ມັດທາຍ 7
7
ການຕັດສິນຄົນອື່ນ
(ລກ 6:41,42)
1“ຢ່າຕັດສິນ, ເພື່ອພວກເຈົ້າເອງຈະບໍ່ຖືກຕັດສິນເໝືອນກັນ. 2ດ້ວຍວ່າ ພວກເຈົ້າຕັດສິນຄົນອື່ນຢ່າງໃດ ພວກເຈົ້າກໍຈະຖືກຕັດສິນຢ່າງນັ້ນ ແລະ ພວກເຈົ້າຈະຕວງໃຫ້ເຂົາດ້ວຍເຄື່ອງຜອງອັນໃດ ພວກເຈົ້າກໍຈະໄດ້ຮັບດ້ວຍເຄື່ອງຜອງອັນນັ້ນ.
3“ເປັນຫຍັງເຈົ້າຈຶ່ງແນມເບິ່ງຜົງຂີ້ເລື່ອຍທີ່ຢູ່ໃນຕາຂອງພີ່ນ້ອງຂອງເຈົ້າ ແລະ ໄມ້ທັງທ່ອນທີ່ຢູ່ໃນຕາຂອງເຈົ້າເອງພັດແນມເບິ່ງບໍ່ເຫັນ? 4ດ້ວຍເຫດໃດ ເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ຈົ່ງໃຫ້ຂ້ອຍເຂ່ຍເອົາຜົງຂີ້ເລື່ອຍອອກຈາກຕາຂອງເຈົ້າ’ ໃນເມື່ອເຈົ້າກໍມີໄມ້ທັງທ່ອນຢູ່ໃນຕາຂອງຕົນຢູ່ຕະຫລອດເວລາ? 5ພວກຄົນໜ້າຊື່ໃຈຄົດ ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນເອງກ່ອນ, ແລ້ວຫລັງຈາກນັ້ນເຈົ້າກໍຈະເຫັນແຈ້ງດີ ເພື່ອເຂ່ຍຜົງຂີ້ເລື່ອຍອອກຈາກຕາຂອງພີ່ນ້ອງຂອງເຈົ້າໄດ້.
6“ຢ່າເອົາຂອງສັກສິດໃຫ້ແກ່ໝາ, ຢ່າໂຍນໄຂ່ມຸກຂອງເຈົ້າໃຫ້ໝູ. ຖ້າເຈົ້າເຮັດຢ່າງນັ້ນ, ພວກມັນຈະຢຽບຢ່ຳໄວ້ພື້ນຕີນຂອງພວກມັນ, ແລ້ວກັບຄືນມາຈີກເຈົ້າອອກເປັນຕ່ອນໆ.
ຂໍ, ຊອກ, ເຄາະ
(ລກ 11:9-13)
7“ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ, ຈົ່ງສະແຫວງຫາແລ້ວພວກເຈົ້າຈະໄດ້ພົບ, ຈົ່ງເຄາະແລ້ວປະຕູຈະເປີດໃຫ້ແກ່ພວກເຈົ້າ. 8ດ້ວຍວ່າ ທຸກຄົນທີ່ຂໍກໍຈະໄດ້ຮັບ, ທຸກຄົນທີ່ສະແຫວງຫາກໍຈະໄດ້ພົບ ແລະ ທຸກຄົນທີ່ເຄາະ ປະຕູກໍຈະເປີດໃຫ້.
9“ມີຜູ້ໃດໃນພວກເຈົ້າຖ້າລູກຊາຍຂໍເຂົ້າຈີ່ຈະເອົາກ້ອນຫີນໃຫ້? 10ຫລື ຖ້າລູກຂໍປາຈະເອົາງູໃຫ້? 11ເຫດສະນັ້ນ ເຖິງແມ່ນວ່າພວກເຈົ້າຜູ້ເປັນຄົນຊົ່ວຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ຫລາຍກວ່ານັ້ນອີກຈັກເທົ່າໃດ! ພຣະບິດາເຈົ້າຂອງພວກເຈົ້າຜູ້ສະຖິດໃນສະຫວັນຈະໃຫ້ຂອງດີໃຫ້ແກ່ບັນດາຜູ້ທີ່ຂໍຈາກພຣະອົງ. 12ດັ່ງນັ້ນ, ສິ່ງໃດທີ່ພວກເຈົ້າຢາກໃຫ້ຄົນອື່ນເຮັດຕໍ່ພວກເຈົ້າ ກໍຈົ່ງເຮັດຕໍ່ພວກເຂົາຢ່າງນັ້ນເໝືອນກັນ, ເພາະນີ້ແມ່ນຂໍ້ສະຫລຸບທັງໝົດຂອງໜັງສືກົດບັນຍັດ ແລະ ໜັງສືຜູ້ທຳນວາຍ.
ປະຕູແຄບ ແລະ ປະຕູກວ້າງ
13“ຈົ່ງເຂົ້າໄປທາງປະຕູແຄບ, ເພາະວ່າປະຕູກວ້າງ ແລະ ທາງກວ້າງກໍນຳໄປສູ່ຄວາມຈິບຫາຍ ແລະ ຄົນເປັນຈຳນວນຫລາຍກໍເຂົ້າໄປທາງນັ້ນ. 14ແຕ່ປະຕູທີ່ນໍາໄປສູ່ຊີວິດກໍນ້ອຍ ແລະ ທາງກໍຄັບແຄບ ແລະ ຄົນທີ່ພົບທາງນັ້ນກໍມີໜ້ອຍ.
