ລູກາ 9
9
ພຣະເຢຊູເຈົ້າໃຊ້ສາວົກສິບສອງຄົນອອກໄປ
(ມທ 10:9-15; 14:1,2; ມຣກ 6:8-11,14-16)
1ເມື່ອພຣະເຢຊູເຈົ້າໄດ້ເອີ້ນສາວົກສິບສອງຄົນມາພ້ອມກັນ, ພຣະອົງໄດ້ມອບລິດອຳນາດ ແລະ ສິດອຳນາດໃຫ້ແກ່ພວກເພິ່ນເພື່ອຂັບໄລ່ຜີມານຮ້າຍທັງໝົດ ແລະ ເພື່ອຮັກສາພະຍາດຕ່າງໆ, 2ແລະ ພຣະອົງໃຊ້ພວກເພິ່ນອອກໄປເພື່ອປະກາດເລື່ອງອານາຈັກຂອງພຣະເຈົ້າ ແລະ ເພື່ອຮັກສາຄົນເຈັບປ່ວຍ. 3ພຣະອົງໄດ້ສັ່ງພວກເພິ່ນວ່າ: “ເມື່ອເດີນທາງໄປນັ້ນ ບໍ່ໃຫ້ນຳເອົາສິ່ງໃດຕິດໂຕໄປນຳ ບໍ່ວ່າຈະເປັນໄມ້ຄ້ອນເທົ້າ, ຖົງ, ອາຫານ, ເງິນ ຫລື ເສື້ອອີກຜືນໜຶ່ງ. 4ເມື່ອພວກເຈົ້າເຂົ້າໄປໃນເຮືອນໃດ ຈົ່ງພັກຢູ່ທີ່ນັ້ນຈົນກວ່າພວກເຈົ້າຈະໄປຈາກເມືອງນັ້ນ. 5ຖ້າປະຊາຊົນບໍ່ຕ້ອນຮັບພວກເຈົ້າ, ຈົ່ງອອກຈາກເມືອງຂອງພວກເຂົາໄປ ແລະ ຈົ່ງສັ່ນຂີ້ຝຸ່ນອອກຈາກຕີນຂອງພວກເຈົ້າເພື່ອເປັນພະຍານຕໍ່ສູ້ພວກເຂົາ”. 6ແລ້ວພວກສາວົກຈຶ່ງອອກເດີນທາງໄປຕາມບ້ານຕ່າງໆ ເພື່ອປະກາດຂ່າວປະເສີດ ແລະ ເພື່ອຮັກສາຄົນເຈັບປ່ວຍທຸກບ່ອນໃຫ້ຫາຍດີ.
7ຝ່າຍເຮໂຣດ ຜູ້ປົກຄອງແຂວງໄດ້ຍິນເລື່ອງທີ່ເກີດຂຶ້ນທັງໝົດ ເພິ່ນຈຶ່ງກັງວົນໃຈເພາະວ່າບາງຄົນກໍເວົ້າວ່າໂຢຮັນເປັນຄືນມາຈາກຕາຍ, 8ສ່ວນຄົນອື່ນກໍເວົ້າວ່າເອລີຢາໄດ້ມາປາກົດໂຕ, ແລະ ທັງຍັງມີຄົນອື່ນໆອີກທີ່ບອກວ່າແມ່ນຜູ້ທຳນວາຍຄົນໜຶ່ງໃນສະໄໝກ່ອນໄດ້ເປັນຄືນມາຈາກຕາຍ. 9ແຕ່ເຮໂຣດເວົ້າວ່າ, “ເຮົາໄດ້ຕັດຫົວໂຢຮັນແລ້ວ. ແຕ່ຄົນທີ່ເຮົາໄດ້ຍິນຊື່ສຽງນີ້ແມ່ນຜູ້ໃດ?” ແລ້ວເຮໂຣດຈຶ່ງຫາໂອກາດທີ່ຈະພົບພຣະອົງ.
