ລູກາ 10
10
ພຣະເຢຊູເຈົ້າໃຊ້ເຈັດສິບສອງຄົນອອກໄປ
(ມທ 11:21-23,25-27; 13:16,17; ລກ 9:3-5)
1ຕໍ່ມາອົງພຣະຜູ້ເປັນເຈົ້າແຕ່ງຕັ້ງອີກເຈັດສິບສອງຄົນ#10:1 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ເຈັດສິບຄົນ ເຊັ່ນດຽວກັບຂໍ້ 17 ແລະ ສົ່ງພວກເພິ່ນອອກໄປເປັນຄູ່ລ່ວງໜ້າພຣະອົງໄປຍັງທຸກເມືອງ ແລະ ທຸກບ່ອນທີ່ພຣະອົງກຳລັງຈະໄປ. 2ພຣະອົງກ່າວກັບພວກເພິ່ນວ່າ, “ການເກັບກ່ຽວກໍມີຫລາຍ, ແຕ່ຄົນງານກໍຍັງມີໜ້ອຍຢູ່. ເຫດສະນັ້ນ, ຈົ່ງຂໍອົງພຣະຜູ້ເປັນເຈົ້າແຫ່ງການເກັບກ່ຽວ, ເພື່ອໃຫ້ສົ່ງຄົນງານມາໃນທົ່ງນາແຫ່ງການເກັບກ່ຽວຂອງພຣະອົງ. 3ຈົ່ງໄປ! ເຮົາກຳລັງໃຊ້ພວກເຈົ້າອອກໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ. 4ຢ່າຖືຖົງເງິນ ຫລື ຖົງເຄື່ອງ ຫລື ເກີບໄປນຳ ແລະ ຢ່າແວ່ທັກທາຍຜູ້ໃດຕາມທາງ.
5“ເມື່ອພວກເຈົ້າເຂົ້າໄປໃນເຮືອນຫລັງໃດກໍຕາມ ກ່ອນອື່ນໃຫ້ກ່າວວ່າ, ‘ສັນຕິສຸກຈົ່ງມີແກ່ເຮືອນຫລັງນີ້’. 6ຖ້າມີຄົນຮັກສັນຕິສຸກຢູ່ໃນເຮືອນນັ້ນ, ສັນຕິສຸກຂອງພວກເຈົ້າກໍຈະຢູ່ກັບພວກເຂົາ, ຖ້າບໍ່ເປັນຢ່າງນັ້ນ ສັນຕິສຸກກໍຈະກັບຄືນມາຫາພວກເຈົ້າ. 7ຈົ່ງພັກຢູ່ທີ່ເຮືອນນັ້ນ, ກິນ ແລະ ດື່ມຕາມທີ່ພວກເຂົາຈັດມາໃຫ້ພວກເຈົ້າ, ເພາະຄົນງານກໍສົມຄວນໄດ້ຮັບຄ່າຈ້າງຂອງຕົນ. ຢ່າຍ້າຍຈາກເຮືອນນີ້ໄປສູ່ເຮືອນອື່ນ.
8“ເມື່ອພວກເຈົ້າຈະເຂົ້າໄປໃນເມືອງໃດກໍຕາມ ແລະ ໄດ້ຮັບການຕ້ອນຮັບ, ຈົ່ງກິນຕາມທີ່ພວກເຂົາຈັດຫາໃຫ້ພວກເຈົ້າ. 9ຈົ່ງຮັກສາຄົນເຈັບປ່ວຍຢູ່ໃນເມືອງນັ້ນ ແລະ ບອກພວກເຂົາວ່າ, ‘ອານາຈັກຂອງພຣະເຈົ້າໄດ້ມາໃກ້ພວກເຈົ້າແລ້ວ’. 10ແຕ່ເມື່ອພວກເຈົ້າເຂົ້າໄປໃນເມືອງໜຶ່ງ ແລະ ບໍ່ໄດ້ຮັບການຕ້ອນຮັບ, ຈົ່ງອອກໄປທີ່ກາງຖະໜົນຂອງເມືອງນັ້ນ ແລະ ເວົ້າວ່າ, 11‘ແມ່ນແຕ່ຂີ້ຝຸ່ນຂອງເມືອງນີ້ທີ່ຕິດຕີນຂອງພວກເຮົາ ພວກເຮົາກໍຈະເຊັດອອກເພື່ອເປັນການເຕືອນພວກເຈົ້າ. ແຕ່ຈົ່ງຈຳໄວ້ໃນຂໍ້ນີ້ວ່າ: ອານາຈັກຂອງພຣະເຈົ້າໄດ້ມາໃກ້ແລ້ວ’. 12ເຮົາບອກພວກເຈົ້າວ່າ, ໃນວັນນັ້ນໂທດຂອງເມືອງໂຊໂດມ ກໍຈະເບົາກວ່າໂທດຂອງເມືອງນີ້.
