ລູກາ 7
7
ຄວາມເຊື່ອຂອງນາຍຮ້ອຍ
(ມທ 8:5-13)
1ເມື່ອພຣະເຢຊູເຈົ້າກ່າວສິ່ງເຫລົ່ານີ້ໃຫ້ປະຊາຊົນຟັງຈົນຈົບແລ້ວ, ພຣະອົງກໍເຂົ້າໄປໃນເມືອງກາເປນາອູມ. 2ຢູ່ທີ່ນັ້ນມີຄົນຮັບໃຊ້ຂອງນາຍຮ້ອຍຄົນໜຶ່ງ, ເຊິ່ງນາຍຮັກຫລາຍ, ລາວປ່ວຍໜັກ ແລະ ໃກ້ຈະຕາຍ. 3ເມື່ອນາຍຮ້ອຍໄດ້ຍິນເຖິງເລື່ອງຂອງພຣະເຢຊູເຈົ້າແລ້ວ ເພິ່ນຈຶ່ງໄດ້ໃຊ້ພວກເຖົ້າແກ່ບາງຄົນຂອງພວກຢິວໄປເຊີນພຣະເຢຊູເຈົ້າໃຫ້ມາຮັກສາຄົນຮັບໃຊ້ຂອງເພິ່ນ. 4ເມື່ອພວກເຂົາມາຮອດພຣະເຢຊູເຈົ້າແລ້ວ ພວກເຂົາກໍຮ້ອງຂໍພຣະເຢຊູເຈົ້າດ້ວຍໃຈຮ້ອນຮົນວ່າ, “ນາຍຮ້ອຍຄົນນີ້ເປັນຄົນທີ່ພຣະອົງສົມຄວນຈະໄປຊ່ວຍແທ້, 5ເພາະເພິ່ນຮັກຊົນຊາດຂອງພວກເຮົາ ແລະ ໄດ້ສ້າງທຳມະສາລາໃຫ້ພວກເຮົາ”. 6ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງໄປກັບພວກເຂົາ.
ເມື່ອພຣະອົງມາໃກ້ຈະຮອດເຮືອນນັ້ນແລ້ວ, ນາຍຮ້ອຍໄດ້ໃຊ້ບັນດາໝູ່ມາເວົ້າກັບພຣະເຢຊູເຈົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າໃຫ້ເປັນການລຳບາກພຣະອົງເລີຍ, ເພາະຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນລຸ່ມຫລັງຄາເຮືອນຂອງຂ້ານ້ອຍ. 7ດ້ວຍເຫດນີ້ ຂ້ານ້ອຍຈຶ່ງຄິດວ່າຕົນເອງບໍ່ສົມຄວນແມ່ນແຕ່ຈະມາຫາພຣະອົງ. ຂໍພຽງແຕ່ພຣະອົງກ່າວເທົ່ານັ້ນ ແລະ ຄົນຮັບໃຊ້ຂອງຂ້ານ້ອຍກໍຈະຫາຍດີ. 8ເພາະວ່າຂ້ານ້ອຍເອງມີທັງຜູ້ບັງຄັບບັນຊາ ແລະ ມີທະຫານທີ່ຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ. ຂ້ານ້ອຍສັ່ງຄົນນີ້ວ່າ, ‘ໄປ’ ແລ້ວລາວກໍໄປ, ສັ່ງຄົນນັ້ນວ່າ, ‘ມາ’ ແລ້ວລາວກໍມາ, ຂ້ານ້ອຍສັ່ງຄົນຮັບໃຊ້ວ່າ, ‘ຈົ່ງເຮັດສິ່ງນີ້’ ແລ້ວລາວກໍເຮັດຕາມ”.
9ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນັ້ນ ພຣະອົງກໍປະຫລາດໃຈໃນລາວ ແລ້ວຫັນມາກ່າວກັບປະຊາຊົນທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າວ່າເຮົາບໍ່ເຄີຍພົບຄວາມເຊື່ອໃຫຍ່ເທົ່ານີ້ແມ່ນແຕ່ໃນອິດສະຣາເອນ”. 10ແລ້ວຄົນເຫລົ່ານັ້ນທີ່ຖືກໃຊ້ມາກໍກັບຄືນໄປເຮືອນ ແລະ ພົບວ່າຄົນຮັບໃຊ້ຜູ້ນັ້ນຫາຍດີແລ້ວ.
ພຣະເຢຊູເຈົ້າເຮັດໃຫ້ລູກຊາຍຂອງແມ່ໝ້າຍເປັນຄືນມາຈາກຕາຍ
(1ກສ 17:17-24; 2ກສ 4:32-37; ມຣກ 5:21-24,35-43; ຢຮ 11:1-44)
11ຫລັງຈາກນັ້ນບໍ່ດົນ, ພຣະເຢຊູເຈົ້າໄດ້ໄປໃນເມືອງໜຶ່ງຊື່ວ່ານາອິນ, ພວກສາວົກ ແລະ ປະຊາຊົນຈຳນວນຫລວງຫລາຍໄດ້ຕິດຕາມພຣະອົງໄປ. 12ເມື່ອພຣະອົງມາເກືອບຮອດປະຕູເມືອງ, ກໍມີຄົນຫາມສົບຊາຍໜຸ່ມຄົນໜຶ່ງອອກມາ ລາວເປັນລູກຊາຍຄົນດຽວຂອງຍິງຄົນໜຶ່ງທີ່ເປັນແມ່ໝ້າຍ. ແລະ ປະຊາຊົນຈຳນວນຫລວງຫລາຍກໍມາຈາກເມືອງພ້ອມກັບຍິງນັ້ນ. 13ເມື່ອອົງພຣະຜູ້ເປັນເຈົ້າໄດ້ເຫັນຍິງນັ້ນ, ພຣະອົງກໍສົງສານນາງຫລາຍ ແລະ ກ່າວວ່າ, “ຢ່າຮ້ອງໄຫ້ເລີຍ”.
14ແລ້ວພຣະອົງກໍໄດ້ເຂົ້າໄປໃກ້ ແລະ ແຕະຫີບສົບທີ່ພວກເຂົາກຳລັງຫາມຢູ່ນັ້ນ ບັນດາຄົນທີ່ຫາມຫີບສົບກໍຢຸດຢືນຢູ່. ພຣະອົງກ່າວວ່າ, “ຊາຍໜຸ່ມເອີຍ, ເຮົາສັ່ງເຈົ້າວ່າຈົ່ງລຸກຂຶ້ນ!” 15ແລ້ວຄົນທີ່ຕາຍນັ້ນກໍລຸກຂຶ້ນນັ່ງ ແລະ ເລີ່ມເວົ້າ, ພຣະເຢຊູເຈົ້າຈຶ່ງມອບຊາຍຄົນນັ້ນຄືນໃຫ້ແມ່ຂອງລາວ.
16ຄົນທັງຫລາຍກໍເຕັມໄປດ້ວຍຄວາມຢ້ານກົວ ແລະ ສັນລະເສີນພຣະເຈົ້າ. ພວກເຂົາເວົ້າວ່າ, “ຜູ້ທຳນວາຍຍິ່ງໃຫຍ່ຜູ້ໜຶ່ງໄດ້ມາປາກົດໃນທ່າມກາງພວກເຮົາແລ້ວ. ພຣະເຈົ້າໄດ້ມາຊ່ວຍປະຊາຊົນຂອງພຣະອົງແລ້ວ”. 17ຂ່າວກ່ຽວກັບພຣະເຢຊູເຈົ້ານີ້ກໍໄດ້ແຜ່ລາມໄປທົ່ວແຂວງຢູດາຍ#7:17 ຫລື ດິນແດນຂອງຊາວຢິວ ແລະ ຂົງເຂດທີ່ຢູ່ອ້ອມຮອບນັ້ນ.
