1
ລູກາ 6:38
ພຣະຄຳພີລາວສະບັບສະໄໝໃໝ່
ຈົ່ງໃຫ້ແລ້ວພວກເຈົ້າຈະໄດ້ຮັບ. ດ້ວຍເຄື່ອງຜອງທີ່ຍັດສັ່ນລົງແໜ້ນເຕັມລົ້ນຈະຖືກເທລົງໃນຕັກຂອງພວກເຈົ້າ. ເພາະວ່າພວກເຈົ້າຈະໃຊ້ເຄື່ອງຜອງອັນໃດກໍຈະໃຊ້ເຄື່ອງຜອງອັນດຽວກັນນັ້ນຕວງໃຫ້ພວກເຈົ້າ”.
Compare
Explore ລູກາ 6:38
2
ລູກາ 6:45
ຄົນດີຍ່ອມນຳສິ່ງດີອອກມາຈາກຄວາມດີທີ່ສະສົມໄວ້ໃນໃຈຂອງຕົນ, ສ່ວນຄົນຊົ່ວກໍນຳສິ່ງຊົ່ວອອກມາຈາກຄວາມຊົ່ວທີ່ສະສົມໄວ້ໃນໃຈຂອງຕົນ. ເພາະໃຈເຕັມລົ້ນດ້ວຍສິ່ງໃດປາກກໍເວົ້າສິ່ງນັ້ນອອກມາ.
Explore ລູກາ 6:45
3
ລູກາ 6:35
ແຕ່ຈົ່ງຮັກສັດຕູຂອງພວກເຈົ້າ, ຈົ່ງເຮັດດີຕໍ່ພວກເຂົາ ແລະ ຈົ່ງໃຫ້ພວກເຂົາຢືມໂດຍບໍ່ຫວັງວ່າຈະໄດ້ສິ່ງໃດຄືນມາ. ແລ້ວພວກເຈົ້າກໍຈະໄດ້ຮັບບຳເໜັດອັນໃຫຍ່ ແລະ ພວກເຈົ້າຈະໄດ້ເປັນລູກຂອງພຣະເຈົ້າຜູ້ສູງສຸດ, ເພາະວ່າພຣະອົງຍັງກະລຸນາຕໍ່ຄົນເນລະຄຸນ ແລະ ຄົນຊົ່ວ.
Explore ລູກາ 6:35
4
ລູກາ 6:36
ຈົ່ງມີຄວາມເມດຕາເໝືອນດັ່ງທີ່ພຣະບິດາເຈົ້າຂອງພວກເຈົ້າມີຄວາມເມດຕາ.
Explore ລູກາ 6:36
5
ລູກາ 6:37
“ຢ່າຕັດສິນຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກຕັດສິນ. ຢ່າກ່າວໂທດຄົນອື່ນ ແລ້ວພວກເຈົ້າຈະບໍ່ຖືກກ່າວໂທດ. ຈົ່ງຍົກໂທດໃຫ້ຄົນອື່ນ ເພື່ອພວກເຈົ້າຈະໄດ້ຮັບການຍົກໂທດ.
Explore ລູກາ 6:37
6
ລູກາ 6:27-28
“ແຕ່ເຮົາບອກພວກເຈົ້າທີ່ກຳລັງຟັງເຮົາກ່າວຢູ່ວ່າ: ຈົ່ງຮັກສັດຕູຂອງພວກເຈົ້າ, ຈົ່ງເຮັດດີຕໍ່ຜູ້ທີ່ກຽດຊັງພວກເຈົ້າ, ຈົ່ງອວຍພອນຜູ້ທີ່ປ້ອຍດ່າພວກເຈົ້າ, ຈົ່ງອະທິຖານເພື່ອຜູ້ທີ່ຂົ່ມເຫັງພວກເຈົ້າ.
Explore ລູກາ 6:27-28
7
ລູກາ 6:31
ຖ້າພວກເຈົ້າຢາກໃຫ້ຄົນອື່ນເຮັດຢ່າງໃດແກ່ພວກເຈົ້າ ກໍຈົ່ງເຮັດຕໍ່ພວກເຂົາຢ່າງນັ້ນເໝືອນກັນ.
Explore ລູກາ 6:31
8
ລູກາ 6:29-30
ຖ້າຜູ້ໃດຕົບແກ້ມຂອງພວກເຈົ້າເບື້ອງໜຶ່ງ ຈົ່ງປິ່ນແກ້ມອີກເບື້ອງໜຶ່ງໃຫ້ພວກເຂົາ. ຖ້າຜູ້ໃດເອົາເສື້ອຊັ້ນນອກຂອງເຈົ້າໄປ ກໍຢ່າໄດ້ຫວງຫ້າມພວກເຂົາ. ຈົ່ງໃຫ້ແກ່ທຸກຄົນທີ່ຂໍຈາກພວກເຈົ້າ ແລະ ຖ້າຜູ້ໃດເອົາສິ່ງທີ່ເປັນຂອງພວກເຈົ້າໄປ ຢ່າທວງເອົາສິ່ງນັ້ນກັບຄືນມາ.
Explore ລູກາ 6:29-30
9
ລູກາ 6:43
“ຕົ້ນໄມ້ດີຍ່ອມບໍ່ໃຫ້ຜົນຊົ່ວ ແລະ ຕົ້ນໄມ້ຊົ່ວຍ່ອມບໍ່ໃຫ້ຜົນດີ.
Explore ລູກາ 6:43
10
ລູກາ 6:44
ເຮົາຈະຮູ້ຈັກຕົ້ນໄມ້ແຕ່ລະຕົ້ນໄດ້ດ້ວຍຜົນຂອງມັນ. ຄົນຈະບໍ່ເກັບໝາກເດື່ອຈາກຟຸ່ມໜາມ ຫລື ຈະບໍ່ເກັບໝາກອະງຸ່ນຈາກເຄືອໜາມ.
Explore ລູກາ 6:44
Home
Bible
Plans
Videos