13“ວິບັດແກ່ເຈົ້າ ເມືອງໂຂຣາຊິນ! ວິບັດແກ່ເຈົ້າ ເມືອງເບັດຊາອີດາ! ເພາະຖ້າການອັດສະຈັນທີ່ສະແດງໃນພວກເຈົ້າໄດ້ຖືກສະແດງທີ່ເມືອງຕີເຣ ແລະ ເມືອງຊີໂດນແລ້ວ, ພວກເຂົາກໍຄົງຖິ້ມໃຈເກົ່າເອົາໃຈໃໝ່ແຕ່ດົນ ແລະ ນຸ່ງຜ້າກະສອບເຂົ້າ ແລ້ວນັ່ງເທິງຂີ້ເຖົ່າ. 14ແຕ່ໃນວັນພິພາກສານັ້ນ ໂທດຂອງເມືອງຕີເຣ ແລະ ເມືອງຊີໂດນຈະເບົາກວ່າໂທດຂອງພວກເຈົ້າ. 15ສ່ວນເຈົ້າ ເມືອງກາເປນາອູມ, ເຈົ້າຈະຖືກຍົກຂຶ້ນສູງພຽງຟ້າສະຫວັນບໍ? ບໍ່ເລີຍ ເຈົ້າຈະຕ້ອງລົງໄປນະລົກ.#10:15 ພາສາກຣີກວ່າ ແດນມໍລະນາ
16“ຜູ້ໃດກໍຕາມທີ່ຟັງພວກເຈົ້າກໍໄດ້ຟັງເຮົາ, ຜູ້ໃດທີ່ບໍ່ຍອມຮັບພວກເຈົ້າກໍບໍ່ຍອມຮັບເຮົາ, ຜູ້ໃດທີ່ບໍ່ຍອມຮັບເຮົາກໍບໍ່ຍອມຮັບພຣະອົງຜູ້ໃຊ້ເຮົາມາ”.
17ພວກເຈັດສິບສອງຄົນນັ້ນກໍກັບມາດ້ວຍຄວາມຊື່ນຊົມຍິນດີ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນແຕ່ພວກຜີມານຮ້າຍກໍຍອມຟັງພວກຂ້ານ້ອຍ ເມື່ອພວກຂ້ານ້ອຍສັ່ງມັນໃນນາມຂອງພຣະອົງ”.
18ພຣະເຢຊູເຈົ້າຕອບວ່າ, “ເຮົາໄດ້ເຫັນມານຊາຕານຕົກລົງຈາກສະຫວັນເໝືອນດັ່ງຟ້າແມບ. 19ເຮົາໄດ້ໃຫ້ສິດອຳນາດແກ່ພວກເຈົ້າທີ່ຈະຢຽບງູ ແລະ ແມງງອດ ແລະ ໃຫ້ມີໄຊຊະນະເໜືອອຳນາດທັງໝົດຂອງສັດຕູ ແລະ ບໍ່ມີສິ່ງໃດຈະເຮັດອັນຕະລາຍແກ່ພວກເຈົ້າໄດ້. 20ແຕ່ຢ່າຍິນດີທີ່ວິນຍານຕ່າງໆຍອມຟັງພວກເຈົ້າ, ແຕ່ຈົ່ງຍິນດີ ເພາະຊື່ຂອງພວກເຈົ້າຖືກຈົດໄວ້ແລ້ວໃນສະຫວັນ”.
21ໃນເວລານັ້ນ ພຣະເຢຊູເຈົ້າເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີໂດຍທາງພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຄົນສະຫລາດ ແລະ ນັກຮຽນຮູ້, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍ. ພຣະບິດາເຈົ້າເອີຍ, ແມ່ນແລ້ວ ເພາະນີ້ຄືສິ່ງທີ່ພຣະອົງຍິນດີຈະເຮັດ.
22“ພຣະບິດາເຈົ້າຂອງເຮົາມອບທຸກສິ່ງໃຫ້ແກ່ເຮົາ. ບໍ່ມີຜູ້ໃດຮູ້ຈັກວ່າພຣະບຸດເປັນຜູ້ໃດນອກຈາກພຣະບິດາເຈົ້າ ແລະ ບໍ່ມີຜູ້ໃດຮູ້ຈັກວ່າພຣະບິດາເຈົ້າເປັນຜູ້ໃດນອກຈາກພຣະບຸດ ແລະ ບັນດາຜູ້ທີ່ພຣະບຸດໄດ້ເລືອກທີ່ຈະເປີດເຜີຍພຣະອົງແກ່ພວກເຂົາ”.
