ລູກາ 11
11
ຄຳສອນຂອງພຣະເຢຊູເຈົ້າເລື່ອງການອະທິຖານ
(ມທ 6:9-13; 7:7-11)
1ວັນໜຶ່ງພຣະເຢຊູເຈົ້າອະທິຖານຢູ່ໃນສະຖານທີ່ແຫ່ງໜຶ່ງ. ເມື່ອພຣະອົງອະທິຖານຈົບແລ້ວ, ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍສອນພວກຂ້ານ້ອຍອະທິຖານເໝືອນດັ່ງທີ່ໂຢຮັນໄດ້ສອນພວກລູກສິດຂອງເພິ່ນດ້ວຍ”.
2ພຣະອົງຈຶ່ງກ່າວກັບພວກເພິ່ນວ່າ, “ເມື່ອພວກເຈົ້າອະທິຖານ ຈົ່ງກ່າວວ່າ:
“‘ຂ້າແດ່ພຣະບິດາເຈົ້າ#11:2 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຂ້າແດ່ພຣະບິດາຂອງຂ້ານ້ອຍທັງຫລາຍ ຜູ້ສະຖິດໃນສະຫວັນ
ຂໍໃຫ້ນາມຂອງພຣະອົງເປັນທີ່ເຄົາລົບບູຊາ,
ຂໍໃຫ້ອານາຈັກຂອງພຣະອົງມາຕັ້ງຢູ່,#11:2 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບເພີ່ມຂໍ້ຄວາມວ່າ ຂໍໃຫ້ຄວາມປະສົງຂອງພຣະອົງສຳເລັດໃນໂລກເຊັ່ນດຽວກັບໃນສະຫວັນ
3ຂໍໂຜດໃຫ້ອາຫານປະຈຳວັນແກ່ພວກຂ້ານ້ອຍໃນແຕ່ລະວັນ.
4ຂໍໂຜດຍົກໂທດຄວາມບາບຂອງພວກຂ້ານ້ອຍ,
ດ້ວຍວ່າພວກຂ້ານ້ອຍໄດ້ຍົກໂທດໃຫ້ທຸກຄົນທີ່ເຮັດຜິດບາບຕໍ່ພວກຂ້ານ້ອຍ#11:4 ພາສາກຣີກວ່າ ທຸກຄົນທີ່ເປັນໜີ້ພວກຂ້ານ້ອຍເໝືອນກັນ.
ແລະ ຂໍຢ່ານຳພວກຂ້ານ້ອຍເຂົ້າໄປໃນການທົດລອງ#11:4 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າທົດລອງ ແຕ່ຂໍຊ່ວຍພວກຂ້ານ້ອຍທັງຫລາຍໃຫ້ພົ້ນຈາກສິ່ງຊົ່ວຮ້າຍ’”.
5ແລ້ວພຣະອົງກໍກ່າວກັບພວກເພິ່ນວ່າ, “ສົມມຸດວ່າຄົນໜຶ່ງໃນພວກເຈົ້າມີມິດສະຫາຍຄົນໜຶ່ງ, ແລະ ຈະໄປຫາມິດສະຫາຍຄົນນັ້ນໃນເວລາທ່ຽງຄືນ ແລະ ເວົ້າວ່າ, ‘ສະຫາຍເອີຍ ຂໍໃຫ້ເຮົາຢືມເຂົ້າຈີ່ຈັກສາມກ້ອນແດ່ 6ເພາະມີເພື່ອນຄົນໜຶ່ງຂອງເຮົາເດີນທາງມາແວ່ ແລະ ເຮົາບໍ່ມີຫຍັງຈະໃຫ້ລາວກິນ’.