ພຣະເຢຊູເຈົ້າລ້ຽງຫ້າພັນຄົນ
(ມທ 14:13-21; ມຣກ 6:32-44; ຢຮ 6:5-13)
10ເມື່ອພວກອັກຄະສາວົກກັບຄືນມາແລ້ວ, ພວກເພິ່ນກໍໄດ້ລາຍງານພຣະເຢຊູເຈົ້າເຖິງສິ່ງທີ່ພວກເພິ່ນໄດ້ເຮັດ. ແລ້ວພຣະອົງຈຶ່ງພາພວກເພິ່ນແຍກໂຕອອກໄປຕ່າງຫາກທີ່ເມືອງໜຶ່ງຊື່ວ່າເບັດຊາອີດາ, 11ແຕ່ເມື່ອປະຊາຊົນຮູ້ເຖິງເລື່ອງນີ້ກໍໄດ້ຕິດຕາມພຣະອົງໄປ. ພຣະອົງກໍໄດ້ຕ້ອນຮັບພວກເຂົາ ແລະ ກ່າວກັບພວກເຂົາເຖິງເລື່ອງອານາຈັກຂອງພຣະເຈົ້າ ແລະ ຮັກສາບັນດາຜູ້ທີ່ຕ້ອງການການຮັກສາ.
12ເມື່ອຕາເວັນກຳລັງຈະຕົກດິນ ພວກສາວົກທັງສິບສອງຄົນກໍມາຫາພຣະອົງ ແລະ ເວົ້າວ່າ, “ຂໍໃຫ້ປະຊາຊົນກັບເມືອເພື່ອພວກເຂົາຈະໄດ້ຊອກຫາອາຫານ ແລະ ຊອກຫາທີ່ພັກຕາມໝູ່ບ້ານຕ່າງໆ ແລະ ຕາມຊົນນະບົດໃນແຖບນີ້ ເພາະພວກເຮົາຢູ່ໃນບ່ອນຫ່າງໄກສອກຫລີກ”.
13ພຣະອົງຕອບວ່າ, “ພວກເຈົ້າເອົາອາຫານໃຫ້ພວກເຂົາກິນສາ”.
ພວກເພິ່ນຕອບວ່າ, “ພວກຂ້ານ້ອຍມີພຽງເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕເທົ່ານັ້ນ ນອກຈາກວ່າພວກຂ້ານ້ອຍຈະໄປຊື້ອາຫານມາໃຫ້ປະຊາຊົນທັງໝົດນີ້”. 14(ໃນທີ່ນັ້ນມີຜູ້ຊາຍປະມານຫ້າພັນຄົນ.)
ແຕ່ພຣະອົງກ່າວກັບພວກສາວົກວ່າ, “ໃຫ້ພວກເຂົານັ່ງລົງເປັນກຸ່ມ ກຸ່ມລະປະມານຫ້າສິບຄົນ”. 15ພວກສາວົກກໍເຮັດຕາມນັ້ນ, ທຸກຄົນຈຶ່ງນັ່ງລົງ. 16ພຣະເຢຊູເຈົ້າກໍຮັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນມາ ແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ນັ້ນ ແລ້ວພຣະອົງກໍຍື່ນໃຫ້ພວກສາວົກເພື່ອແຈກຢາຍແກ່ປະຊາຊົນ. 17ພວກເຂົາທຸກຄົນໄດ້ກິນອີ່ມ ແລະ ພວກສາວົກກໍເກັບເອົາຕ່ອນຫັກທີ່ເຫລືອນັ້ນໄວ້ໄດ້ເຕັມສິບສອງກະບຸງ.
