YouVersion Logo
Search Icon

ລູກາ 8

8
ຄຳອຸປະມາ​ເລື່ອງ​ຜູ້ຫວ່ານ
(ມທ 13:2-23; ມຣກ 4:1-20)
1ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ ບ້ານ​ຕ່າງໆ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ. ສາວົກ​ທັງ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ 2ພ້ອມ​ກັບ​ບັນດາ​ແມ່ຍິງ​ທີ່​ພຣະອົງ​ໄດ້​ຮັກສາ​ໃຫ້​ພົ້ນ​ຈາກ​ວິນຍານຊົ່ວຮ້າຍ ແລະ ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຄື: ມາຣີ (ຜູ້​ທີ່​ເອີ້ນ​ວ່າ​ຊາວ​ມັກດາລາ) ຜູ້​ທີ່​ພຣະອົງ​ຂັບໄລ່​ວິນຍານຊົ່ວຮ້າຍ​ເຈັດ​ໂຕ​ອອກ​ຈາກ​ນາງ, 3ໂຢຮັນນາ​ເມຍ​ຂອງ​ຈູຊາ ຜູ້​ທີ່​ເປັນ​ຜູ້ຈັດການ​ດູແລ​ໃນ​ເຮືອນ​ຂອງ​ເຮໂຣດ, ນາງ​ຊູຊັນນາ ແລະ ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ. ແມ່ຍິງ​ເຫລົ່ານີ້​ເຄີຍ​ບົວລະບັດ​ພວກເພິ່ນ​ດ້ວຍ​ຊັບສິນ​ຂອງ​ຕົນ​ເອງ.
4ໃນ​ຂະນະ​ທີ່​ປະຊາຊົນ​ຈຳນວນ​ຫລວງຫລາຍ​ມາ​ເຕົ້າໂຮມກັນ​ຢູ່ ແລະ ປະຊາຊົນ​ຈາກ​ເມືອງ​ນັ້ນ​ເມືອງ​ນີ້​ກຳລັງ​ພາກັນ​ມາ​ຫາ​ພຣະເຢຊູເຈົ້າ, ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ວ່າ: 5“ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ. ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ເມັດພືດ​ນັ້ນ​ກໍ​ຖືກ​ຢຽບຢໍ່າ ແລະ ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ. 6ບາງ​ເມັດ​ກໍ​ຕົກ​ໃສ່​ພື້ນດິນ​ທີ່​ມີ​ຫີນ ເມື່ອ​ມັນ​ງອກ​ຂຶ້ນ​ມາ​ກໍ​ຫ່ຽວແຫ້ງ​ໄປ​ເພາະ​ຂາດ​ຄວາມ​ຊຸ່ມ. 7ບາງເມັດ​ກໍ​ຕົກ​ໃສ່​ທ່າມກາງ​ຟຸ່ມໜາມ ເຊິ່ງ​ຕົ້ນໜາມ​ເຫລົ່ານີ້​ກໍ​ໃຫຍ່​ຂຶ້ນ ແລະ ຫຸ້ມຮັດ​ພືດ​ເຫລົ່ານັ້ນ. 8ຍັງ​ມີ​ບາງເມັດ​ທີ່​ຕົກໃສ່​ດິນ​ດີ. ພືດ​ກໍ​ງອກ​ຂຶ້ນ​ມາ​ແລ້ວ​ກໍ​ເກີດຜົນ​ຫລາຍ​ກວ່າ​ທີ່​ໄດ້​ຫວ່ານ​ຮ້ອຍ​ເທົ່າ”.
ເມື່ອ​ພຣະອົງ​ກ່າວ​ດັ່ງນີ້​ແລ້ວ​ກໍ​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ມີ​ຫູ, ກໍ​ຈົ່ງ​ຟັງ​ເອົາ”.
