ມັດທາຍ 6

6
ການ​ຊ່ວຍເຫລືອ​ຄົນ​ຂັດສົນ
1“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ເຮັດ​ດີ​ຕໍ່ໜ້າ​ຄົນ​ອື່ນ​ເພື່ອ​ໃຫ້​ພວກເຂົາ​ເບິ່ງ​ເຫັນ, ເພາະ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ, ພວກເຈົ້າ​ຈະ​ບໍ່​ໄດ້​ຮັບ​ບຳເໜັດ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ໃນ​ສະຫວັນ.
2“ດັ່ງນັ້ນ, ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ເປົ່າ​ແກ​ໄປ​ກ່ອນ​ໜ້າ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ​ເຮັດ​ໃນ​ທຳມະສາລາ ແລະ ຕາມ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ຍົກຍ້ອງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ຕົນ​ຢ່າງ​ເຕັມທີ່​ແລ້ວ. 3ແຕ່​ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ໃຫ້​ມື​ຊ້າຍ​ຮູ້​ສິ່ງ​ທີ່​ມື​ຂວາ​ກຳລັງ​ເຮັດ, 4ເພື່ອ​ວ່າ​ການ​ຊ່ວຍເຫລືອ​ຂອງ​ພວກເຈົ້າ​ຈະ​ເປັນ​ຄວາມ​ລັບ. ແລ້ວ​ພຣະບິດາ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.
ການ​ອະທິຖານ
(ລກ 11:2-4)
5“ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເປັນ​ເໝືອນ​ຄົນໜ້າຊື່ໃຈຄົດ, ເພາະ​ພວກເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳມະສາລາ ແລະ ຕາມ​ແຈ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ເຫັນ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ແລ້ວ​ຈາກ​ມະນຸດ. 6ແຕ່​ສຳລັບ​ພວກເຈົ້າ ເມື່ອ​ອະທິຖານ, ຈົ່ງ​ເຂົ້າໄປ​ໃນ​ຫ້ອງ​ຂອງ​ພວກເຈົ້າ, ອັດ​ປະຕູ ແລະ ອະທິຖານ​ຕໍ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ. ແລ້ວ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ. 7ແລະ ເມື່ອ​ພວກເຈົ້າ​ອະທິຖານ, ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ​ເໝືອນ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ເພາະ​ພວກເຂົາ​ຄິດ​ວ່າ​ຖ້າ​ເວົ້າ​ຊໍ້າ​ຫລາຍ​ເທື່ອ​ແລ້ວ​ພະ​ຈະ​ໄດ້​ຍິນ. 8ຢ່າ​ເຮັດ​ເໝືອນ​ພວກເຂົາ ເພາະ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ສິ່ງ​ທີ່​ເຈົ້າ​ຕ້ອງການ​ກ່ອນ​ທີ່​ພວກເຈົ້າ​ຈະ​ຂໍ​ຕໍ່​ພຣະອົງ.
9“ດ້ວຍເຫດນີ້, ພວກເຈົ້າ​ຄວນ​ຈະ​ອະທິຖານ​ດັ່ງນີ້​ວ່າ:
“‘ຂ້າແດ່​ພຣະບິດາເຈົ້າ​ຂອງ​ພວກ​ຂ້ານ້ອຍ​ທັງຫລາຍ ຜູ້​ຢູ່​ໃນ​ສະຫວັນ,
ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ,
10ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່,
ຂໍ​ໃຫ້​ຄວາມ​ປະສົງ​ຂອງ​ພຣະອົງ​ສຳເລັດ,
ໃນ​ສະຫວັນ​ເປັນ​ຢ່າງ​ໃດ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນດິນໂລກ.
11ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ວັນ​ນີ້.
12ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ,
ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.
13ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ,
ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ.#6:13 ຫລື ສິ່ງ​ຊົ່ວຮ້າຍ ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ#6:13 ສຳເນົາ​ຕົ້ນສະບັບ​ບາງສະບັບ​ບໍ່​ມີ​ຄຳ​ວ່າ: ດ້ວຍ​ວ່າ​ອານາຈັກ ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ ອາແມນ’.
14ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້​ອື່ນ​ທີ່​ໄດ້​ເຮັດ​ບາບ​ຕໍ່​ພວກເຈົ້າ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ ກໍ​ຈະ​ຍົກໂທດ​ໃຫ້​ພວກເຈົ້າ​ເໝືອນ​ກັນ. 15ແຕ່​ຖ້າ​ພວກເຈົ້າ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຂົາ, ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ກໍ​ຈະ​ບໍ່​ຍົກໂທດ​ບາບ​ຂອງ​ພວກເຈົ້າ​ເໝືອນກັນ.