ຕົ້ນໄມ້ ແລະ ຜົນຂອງມັນ
15“ຈົ່ງລະວັງພວກຜູ້ທຳນວາຍປອມ. ພວກເຂົາມາຫາພວກເຈົ້າໃນຄາບຂອງແກະ, ແຕ່ພາຍໃນແລ້ວພວກເຂົາໂຫດຮ້າຍຄືໝາປ່າ. 16ພວກເຈົ້າຈະຮູ້ວ່າພວກເຂົາເປັນຜູ້ໃດໄດ້ຈາກຜົນຂອງພວກເຂົາ. ມີຜູ້ໃດເກັບໝາກອະງຸ່ນໄດ້ຈາກຟຸ່ມໜາມ ແລະ ມີຜູ້ໃດເກັບໝາກເດື່ອໄດ້ຈາກຕົ້ນໜາມ? 17ໃນທຳນອງດຽວກັນ ຕົ້ນໄມ້ດີຍ່ອມເກີດໝາກດີ, ສ່ວນຕົ້ນໄມ້ບໍ່ດີຍ່ອມເກີດໝາກບໍ່ດີ. 18ຕົ້ນໄມ້ດີຈະເກີດໝາກບໍ່ດີກໍບໍ່ໄດ້ ແລະ ຕົ້ນໄມ້ບໍ່ດີຈະເກີດໝາກດີກໍບໍ່ໄດ້. 19ຕົ້ນໄມ້ທຸກຕົ້ນທີ່ເກີດຜົນບໍ່ດີຍ່ອມຖືກຕັດ ແລະ ຖືກໂຍນຖິ້ມລົງໃນໄຟ. 20ເຫດສະນັ້ນ ພວກເຈົ້າຈະຮູ້ວ່າພວກເຂົາເປັນຜູ້ໃດໄດ້ຈາກຜົນຂອງພວກເຂົາ.
ສາວົກແທ້ ແລະ ສາວົກບໍ່ແທ້
21“ບໍ່ແມ່ນທຸກຄົນທີ່ເອີ້ນເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ຈະໄດ້ເຂົ້າໃນອານາຈັກສະຫວັນ, ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະບິດາເຈົ້າຂອງເຮົາຜູ້ຢູ່ໃນສະຫວັນ. 22ໃນວັນນັ້ນ ຫລາຍຄົນຈະເວົ້າກັບເຮົາວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍໄດ້ປະກາດພຣະຄຳໃນນາມຂອງພຣະອົງ, ໄດ້ຂັບໄລ່ຜີມານຮ້າຍອອກໃນນາມຂອງພຣະອົງ ແລະ ໄດ້ເຮັດການອັດສະຈັນຫລາຍປະການໃນນາມຂອງພຣະອົງບໍ່ແມ່ນບໍ?’ 23ເມື່ອນັ້ນເຮົາຈະບອກພວກເຂົາຢ່າງຈະແຈ້ງວ່າ, ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ. ຈົ່ງໜີໄປຈາກເຮົາ, ພວກຄົນຊົ່ວທັງຫລາຍ!’
ຄົນສະຫລາດ ແລະ ຄົນໂງ່
(ລກ 6:47-49)
24“ເຫດສະນັ້ນ, ທຸກຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາ ແລະ ນຳເອົາໄປປະຕິບັດ ກໍເປັນເໝືອນຄົນສະຫລາດທີ່ກໍ່ສ້າງເຮືອນຂອງຕົນຢູ່ເທິງດານຫີນ. 25ຝົນກໍຕົກ, ນ້ຳກໍນອງຖ້ວມຂຶ້ນມາ ແລະ ລົມກໍພັດປະທະເຮືອນນັ້ນ ແຕ່ເຮືອນນັ້ນກໍບໍ່ໄດ້ພັງລົງເພາະມີຮາກຖານຢູ່ເທິງດານຫີນ. 26ສ່ວນຄົນທີ່ໄດ້ຍິນຖ້ອຍຄຳເຫລົ່ານີ້ຂອງເຮົາ ແລະ ບໍ່ໄດ້ນຳເອົາໄປປະຕິບັດຕາມ ລາວກໍເປັນເໝືອນຄົນໂງ່ຜູ້ໜຶ່ງທີ່ກໍ່ສ້າງເຮືອນຂອງຕົນເທິງດິນຊາຍ. 27ເມື່ອຝົນຕົກລົງມາ, ກະແສນ້ຳກໍນອງຖ້ວມຂຶ້ນມາ ແລະ ລົມກໍພັດປະທະເຮືອນນັ້ນ ເຮືອນກໍພັງທະລາຍລົງ”.
28ເມື່ອພຣະເຢຊູເຈົ້າກ່າວສິ່ງເຫລົ່ານີ້ຈົບແລ້ວ, ປະຊາຊົນຕ່າງກໍປະຫລາດໃຈໃນຄຳສັ່ງສອນຂອງພຣະອົງ, 29ເພາະວ່າພຣະອົງໄດ້ສັ່ງສອນເໝືອນຜູ້ມີສິດອຳນາດ ແລະ ບໍ່ເໝືອນກັບພວກຄູສອນກົດບັນຍັດຂອງພວກເຂົາ.
اکنون انتخاب شده:
ມັດທາຍ 7: LCV
هایلایت
به اشتراک گذاشتن
کپی

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.