YouVersion Logo
Search Icon

ລູກາ 7:21-22

ລູກາ 7:21-22 LCV

ໃນ​ເວລາ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເປັນ​ພະຍາດ​ຕ່າງໆ, ຄົນເຈັບປ່ວຍ ແລະ ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ ແລະ ເຮັດ​ໃຫ້​ຄົນຕາບອດ​ຫລາຍ​ຄົນ​ເບິ່ງເຫັນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ສອງ​ຄົນ​ນັ້ນ​ວ່າ, “ຈົ່ງ​ກັບ​ໄປ​ລາຍງານ​ຕໍ່​ໂຢຮັນ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຄື: ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ໄດ້​ປະກາດ​ແກ່​ຄົນຍາກຈົນ.