23ຫລັງຈາກນັ້ນ ພຣະອົງຫັນໄປຫາພວກສາວົກ ແລະ ກ່າວກັບພວກເພິ່ນເປັນການສ່ວນໂຕວ່າ, “ພຣະພອນມີແກ່ຕາທັງຫລາຍທີ່ໄດ້ເຫັນສິ່ງທີ່ພວກເຈົ້າເຫັນ. 24ເຮົາບອກພວກເຈົ້າວ່າ, ບັນດາຜູ້ທຳນວາຍ ແລະ ກະສັດທັງຫລາຍຢາກຈະເຫັນສິ່ງທີ່ພວກເຈົ້າເຫັນ ແຕ່ກໍບໍ່ໄດ້ເຫັນ, ແລະ ຢາກໄດ້ຍິນສິ່ງທີ່ພວກເຈົ້າໄດ້ຍິນ ແຕ່ກໍບໍ່ໄດ້ຍິນ”.
ຄຳອຸປະມາເລື່ອງຊາວຊາມາເຣຍຜູ້ໃຈດີ
(ມທ 22:34-40; ມຣກ 12:28-31)
25ຄັ້ງໜຶ່ງ ມີຜູ້ຊຳນານດ້ານກົດບັນຍັດຄົນໜຶ່ງໄດ້ຢືນຂຶ້ນທົດລອງພຣະເຢຊູເຈົ້າໂດຍຖາມວ່າ, “ອາຈານເອີຍ ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຊີວິດນິລັນດອນເປັນມໍລະດົກ?”
26ພຣະອົງຈຶ່ງຕອບວ່າ, “ກົດບັນຍັດມີຂຽນໄວ້ວ່າຢ່າງໃດ? ເມື່ອທ່ານອ່ານແລ້ວເຂົ້າໃຈວ່າຢ່າງໃດ?”
27ລາວຕອບວ່າ, “‘ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ ແລະ ດ້ວຍສຸດຈິດ ແລະ ດ້ວຍສຸດກຳລັງ ແລະ ດ້ວຍສຸດຄວາມຄິດຂອງເຈົ້າ’#10:27 ພບຍ 6:5 ແລະ ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’#10:27 ລລວ 19:18”.
28ພຣະເຢຊູເຈົ້າຕອບວ່າ, “ທ່ານຕອບຖືກແລ້ວ ຈົ່ງປະຕິບັດຕາມນີ້ແລ້ວທ່ານຈະໄດ້ຊີວິດ”.
29ແຕ່ຄົນນັ້ນຢາກສະແດງຕົນວ່າເປັນຄົນມີສິນທຳ, ລາວຈຶ່ງຖາມພຣະເຢຊູເຈົ້າວ່າ, “ແລ້ວແມ່ນຜູ້ໃດເປັນເພື່ອນບ້ານຂອງຂ້ານ້ອຍ?”
