຳອຸປະມາເລື່ອງເຂົ້ານົກ
24ພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາອີກວ່າ: “ອານາຈັກສະຫວັນປຽບເໝືອນຄົນຜູ້ໜຶ່ງທີ່ຫວ່ານເມັດພືດພັນດີໃນນາຂອງຕົນ 25ແຕ່ໃນຂະນະທີ່ທຸກຄົນນອນຫລັບຢູ່ນັ້ນສັດຕູຂອງລາວກໍມາ ແລະ ຫວ່ານເຂົ້ານົກ#13:25 ເປັນຫຍ້າທີ່ເປັນພິດ ມີລັກສະນະຄ້າຍຄືກັບເຂົ້າສາລີທີ່ຈະແຍກອອກຈາກກັນໄດ້ກໍເມື່ອເຖິງເວລາໃກ້ຈະເກັບກ່ຽວ.ໃສ່ທ່າມກາງເຂົ້າຫວີດແລ້ວກໍໜີໄປ. 26ເມື່ອເຂົ້າຫວີດງອກໃຫຍ່ຂຶ້ນ ແລະ ອອກຮວງແລ້ວ, ກໍມີເຂົ້ານົກປາກົດຂຶ້ນມານຳເໝືອນກັນ.
27“ພວກຜູ້ຮັບໃຊ້ຂອງຊາຍຄົນນັ້ນຈຶ່ງມາຫາ ແລະ ບອກເຈົ້າຂອງນາວ່າ, ‘ນາຍເອີຍ, ທ່ານໄດ້ຫວ່ານເມັດພັນທີ່ດີໃນນາຂອງທ່ານບໍ່ແມ່ນບໍ? ແລ້ວເຂົ້ານົກນັ້ນມາແຕ່ໃສ?’
28“ຝ່າຍນາຍໄດ້ຕອບວ່າ, ‘ນີ້ແມ່ນສັດຕູເປັນຜູ້ເຮັດ’.
“ພວກຜູ້ຮັບໃຊ້ຈຶ່ງຖາມນາຍວ່າ, ‘ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປ ແລະ ຫລົກເຂົ້ານົກນັ້ນຖິ້ມບໍ?’
29“ນາຍຕອບວ່າ, ‘ບໍ່ ເພາະວ່າໃນຂະນະທີ່ພວກເຈົ້າຫລົກເຂົ້ານົກຖິ້ມນັ້ນ ພວກເຈົ້າອາດຫລົກເຂົ້າຫວີດຂຶ້ນມານຳ. 30ປະໃຫ້ເຂົ້າທັງສອງໃຫຍ່ຂຶ້ນນຳກັນຈົນເຖິງເວລາເກັບກ່ຽວ. ໃນເວລານັ້ນເຮົາຈະບອກຄົນງານເກັບກ່ຽວໃຫ້ກ່ຽວເຂົ້ານົກກ່ອນ ແລະ ໂຮມເປັນມັດເຜົາໄຟຖິ້ມເສຍ, ສ່ວນເຂົ້າຫວີດນັ້ນໃຫ້ໂຮມໄວ້ໃນເລົ້າຂອງເຮົາ’”.
ຄຳອຸປະມາເລື່ອງແກ່ນຜັກກາດ ແລະ ເຊື້ອແປ້ງ
(ມຣກ 4:30-32; ລກ 13:18-21)
31ພຣະອົງກ່າວຄຳອຸປະມາອີກເລື່ອງໜຶ່ງແກ່ພວກເຂົາຟັງວ່າ: “ອານາຈັກສະຫວັນປຽບເໝືອນແກ່ນຜັກກາດເມັດໜຶ່ງ ເຊິ່ງມີຊາຍຄົນໜຶ່ງເອົາໄປປູກໃນນາຂອງຕົນ, 32ເຖິງແມ່ນວ່າເມັດນັ້ນນ້ອຍກວ່າເມັດທັງຫລາຍ ແຕ່ເມື່ອງອກຂຶ້ນແລ້ວກໍໃຫຍ່ກວ່າຜັກຊະນິດອື່ນໆໃນສວນ ແລະ ກາຍເປັນຕົ້ນ ເພື່ອໃຫ້ຝູງນົກມາງອຍ ແລະ ເຮັດຮັງຢູ່ຕາມງ່ານັ້ນ”.
33ແລ້ວພຣະອົງກ່າວຄຳອຸປະມາອີກເລື່ອງໜຶ່ງແກ່ພວກເຂົາຟັງວ່າ: “ອານາຈັກສະຫວັນເປັນເໝືອນເຊື້ອແປ້ງທີ່ຍິງຄົນໜຶ່ງເອົາປະສົມໃສ່ໃນແປ້ງປະມານສາມສິບກິໂລກຣາມຈົນແປ້ງທັງໝົດຟູຂຶ້ນ”.