9ແລ້ວ​ພວກສາວົກ​ກໍ​ຖາມ​ພຣະອົງ​ເຖິງ​ຄວາມໝາຍ​ຂອງ​ຄຳອຸປະມາ​ນີ້. 10ພຣະອົງ​ກ່າວ​ວ່າ, “ສິ່ງ​ເລິກລັບ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ໃຫ້​ພວກເຈົ້າ​ຮູ້ ແຕ່​ສຳລັບ​ຄົນ​ອື່ນ​ນັ້ນ​ເຮົາ​ໄດ້​ກ່າວ​ເປັນ​ຄຳອຸປະມາ ເພື່ອ​ວ່າ,
“‘ເຖິງ​ແມ່ນ​ວ່າ​ພວກເຂົາ​ເບິ່ງ, ພວກເຂົາ​ກໍ​ບໍ່​ເຫັນ
ເຖິງ​ແມ່ນ​ວ່າ​ພວກເຂົາ​ຟັງ, ພວກເຂົາ​ກໍ​ບໍ່​ເຂົ້າໃຈ’.#8:10 ອຊຢ 6:9
11“ຄວາມໝາຍ​ຂອງ​ຄຳອຸປະມາ​ກໍ​ຄື ເມັດພືດ​ທີ່​ຫວ່ານ​ນັ້ນ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ, 12ເມັດພືດ​ທີ່​ຕົກ​ໃສ່​ຕາມ​ທາງ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ມານຮ້າຍ​ກໍ​ມາ​ເອົາ​ພຣະຄຳ​ໄປ​ຈາກ​ໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ ແລະ ໄດ້​ພົ້ນ. 13ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ. 14ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ​ຄື​ຜູ້​ທີ່​ໄດ້​ຍິນ ແຕ່​ໃນ​ຂະນະ​ທີ່​ພວກເຂົາ​ດຳເນີນຊີວິດ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ​ນັ້ນ ພວກເຂົາ​ກໍ​ຖືກ​ຄວາມກັງວົນ​ໃນ​ຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານ​ເຂົ້າ​ມາ​ຫຸ້ມຮັດ​ພວກເຂົາ​ໄວ້ ພວກເຂົາ​ຈຶ່ງ​ບໍ່​ເປັນ​ຜູ້ໃຫຍ່. 15ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ​ຄື​ບັນດາ​ຜູ້​ທີ່​ມີ​ຈິດໃຈ​ດີ ແລະ ສູງສົ່ງ, ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແລ້ວ​ຮັບໄວ້ ແລະ ດ້ວຍ​ຄວາມອົດທົນ​ຈຶ່ງ​ເກີດຜົນ​ໄດ້.
ຄຳອຸປະມາ​ເລື່ອງ​ຕະກຽງ​ເທິງ​ຫລັກຕະກຽງ
16“ບໍ່​ມີ​ຜູ້ໃດ​ເມື່ອ​ໄຕ້​ຕະກຽງ​ແລ້ວ​ຈະ​ເອົາ​ເຂົ້າ​ໄວ້​ໃນ​ໄຫ ຫລື ວາງ​ໄວ້​ກ້ອງ​ຕຽງນອນ. ແຕ່​ຈະ​ຕັ້ງ​ໄວ້​ເທິງ​ຫລັກຕະກຽງ​ເພື່ອ​ວ່າ​ຄົນ​ທັງຫລາຍ​ທີ່​ເຂົ້າ​ມາ​ຈະ​ໄດ້​ເຫັນ​ແສງສະຫວ່າງ. 17ເພາະ​ບໍ່​ມີ​ສິ່ງໃດ​ທີ່​ເຊື່ອງ​ໄວ້​ແລ້ວ​ຈະ​ບໍ່​ຖືກ​ເປີດເຜີຍ ແລະ ບໍ່​ມີ​ສິ່ງໃດ​ທີ່​ປິດບັງ​ໄວ້​ແລ້ວ​ຈະ​ບໍ່​ຮູ້ ຫລື ບໍ່​ຖືກ​ນຳ​ອອກ​ມາ​ເປີດເຜີຍ. 18ເຫດສະນັ້ນ ຈົ່ງ​ພິຈາລະນາ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຟັງ​ໃຫ້​ດີ. ດ້ວຍ​ວ່າ​ຜູ້ໃດ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມ​ຂຶ້ນ​ອີກ; ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ຄິດ​ວ່າ​ພວກເຂົາ​ມີ​ຢູ່​ນັ້ນ​ກໍ​ຈະ​ຖືກ​ເອົາ​ໄປ​ຈາກ​ພວກເຂົາ”.
ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ
(ມທ 12:46-50; ມຣກ 3:31-35)
19ໃນ​ຂະນະ​ນັ້ນ ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ​ໄດ້​ມາ​ຫາ​ພຣະອົງ, ແຕ່​ບໍ່​ສາມາດ​ເຂົ້າ​ໃກ້​ພຣະອົງ​ໄດ້​ເພາະ​ຄົນ​ໜາແໜ້ນ​ຫລາຍ. 20ມີ​ບາງຄົນ​ໄດ້​ບອກ​ພຣະອົງ​ວ່າ, “ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ທ່ານ​ຢືນ​ຢູ່​ທາງນອກ​ຕ້ອງການ​ພົບ​ທ່ານ”.
