YouVersion Logo
Search Icon

Popular Bible Verses from ລູກາ 7

ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ມາ​ຫາ​ພຣະອົງ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ ແລະ ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ. ເພາະວ່າ​ຂ້ານ້ອຍ​ເອງ​ມີ​ທັງ​ຜູ້​ບັງຄັບບັນຊາ ແລະ ມີ​ທະຫານ​ທີ່​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ. ຂ້ານ້ອຍ​ສັ່ງ​ຄົນ​ນີ້​ວ່າ, ‘ໄປ’ ແລ້ວ​ລາວ​ກໍ​ໄປ, ສັ່ງ​ຄົນ​ນັ້ນ​ວ່າ, ‘ມາ’ ແລ້ວ​ລາວ​ກໍ​ມາ, ຂ້ານ້ອຍ​ສັ່ງ​ຄົນຮັບໃຊ້​ວ່າ, ‘ຈົ່ງ​ເຮັດ​ສິ່ງ​ນີ້’ ແລ້ວ​ລາວ​ກໍ​ເຮັດ​ຕາມ”. ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ ພຣະອົງ​ກໍ​ປະຫລາດໃຈ​ໃນ​ລາວ ແລ້ວ​ຫັນ​ມາ​ກ່າວ​ກັບ​ປະຊາຊົນ​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ວ່າ​ເຮົາ​ບໍ່​ເຄີຍ​ພົບ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້​ແມ່ນແຕ່​ໃນ​ອິດສະຣາເອນ”.

Free Reading Plans and Devotionals related to ລູກາ 7