ມັດທາຍ 5
5
ຄຳເທດສະໜາທີ່ໂນນພູ
(ລກ 6:20-23)
1ເມື່ອພຣະເຢຊູເຈົ້າເຫັນປະຊາຊົນຈໍານວນຫລວງຫລາຍ, ພຣະອົງຂຶ້ນໄປຍັງໂນນພູແຫ່ງໜຶ່ງ ແລະ ນັ່ງລົງຢູ່ທີ່ນັ້ນ. ພວກສາວົກຂອງພຣະອົງກໍພາກັນມາຫາພຣະອົງ, 2ແລະ ພຣະອົງໄດ້ເລີ່ມຕົ້ນສັ່ງສອນພວກເຂົາ.
ຜູ້ເປັນສຸກ
ພຣະອົງກ່າວວ່າ:
3“ຜູ້ໃດຍາກຈົນຝ່າຍວິນຍານກໍເປັນສຸກ,
ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.
4ຜູ້ໃດໂສກເສົ້າກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ຮັບການເລົ້າໂລມໃຈ.
5ຜູ້ໃດມີໃຈອ່ອນສຸພາບກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍລະດົກ.
6ຜູ້ໃດອຶດຫິວ ແລະ ກະຫາຍຫາຄວາມຊອບທຳກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ອີ່ມບໍລິບູນ.
7ຜູ້ໃດມີໃຈເມດຕາກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ຮັບຄວາມເມດຕາຕອບແທນ.
8ຜູ້ໃດມີໃຈບໍລິສຸດກໍເປັນສຸກ,
ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ.
9ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ,
ເພາະວ່າຈະເອີ້ນຜູ້ນັ້ນວ່າເປັນລູກຂອງພຣະເຈົ້າ.
10ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທຳກໍເປັນສຸກ,
ເພາະວ່າອານາຈັກສະຫວັນເປັນຂອງຜູ້ນັ້ນ.
11“ເມື່ອຄົນທັງຫລາຍດູຖູກ, ຂົ່ມເຫັງ ແລະ ກ່າວຮ້າຍພວກເຈົ້າທັງຫລາຍດ້ວຍຄວາມບໍ່ຈິງທຸກຢ່າງເພາະເຫັນແກ່ເຮົາພວກເຈົ້າກໍເປັນສຸກ. 12ຈົ່ງຊື່ນຊົມຍິນດີ ແລະ ຈົ່ງຍິນດີ, ເພາະບຳເໜັດອັນຍິ່ງໃຫຍ່ຂອງພວກເຈົ້າຢູ່ໃນສະຫວັນ, ເພາະບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກພວກເຂົາຂົ່ມເຫັງຢ່າງດຽວກັນນີ້.
ເກືອ ແລະ ຄວາມສະຫວ່າງ
13“ພວກເຈົ້າທັງຫລາຍເປັນເກືອສຳລັບໂລກ. ແຕ່ຖ້າເກືອນັ້ນໝົດຄວາມເຄັມແລ້ວ, ຈະເຮັດໃຫ້ກັບຄືນມາເຄັມອີກໄດ້ຢ່າງໃດ? ມັນກໍບໍ່ມີປະໂຫຍດສຳລັບອັນໃດ, ນອກຈາກຈະຖືກຖິ້ມໄປ ແລະ ຖືກຢຽບຢູ່ໃຕ້ຕີນ.
