ມັດທາຍ 11

11
ພຣະເຢຊູເຈົ້າ ແລະ ໂຢຮັນບັບຕິສະໂຕ
(ລກ 7:18-35)
1ຫລັງຈາກ​ພຣະເຢຊູເຈົ້າ​ສັ່ງສອນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ຈົບ​ແລ້ວ, ພຣະອົງ​ກໍ​ໄດ້​ຈາກ​ທີ່​ນັ້ນ​ໄປ​ສັ່ງສອນ ແລະ ເທດສະໜາ​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ຄາລີເລ.#11:1 ພາສາ​ກຣີກ​ວ່າ ໃນ​ເມືອງ​ຕ່າງໆ​ຂອງ​ພວກເຂົາ
2ເມື່ອ​ໂຢຮັນ​ຜູ້​ທີ່​ໄດ້​ຖືກ​ຂັງ​ຢູ່​ໃນ​ຄຸກ ໄດ້​ຍິນ​ຂ່າວ​ກ່ຽວກັບ​ກິດຈະການ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ໃຊ້​ພວກ​ລູກສິດ​ຂອງ​ເພິ່ນ​ໄປ 3ຖາມ​ພຣະອົງ​ວ່າ, “ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ, ຫລື ພວກຂ້ານ້ອຍ​ຈະ​ຕ້ອງ​ຄອຍຖ້າ​ຜູ້​ອື່ນ​ອີກ?”
4ພຣະເຢຊູເຈົ້າ​ຕອບ​ວ່າ, “ຈົ່ງ​ກັບ​ໄປ​ລາຍງານ​ຕໍ່​ໂຢຮັນ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ເຫັນ​ຄື: 5ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ#11:5 ຄຳ​ພາສາ​ກຣີກ​ອາດ​ໝາຍ​ເຖິງ​ພະຍາດ​ຜິວ​ໜັງ​ຕ່າງໆ ບໍ່​ຈຳ​ເປັນ​ຕ້ອງ​ໝາຍ​ເຖິງ​ພະຍາດຂີ້ທູດ​ເທົ່ານັ້ນ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ. 6ຜູ້ໃດ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ​ກໍ​ເປັນສຸກ”.
7ຂະນະ​ທີ່​ພວກລູກສິດ​ຂອງ​ໂຢຮັນ​ກຳລັງ​ຈະ​ຈາກ​ໄປ, ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ເຖິງ​ເລື່ອງ​ໂຢຮັນ​ແກ່​ປະຊາຊົນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ? 8ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ທີ່​ຈົບງາມ​ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ. 9ດັ່ງນັ້ນ ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ໄປ​ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ, ເຮົາ​ບອກ​ພວກເຈົ້າ​ວ່າ​ທ່ານ​ຜູ້​ນັ້ນ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ. 10ເພິ່ນ​ແມ່ນ​ຜູ້​ທີ່​ພຣະຄຳພີ​ຂຽນ​ໄວ້​ເຖິງ​ວ່າ:
“‘ເຮົາ​ຈະ​ໃຊ້​ທູດ​ຂອງ​ເຮົາ​ໄປ​ກ່ອນໜ້າ​ທ່ານ,
ເພື່ອ​ຈັດຕຽມ​ຫົນທາງ​ໄວ້​ລ່ວງໜ້າ​ສຳລັບ​ທ່ານ’.#11:10 ມລກ 3:1
11ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ໂຢຮັນ​ບັບຕິສະໂຕ; ແຕ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ໃນ​ອານາຈັກ​ສະຫວັນ​ກໍ​ຍິ່ງໃຫຍ່​ກວ່າ​ເພິ່ນ. 12ຕັ້ງ​ແຕ່​ສະໄໝ​ໂຢຮັນ​ບັບຕິສະໂຕ ຈົນເຖິງ​ທຸກ​ວັນ​ນີ້, ອານາຈັກ​ສະຫວັນ​ກໍ​ກຳລັງ​ຖືກ​ຍາດຊີງ​ເອົາ​ຢ່າງ​ຮຸນແຮງ ແລະ ຄົນ​ທີ່​ມີ​ໃຈຮຸນແຮງ​ກໍ​ເປັນ​ຜູ້​ຍາດຊີງ​ເອົາ​ໄດ້.#11:12 ຫລື ອານາຈັກ​ສະຫວັນ​ກໍ​ເປັນ​ທີ່​ຍາດຊີງ​ເອົາ ແລະ ຜູ້​ທີ່​ຮຸນແຮງ​ກໍ​ຍາດ​ເອົາ​ໄວ້​ໄດ້ 13ເພາະວ່າ​ພວກ​ຜູ້ທຳນວາຍ​ທຸກຄົນ ແລະ ກົດບັນຍັດ​ທັງປວງ​ໄດ້​ທຳນວາຍ​ມາ​ຈົນ​ເຖິງ​ໂຢຮັນ. 14ແລະ ຖ້າ​ພວກເຈົ້າ​ເຕັມໃຈ​ຍອມຮັບ​ເອົາ​ຖ້ອຍຄຳ​ນີ້, ໂຢຮັນ​ກໍ​ຄື​ເອລີຢາ​ຜູ້​ທີ່​ຈະ​ມາ. 15ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ.