7“ແລ້ວຄົນທີ່ຢູ່ໃນເຮືອນກໍຈະຕອບວ່າ, ‘ຢ່າລົບກວນເຮົາເລີຍ. ປະຕູກໍອັດແລ້ວ ແລະ ພວກລູກຂອງເຮົາກໍນອນຢູ່ກັບເຮົາເທິງຕຽງ. ເຮົາລຸກຂຶ້ນໄປເອົາສິ່ງໃດໃຫ້ເຈົ້າບໍ່ໄດ້ດອກ’. 8ເຮົາບອກພວກເຈົ້າວ່າ, ເຖິງແມ່ນວ່າລາວຈະບໍ່ຍອມລຸກຂຶ້ນ ແລະ ເອົາເຂົ້າຈີ່ໃຫ້ພວກເຈົ້າເພາະເຫັນແກ່ຄວາມເປັນເພື່ອນກັນ, ແຕ່ເພາະຄວາມກ້າທີ່ບໍ່ມີຄວາມອາຍຂອງພວກເຈົ້າ,#11:8 ຫລື ເພາະເພື່ອຮັກສາຊື່ສຽງທີ່ດີຂອງລາວໄວ້ ລາວກໍຈະລຸກຂຶ້ນ ແລະ ເອົາໃຫ້ຕາມທີ່ພວກເຈົ້າຕ້ອງການແນ່ນອນ.
9“ດັ່ງນັ້ນ ເຮົາບອກພວກເຈົ້າວ່າ: ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ, ຈົ່ງສະແຫວງຫາແລ້ວພວກເຈົ້າຈະພົບ, ຈົ່ງເຄາະແລ້ວປະຕູຈະເປີດໃຫ້ແກ່ພວກເຈົ້າ. 10ເພາະທຸກຄົນທີ່ຂໍກໍໄດ້ຮັບ, ທຸກຄົນທີ່ສະແຫວງຫາກໍໄດ້ພົບ, ແລະ ທຸກຄົນທີ່ເຄາະ ປະຕູກໍຈະເປີດໃຫ້.
11“ມີຜູ້ໃດໃນພວກເຈົ້າທີ່ເປັນພໍ່ ຖ້າລູກຊາຍຂໍ#11:11 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ຂໍເຂົ້າຈີ່ກໍເອົາກ້ອນຫີນໃຫ້ ຫລື ຖ້າພວກເຂົາຂໍປາກໍຈະເອົາງູໃຫ້ແທນ? 12ຫລື ຖ້າລູກຂໍໄຂ່ກໍຈະເອົາແມງງອດໃຫ້? 13ເຫດສະນັ້ນ ເຖິງແມ່ນວ່າພວກເຈົ້າຜູ້ເປັນຄົນຊົ່ວຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ພຣະບິດາເຈົ້າຂອງພວກເຈົ້າໃນສະຫວັນຈະໃຫ້ພຣະວິນຍານບໍລິສຸດເຈົ້າແກ່ບັນດາຜູ້ທີ່ຂໍຈາກພຣະອົງຫລາຍກວ່ານັ້ນຈັກເທົ່າໃດ!”
ພຣະເຢຊູເຈົ້າກັບເບເອນເຊບູນ
(ມທ 12:22,24-29,43-45; ມຣກ 3:23-27)
14ພຣະເຢຊູເຈົ້າກຳລັງຂັບໄລ່ຜີປາກກືກໂຕໜຶ່ງອອກ, ເມື່ອຜີປາກກືກອອກໄປແລ້ວ ຄົນປາກກືກນັ້ນຈຶ່ງເວົ້າໄດ້ ແລະ ປະຊາຊົນຕ່າງກໍປະຫລາດໃຈ. 15ແຕ່ບາງຄົນໃນພວກເຂົາເວົ້າວ່າ, “ໂດຍ ອຳນາດເບເອນເຊບູນ#11:15 ພາສາກຣີກວ່າ ເບເຊບູນ ຫລື ເບເອນເຊບູນ ເຊັ່ນດຽວກັບຂໍ້ 18, 19ນາຍຂອງຜີມານຮ້າຍ ລາວຈຶ່ງຂັບໄລ່ພວກຜີມານຮ້າຍອອກໄດ້”. 16ສ່ວນຄົນອື່ນນັ້ນກໍໄດ້ທົດລອງພຣະອົງໂດຍຂໍໃຫ້ພຣະອົງສະແດງໝາຍສຳຄັນຢ່າງໜຶ່ງຈາກສະຫວັນ.