ເປໂຕປະກາດວ່າພຣະເຢຊູເຈົ້າເປັນພຣະເມຊີອາ
(ມທ 16:13-16,21-28; ມຣກ 8:27–9:1)
18ຢູ່ມາມື້ໜຶ່ງ ຂະນະທີ່ພຣະເຢຊູເຈົ້າກຳລັງອະທິຖານເປັນການສ່ວນໂຕຢູ່ ແລະ ພວກສາວົກຂອງພຣະອົງກໍຢູ່ນຳພຣະອົງດ້ວຍ, ພຣະອົງຖາມພວກເພິ່ນວ່າ, “ປະຊາຊົນເວົ້າກັນວ່າເຮົາເປັນຜູ້ໃດ?”
19ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານແມ່ນໂຢຮັນຜູ້ໃຫ້ບັບຕິສະມາ, ບາງຄົນເວົ້າວ່າທ່ານແມ່ນເອລີຢາ ແລະ ຍັງມີບາງຄົນເວົ້າວ່າທ່ານແມ່ນຜູ້ທຳນວາຍຄົນໜຶ່ງໃນສະໄໝກ່ອນໄດ້ຟື້ນຂຶ້ນມາ”.
20ພຣະອົງຖາມວ່າ, “ແລ້ວພວກເຈົ້າເດ? ພວກເຈົ້າວ່າເຮົາເປັນຜູ້ໃດ?”
ເປໂຕຕອບວ່າ, “ພຣະອົງເປັນພຣະເມຊີອາຂອງພຣະເຈົ້າ”.
ພຣະເຢຊູເຈົ້າທຳນວາຍເຖິງການຕາຍຂອງພຣະອົງ
21ພຣະເຢຊູເຈົ້າເຕືອນພວກເພິ່ນບໍ່ໃຫ້ບອກເລື່ອງນີ້ແກ່ຜູ້ໃດ 22ແລະກ່າວອີກວ່າ, “ບຸດມະນຸດຈະຕ້ອງທົນທຸກທໍລະມານຫລາຍຢ່າງ ແລະ ຖືກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະ ພວກຄູສອນກົດບັນຍັດປະຕິເສດ, ພຣະອົງຈະຕ້ອງຖືກຂ້າ ແລະ ໃນວັນທີສາມຈະເປັນຄືນມາສູ່ຊີວິດ”.
23ແລ້ວພຣະອົງກ່າວກັບພວກເພິ່ນທັງໝົດວ່າ, “ຖ້າຜູ້ໃດຢາກຕິດຕາມເຮົາມາ, ໃຫ້ຜູ້ນັ້ນປະຕິເສດຕົນເອງ ແລ້ວຮັບແບກໄມ້ກາງແຂນຂອງຕົນທຸກວັນ ແລະ ຕິດຕາມເຮົາມາ. 24ເພາະຜູ້ໃດກໍຕາມທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດກໍຕາມທີ່ສະຫລະຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນກໍຈະຊ່ວຍຊີວິດຂອງຕົນໃຫ້ພົ້ນ. 25ຈະມີປະໂຫຍດອັນໃດທີ່ຄົນໃດຄົນໜຶ່ງຈະໄດ້ໂລກນີ້ທັງໝົດ, ແຕ່ຕ້ອງສູນເສຍ ຫລື ສູນເສຍໂຕເອງໄປ? 26ຜູ້ໃດກໍຕາມອັບອາຍໃນເລື່ອງເຮົາ ແລະ ຖ້ອຍຄຳຂອງເຮົາ, ບຸດມະນຸດກໍຈະອັບອາຍໃນເລື່ອງຜູ້ນັ້ນເມື່ອພຣະອົງມາດ້ວຍສະຫງ່າລາສີຂອງພຣະອົງ ແລະ ສະຫງ່າລາສີຂອງພຣະບິດາເຈົ້າພ້ອມທັງສະຫງ່າລາສີຂອງບັນດາເທວະດາບໍລິສຸດ.
27“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບາງຄົນທີ່ຢືນຢູ່ໃນທີ່ນີ້ຈະບໍ່ຮູ້ລົດຄວາມຕາຍຈົນກວ່າພວກເຂົາຈະໄດ້ເຫັນອານາຈັກຂອງພຣະເຈົ້າ”.