ການ​ຖືສິນອົດອາຫານ
16“ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ. 17ແຕ່​ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຈົ່ງ​ລ້າງ​ໜ້າ ແລະ ເອົາ​ນ້ຳມັນ​ທາ​ຫົວ, 18ເພື່ອ​ຈະ​ບໍ່​ເປັນ​ທີ່​ສະດຸດຕາ​ຕໍ່​ຄົນ​ອື່ນ​ວ່າ​ພວກເຈົ້າ​ກຳລັງ​ຖືສິນອົດອາຫານ​ຢູ່, ແຕ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເຫັນ​ສິ່ງ​ທີ່​ເຮັດ​ຢູ່​ໃນ​ທີ່​ລັບ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.
ຊັບສົມບັດ​ໃນ​ສະຫວັນ
(ລກ 11:34-36)
19“ຢ່າ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໃນ​ໂລກ, ເຊິ່ງ​ເປັນ​ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ໄດ້. 20ແຕ່​ຈົ່ງ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໄວ້​ໃນ​ສະຫວັນ, ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ບໍ່​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ບໍ່​ໄດ້. 21ເພາະ​ຊັບສົມບັດ​ຂອງ​ພວກເຈົ້າ​ຢູ່​ທີ່​ໃດ ໃຈ​ຂອງ​ພວກເຈົ້າ​ກໍ​ຢູ່​ທີ່​ນັ້ນ​ເໝືອນກັນ.
22“ຕາ​ເປັນ​ຕະກຽງ​ຂອງ​ຮ່າງກາຍ. ຖ້າ​ຕາ​ຂອງ​ເຈົ້າ​ປົກກະຕິ​ດີ#6:22 ໃນ​ພາສາ​ກຣີກ ຄຳ​ວ່າ “ປົກກະຕິ​ດີ” ໃນ​ທີ່​ນີ້​ໝາຍເຖິງ “ໃຈເຜື່ອແຜ່”, ຮ່າງກາຍ​ທຸກ​ສ່ວນ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມສະຫວ່າງ. 23ແຕ່​ຖ້າ​ຕາ​ຂອງ​ເຈົ້າ​ຜິດ​ປົກກະຕິ#6:23 ໃນ​ພາສາ​ກຣີກ ຄຳ​ວ່າ​ຜິດ​ປົກກະຕິ ໝາຍເຖິງ​ຂີ້ຖີ່, ຮ່າງກາຍ​ທຸກ​ສ່ວນ​ຂອງ​ເຈົ້າ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມມືດ. ຖ້າ​ຄວາມສະຫວ່າງ​ໃນ​ເຈົ້າ​ມືດ​ໄປ, ຄວາມມືດ​ນັ້ນ​ກໍ​ຈະ​ມືດ​ມິດ​ພຽງ​ໃດ​ນໍ!
24“ບໍ່​ມີ​ຜູ້ໃດ​ສາມາດ​ຮັບໃຊ້​ນາຍ​ສອງ​ຄົນ​ໄດ້. ບໍ່​ວ່າ​ພວກເຈົ້າ​ຈະ​ກຽດຊັງ​ນາຍ​ຜູ້​ນີ້ ແລະ ຮັກ​ນາຍ​ຜູ້​ນັ້ນ, ຫລື ພວກເຈົ້າ​ຈະ​ອຸທິດຕົນ​ຕໍ່​ນາຍ​ຜູ້​ນີ້ ແລະ ດູຖູກ​ນາຍ​ຜູ້​ນັ້ນ. ພວກເຈົ້າ​ບໍ່​ສາມາດ​ຮັບໃຊ້​ທັງ​ພຣະເຈົ້າ ແລະ ຮັບໃຊ້​ເງິນ​ໄດ້.