14“ພວກເຈົ້າທັງຫລາຍເປັນແສງສະຫວ່າງສຳລັບໂລກນີ້. ເມືອງທີ່ຕັ້ງຢູ່ເທິງພູຈະເຊື່ອງໄວ້ບໍ່ໄດ້. 15ບໍ່ມີຜູ້ໃດເມື່ອໄຕ້ຕະກຽງແລ້ວຈະເອົາເຂົ້າໄວ້ໃນກະບຸງ. ແຕ່ພວກເຂົາຈະຕັ້ງໄວ້ເທິງຫລັກຕະກຽງເພື່ອໃຫ້ສ່ອງສະຫວ່າງແກ່ທຸກຄົນທີ່ຢູ່ໃນເຮືອນ. 16ໃນທຳນອງດຽວກັນ, ຈົ່ງໃຫ້ຄວາມສະຫວ່າງທີ່ຢູ່ໃນພວກເຈົ້ານັ້ນສ່ອງແຈ້ງຕໍ່ໜ້າຄົນທັງຫລາຍ ເພື່ອວ່າພວກເຂົາຈະເຫັນຄວາມດີທີ່ພວກເຈົ້າໄດ້ເຮັດ ແລະ ສັນລະເສີນພຣະບິດາເຈົ້າຂອງພວກເຈົ້າຜູ້ທີ່ສະຖິດຢູ່ໃນສະຫວັນ.
ກົດບັນຍັດສຳເລັດຄົບຖ້ວນ
17“ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫລື ໜັງສືຜູ້ທຳນວາຍ; ເຮົາບໍ່ໄດ້ມາລຶບລ້າງກົດບັນຍັດແຕ່ມາເພື່ອເຮັດໃຫ້ກົດບັນຍັດນັ້ນສຳເລັດຄົບຖ້ວນ. 18ເພາະເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຕາບໃດທີ່ສະຫວັນ ແລະ ແຜ່ນດິນໂລກຍັງຕັ້ງຢູ່ ແມ່ນແຕ່ໂຕອັກສອນທີ່ນ້ອຍທີ່ສຸດພຽງໂຕໜຶ່ງ ຫລື ຈຸດດຽວກໍຈະບໍ່ສູນຫາຍໄປຈາກໜັງສືກົດບັນຍັດ ຈົນກວ່າທຸກສິ່ງຈະສຳເລັດຄົບຖ້ວນ. 19ເຫດສະນັ້ນ ຖ້າຜູ້ໃດບໍ່ເຊື່ອຟັງບັນດາຄຳສັ່ງຂໍ້ເລັກນ້ອຍທີ່ສຸດ ແລະ ສອນຄົນອື່ນໃຫ້ເຮັດຕາມ, ຜູ້ນັ້ນຈະຖືກເອີ້ນວ່າເປັນຜູ້ເລັກນ້ອຍທີ່ສຸດໃນອານາຈັກສະຫວັນ, ສ່ວນຜູ້ທີ່ປະຕິບັດຕາມກົດບັດຍັດ ແລະ ສັ່ງສອນຄົນອື່ນໃຫ້ປະຕິບັດຕາມຄຳສັ່ງເຫລົ່ານີ້ຈະຖືກເອີ້ນວ່າເປັນຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ. 20ເພາະເຮົາບອກພວກເຈົ້າທັງຫລາຍວ່າຖ້າຄວາມຊອບທຳຂອງພວກເຈົ້າບໍ່ຫລາຍກວ່າຂອງພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດແລ້ວ, ພວກເຈົ້າຈະເຂົ້າໄປໃນອານາຈັກສະຫວັນບໍ່ໄດ້ຢ່າງແນ່ນອນ.
ຜູ້ຂ້າຄົນ
(ລກ 12:58,59)
21“ພວກເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນບູຮານວ່າ, ‘ຢ່າຂ້າຄົນ#5:21 ອພຍ 20:13 ແລະ ຖ້າຜູ້ໃດຂ້າຄົນຈະຕ້ອງຖືກຕັດສິນລົງໂທດ’. 22ແຕ່ເຮົາບອກພວກເຈົ້າວ່າ, ຖ້າຜູ້ໃດໃຈຮ້າຍໃຫ້ກັບອ້າຍ ຫລື ເອື້ອຍນ້ອງຂອງຕົນ#5:22 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ອ້າຍເອື້ອຍນ້ອງຂອງຕົນໂດຍບໍ່ມີເຫດຜົນ ຜູ້ນັ້ນຈະຖືກຕັດສິນລົງໂທດ. ຖ້າຜູ້ໃດເວົ້າດູຖູກ#5:22 ແປຕາມໂຕວ່າ “ຣາກາ” ເຊິ່ງເປັນຄຳສະແດງການດູຖູກໃນພາສາອາຣາມິກອ້າຍເອື້ອຍນ້ອງຂອງຕົນ ຜູ້ນັ້ນຈະຕ້ອງຖືກນຳຂຶ້ນສານ ແລະ ຖ້າຜູ້ໃດເວົ້າວ່າ, ‘ຄົນໂງ່ຈ້າ!’ ຜູ້ນັ້ນຈະຕ້ອງໄດ້ຮັບອັນຕະລາຍຈາກບຶງໄຟນະລົກ.