34ພຣະເຢຊູເຈົ້າໄດ້ກ່າວສິ່ງທັງໝົດເຫລົ່ານີ້ແກ່ປະຊາຊົນເປັນຄຳອຸປະມາ, ນອກຈາກຄຳອຸປະມາແລ້ວພຣະອົງບໍ່ໄດ້ກ່າວສິ່ງໃດເລີຍແກ່ພວກເຂົາ. 35ດັ່ງນັ້ນ ຈຶ່ງສຳເລັດຕາມທີ່ໄດ້ກ່າວໄວ້ຜ່ານທາງຜູ້ທຳນວາຍວ່າ:
“ເຮົາຈະອ້າປາກຂອງເຮົາກ່າວຄຳອຸປະມາ,
ເຮົາຈະບອກຂໍ້ຄວາມທີ່ປົກບັງໄວ້ຕັ້ງແຕ່ເມື່ອສ້າງໂລກ”.#13:35 ພສສ 78:2
ພຣະເຢຊູເຈົ້າອະທິບາຍຄຳອຸປະມາເລື່ອງເຂົ້ານົກ
36ຫລັງຈາກນັ້ນ ພຣະເຢຊູເຈົ້າອອກໄປຈາກປະຊາຊົນ ແລະ ເຂົ້າໄປໃນເຮືອນ. ບັນດາສາວົກຂອງພຣະອົງກໍມາຫາພຣະອົງ ແລະ ກ່າວວ່າ, “ຂໍທ່ານຊ່ວຍອະທິບາຍຄຳອຸປະມາເລື່ອງເຂົ້ານົກແກ່ພວກຂ້ານ້ອຍແດ່”.
37ພຣະເຢຊູເຈົ້າຕອບວ່າ, “ຜູ້ທີ່ຫວ່ານເມັດພືດພັນດີນັ້ນແມ່ນບຸດມະນຸດ, 38ສ່ວນນານັ້ນແມ່ນໂລກນີ້, ເມັດພືດພັນດີແມ່ນພົນລະເມືອງແຫ່ງອານາຈັກສະຫວັນ, ສ່ວນເຂົ້ານົກແມ່ນພົນລະເມືອງຂອງມານຊົ່ວຮ້າຍ, 39ແລະ ສັດຕູຜູ້ທີ່ຫວ່ານເຂົ້ານົກນັ້ນແມ່ນມານຮ້າຍ. ເວລາເກັບກ່ຽວແມ່ນຄາວສຸດທ້າຍ ແລະ ຜູ້ເກັບກ່ຽວແມ່ນບັນດາເທວະດາ.
40“ເຂົ້ານົກຖືກຫລົກເອົາໄປເຜົາໄຟຢ່າງໃດ ຄາວສຸດທ້າຍກໍຈະເປັນຢ່າງນັ້ນ. 41ບຸດມະນຸດຈະໃຊ້ບັນດາເທວະດາຂອງພຣະອົງອອກໄປ ແລະ ກຳຈັດທຸກສິ່ງທີ່ເປັນຕົ້ນເຫດໃຫ້ມະນຸດເຮັດບາບ ແລະ ກຳຈັດທຸກຄົນທີ່ເຮັດຊົ່ວອອກຈາກອານາຈັກຂອງພຣະອົງ. 42ແລ້ວຈະໂຍນພວກເຂົາຖິ້ມລົງໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ຈະມີການຮ້ອງໄຫ້ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ. 43ແລ້ວບັນດາຜູ້ຊອບທຳຈະສ່ອງສະຫວ່າງເໝືອນດັ່ງດວງຕາເວັນໃນອານາຈັກຂອງພຣະບິດາຂອງພວກເຂົາ. ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.
ຄຳອຸປະມາເລື່ອງຊັບສົມບັດທີ່ເຊື່ອງໄວ້ ແລະ ໄຂ່ມຸກ
44“ອານາຈັກສະຫວັນປຽບເໝືອນຊັບສົມບັດທີ່ເຊື່ອງໄວ້ໃນທົ່ງນາ. ເມື່ອມີຊາຍຄົນໜຶ່ງພົບເຫັນແລ້ວກໍເຊື່ອງໄວ້ອີກ ແລະ ດ້ວຍຄວາມຕື່ນເຕັ້ນຍິນດີຫລາຍລາວຈຶ່ງໄປຂາຍທຸກສິ່ງທີ່ຕົນມີ ແລ້ວໄປຊື້ເອົານາທົ່ງນັ້ນ.