ການປ່ຽນລັກສະນະ
(ມທ 17:1-8; ມຣກ 9:2-8)
28ປະມານແປດວັນຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ, ພຣະອົງພາເປໂຕ ຢາໂກໂບ ແລະ ໂຢຮັນຂຶ້ນໄປເທິງພູກັບພຣະອົງເພື່ອອະທິຖານ. 29ຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ໃບໜ້າຂອງພຣະອົງກໍປ່ຽນແປງໄປ ແລະ ເຄື່ອງນຸ່ງຂອງພຣະອົງກໍຮຸ່ງເຫລື້ອມດັ່ງແສງຟ້າແມບ. 30ມີຊາຍສອງຄົນຄື: ໂມເຊ ແລະ ເອລີຢາ ມາປາກົດໂຕດ້ວຍສະຫງ່າລາສີເປັ່ງປະກາຍ ແລະ ກຳລັງສົນທະນາຢູ່ກັບພຣະເຢຊູເຈົ້າ. 31ພວກເພິ່ນໄດ້ສົນທະນາເຖິງການຈາກໄປຂອງພຣະອົງ, ເຊິ່ງພຣະອົງກຳລັງຈະເຮັດໃຫ້ສຳເລັດທີ່ເຢຣູຊາເລັມ. 32ເປໂຕ ແລະ ບັນດາເພື່ອນຂອງຕົນຕ່າງກໍເຫງົານອນຫລາຍ, ແຕ່ເມື່ອພວກເພິ່ນຕື່ນຂຶ້ນແລ້ວ, ພວກເພິ່ນກໍເຫັນສະຫງ່າລາສີຂອງພຣະອົງ ແລະ ເຫັນຊາຍສອງຄົນຢືນຢູ່ກັບພຣະອົງ. 33ຂະນະທີ່ສອງຄົນນັ້ນກຳລັງຈະຈາກພຣະເຢຊູເຈົ້າໄປ, ເປໂຕຈຶ່ງເວົ້າກັບພຣະອົງວ່າ, “ນາຍເອີຍ, ດີແທ້ໆທີ່ພວກຂ້ານ້ອຍໄດ້ມາຢູ່ບ່ອນນີ້. ຂໍໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບພຣະອົງ, ຫລັງໜຶ່ງສຳລັບໂມເຊ ແລະ ອີກຫລັງໜຶ່ງສຳລັບເອລີຢາ”. (ເປໂຕບໍ່ຮູ້ວ່າຕົນເອງກຳລັງເວົ້າຫຍັງຢູ່.)
34ໃນຂະນະທີ່ເປໂຕກຳລັງເວົ້າຢູ່ນັ້ນ, ກໍມີກ້ອນເມກມາປົກຄຸມພວກເພິ່ນໄວ້ ພວກເພິ່ນກໍຢ້ານຫລາຍເມື່ອຢູ່ໃນກ້ອນເມກນັ້ນ. 35ແລ້ວກໍມີສຽງໜຶ່ງດັງອອກມາຈາກກ້ອນເມກນັ້ນວ່າ, “ນີ້ເປັນບຸດຂອງເຮົາ ຜູ້ທີ່ເຮົາໄດ້ເລືອກໄວ້ ຈົ່ງເຊື່ອຟັງເພິ່ນ”. 36ເມື່ອສຽງນັ້ນສະຫງົບລົງແລ້ວ ພວກເພິ່ນກໍເຫັນວ່າມີແຕ່ພຣະເຢຊູເຈົ້າອົງດຽວ. ສ່ວນພວກສາວົກກໍເກັບເລື່ອງນີ້ໄວ້ໃນໃຈ ແລະ ພວກເພິ່ນບໍ່ໄດ້ບອກຜູ້ໃດເຖິງສິ່ງທີ່ພວກເພິ່ນໄດ້ເຫັນໃນເວລານັ້ນ.