23“ດັ່ງນັ້ນ, ຖ້າເຈົ້າກຳລັງເອົາເຄື່ອງບູຊາມາຖວາຍທີ່ແທ່ນບູຊາ ແລະ ຄິດໄດ້ວ່າອ້າຍເອື້ອຍນ້ອງຂອງເຈົ້າມີຂໍ້ຂຸ້ນເຄືອງໃຈກັບເຈົ້າເພາະເລື່ອງໃດເລື່ອງໜຶ່ງ, 24ຈົ່ງປະເຄື່ອງຖວາຍຂອງເຈົ້າໄວ້ຕໍ່ໜ້າແທ່ນບູຊາແລ້ວກັບໄປຄືນດີກັນກັບອ້າຍເອື້ອຍນ້ອງຂອງຕົນກ່ອນ ແລ້ວຈຶ່ງກັບຄືນມາຖວາຍເຄື່ອງບູຊາຂອງເຈົ້າ.
25“ຈົ່ງຮີບປອງດອງກັບໂຈດຂອງເຈົ້າຜູ້ທີ່ກຳລັງນຳເຈົ້າໄປຂຶ້ນສານ. ຈົ່ງເຮັດໃນຂະນະທີ່ຍັງຢູ່ກາງທາງນຳກັນ, ໂຈດຂອງເຈົ້າອາດຈະມອບເຈົ້າໃຫ້ແກ່ຜູ້ພິພາກສາ ແລະ ຜູ້ພິພາກສາຈະມອບເຈົ້າໃຫ້ແກ່ເຈົ້າໜ້າທີ່, ແລ້ວເຈົ້າກໍຈະຖືກຂັງໄວ້ໃນຄຸກ. 26ເຮົາບອກເຈົ້າຕາມຄວາມຈິງວ່າ, ເຈົ້າຈະອອກມາບໍ່ໄດ້ຈົນກວ່າເຈົ້າຈະໃຊ້ໜີ້ຄົບທຸກອັດ.#5:26 ພາສາກຣີກວ່າ ໂຄແດນເທັດ
ການຫລິ້ນຊູ້
27“ພວກເຈົ້າທັງຫລາຍເຄີຍໄດ້ຍິນຄຳທີ່ກ່າວໄວ້ໃນພຣະຄຳພີວ່າ, ‘ຢ່າຫລິ້ນຊູ້’#5:27 ອພຍ 20:14 28ແຕ່ເຮົາບອກພວກເຈົ້າວ່າ, ຜູ້ໃດແນມເບິ່ງຍິງດ້ວຍຕັນຫາ ຜູ້ນັ້ນກໍໄດ້ຫລິ້ນຊູ້ໃນໃຈກັບນາງແລ້ວ. 29ຖ້າຕາເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບ, ຈົ່ງຄວັດຕານັ້ນອອກຖິ້ມເສຍ. ເຖິງວ່າຈະຕ້ອງເສຍອະໄວຍະວະສ່ວນໜຶ່ງຂອງຮ່າງກາຍໄປ ກໍຍັງດີກວ່າຮ່າງກາຍທັງໝົດຕ້ອງຖືກໂຍນລົງໃນນະລົກ. 30ແລະ ຖ້າມືເບື້ອງຂວາຂອງເຈົ້າເປັນຕົ້ນເຫດພາໃຫ້ເຈົ້າເຮັດບາບກໍຈົ່ງຕັດອອກ ແລະ ໂຍນຖິ້ມເສຍ. ເຖິງວ່າຈະຕ້ອງເສຍອະໄວຍະວະສ່ວນໜຶ່ງໃນຮ່າງກາຍໄປ ກໍຍັງດີກວ່າຮ່າງກາຍທັງໝົດລົງໄປໃນນະລົກ.