21ພຣະອົງ​ຕອບ​ວ່າ, “ແມ່ ແລະ ພວກ​ນ້ອງຊາຍ​ຂອງ​ເຮົາ​ຄື​ບັນດາ​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ນຳ​ໄປ​ປະຕິບັດ”.
ພຣະເຢຊູເຈົ້າ​ຫ້າມ​ລົມພະຍຸ
(ມທ 8:23-27; ມຣກ 4:36-41)
22ວັນ​ໜຶ່ງ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາກັນ​ຂີ່​ເຮືອ​ອອກ​ໄປ. 23ໃນ​ຂະນະ​ທີ່​ພວກເພິ່ນ​ຂີ່​ເຮືອ​ຂ້າມ​ໄປ​ນັ້ນ ພຣະເຢຊູເຈົ້າ​ໄດ້​ນອນຫລັບ. ເກີດ​ມີ​ລົມພະຍຸ​ຮຸນແຮງ​ພັດ​ລົງ​ມາ​ກາງ​ທະເລສາບ ຈົນ​ຄື້ນນໍ້າ​ຊັດ​ເຂົ້າ​ເຮືອ ແລະ ພວກເພິ່ນ​ກໍ​ຕົກ​ຢູ່​ໃນ​ອັນຕະລາຍ​ຢ່າງ​ໃຫຍ່.
24ພວກສາວົກ​ຈຶ່ງ​ໄປ​ຫາ ແລະ ປຸກ​ພຣະອົງ ໂດຍ​ເວົ້າ​ວ່າ, “ນາຍ, ນາຍ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນ້ຳ​ແລ້ວ!”
ພຣະອົງ​ກໍ​ລຸກຂຶ້ນ​ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ, ລົມພະຍຸ​ກໍ​ຢຸດ​ສະຫງົບ​ລົງ​ທັນທີ ແລະ ທຸກ​ຢ່າງ​ກໍ​ມິດ​ງຽບສະຫງົບ. 25ພຣະອົງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຄວາມເຊື່ອ​ຂອງ​ພວກເຈົ້າ​ຢູ່​ໃສ?”
ພວກເພິ່ນ​ຢ້ານ ແລະ ປະຫລາດໃຈ​ຈຶ່ງ​ຖາມ​ກັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ​ນໍ? ແມ່ນແຕ່​ລົມພະຍຸ ແລະ ຄື້ນທະເລ​ກໍ​ຍັງ​ຍອມ​ເຊື່ອຟັງ​ຄຳສັ່ງ​ຂອງ​ເພິ່ນ”.
ພຣະເຢຊູເຈົ້າ​ຮັກສາ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ເຂົ້າ​ສິງ
(ມທ 8:28-34; ມຣກ 5:1-20)
26ເມື່ອ​ພວກເພິ່ນ​ຂີ່​ເຮືອ​ມາ​ເຖິງ​ເຂດແດນ​ເຄຣາເຊນ,#8:26 ຫລື ກາດາຣາ ເຊັ່ນ​ດຽວ​ກັບ​ຂໍ້ 37 ເຊິ່ງ​ຢູ່​ຄົນ​ລະ​ຟາກ​ກັບ​ຄາລີເລ. 27ເມື່ອ​ພຣະເຢຊູເຈົ້າ​ກ້າວ​ຂຶ້ນ​ໄປ​ເທິງ​ຝັ່ງ, ພຣະອົງ​ກໍ​ພົບ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ນັ້ນ​ທີ່​ຖືກ​ຜີມານຮ້າຍ​ຫລາຍ​ໂຕ​ເຂົ້າ​ສິງ​ຢູ່. ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຊາຍ​ຄົນ​ນີ້​ບໍ່​ໄດ້​ນຸ່ງເຄື່ອງ ແລະ ບໍ່​ໄດ້​ຢູ່​ໃນ​ເຮືອນ ແຕ່​ອາໄສ​ຢູ່​ຕາມ​ອຸບມຸງ​ຝັງສົບ. 28ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ, ລາວ​ກໍ​ຮ້ອງ​ຂຶ້ນ ແລະ ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ​ແລ້ວ​ຮ້ອງ​ສຸດ​ສຽງ​ວ່າ, “ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພຣະອົງ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ຢ່າ​ທໍລະມານ​ຂ້ານ້ອຍ​ເລີຍ!” 29ເພາະວ່າ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ວິນຍານສົກກະປົກ​ໃຫ້​ອອກ​ມາ​ຈາກ​ຊາຍ​ຄົນ​ນີ້. ວິນຍານສົກກະປົກ​ໄດ້​ສິງ​ລາວ​ຫລາຍ​ເທື່ອ​ແລ້ວ ເຖິງ​ວ່າ​ເອົາ​ໂສ້​ລ່າມ​ມື​ລ່າມ​ຕີນ​ຂອງ​ມັນ ແລະ ຈັດ​ຄົນເຝົ້າຍາມ, ມັນ​ກໍ​ຫັກ​ໂສ້​ຖິ້ມ ແລະ ຜີມານຮ້າຍ​ໄດ້​ບີບບັງຄັບ​ລາວ​ໃຫ້​ອອກ​ໄປ​ຢູ່​ໃນ​ບ່ອນ​ທີ່​ປ່ຽວ.