16“ເຮົາ​ຈະ​ປຽບທຽບ​ຄົນ​ໃນ​ສະໄໝ​ນີ້​ຄື​ກັບ​ອັນໃດ​ດີ? ພວກເຂົາ​ກໍ​ປຽບເໝືອນ​ເດັກນ້ອຍ​ທີ່​ກຳລັງ​ນັ່ງ​ຢູ່​ກາງ​ຕະຫລາດ ແລະ ຮ້ອງ​ໃສ່​ກັນ​ວ່າ:
17“‘ພວກເຮົາ​ເປົ່າປີ່​ໃຫ້​ພວກເຈົ້າ,
ແລະ ພວກເຈົ້າ​ກໍ​ບໍ່​ຟ້ອນລຳ,
ພວກເຮົາ​ຮ້ອງເພງ​ໄວ້ອາໄລ,
ແລະ ພວກເຈົ້າ​ກໍ​ບໍ່​ໂສກເສົ້າ’.
18ເພາະວ່າ​ໂຢຮັນ​ມາ​ທັງ​ບໍ່​ກິນ ຫລື ບໍ່​ດື່ມ, ແລະ ພວກເຂົາ​ກໍ​ເວົ້າ​ວ່າ, ‘ເພິ່ນ​ມີ​ຜີມານຮ້າຍ​ສິງ​ຢູ່’. 19ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ແລະ ພວກເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’. ແຕ່​ສະຕິປັນຍາ​ຂອງ​ພຣະອົງ​ກໍ​ໄດ້​ຮັບ​ການ​ພິສູດ​ແລ້ວ​ວ່າ​ຖືກຕ້ອງ​ໂດຍ​ຜົນ​ຂອງ​ປັນຍາ​ນັ້ນ​ເອງ”.
ວິບັດ​ແກ່​ເມືອງ​ທີ່​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່
(ລກ 10:13-15)
20ແລ້ວ​ພຣະເຢຊູເຈົ້າ​ເລີ່ມ​ຕິຕຽນ​ເມືອງ​ຕ່າງໆ​ທີ່​ສ່ວນ​ຫລາຍ​ພຣະອົງ​ໄດ້​ສະແດງ​ການ​ອັດສະຈັນ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່. 21“ວິບັດ​ແກ່​ເຈົ້າ, ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ, ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ​ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ. 22ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ໂທດ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ. 23ສ່ວນ​ເຈົ້າ, ເມືອງ​ກາເປນາອູມ​ເອີຍ, ເຈົ້າ​ຈະ​ຖືກ​ຍົກຂຶ້ນ​ພຽງ​ຟ້າສະຫວັນ​ບໍ? ບໍ່​ເລີຍ, ເຈົ້າ​ຈະ​ຕ້ອງ​ລົງ​ໄປ​ນະລົກ#11:23 ນັ້ນ​ແມ່ນ ແດນ​ຂອງ​ຄົນຕາຍ. ເພາະ​ຖ້າ​ການ​ອັດສະຈັນ​ທີ່​ໄດ້​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ໂຊໂດມ​ແລ້ວ, ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້. 24ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ໃນ​ວັນ​ພິພາກສາ ໂທດ​ຂອງ​ເມືອງ​ໂຊໂດມ​ຈະ​ເບົາ​ກວ່າ​ໂທດ​ຂອງ​ພວກເຈົ້າ”.
ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ການພັກຜ່ອນ
(ລກ 10:21,22)
25ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້. 26ແມ່ນ​ແລ້ວ ພຣະບິດາເຈົ້າ​ເອີຍ, ເພາະ​ພຣະອົງ​ພໍໃຈ​ຢ່າງ​ນັ້ນ.
27“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບຸດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບິດາເຈົ້າ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ.
28“ບັນດາ​ຜູ້​ທີ່​ອິດເມື່ອຍ ແລະ ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມເຊົາເມື່ອຍ. 29ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້ ແລະ ຮຽນ​ຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ ແລະ ຖ່ອມລົງ, ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມເຊົາເມື່ອຍ. 30ເພາະ​ແອກ​ຂອງ​ເຮົາ​ນັ້ນ​ກໍ​ພໍເໝາະ ແລະ ພາລະ​ຂອງ​ເຮົາ​ກໍ​ເບົາ”.

ハイライト

シェア

コピー

None

すべてのデバイスで、ハイライト箇所を保存したいですか? サインアップまたはサインインしてください。