ຢ່າ​ກະວົນກະວາຍ
(ລກ 12:22-31)
25“ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ຢ່າ​ກະວົນກະວາຍ​ເຖິງ​ຊີວິດ​ຂອງ​ຕົນ​ວ່າ, ຈະ​ກິນ​ຫຍັງ ຫລື ຈະ​ດື່ມ​ຫຍັງ ຫລື ກະວົນກະວາຍ​ເຖິງ​ຮ່າງກາຍ​ຂອງ​ຕົນ​ວ່າ, ຈະ​ນຸ່ງຫົ່ມ​ຫຍັງ. ຊີວິດ​ມີ​ຄ່າ​ຫລາຍ​ກວ່າ​ອາຫານ ແລະ ຮ່າງກາຍ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່​ແມ່ນ​ບໍ? 26ຈົ່ງ​ເບິ່ງ​ຝູງ​ນົກ​ໃນ​ອາກາດ; ພວກມັນ​ບໍ່​ໄດ້​ຫວ່ານ ຫລື ບໍ່​ໄດ້​ເກັບກ່ຽວ ຫລື ບໍ່​ໄດ້​ສະສົມ​ໄວ້​ໃນ​ເລົ້າ ແລະ ເຖິງປານນັ້ນ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ກໍ​ຍັງ​ລ້ຽງ​ຝູງ​ນົກ​ນັ້ນ​ໄວ້. ພວກເຈົ້າ​ກໍ​ມີ​ຄ່າ​ຫລາຍ​ກວ່າ​ຝູງ​ນົກ​ນັ້ນ​ບໍ່​ແມ່ນ​ບໍ? 27ມີ​ຜູ້ໃດ​ແດ່​ໃນ​ພວກເຈົ້າ​ທີ່​ກະວົນກະວາຍ​ແລ້ວ​ສາມາດ​ຕໍ່​ຊີວິດ​ຂອງ​ຕົນ​ເອງ​ໃຫ້​ຍືນຍາວ​ອອກ​ໄປ​ອີກ​ຈັກ​ຊົ່ວໂມງ​ໜຶ່ງ​ໄດ້?#6:27 ຫລື ເພີ່ມ​ຄວາມສູງ​ອີກ​ຈັກ​ສອກ​ໜຶ່ງ​ໄດ້?
28“ແລ້ວ​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະວົນກະວາຍ​ເຖິງ​ເລື່ອງ​ເຄື່ອງນຸ່ງ? ຈົ່ງ​ເບິ່ງ​ດອກໄມ້​ໃນ​ທົ່ງ​ວ່າ​ໃຫຍ່​ຂຶ້ນ​ມາ​ໄດ້​ຢ່າງໃດ, ມັນ​ບໍ່​ໄດ້​ອອກແຮງ ຫລື ເຂັນຝ້າຍ. 29ແຕ່​ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ແມ່ນ​ແຕ່​ໂຊໂລໂມນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ ກໍ​ຍັງ​ບໍ່​ໄດ້​ໃສ່​ເຄື່ອງນຸ່ງ​ທີ່​ງາມສະຫງ່າ​ເໝືອນ​ດອກໄມ້​ເຫລົ່ານີ້​ດອກ​ໜຶ່ງ. 30ຖ້າ​ພຣະເຈົ້າ​ຕົບແຕ່ງ​ຕົ້ນຫຍ້າ​ທີ່​ຢູ່​ໃນ​ທົ່ງ, ເຊິ່ງ​ເປັນຢູ່​ໃນ​ບ່ອນນີ້​ວັນນີ້ ແລະ ມື້ອື່ນ​ກໍ​ຈະ​ຕ້ອງ​ຖືກ​ຖິ້ມ​ລົງ​ໃສ່​ໄຟ, ພວກເຈົ້າ​ຜູ້​ມີຄວາມເຊື່ອນ້ອຍ​ເອີຍ! ພຣະອົງ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍ​ກວ່າ​ນັ້ນ​ອີກ​ບໍ? 31ດັ່ງນັ້ນ ຢ່າ​ກະວົນກະວາຍ​ວ່າ, ‘ພວກເຮົາ​ຈະ​ກິນ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ດື່ມ​ຫຍັງ?’ ຫລື ‘ພວກເຮົາ​ຈະ​ນຸ່ງຫົ່ມ​ຫຍັງ?’ 32ເພາະ​ຄົນບໍ່ເຊື່ອ​ພຣະເຈົ້າ​ກໍ​ສະແຫວງຫາ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ຮູ້​ວ່າ​ພວກເຈົ້າ​ຕ້ອງການ​ສິ່ງ​ເຫລົ່ານີ້. 33ແຕ່​ຈົ່ງ​ສະແຫວງຫາ​ອານາຈັກ​ຂອງ​ພຣະເຈົ້າ ແລະ ຄວາມຊອບທຳ​ຂອງ​ພຣະອົງ​ກ່ອນ, ແລ້ວ​ພຣະອົງ​ຈະ​ມອບ​ທຸກສິ່ງ​ເຫລົ່ານີ້​ໃຫ້​ແກ່​ພວກເຈົ້າ. 34ເຫດສະນັ້ນ ຢ່າ​ກະວົນກະວາຍ​ເຖິງ​ມື້ອື່ນ ເພາະ​ມື້ອື່ນ​ກໍ​ຈະ​ມີ​ເລື່ອງ​ກະວົນກະວາຍ​ແລ້ວ. ແຕ່​ລະ​ວັນ​ກໍ​ມີ​ຄວາມທຸກ​ພໍ​ແລ້ວ.

اکنون انتخاب شده:

ມັດທາຍ 6: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید

ویدیوهایی برای ມັດທາຍ 6