30ພຣະເຢຊູເຈົ້າ​ໄດ້​ຖາມ​ມັນ​ວ່າ, “ມຶງ​ຊື່​ຫຍັງ?”
ມັນ​ຕອບ​ວ່າ, “ຊື່​ກອງທັບ”, ເພາະ​ມີ​ຜີມານຮ້າຍ​ຫລາຍ​ໂຕ​ສິງ​ຢູ່​ໃນ​ລາວ. 31ແລະ ພວກມັນ​ຈຶ່ງ​ອ້ອນວອນຂໍ​ພຣະອົງ​ບໍ່​ໃຫ້​ສັ່ງ​ພວກມັນ​ກັບ​ໄປ​ໃນ​ເຫວເລິກ.
32ຢູ່​ທີ່​ນັ້ນ​ມີ​ໝູ​ຝູງ​ໃຫຍ່​ກຳລັງ​ຫາ​ກິນ​ຢູ່​ຕາມ​ເນີນພູ, ພວກຜີມານຮ້າຍ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ອະນຸຍາດ​ໃຫ້​ພວກມັນ​ໄປ​ສິງ​ຢູ່​ໃນ​ຝູງ​ໝູ ແລະ ພຣະອົງ​ກໍ​ອະນຸຍາດ. 33ແລ້ວ​ພວກ​ຜີມານຮ້າຍ​ຈຶ່ງ​ອອກ​ຈາກ​ຊາຍ​ຄົນ​ນັ້ນ​ເຂົ້າ​ໄປ​ສິງ​ໃນ​ໝູ ແລ້ວ​ໝູ​ທັງ​ຝູງ​ກໍ​ຟ້າວ​ແລ່ນ​ລົງ​ຕະລິ່ງຊັນ​ໂຕນ​ລົງ​ທະເລສາບ​ຈົມນ້ຳ​ຕາຍ​ໝົດ.
34ເມື່ອ​ບັນດາ​ຄົນລ້ຽງໝູ​ເຫັນ​ສິ່ງ​ທີ່​ເກີດຂຶ້ນ, ພວກເຂົາ​ກໍ​ແລ່ນ​ໜີ ແລະ ໄປ​ເລົ່າ​ເລື່ອງ​ນີ້​ຢູ່​ໃນ​ເມືອງ ແລະ ຢູ່​ນອກ​ເມືອງ, 35ແລ້ວ​ປະຊາຊົນ​ກໍ​ອອກ​ມາ​ເບິ່ງ​ວ່າ​ເກີດ​ຫຍັງ​ຂຶ້ນ. ເມື່ອ​ພວກເຂົາ​ມາ​ຫາ​ພຣະເຢຊູເຈົ້າ​ກໍ​ພົບ​ວ່າ​ຜີມານຮ້າຍ​ໄດ້​ອອກ​ຈາກ​ຊາຍ​ຄົນ​ນັ້ນ​ໄປ​ແລ້ວ, ລາວ​ນັ່ງ​ຢູ່​ໃກ້​ຕີນ​ຂອງ​ພຣະເຢຊູເຈົ້າ, ນຸ່ງ​ເສື້ອຜ້າ ແລະ ມີ​ສະຕິ​ດີ ພວກເຂົາ​ຈຶ່ງ​ຢ້ານ. 36ບັນດາ​ຜູ້​ທີ່​ໄດ້​ເຫັນ​ເຫດການ​ກໍ​ໄດ້​ເລົ່າ​ໃຫ້​ປະຊາຊົນ​ຟັງ​ວ່າ​ຊາຍ​ທີ່​ຖືກ​ຜີມານຮ້າຍ​ສິງ​ໄດ້​ຫາຍດີ​ເປັນ​ປົກກະຕິ​ໄດ້​ຢ່າງໃດ. 37ຊາວ​ເມືອງ​ເຄຣາເຊນ ແລະ ຄົນ​ທັງໝົດ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໄປ​ຈາກ​ພວກເຂົາ, ເພາະ​ພວກເຂົາ​ຢ້ານ​ຫລາຍ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າໄປ​ໃນ​ເຮືອ ແລະ ຈາກ​ໄປ.