45“ອີກປະການໜຶ່ງ, ອານາຈັກສະຫວັນປຽບເໝືອນພໍ່ຄ້າຄົນໜຶ່ງທີ່ຊອກຫາໄຂ່ມຸກຢ່າງງາມ, 46ເມື່ອລາວໄດ້ພົບໄຂ່ມຸກທີ່ມີລາຄາແພງເມັດໜຶ່ງ ຈຶ່ງໄປຂາຍທຸກສິ່ງທີ່ຕົນມີຢູ່ ແລ້ວໄປຊື້ເອົາໄຂ່ມຸກນັ້ນ.
ຄຳອຸປະມາເລື່ອງມອງ
47“ເຊັ່ນດຽວກັນ ອານາຈັກສະຫວັນຍັງປຽບເໝືອນກັບມອງທີ່ຢ່ອນລົງໃນທະເລ ແລະ ຈັບປາໄດ້ຫລາຍຊະນິດ. 48ເມື່ອເຕັມແລ້ວຊາວຫາປາກໍດຶງມອງຂຶ້ນເທິງຝັ່ງແລ້ວນັ່ງລົງເລືອກເອົາແຕ່ປາໂຕດີໃສ່ກະຕ່າໄວ້, ສ່ວນໂຕທີ່ບໍ່ດີນັ້ນກໍຖິ້ມໄປ. 49ເມື່ອສິ້ນຍຸກກໍຈະເປັນຢ່າງນີ້ ຄືບັນດາເທວະດາກໍຈະອອກມາແຍກຄົນຊົ່ວອອກຈາກຄົນຊອບທຳ 50ແລະ ຈະໂຍນພວກເຂົາຖິ້ມລົງໃນເຕົາໄຟອັນຮ້ອນກ້າ ບ່ອນທີ່ຈະມີການຮ້ອງໄຫ້ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ”.
51ພຣະເຢຊູເຈົ້າຖາມວ່າ, “ພວກເຈົ້າເຂົ້າໃຈສິ່ງທັງໝົດເຫລົ່ານີ້ແລ້ວບໍ?”
ພວກເພິ່ນຕອບວ່າ, “ເຂົ້າໃຈແລ້ວ”.
52ພຣະອົງຈຶ່ງກ່າວແກ່ພວກເພິ່ນວ່າ, “ດ້ວຍເຫດນັ້ນ ຄູສອນກົດບັນຍັດທຸກຄົນທີ່ໄດ້ຮຽນຮູ້ເຖິງເລື່ອງອານາຈັກສະຫວັນ ກໍເປັນເໝືອນເຈົ້າຂອງເຮືອນຜູ້ໜຶ່ງທີ່ນຳຊັບສົມບັດໃໝ່ ແລະ ຊັບສົມບັດເກົ່າອອກມາຈາກຄັງຂອງຕົນ”.
ຜູ້ທຳນວາຍທີ່ບໍ່ມີຜູ້ໃດນັບຖື
(ມຣກ 6:1-6)
53ເມື່ອພຣະເຢຊູເຈົ້າກ່າວຄຳອຸປະມາເຫລົ່ານີ້ຈົບແລ້ວ ກໍອອກຈາກທີ່ນັ້ນໄປ. 54ເມື່ອມາເຖິງບ້ານເກີດຂອງພຣະອົງແລ້ວ ພຣະອົງໄດ້ສັ່ງສອນປະຊາຊົນທັງຫລາຍໃນທຳມະສາລາຂອງພວກເຂົາ ແລະ ພວກເຂົາກໍປະຫລາດໃຈ ແລະ ຖາມກັນວ່າ, “ຄົນນີ້ໄດ້ສະຕິປັນຍາ ແລະ ລິດອຳນາດອັນອັດສະຈັນເຫລົ່ານີ້ມາຈາກໃສ? 55ລາວບໍ່ແມ່ນລູກຊາຍຂອງຊ່າງໄມ້ນັ້ນບໍ? ແມ່ຂອງລາວຊື່ວ່າມາຣີ ແລະ ນ້ອງຊາຍຂອງລາວແມ່ນຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ບໍ່ແມ່ນບໍ? 56ນ້ອງສາວຂອງລາວທຸກຄົນກໍຢູ່ກັບເຮົາບໍ່ແມ່ນບໍ? ແລ້ວລາວໄດ້ສິ່ງທັງໝົດເຫລົ່ານີ້ມາຈາກໃສ?” 57ພວກເຂົາທັງຫລາຍຈຶ່ງບໍ່ພໍໃຈພຣະອົງ.
ຝ່າຍພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ຜູ້ທຳນວາຍບໍ່ໄດ້ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງ ແລະ ໃນຄອບຄົວຂອງຕົນເອງ”.
58ແລະ ໃນທີ່ນັ້ນພຣະອົງບໍ່ໄດ້ກະທຳການອັດສະຈັນຫລາຍເພາະພວກເຂົາບໍ່ມີຄວາມເຊື່ອ.
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.