17ພຣະເຢຊູເຈົ້າຮູ້ຄວາມຄິດຂອງພວກເຂົາ ແລະ ຈຶ່ງກ່າວກັບພວກເຂົາວ່າ: “ອານາຈັກໃດແຕກແຍກຕໍ່ສູ້ກັນເອງກໍຈະຖືກທຳລາຍ ແລະ ຄອບຄົວໃດແຕກແຍກຕໍ່ສູ້ກັນເອງກໍຈະຫລົ້ມຈົມ. 18ຖ້າມານຊາຕານແຕກແຍກຕໍ່ສູ້ກັນເອງ, ອານາຈັກຂອງມັນຈະຕັ້ງໝັ້ນຄົງຢູ່ໄດ້ຢ່າງໃດ? ເຮົາເວົ້າຢ່າງນີ້ເພາະເຈົ້າເວົ້າວ່າເຮົາຂັບໄລ່ຜີມານຮ້າຍອອກໄດ້ໂດຍເບເອນເຊບູນ. 19ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງເບເອນເຊບູນ ແລ້ວພວກລູກສິດຂອງພວກເຈົ້າຂັບໄລ່ຜີມານຮ້າຍອອກດ້ວຍອຳນາດຂອງຜູ້ໃດ? ດ້ວຍເຫດນີ້, ພວກເຂົາຈະເປັນຜູ້ຕັດສິນພວກເຈົ້າ. 20ແຕ່ຖ້າເຮົາຂັບໄລ່ຜີມານຮ້າຍອອກດ້ວຍນິ້ວມືຂອງພຣະເຈົ້າ, ດັ່ງນັ້ນ ອານາຈັກຂອງພຣະເຈົ້າກໍມາເຖິງພວກເຈົ້າແລ້ວ.
21“ເມື່ອຄົນແຂງແຮງຜູ້ໜຶ່ງຖືອາວຸດຄົບຊຸດ ແລະ ເຝົ້າລະວັງເຮືອນຂອງຕົນຢູ່, ຊັບສິນຂອງລາວທັງໝົດກໍປອດໄພ. 22ແຕ່ເມື່ອມີຄົນທີ່ແຂງແຮງກວ່າເຂົ້າມາໂຈມຕີ ແລະ ເອົາຊະນະລາວໄດ້, ຄົນນັ້ນກໍຈະເອົາອາວຸດທັງໝົດທີ່ເຈົ້າຂອງເຮືອນໄວ້ໃຈນັ້ນໄປ ແລະ ແບ່ງປັນສິ່ງຂອງທີ່ຢຶດມາໄດ້.
23“ຜູ້ໃດບໍ່ຢູ່ຝ່າຍເຮົາກໍຕໍ່ສູ້ເຮົາ, ແລະ ຜູ້ໃດບໍ່ຮວມເຂົ້າກັນກັບເຮົາ ກໍເປັນຜູ້ເຮັດໃຫ້ກະຈັດກະຈາຍໄປ.