ພຣະເຢຊູເຈົ້າປິ່ນປົວເດັກຊາຍຄົນໜຶ່ງທີ່ຖືກຜີມານຮ້າຍເຂົ້າສິງ
(ມທ 17:14-18,22,23; ມຣກ 9:14-27,30-32)
37ວັນຕໍ່ມາ ເມື່ອພວກເພິ່ນໄດ້ລົງມາຈາກພູແລ້ວ, ກໍມີປະຊາຊົນຢ່າງຫລວງຫລາຍມາພົບພຣະອົງ. 38ມີຊາຍຄົນໜຶ່ງໃນບັນດາປະຊາຊົນນັ້ນຮ້ອງຂຶ້ນວ່າ, “ອາຈານເອີຍ, ຂໍພຣະອົງມາເບິ່ງລູກຊາຍຂອງຂ້ານ້ອຍດ້ວຍ ເພາະລາວເປັນລູກຊາຍຄົນດຽວຂອງຂ້ານ້ອຍ. 39ມີວິນຍານເຂົ້າສິງລາວ ແລະ ລາວກໍຮ້ອງຂຶ້ນທັນທີ, ມັນເຮັດໃຫ້ລາວຊັກດິ້ນຢ່າງແຮງຈົນນໍ້າລາຍຟູມປາກ. ມັນບໍ່ຍອມອອກຈາກໂຕລາວເລີຍ ແລະ ມັນທຳລາຍລາວ. 40ຂ້ານ້ອຍໄດ້ຂໍຮ້ອງພວກສາວົກຂອງພຣະອົງໃຫ້ຂັບໄລ່ມັນອອກ ແຕ່ພວກເພິ່ນກໍເຮັດບໍ່ໄດ້”.
41ພຣະເຢຊູເຈົ້າຕອບວ່າ, “ຄົນໃນສະໄໝທີ່ຂາດຄວາມເຊື່ອ ແລະ ຊົ່ວຊ້າ ເຮົາຈະຕ້ອງຢູ່ກັບພວກເຈົ້າອີກດົນປານໃດ? ແລະ ຈະຕ້ອງອົດທົນກັບພວກເຈົ້າອີກດົນປານໃດ? ຈົ່ງພາລູກຊາຍຂອງເຈົ້າມາທີ່ນີ້”.
42ແມ່ນແຕ່ໃນຂະນະທີ່ເດັກນ້ອຍນັ້ນກຳລັງມາ ວິນຍານສົກກະປົກໄດ້ເຮັດໃຫ້ເດັກນ້ອຍນັ້ນລົ້ມຊັກດິ້ນລົງພື້ນດິນກິ້ງເກືອກໄປມາ. ແຕ່ພຣະເຢຊູເຈົ້າສັ່ງວິນຍານສົກກະປົກນັ້ນໃຫ້ອອກໄປ ແລະ ຮັກສາເດັກນ້ອຍຄົນນັ້ນໃຫ້ຫາຍດີ ແລ້ວສົ່ງຄືນໃຫ້ພໍ່ຂອງລາວ. 43ພວກເຂົາທັງຫລາຍຕ່າງກໍປະຫລາດໃຈໃນຄວາມຍິ່ງໃຫຍ່ຂອງພຣະເຈົ້າ.