30ພຣະເຢຊູເຈົ້າຕອບວ່າ, “ມີຊາຍຄົນໜຶ່ງຈາກເຢຣູຊາເລັມລົງໄປສູ່ເມືອງເຢຣີໂກ, ເມື່ອລາວຖືກໂຈມຕີໂດຍພວກນັກປຸ້ນ. ພວກເຂົາໄດ້ແກ້ເອົາເຄື່ອງນຸ່ງຂອງລາວອອກ, ຕີລາວຈົນເກືອບຕາຍແລ້ວກໍຈາກໄປ, ປະຖິ້ມລາວໄວ້. 31ມີປະໂລຫິດຄົນໜຶ່ງບັງເອີນໄດ້ລົງໄປທາງດຽວກັນນັ້ນ ແລະ ເມື່ອລາວໄດ້ເຫັນຊາຍຄົນນັ້ນລາວກໍຫລີກໄປອີກຟາກອື່ນ. 32ມີຊາວເລວີຄົນໜຶ່ງກໍເຮັດເໝືອນກັນ ເມື່ອມາເຖິງບ່ອນນັ້ນ ແລະ ເຫັນຊາຍຄົນນັ້ນລາວກໍຍ່າງຫລີກໄປອີກຟາກອື່ນ. 33ແຕ່ມີຊາວຊາມາເຣຍຄົນໜຶ່ງເດີນທາງມາເຖິງບ່ອນທີ່ຊາຍຄົນນັ້ນຢູ່, ເມື່ອຊາວຊາມາເຣຍຄົນນັ້ນເຫັນລາວແລ້ວກໍສົງສານລາວ. 34ຊາວຊາມາເຣຍຄົນນັ້ນກໍເຂົ້າໄປຫາລາວ ແລ້ວເອົາເຫລົ້າອະງຸ່ນກັບນ້ຳມັນຖອກໃສ່ບາດແຜນັ້ນ ແລະ ເອົາຜ້າພັນບາດໃຫ້ ແລ້ວກໍໂຈມຊາຍຄົນນັ້ນຂຶ້ນຂີ່ລໍຂອງຕົນ, ພາລາວໄປທີ່ໂຮງແຮມ ແລະ ເບິ່ງແຍງລາວ. 35ມື້ຕໍ່ມາລາວໄດ້ມອບເງິນສອງຫລຽນເດນາຣິອົນໃຫ້ເຈົ້າຂອງໂຮງແຮມພ້ອມກັບບອກວ່າ, ‘ຈົ່ງຊ່ວຍເບິ່ງແຍງຊາຍຄົນນີ້ໃຫ້ດີ ແລະ ເມື່ອຂ້ອຍກັບມາ ຖ້າມີສ່ວນເກີນຂ້ອຍຈະຈ່າຍຄືນໃຫ້’.
36“ໃນສາມຄົນນີ້ ທ່ານຄິດວ່າຜູ້ໃດທີ່ເປັນເພື່ອນບ້ານຂອງຊາຍທີ່ຖືກພວກໂຈນປຸ້ນນັ້ນ?”
37ຜູ້ຊຳນານດ້ານກົດບັນຍັດຄົນນັ້ນຕອບວ່າ, “ແມ່ນຜູ້ທີ່ໄດ້ສະແດງຄວາມເມດຕາຕໍ່ລາວ”.
ພຣະເຢຊູເຈົ້າກ່າວກັບລາວວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ”.
ທີ່ເຮືອນຂອງມາທາ ແລະ ມາຣີ
38ໃນຂະນະທີ່ພຣະເຢຊູເຈົ້າເດີນທາງໄປກັບພວກສາວົກຂອງພຣະອົງ, ພຣະອົງກໍມາເຖິງບ້ານແຫ່ງໜຶ່ງ ທີ່ນັ້ນມີຍິງຄົນໜຶ່ງຊື່ວ່າມາທາ ນາງໄດ້ເປີດບ້ານຂອງຕົນຕ້ອນຮັບພຣະອົງ. 39ມາທາມີນ້ອງສາວຄົນໜຶ່ງຊື່ວ່າມາຣີ ຜູ້ທີ່ນັ່ງຢູ່ໃກ້ຕີນຂອງອົງພຣະຜູ້ເປັນເຈົ້າ ແລະ ຟັງຖ້ອຍຄຳຂອງພຣະອົງ. 40ຝ່າຍມາທານັ້ນວຸ້ນວາຍຢູ່ກັບການຈັດຕຽມສິ່ງຕ່າງໆທີ່ຕ້ອງເຮັດ. ດັ່ງນັ້ນ ນາງຈຶ່ງມາຫາພຣະອົງ ແລະ ເວົ້າວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງບໍ່ສົນໃຈແດ່ບໍທີ່ນ້ອງສາວຂອງຂ້ານ້ອຍປະໃຫ້ຂ້ານ້ອຍເຮັດວຽກຢູ່ຄົນດຽວ, ບອກໃຫ້ນາງມາຊ່ວຍຂ້ານ້ອຍແດ່!”
41ອົງພຣະຜູ້ເປັນເຈົ້າຕອບວ່າ, “ມາທາ ມາທາເອີຍ, ເຈົ້າກັງວົນ ແລະ ວຸ້ນວາຍນຳຫລາຍສິ່ງແທ້ນໍ, 42ແຕ່ມີພຽງສິ່ງດຽວເທົ່ານັ້ນທີ່ຈຳເປັນ.#10:42 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ມີພຽງສອງສາມສິ່ງ ຫລື ສິ່ງດຽວເທົ່ານັ້ນທີ່ຈຳເປັນ ມາຣີໄດ້ເລືອກສິ່ງທີ່ດີກວ່າ ແລະ ບໍ່ມີຜູ້ໃດຈະເອົາສິ່ງນັ້ນໄປຈາກນາງໄດ້”.
Currently Selected:
ລູກາ 10: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.