38ຊາຍ​ຄົນ​ທີ່​ຜີມານຮ້າຍ​ໄດ້​ອອກ​ໄປ​ຈາກ​ລາວ​ແລ້ວ​ນັ້ນ​ໄດ້​ຂໍ​ໄປ​ກັບ​ພຣະອົງ, ແຕ່​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ກັບ​ຄືນ​ໄປ ແລະ ສັ່ງ​ວ່າ, 39“ຈົ່ງ​ກັບ​ຄືນ​ເຮືອນ ແລະ ບອກ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ເຈົ້າ”. ແລ້ວ​ຊາຍ​ຄົນ​ນັ້ນ​ຈຶ່ງ​ກັບ​ໄປ ແລະ ບອກ​ໃຫ້​ຄົນ​ທົ່ວ​ທັງ​ເມືອງ​ຟັງ​ເຖິງ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ກະທຳ​ເພື່ອ​ລາວ.
ພຣະເຢຊູເຈົ້າ​ເຮັດ​ໃຫ້​ເດັກ​ຍິງ​ທີ່​ຕາຍ​ແລ້ວ​ຄືນ​ມາ ແລະ ຮັກສາ​ຍິງ​ທີ່​ເຈັບປ່ວຍ
(ມທ 9:18-26; ມຣກ 5:22-43)
40ເມື່ອ​ພຣະເຢຊູເຈົ້າ​ໄດ້​ຂ້າມ​ຟາກ​ກັບ​ມາ​ແລ້ວ, ປະຊາຊົນ​ກໍ​ພາກັນ​ຕ້ອນຮັບ​ພຣະອົງ​ເພາະ​ພວກເຂົາ​ກຳລັງ​ຄອຍຖ້າ​ພຣະອົງ​ຢູ່. 41ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ຢາອີໂຣ​ທີ່​ເປັນ​ຫົວໜ້າ​ທຳມະສາລາ​ໄດ້​ມາ​ໝູບ​ລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ ອ້ອນວອນຂໍ​ໃຫ້​ພຣະອົງ​ໄປ​ທີ່​ເຮືອນ​ຂອງ​ຕົນ 42ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ປະມານ​ສິບສອງ​ປີ ກຳລັງ​ໃກ້​ຈະ​ຕາຍ.
ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ມາ​ບຸບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ​ຫລາຍ. 43ໃນ​ທີ່​ນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ຊຳເຮື້ອ​ມາ​ໄດ້​ສິບສອງ​ປີ#8:43 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ ສິບສອງ​ປີ ແລະ ນາງ​ເສຍ​ເງິນ​ຫາ​ໝໍ​ມາ​ຫລາຍ​ຄົນ​ຈົນ​ໝົດ​ໂຕ​ແລ້ວ ແຕ່​ບໍ່​ມີ​ຄົນໃດ​ສາມາດ​ຮັກສາ​ນາງ​ໃຫ້​ຫາຍດີ​ໄດ້. 44ນາງ​ຈຶ່ງ​ຫຍັບ​ເຂົ້າ​ມາ​ທາງ​ຫລັງ​ພຣະອົງ ແລະ ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ, ໃນທັນໃດ​ນັ້ນ​ເລືອດ​ຂອງ​ນາງ​ກໍ​ຢຸດ​ໄຫລ​ທັນທີ.
45ພຣະເຢຊູເຈົ້າ​ຖາມ​ວ່າ, “ແມ່ນ​ຜູ້ໃດ​ໄດ້​ບາຍ​ເຮົາ?”
ຄົນ​ທັງປວງ​ຕ່າງ​ກໍ​ປະຕິເສດ. ເປໂຕ​ຈຶ່ງ​ຕອບ​ວ່າ, “ນາຍ​ເອີຍ, ກໍ​ແມ່ນ​ປະຊາຊົນ​ທີ່​ກຳລັງ​ຫຸ້ມ ແລະ ບຸບຽດ​ທ່ານ”.
46ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ຜູ້​ໜຶ່ງ​ໄດ້​ບາຍ​ເຮົາ, ເຮົາ​ຮູ້ສຶກ​ວ່າ​ລິດເດດ​ໄດ້​ຜ່ານ​ອອກ​ຈາກ​ໂຕ​ເຮົາ”.
47ຝ່າຍ​ຍິງ​ຄົນ​ນັ້ນ​ເຫັນ​ວ່າ​ບໍ່​ອາດ​ຈະ​ເຊື່ອງ​ໂຕ​ໄດ້​ແລ້ວ ກໍ​ຢ້ານ​ຈົນ​ໂຕສັ່ນ ແລະ ເຂົ້າ​ມາ​ໝອບ​ລົງ​ທີ່​ຕີນ​ຂອງ​ພຣະອົງ. ນາງ​ເວົ້າ​ກັບ​ພຣະອົງ​ຕໍ່ໜ້າ​ຄົນ​ທັງປວງ​ເຖິງ​ສາເຫດ​ທີ່​ໄດ້​ບາຍ​ພຣະອົງ ແລະ ທີ່​ຕົນ​ດີພະຍາດ​ທັນທີ. 48ພຣະອົງ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ”.
49ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່​ນັ້ນ ກໍ​ມີ​ຄົນ​ມາ​ຈາກ​ເຮືອນ​ຂອງ​ຢາອີໂຣ ຫົວໜ້າ​ທຳມະສາລາ. ລາວ​ບອກ​ວ່າ, “ລູກສາວ​ຂອງ​ທ່ານ​ຕາຍ​ແລ້ວ. ຢ່າ​ລົບກວນ​ອາຈານ​ເລີຍ”.
50ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ກໍ​ກ່າວ​ກັບ​ລາວ​ວ່າ, “ຢ່າ​ຢ້ານ​ເລີຍ ຈົ່ງ​ເຊື່ອ​ເທົ່ານັ້ນ ແລ້ວ​ນາງ​ກໍ​ຈະ​ຫາຍດີ”.
51ເມື່ອ​ພຣະອົງ​ມາ​ເຖິງ​ເຮືອນ​ຂອງ​ຢາອີໂຣ, ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ເຂົ້າ​ໄປ​ທາງ​ໃນ​ກັບ​ພຣະອົງ​ຍົກເວັ້ນ​ເປໂຕ, ຢາໂກໂບ, ໂຢຮັນ ແລະ ພໍ່​ແມ່​ຂອງ​ເດັກນ້ອຍ​ເທົ່ານັ້ນ. 52ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ທັງຫລາຍ​ກໍ​ກຳລັງ​ຮ້ອງໄຫ້ ແລະ ໄວ້ທຸກ​ໃຫ້​ແກ່​ນາງ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢຸດ​ຮ້ອງໄຫ້​ສາ, ລາວ​ຍັງ​ບໍ່​ຕາຍ​ພຽງ​ແຕ່​ນອນຫລັບ​ຢູ່”.
53ແລ້ວ​ພວກເຂົາ​ກໍ​ພາກັນ​ຫົວຂວັນ​ພຣະອົງ ເພາະ​ຮູ້​ວ່າ​ນາງ​ຕາຍ​ແລ້ວ. 54ແຕ່​ພຣະເຢຊູເຈົ້າ​ຈັບ​ມື​ເດັກນ້ອຍ​ນັ້ນ ແລະ ກ່າວ​ວ່າ, “ລູກ​ຂອງ​ເຮົາ​ເອີຍ, ຈົ່ງ​ລຸກຂຶ້ນ!” 55ແລ້ວ​ຈິດວິນຍານ​ຂອງ​ນາງ​ກໍ​ກັບ​ຄືນ​ມາ, ໃນທັນໃດ​ນັ້ນ​ນາງ​ກໍ​ລຸກຂຶ້ນ​ຢືນ. ແລ້ວ​ພຣະເຢຊູເຈົ້າ​ກໍ​ສັ່ງ​ໃຫ້​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ. 56ພໍ່​ແມ່​ຂອງ​ເດັກນ້ອຍ​ນັ້ນ​ຕ່າງ​ກໍ​ປະຫລາດໃຈ​ຫລາຍ ແຕ່​ພຣະອົງ​ສັ່ງ​ພວກເຂົາ​ບໍ່​ໃຫ້​ບອກ​ຜູ້ໃດ​ເຖິງ​ເຫດການ​ທີ່​ເກີດ​ຂຶ້ນ​ນີ້.

Currently Selected:

ລູກາ 8: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in