24“ເມື່ອວິນຍານສົກກະປົກອອກຈາກຄົນແລ້ວ, ມັນກໍໄປທົ່ວບ່ອນແຫ້ງແລ້ງເພື່ອຊອກຫາບ່ອນຢູ່ ແລະ ເມື່ອຊອກຫາບ່ອນຢູ່ບໍ່ພົບ, ມັນຈຶ່ງກ່າວວ່າ, ‘ເຮົາຈະກັບຄືນໄປເຮືອນທີ່ເຮົາໄດ້ອອກມາ’. 25ເມື່ອມັນມາເຖິງກໍພົບວ່າເຮືອນນັ້ນປັດກວາດສະອາດ ແລະ ຈັດເປັນລະບຽບຮຽບຮ້ອຍແລ້ວ. 26ມັນຈຶ່ງອອກໄປນຳເອົາວິນຍານຊົ່ວອື່ນໆອີກເຈັດໂຕທີ່ຊົ່ວຮ້າຍກວ່າມັນອີກ ແລ້ວພວກມັນກໍໄດ້ເຂົ້າໄປອາໄສຢູ່ທີ່ເຮືອນນັ້ນ ແລະ ໃນທີ່ສຸດສະພາບຂອງຄົນນັ້ນກໍຊົ່ວຮ້າຍລົງກວ່າຕອນຕົ້ນອີກ”.
27ຂະນະທີ່ພຣະເຢຊູເຈົ້າກຳລັງກ່າວສິ່ງເຫລົ່ານີ້ຢູ່, ກໍມີຍິງຄົນໜຶ່ງໃນຝູງຊົນຮ້ອງຂຶ້ນວ່າ, “ພຣະພອນມີແກ່ແມ່ຜູ້ໃຫ້ກຳເນີດທ່ານ ແລະ ລ້ຽງດູທ່ານ”.
28ພຣະອົງຕອບວ່າ, “ພຣະພອນມີແກ່ບັນດາຜູ້ທີ່ໄດ້ຍິນຖ້ອຍຄຳຂອງພຣະເຈົ້າ ແລະ ເຊື່ອຟັງຫລາຍກວ່າ”.
ໝາຍສຳຄັນຂອງໂຢນາ
(ມທ 12:39-42)
29ຂະນະທີ່ປະຊາຊົນມາເຕົ້າໂຮມກັນຫລາຍຂຶ້ນ, ພຣະເຢຊູເຈົ້າຈຶ່ງກ່າວວ່າ, “ຄົນໃນຍຸກນີ້ຊົ່ວຮ້າຍ. ພວກເຂົາຂໍແຕ່ໝາຍສຳຄັນ, ແຕ່ຈະບໍ່ໃຫ້ໝາຍສຳຄັນໃດ ນອກຈາກໝາຍສຳຄັນຂອງໂຢນາ. 30ເພາະໂຢນາເປັນໝາຍສຳຄັນແກ່ຊາວນີເນເວ, ບຸດມະນຸດກໍເປັນໝາຍສຳຄັນແກ່ຄົນຍຸກນີ້ເໝືອນກັນ. 31ໃນວັນພິພາກສາ, ລາຊີນີຈາກທິດໃຕ້ຈະລຸກຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ, ເພາະນາງໄດ້ເດີນທາງມາຈາກສຸດປາຍແຜ່ນດິນໂລກເພື່ອມາຟັງສະຕິປັນຍາຂອງໂຊໂລໂມນ, ແລະ ບັດນີ້ ຜູ້#11:31 ຫລື ສິ່ງ ເຊັ່ນດຽວກັບຂໍ້ 32ທີ່ຍິ່ງໃຫຍ່ກວ່າໂຊໂລໂມນກໍຢູ່ທີ່ນີ້. 32ໃນວັນພິພາກສາ, ຊາວເມືອງນີເນເວຈະຢືນຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ ເພາະຊາວນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃໝ່ເພາະຄຳເທດສະໜາຂອງໂຢນາ, ແລະ ບັດນີ້ ຜູ້ທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.