ພຣະເຢຊູເຈົ້າກັບໂຢຮັນຜູ້ໃຫ້ບັບຕິສະມາ
(ມທ 11:2-19)
18ພວກລູກສິດຂອງໂຢຮັນກໍໄດ້ເລົ່າສິ່ງທັງໝົດເຫລົ່ານີ້ໃຫ້ເພິ່ນຟັງ. ໂຢຮັນຈຶ່ງເອີ້ນລູກສິດສອງຄົນມາ 19ແລະ ໃຊ້ພວກເຂົາໄປພົບອົງພຣະຜູ້ເປັນເຈົ້າ ເພື່ອຖາມວ່າ, “ທ່ານແມ່ນຜູ້ທີ່ຈະມານັ້ນບໍ, ຫລື ພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ?”
20ເມື່ອພວກເຂົາພົບພຣະເຢຊູເຈົ້າແລ້ວ ພວກເຂົາກໍເວົ້າກັບພຣະອົງວ່າ, “ໂຢຮັນບັບຕິສະໂຕໄດ້ໃຊ້ພວກຂ້ານ້ອຍມາຖາມທ່ານວ່າ, ‘ທ່ານແມ່ນຜູ້ທີ່ຈະມານັ້ນບໍ, ຫລື ພວກຂ້ານ້ອຍຈະຕ້ອງຄອຍຖ້າຜູ້ອື່ນອີກ?’”
21ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ຮັກສາຫລາຍຄົນທີ່ເປັນພະຍາດຕ່າງໆ, ຄົນເຈັບປ່ວຍ ແລະ ຄົນທີ່ມີວິນຍານຊົ່ວຮ້າຍເຂົ້າສິງ ແລະ ເຮັດໃຫ້ຄົນຕາບອດຫລາຍຄົນເບິ່ງເຫັນ. 22ດັ່ງນັ້ນ ພຣະອົງຈຶ່ງກ່າວກັບສອງຄົນນັ້ນວ່າ, “ຈົ່ງກັບໄປລາຍງານຕໍ່ໂຢຮັນຕາມສິ່ງທີ່ພວກເຈົ້າໄດ້ເຫັນ ແລະ ໄດ້ຍິນຄື: ຄົນຕາບອດເບິ່ງເຫັນໄດ້, ຄົນເປ້ຍຍ່າງໄດ້, ຄົນຂີ້ທູດ#7:22 ຄຳພາສາກຣີກອາດໝາຍເຖິງພະຍາດຜິວໜັງຕ່າງໆ ບໍ່ຈຳເປັນຕ້ອງໝາຍເຖິງພະຍາດຂີ້ທູດເທົ່ານັ້ນກໍໄດ້ຖືກຊຳລະໃຫ້ສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະ ຂ່າວປະເສີດໄດ້ປະກາດແກ່ຄົນຍາກຈົນ. 23ພຣະພອນມີແກ່ຄົນທີ່ບໍ່ສະດຸດກ່ຽວກັບເລື່ອງຂອງເຮົາ”.