ພຣະເຢຊູເຈົ້າທຳນວາຍເຖິງຄວາມຕາຍຂອງພຣະອົງຄັ້ງທີສອງ
ໃນຂະນະທີ່ທຸກຄົນຍັງປະຫລາດໃຈໃນທຸກສິ່ງທີ່ພຣະເຢຊູເຈົ້າໄດ້ກະທຳຢູ່ນັ້ນ, ພຣະອົງກໍກ່າວແກ່ພວກສາວົກຂອງພຣະອົງວ່າ, 44“ຈົ່ງຕັ້ງໃຈຟັງສິ່ງທີ່ເຮົາຈະບອກພວກເຈົ້າໃຫ້ດີຄື: ບຸດມະນຸດຈະຖືກມອບໄວ້ໃນມືຂອງມະນຸດ”. 45ແຕ່ພວກເພິ່ນບໍ່ເຂົ້າໃຈຖ້ອຍຄຳເຫລົ່ານີ້. ເພາະຖ້ອຍຄຳນີ້ຖືກປິດບັງໄວ້ຈາກພວກເພິ່ນ ເພື່ອວ່າພວກເພິ່ນຈະບໍ່ເຂົ້າໃຈ ແລະ ພວກເພິ່ນກໍຢ້ານທີ່ຈະຖາມພຣະອົງເຖິງເລື່ອງນີ້.
ຜູ້ໃດຈະເປັນໃຫຍ່ກວ່າໝູ່?
(ມທ 18:1-5; ມຣກ 9:33-40)
46ການໂຕ້ຖຽງກັນໄດ້ເລີ່ມຂຶ້ນໃນທ່າມກາງພວກສາວົກວ່າຜູ້ໃດໃນພວກເພິ່ນຈະເປັນຜູ້ໃຫຍ່ທີ່ສຸດ. 47ພຣະເຢຊູເຈົ້າຮູ້ຄວາມຄິດໃນໃຈຂອງພວກເພິ່ນ, ຈຶ່ງເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທາງຂ້າງພຣະອົງ 48ແລ້ວພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ຜູ້ໃດກໍຕາມທີ່ຕ້ອນຮັບເດັກນ້ອຍນີ້ໃນນາມຂອງເຮົາກໍຕ້ອນຮັບເຮົາ ແລະ ຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ໃຊ້ເຮົາມາ ເພາະວ່າຜູ້ເລັກນ້ອຍທີ່ສຸດໃນພວກເຈົ້າທັງໝົດຄືຜູ້ຍິ່ງໃຫຍ່ທີ່ສຸດ”.
49ແລ້ວໂຢຮັນເວົ້າວ່າ, “ນາຍເອີຍ ພວກຂ້ານ້ອຍເຫັນຊາຍຄົນໜຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້ໃນນາມຂອງທ່ານ ແລະ ພວກຂ້ານ້ອຍຈຶ່ງຫ້າມລາວເພາະລາວບໍ່ໄດ້ຢູ່ໃນກຸ່ມຂອງພວກເຮົາ”.
50ພຣະເຢຊູເຈົ້າກ່າວວ່າ, “ຢ່າຫ້າມລາວເລີຍ, ເພາະຜູ້ໃດກໍຕາມທີ່ບໍ່ຕໍ່ສູ້ພວກທ່ານກໍເປັນຝ່າຍພວກທ່ານແລ້ວ”.