ການຢ່າຮ້າງ
31“ມີຄຳກ່າວໄວ້ວ່າ, ‘ຖ້າຜູ້ໃດທີ່ປະຮ້າງເມຍຂອງຕົນຈະຕ້ອງເຮັດໜັງສືຢັ້ງຢືນການຢ່າຮ້າງໃຫ້ນາງ’.#5:31 ພບຍ 24:1-4 32ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຖ້າຜູ້ໃດຢ່າຮ້າງເມຍຂອງຕົນໂດຍທີ່ນາງບໍ່ໄດ້ຫລິ້ນຊູ້ກັບຊາຍອື່ນ, ກໍເທົ່າກັບວ່າຜູ້ນັ້ນເຮັດໃຫ້ນາງກາຍເປັນຄົນຫລິ້ນຊູ້ ແລະ ຜູ້ໃດແຕ່ງງານກັບຍິງທີ່ຖືກຢ່າຮ້າງ ຜູ້ນັ້ນກໍຫລິ້ນຊູ້.
ການສາບານ
33“ອັນໜຶ່ງອີກ, ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ແກ່ຄົນໃນສະໄໝບູຮານວ່າ, ‘ຢ່າເຮັດຜິດຕໍ່ຄຳປະຕິຍານ ແຕ່ຈົ່ງເຮັດຕາມທີ່ຕົນໄດ້ປະຕິຍານຕໍ່ອົງພຣະຜູ້ເປັນເຈົ້າໄວ້ແລ້ວນັ້ນ’. 34ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຢ່າສາບານ ບໍ່ວ່າຈະສາບານໂດຍອ້າງເຖິງສະຫວັນ ເພາະສະຫວັນເປັນບັນລັງຂອງພຣະເຈົ້າ, 35ຫລື ໂດຍອ້າງເຖິງແຜ່ນດິນໂລກ ເພາະແຜ່ນດິນໂລກເປັນບ່ອນຮອງຕີນຂອງພຣະອົງ, ຫລື ໂດຍອ້າງເຖິງເຢຣູຊາເລັມ ເພາະເຢຣູຊາເລັມເປັນເມືອງຂອງກະສັດຜູ້ຍິ່ງໃຫຍ່. 36ແລະ ຢ່າສາບານໂດຍອ້າງເຖິງຫົວຂອງຕົນ, ເພາະພວກເຈົ້າເອງບໍ່ສາມາດເຮັດໃຫ້ຜົມກາຍເປັນສີຂາວ ຫລື ດຳໄດ້ແມ່ນແຕ່ເສັ້ນດຽວ. 37ທັງໝົດທີ່ພວກເຈົ້າຄວນເວົ້າກໍຄື: ‘ແມ່ນ’ ຫລື ‘ບໍ່ແມ່ນ’ ເທົ່ານັ້ນ, ຄຳເວົ້າທີ່ເກີນກວ່ານີ້ກໍມາຈາກມານຮ້າຍ.