24ຫລັງຈາກຄົນທີ່ໂຢຮັນໄດ້ໃຊ້ມານັ້ນກັບໄປແລ້ວ ພຣະເຢຊູເຈົ້າຈຶ່ງເລີ່ມກ່າວກັບປະຊາຊົນກ່ຽວກັບໂຢຮັນວ່າ: “ພວກເຈົ້າທັງຫລາຍອອກໄປຖິ່ນແຫ້ງແລ້ງກັນດານເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໄປມາຕາມລົມພັດບໍ? 25ຖ້າບໍ່ແມ່ນ, ພວກເຈົ້າອອກໄປເບິ່ງຫຍັງ? ເບິ່ງຄົນນຸ່ງເຄື່ອງທີ່ລະອຽດຈົບງາມບໍ? ບໍ່ແມ່ນ, ບັນດາຄົນທີ່ນຸ່ງເຄື່ອງລາຄາແພງ ແລະ ຢູ່ກິນດ້ວຍຂອງປານີດນັ້ນກໍຢູ່ໃນວັງ. 26ແຕ່ພວກເຈົ້າອອກໄປເບິ່ງຫຍັງ? ໄປເບິ່ງຜູ້ທຳນວາຍບໍ? ແມ່ນແລ້ວ, ເຮົາບອກພວກເຈົ້າວ່າທ່ານຜູ້ນັ້ນຍິ່ງໃຫຍ່ກວ່າຜູ້ທຳນວາຍອີກ. 27ແມ່ນຜູ້ນີ້ແຫລະທີ່ພຣະຄຳພີຂຽນໄວ້ເຖິງເພິ່ນວ່າ:
“‘ເຮົາຈະໃຊ້ທູດຂອງເຮົາມາກ່ອນທ່ານ
ເພື່ອຈັດຕຽມຫົນທາງໄວ້ສຳລັບທ່ານລ່ວງໜ້າ’.#7:27 ມລກ 3:1
28ເຮົາບອກພວກເຈົ້າວ່າ, ໃນບັນດາຜູ້ທີ່ເກີດຈາກແມ່ຍິງບໍ່ມີຜູ້ໃດຍິ່ງໃຫຍ່ກວ່າໂຢຮັນ; ດັ່ງນັ້ນ ຜູ້ຕໍ່າຕ້ອຍທີ່ສຸດໃນອານາຈັກຂອງພຣະເຈົ້າກໍຍິ່ງໃຫຍ່ກວ່າເພິ່ນ”.
29(ປະຊາຊົນທັງໝົດແມ່ນແຕ່ຄົນເກັບພາສີເມື່ອໄດ້ຍິນຖ້ອຍຄຳຂອງພຣະເຢຊູເຈົ້າກໍຍອມຮັບວ່າທາງຂອງພຣະເຈົ້າຖືກຕ້ອງ ເພາະພວກເຂົາໄດ້ຮັບບັບຕິສະມາຈາກໂຢຮັນແລ້ວ. 30ແຕ່ພວກຟາຣີຊາຍ ແລະ ພວກຜູ້ຊຳນານດ້ານກົດບັນຍັດບໍ່ຍອມຮັບເຈດຕະນາຂອງພຣະເຈົ້າທີ່ມີຕໍ່ພວກເຂົາ, ເພາະພວກເຂົາບໍ່ໄດ້ບັບຕິສະມາຈາກໂຢຮັນ.)
31ພຣະເຢຊູເຈົ້າກ່າວຕໍ່ໄປວ່າ, “ດັ່ງນັ້ນ ເຮົາຈະປຽບທຽບຄົນໃນສະໄໝນີ້ຄືກັບອັນໃດດີ? ພວກເຂົາເປັນເໝືອນຫຍັງ? 32ພວກເຂົາກໍປຽບເໝືອນເດັກນ້ອຍທີ່ກຳລັງນັ່ງຢູ່ກາງຕະຫລາດ ແລະ ຮ້ອງໃສ່ກັນວ່າ:
“‘ພວກເຮົາເປົ່າປີ່ໃຫ້ພວກເຈົ້າ,
ແລະ ພວກເຈົ້າກໍບໍ່ຟ້ອນລຳ;
ພວກເຮົາຮ້ອງເພງໄວ້ອາໄລ,
ພວກເຈົ້າກໍບໍ່ຮ້ອງໄຫ້’.