ຊາວຊາມາເຣຍຕໍ່ຕ້ານພຣະເຢຊູເຈົ້າ
51ເມື່ອໃກ້ເຖິງເວລາທີ່ພຣະອົງຈະຖືກຮັບຂຶ້ນສູ່ສະຫວັນແລ້ວ, ພຣະເຢຊູເຈົ້າຕັ້ງໃຈຈະໄປທີ່ເຢຣູຊາເລັມ 52ແລະ ພຣະອົງໄດ້ສົ່ງຜູ້ຮັບໃຊ້ລ່ວງໜ້າໄປກ່ອນ, ພວກເພິ່ນໄດ້ເຂົ້າໄປໃນບ້ານແຫ່ງໜຶ່ງຂອງຊາວຊາມາເຣຍ ເພື່ອຕຽມທຸກສິ່ງໄວ້ສຳລັບພຣະອົງ, 53ແຕ່ປະຊາຊົນຢູ່ທີ່ນັ້ນບໍ່ຕ້ອນຮັບພຣະອົງ ເພາະພຣະອົງມຸ່ງໜ້າໄປທີ່ເຢຣູຊາເລັມ. 54ເມື່ອສາວົກຂອງພຣະອົງ ຢາໂກໂບ ແລະ ໂຢຮັນເຫັນຢ່າງນັ້ນພວກເພິ່ນກໍຖາມວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຢາກໃຫ້ພວກຂ້ານ້ອຍສັ່ງໄຟຈາກສະຫວັນລົງມາທຳລາຍພວກເຂົາ#9:54 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບເພີ່ມຂໍ້ຄວາມວ່າ ເໝືອນທີ່ເອລີຢາໄດ້ເຮັດບໍ?” 55ແຕ່ພຣະເຢຊູເຈົ້າຫັນໜ້າມາກ່າວຕຳໜິພວກເພິ່ນ. 56ແລ້ວ#9:55,56 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບເພີ່ມຂໍ້ຄວາມວ່າ ແລະ ພຣະອົງກ່າວວ່າ, “ເຈົ້າບໍ່ຮູ້ວ່າຈິດໃຈຂອງເຈົ້າເປັນຢ່າງໃດ ເພາະບຸດມະນຸດບໍ່ໄດ້ມາເພື່ອທຳລາຍຊີວິດມະນຸດ ແຕ່ມາເພື່ອຊ່ວຍພວກເຂົາໃຫ້ພົ້ນ” 56 ແລ້ວພຣະອົງ ແລະ ພວກສາວົກຂອງພຣະອົງກໍໄປຍັງບ້ານອື່ນ.
ຄຸນຄ່າຂອງການຕິດຕາມພຣະເຢຊູເຈົ້າ
(ມທ 8:19-22)
57ຂະນະທີ່ພຣະເຢຊູເຈົ້າກັບພວກສາວົກຂອງພຣະອົງຍ່າງໄປຕາມທາງ, ກໍໄດ້ມີຊາຍຄົນໜຶ່ງເວົ້າກັບພຣະອົງວ່າ, “ຂ້ານ້ອຍຈະຕິດຕາມພຣະອົງບໍ່ວ່າພຣະອົງຈະໄປບ່ອນໃດ”.
58ພຣະເຢຊູເຈົ້າຕອບວ່າ, “ໝາຈິ້ງຈອກກໍຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງ, ແຕ່ບຸດມະນຸດບໍ່ມີບ່ອນທີ່ຈະວາງຫົວລົງ”.
59ພຣະອົງກ່າວແກ່ຊາຍຄົນໜຶ່ງອີກວ່າ, “ຈົ່ງຕາມເຮົາມາ”.
ແຕ່ລາວຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍໃຫ້ຂ້ານ້ອຍໄປຝັງສົບພໍ່ຂອງຂ້ານ້ອຍກ່ອນ”.
60ພຣະເຢຊູເຈົ້າກ່າວກັບລາວວ່າ, “ຈົ່ງປ່ອຍໃຫ້ຄົນຕາຍຝັງກັນເອງສາ, ສ່ວນເຈົ້າຈົ່ງໄປປະກາດອານາຈັກຂອງພຣະເຈົ້າ”.
61ມີຄົນອື່ນອີກໄດ້ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍຈະຕິດຕາມພຣະອົງໄປ ແຕ່ຂໍໃຫ້ຂ້ານ້ອຍກັບເມືອສັ່ງລາຄອບຄົວຂອງຂ້ານ້ອຍກ່ອນ”.
62ພຣະເຢຊູເຈົ້າຕອບລາວວ່າ, “ຜູ້ໃດທີ່ເອົາມືຈັບງ້ອນໄຖແລ້ວຍັງຫລຽວຄືນຫລັງ ຜູ້ນັ້ນກໍບໍ່ສົມກັບການຮັບໃຊ້ໃນອານາຈັກຂອງພຣະເຈົ້າ”.
Currently Selected:
ລູກາ 9: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.