1
ລູກາ 8:15
ພຣະຄຳພີລາວສະບັບສະໄໝໃໝ່
ສ່ວນເມັດພືດທີ່ຕົກໃສ່ດິນດີນັ້ນຄືບັນດາຜູ້ທີ່ມີຈິດໃຈດີ ແລະ ສູງສົ່ງ, ຜູ້ທີ່ໄດ້ຍິນພຣະຄຳແລ້ວຮັບໄວ້ ແລະ ດ້ວຍຄວາມອົດທົນຈຶ່ງເກີດຜົນໄດ້.
Compare
Explore ລູກາ 8:15
2
ລູກາ 8:14
ເມັດພືດທີ່ຕົກກາງຟຸ່ມໜາມຄືຜູ້ທີ່ໄດ້ຍິນ ແຕ່ໃນຂະນະທີ່ພວກເຂົາດຳເນີນຊີວິດໄປຕາມທາງຂອງພວກເຂົາເອງນັ້ນ ພວກເຂົາກໍຖືກຄວາມກັງວົນໃນຊີວິດ, ຄວາມຮັ່ງມີ ແລະ ຄວາມສະໜຸກສະໜານເຂົ້າມາຫຸ້ມຮັດພວກເຂົາໄວ້ ພວກເຂົາຈຶ່ງບໍ່ເປັນຜູ້ໃຫຍ່.
Explore ລູກາ 8:14
3
ລູກາ 8:13
ເມັດພືດທີ່ຕົກໃສ່ເທິງພື້ນຫີນຄືຜູ້ທີ່ໄດ້ຍິນ ແລ້ວຮັບເອົາພຣະຄຳດ້ວຍຄວາມຍິນດີ, ແຕ່ພວກເຂົາບໍ່ມີຮາກ. ພວກເຂົາເຊື່ອຢູ່ພຽງຊົ່ວໄລຍະໜຶ່ງ, ແຕ່ເມື່ອພວກເຂົາຖືກທົດລອງພວກເຂົາກໍລົ້ມເລີກໄປ.
Explore ລູກາ 8:13
4
ລູກາ 8:25
ພຣະອົງຖາມພວກສາວົກຂອງພຣະອົງວ່າ, “ຄວາມເຊື່ອຂອງພວກເຈົ້າຢູ່ໃສ?” ພວກເພິ່ນຢ້ານ ແລະ ປະຫລາດໃຈຈຶ່ງຖາມກັນວ່າ, “ທ່ານຜູ້ນີ້ເປັນຜູ້ໃດນໍ? ແມ່ນແຕ່ລົມພະຍຸ ແລະ ຄື້ນທະເລກໍຍັງຍອມເຊື່ອຟັງຄຳສັ່ງຂອງເພິ່ນ”.
Explore ລູກາ 8:25
5
ລູກາ 8:12
ເມັດພືດທີ່ຕົກໃສ່ຕາມທາງຄືຜູ້ທີ່ໄດ້ຍິນ ແລ້ວມານຮ້າຍກໍມາເອົາພຣະຄຳໄປຈາກໃຈຂອງພວກເຂົາ ເພື່ອບໍ່ໃຫ້ພວກເຂົາເຊື່ອ ແລະ ໄດ້ພົ້ນ.
Explore ລູກາ 8:12
6
ລູກາ 8:17
ເພາະບໍ່ມີສິ່ງໃດທີ່ເຊື່ອງໄວ້ແລ້ວຈະບໍ່ຖືກເປີດເຜີຍ ແລະ ບໍ່ມີສິ່ງໃດທີ່ປິດບັງໄວ້ແລ້ວຈະບໍ່ຮູ້ ຫລື ບໍ່ຖືກນຳອອກມາເປີດເຜີຍ.
Explore ລູກາ 8:17
7
ລູກາ 8:47-48
ຝ່າຍຍິງຄົນນັ້ນເຫັນວ່າບໍ່ອາດຈະເຊື່ອງໂຕໄດ້ແລ້ວ ກໍຢ້ານຈົນໂຕສັ່ນ ແລະ ເຂົ້າມາໝອບລົງທີ່ຕີນຂອງພຣະອົງ. ນາງເວົ້າກັບພຣະອົງຕໍ່ໜ້າຄົນທັງປວງເຖິງສາເຫດທີ່ໄດ້ບາຍພຣະອົງ ແລະ ທີ່ຕົນດີພະຍາດທັນທີ. ພຣະອົງຈຶ່ງກ່າວກັບນາງວ່າ, “ລູກຍິງ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ. ຈົ່ງກັບໄປດ້ວຍສັນຕິສຸກ”.
Explore ລູກາ 8:47-48
8
ລູກາ 8:24
ພວກສາວົກຈຶ່ງໄປຫາ ແລະ ປຸກພຣະອົງ ໂດຍເວົ້າວ່າ, “ນາຍ, ນາຍເອີຍ, ພວກຂ້ານ້ອຍກຳລັງຈະຈົມນ້ຳແລ້ວ!” ພຣະອົງກໍລຸກຂຶ້ນສັ່ງຫ້າມລົມພະຍຸ ແລະ ຄື້ນທະເລ, ລົມພະຍຸກໍຢຸດສະຫງົບລົງທັນທີ ແລະ ທຸກຢ່າງກໍມິດງຽບສະຫງົບ.
Explore ລູກາ 8:24
Home
Bible
Plans
Videos