33ເພາະວ່າໂຢຮັນບັບຕິສະໂຕມາ ເພິ່ນບໍ່ກິນເຂົ້າຈີ່ ຫລື ບໍ່ດື່ມເຫລົ້າອະງຸ່ນ, ພວກເຈົ້າກໍເວົ້າວ່າ, ‘ເພິ່ນມີຜີມານຮ້າຍສິງຢູ່’. 34ສ່ວນບຸດມະນຸດມາທັງກິນ ແລະ ດື່ມ ພວກເຈົ້າກໍເວົ້າວ່າ, ‘ເບິ່ງແມ ລາວເປັນຄົນກິນຫລາຍ ແລະ ຄົນມັກເມົາ, ທັງເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບທັງຫລາຍ’. 35ແຕ່ສະຕິປັນຍາຂອງພຣະອົງກໍໄດ້ຮັບການພິສູດແລ້ວວ່າຖືກຕ້ອງໂດຍຄົນທັງຫລາຍທີ່ປະຕິບັດຕາມປັນຍານັ້ນ#7:35 ຫລື ລູກຫລານທັງຫລາຍແຫ່ງປັນຍານັ້ນ”.
ພຣະເຢຊູເຈົ້າຮັບການຫົດສົງຈາກຍິງບາບ
(ມທ 18:23-34; 26:6-13; ມຣກ 14:3-9; ຢຮ 12:1-8)
36ມີຄົນຟາຣີຊາຍຄົນໜຶ່ງໄດ້ເຊີນພຣະເຢຊູເຈົ້າໄປຮັບປະທານອາຫານຄໍ່າກັບຕົນ, ພຣະອົງຈຶ່ງເຂົ້າໄປໃນເຮືອນຂອງຟາຣີຊາຍຄົນນັ້ນ ແລະ ນັ່ງເອນໂຕຢູ່ທີ່ໂຕະ. 37ມີຍິງຄົນໜຶ່ງໃນເມືອງນັ້ນທີ່ໄດ້ດຳເນີນຊີວິດຢູ່ໃນຄວາມບາບ ເມື່ອໄດ້ຍິນວ່າພຣະເຢຊູເຈົ້າກຳລັງຮັບປະທານອາຫານຢູ່ທີ່ເຮືອນຂອງຟາຣີຊາຍຄົນນັ້ນ, ນາງຈຶ່ງໄດ້ໄປທີ່ນັ້ນພ້ອມດ້ວຍເຕົ້າຫີນຂາວທີ່ບັນຈຸນ້ຳຫອມ. 38ໃນຂະນະທີ່ນາງຢືນຢູ່ທາງຫລັງໃກ້ຕີນຂອງພຣະອົງຮ້ອງໄຫ້, ນາງກໍເລີ່ມເຮັດໃຫ້ຕີນຂອງພຣະອົງປຽກດ້ວຍນໍ້າຕາຂອງນາງ, ແລ້ວນາງກໍເຊັດຕີນຂອງພຣະອົງດ້ວຍຜົມຂອງຕົນ, ທັງຈູບ ແລະ ຖອກນ້ຳຫອມຫົດຕີນຂອງພຣະອົງ.
39ເມື່ອຄົນຟາຣີຊາຍຜູ້ທີ່ເຊີນພຣະເຢຊູເຈົ້າໄດ້ເຫັນຢ່າງນັ້ນກໍຄິດໃນໃຈວ່າ, “ຖ້າຜູ້ນີ້ເປັນຜູ້ທຳນວາຍແທ້ ເພິ່ນຄົງຮູ້ວ່າຜູ້ທີ່ມາແຕະຕ້ອງເພິ່ນນັ້ນເປັນຜູ້ໃດ ແລະ ເປັນຍິງປະເພດໃດ ນາງເປັນຄົນບາບ”.
40ພຣະເຢຊູເຈົ້າຕອບລາວວ່າ, “ຊີໂມນເອີຍ, ເຮົາມີສິ່ງໜຶ່ງຈະບອກເຈົ້າ”.
ລາວຕອບວ່າ, “ທ່ານອາຈານເອີຍ, ເຊີນກ່າວມາເລີຍ”.