ຕາຕໍ່ຕາ
38“ພວກເຈົ້າທັງຫລາຍກໍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ’.#5:38 ອພຍ 21:24; ລລວ 24:20; ພບຍ 19:21 39ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ຢ່າຕໍ່ສູ້ກັບຄົນຊົ່ວ. ຖ້າຜູ້ໃດຕົບແກ້ມເຈົ້າເບື້ອງຂວາ, ຈົ່ງປິ່ນແກ້ມອີກເບື້ອງໜຶ່ງໃຫ້ພວກເຂົາເຫມືອນກັນ. 40ແລະ ຖ້າມີຜູ້ໃດຕ້ອງການຟ້ອງເອົາເສື້ອຂອງເຈົ້າ, ຈົ່ງເອົາເສື້ອຄຸມຂອງເຈົ້າໃຫ້ແກ່ພວກເຂົາດ້ວຍ. 41ຖ້າມີຜູ້ໃດບັງຄັບໃຫ້ພວກເຈົ້າໄປໜຶ່ງກິໂລແມັດກໍຈົ່ງໄປກັບເຂົາສອງກິໂລແມັດ. 42ຈົ່ງໃຫ້ແກ່ຜູ້ທີ່ຂໍຈາກພວກເຈົ້າ ແລະ ຢ່າປິ່ນຫລັງໃສ່ຜູ້ທີ່ຕ້ອງການຈະຂໍຢືມຈາກພວກເຈົ້າ.
ຄວາມຮັກຕໍ່ສັດຕູ
43“ພວກເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວໄວ້ວ່າ, ‘ຈົ່ງຮັກເພື່ອນບ້ານ#5:43 ລລວ 19:18 ແລະ ກຽດຊັງສັດຕູ’. 44ແຕ່ເຮົາບອກພວກເຈົ້າວ່າ, ຈົ່ງຮັກສັດຕູຂອງພວກເຈົ້າ#5:44 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ສັດຕູຂອງເຈົ້າ ຈົ່ງອວຍພອນບັນດາຜູ້ທີ່ສາບແຊ່ງເຈົ້າ ຈົ່ງເຮັດດີຕໍ່ບັນດາຜູ້ທີ່ກຽດຊັງເຈົ້າ ແລະ ອະທິຖານເພື່ອບັນດາຜູ້ທີ່ຂົ່ມເຫັງພວກເຈົ້າ, 45ເພື່ອວ່າພວກເຈົ້າຈະໄດ້ເປັນລູກຂອງພຣະບິດາເຈົ້າໃນສະຫວັນ. ພຣະອົງໃຫ້ດວງຕາເວັນຂອງພຣະອົງຂຶ້ນແກ່ທັງຄົນຊົ່ວ ແລະ ຄົນດີ, ໃຫ້ຝົນຕົກໃສ່ທັງຄົນຊອບທຳ ແລະ ຄົນອະທຳ. 46ຖ້າພວກເຈົ້າຮັກແຕ່ຜູ້ທີ່ຮັກພວກເຈົ້າເທົ່ານັ້ນ ພວກເຈົ້າຈະໄດ້ບຳເໜັດຫຍັງ? ແມ່ນແຕ່ບັນດາຄົນເກັບພາສີກໍຍັງເຮັດຢ່າງນັ້ນບໍ່ແມ່ນບໍ? 47ແລະ ຖ້າພວກເຈົ້າຕ້ອນຮັບສະເພາະແຕ່ພວກພີ່ນ້ອງຂອງຕົນເທົ່ານັ້ນ ພວກເຈົ້າເຮັດຫຍັງດີຫລາຍກວ່າຄົນອື່ນແດ່? ແມ່ນແຕ່ຄົນທີ່ບໍ່ເຊື່ອພຣະເຈົ້າກໍເຮັດຢ່າງນັ້ນບໍ່ແມ່ນບໍ? 48ເຫດສະນັ້ນ, ພວກເຈົ້າທັງຫລາຍຈົ່ງເປັນຄົນດີທີ່ສຸດ ເໝືອນດັ່ງພຣະບິດາເຈົ້າຂອງພວກເຈົ້າໃນສະຫວັນເປັນຜູ້ດີທີ່ສຸດ.
اکنون انتخاب شده:
ມັດທາຍ 5: LCV
هایلایت
به اشتراک گذاشتن
کپی

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.