41ພຣະອົງກ່າວວ່າ, “ມີຊາຍສອງຄົນທີ່ເປັນໜີ້ເງິນຂອງເຈົ້າໜີ້ຄົນໜຶ່ງ, ຄົນໜຶ່ງເປັນໜີ້ເງິນຢູ່ຫ້າຮ້ອຍຫລຽນເດນາຣິອົນ#7:41 1 ເດນາຣິອົນມີຄ່າເທົ່າກັບຄ່າແຮງ 1 ມື້ ແລະ ອີກຄົນໜຶ່ງເປັນໜີ້ເງິນຢູ່ຫ້າສິບຫລຽນ. 42ເມື່ອທັງສອງຄົນບໍ່ມີເງິນຈະໃຊ້ໜີ້ ເພິ່ນຈຶ່ງຍົກໜີ້ໃຫ້ພວກເຂົາທັງສອງ. ໃນສອງຄົນນີ້ແມ່ນຜູ້ໃດຈະຮັກເຈົ້າໜີ້ຫລາຍກວ່າກັນ?”
43ຊີໂມນຕອບວ່າ, “ຂ້ານ້ອຍຄິດວ່າຄົນທີ່ເປັນໜີ້ຫລາຍແລ້ວໄດ້ຮັບການຍົກໜີ້ໃຫ້”.
ພຣະເຢຊູເຈົ້າກ່າວວ່າ, “ເຈົ້າຕັດສິນຖືກຕ້ອງແລ້ວ”.
44ແລ້ວພຣະອົງກໍຫລຽວໄປເບິ່ງຍິງຄົນນັ້ນ ແລະ ກ່າວກັບຊີໂມນວ່າ, “ເຈົ້າເຫັນຍິງຄົນນີ້ ຫລື ບໍ່? ເຮົາໄດ້ເຂົ້າມາໃນເຮືອນຂອງເຈົ້າ. ເຈົ້າບໍ່ໄດ້ເອົານ້ຳມາໃຫ້ເຮົາລ້າງຕີນ, ສ່ວນນາງໄດ້ລ້າງຕີນຂອງເຮົາດ້ວຍນໍ້າຕາ ແລະ ເຊັດຕີນຂອງເຮົາດ້ວຍຜົມຂອງນາງ. 45ເຈົ້າບໍ່ໄດ້ຈູບເຮົາ ແຕ່ຍິງຜູ້ນີ້ ຕັ້ງແຕ່ເຮົາເຂົ້າມາໃນເຮືອນ ນາງຈູບຕີນຂອງເຮົາບໍ່ຢຸດເລີຍ. 46ເຈົ້າບໍ່ໄດ້ເອົານ້ຳມັນຫົດຫົວຂອງເຮົາ, ແຕ່ນາງໄດ້ເອົານ້ຳຫອມຫົດຕີນຂອງເຮົາ. 47ເຫດສະນັ້ນ ເຮົາຈຶ່ງບອກເຈົ້າວ່າ, ຄວາມບາບທັງຫລາຍຂອງນາງໄດ້ຮັບການອະໄພແລ້ວຕາມທີ່ໄດ້ເຫັນຈາກຄວາມຮັກອັນຫລວງຫລາຍຂອງນາງ ແຕ່ຜູ້ທີ່ໄດ້ຮັບການອະໄພໜ້ອຍກໍຮັກໜ້ອຍ”.
48ແລ້ວພຣະເຢຊູເຈົ້າກ່າວກັບຍິງນັ້ນວ່າ, “ຄວາມບາບທັງຫລາຍຂອງເຈົ້າໄດ້ຮັບການອະໄພແລ້ວ”.
49ບັນດາແຂກຮັບເຊີນທັງຫລາຍກໍເລີ່ມເວົ້າກັນວ່າ, “ຜູ້ນີ້ແມ່ນຜູ້ໃດ ຈຶ່ງໃຫ້ອະໄພຄວາມບາບໄດ້?”
50ພຣະເຢຊູເຈົ້າກ່າວກັບຍິງຄົນນັ້ນວ່າ, “ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າພົ້ນແລ້ວ, ຈົ່ງໄປດ້ວຍສັນຕິສຸກເທີ້ນ”.
Currently Selected:
ລູກາ 7: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.