ຕະກຽງຂອງຮ່າງກາຍ
(ມທ 6:22,23)
33“ບໍ່ມີຜູ້ໃດໄຕ້ຕະກຽງແລ້ວຕັ້ງໄວ້ໃນບ່ອນລັບບັງ ຫລື ເອົາກະບຸງມາງວາມໄວ້, ແຕ່ພວກເຂົາຈະຕັ້ງໄວ້ເທິງຫລັກຕະກຽງ ເພື່ອວ່າຄົນທັງຫລາຍທີ່ເຂົ້າມາຈະໄດ້ເຫັນແສງສະຫວ່າງ. 34ຕາຂອງເຈົ້າເປັນຕະກຽງຂອງຮ່າງກາຍ. ເມື່ອຕາຂອງເຈົ້າປົກກະຕິດີ, ຮ່າງກາຍຂອງເຈົ້າທຸກສ່ວນກໍຈະເຕັມໄປດ້ວຍຄວາມສະຫວ່າງ. ແຕ່ເມື່ອຕາຂອງເຈົ້າຜິດປົກກະຕິ, ຮ່າງກາຍຂອງເຈົ້າກໍຈະເຕັມໄປດ້ວຍຄວາມມືດເໝືອນກັນ. 35ດັ່ງນັ້ນ ຈົ່ງລະວັງໃຫ້ດີຢ່າໃຫ້ຄວາມສະຫວ່າງທີ່ມີຢູ່ໃນເຈົ້ານັ້ນມືດໄປ. 36ເຫດສະນັ້ນ ຖ້າຮ່າງກາຍຂອງເຈົ້າທຸກສ່ວນເຕັມໄປດ້ວຍຄວາມສະຫວ່າງ ແລະ ບໍ່ມີສ່ວນໃດໃນຄວາມມືດ, ຮ່າງກາຍຂອງເຈົ້າກໍຈະເຕັມໄປດ້ວຍຄວາມສະຫວ່າງເໝືອນດັ່ງເວລາທີ່ແສງຕະກຽງສ່ອງມາໃສ່ເຈົ້າ”.
ວິບັດແກ່ພວກຟາຣີຊາຍ ແລະ ພວກຜູ້ຊຳນານດ້ານກົດບັນຍັດ
37ເມື່ອພຣະເຢຊູເຈົ້າກ່າວຈົບແລ້ວ, ກໍມີຄົນຟາຣີຊາຍຜູ້ໜຶ່ງເຊີນພຣະອົງໄປຮ່ວມກິນອາຫານກັບລາວ, ພຣະອົງຈຶ່ງເຂົ້າໄປ ແລະ ນັ່ງເອນໂຕລົງຢູ່ທີ່ໂຕະ. 38ແຕ່ຄົນຟາຣີຊາຍຜູ້ນັ້ນກໍແປກໃຈເມື່ອສັງເກດເຫັນວ່າພຣະອົງບໍ່ໄດ້ລ້າງມືກ່ອນກິນອາຫານ.
39ແລ້ວອົງພຣະຜູ້ເປັນເຈົ້າໄດ້ກ່າວກັບລາວວ່າ, “ບັດນີ້, ເຈົ້າ ພວກຟາຣີຊາຍເອີຍ, ພວກເຈົ້າລ້າງຈອກ ແລະ ຖ້ວຍຊາມໃຫ້ສະອາດແຕ່ພາຍນອກ ແຕ່ພາຍໃນຂອງພວກເຈົ້ານັ້ນເຕັມໄປດ້ວຍຄວາມໂລບ ແລະ ຄວາມຊົ່ວຮ້າຍ. 40ພວກຄົນໂງ່ເອີຍ! ພຣະເຈົ້າຜູ້ທີ່ສ້າງພາຍນອກກໍສ້າງພາຍໃນເໝືອນກັນບໍ່ແມ່ນບໍ? 41ແຕ່ບັດນີ້ສິ່ງທີ່ມີຢູ່ພາຍໃນພວກເຈົ້າ#11:41 ຫລື ສິ່ງທີ່ເຈົ້າມີຢູ່ຈົ່ງເຜື່ອແຜ່ແກ່ຄົນທຸກຍາກ ແລ້ວທຸກສິ່ງກໍຈະສະອາດສຳລັບເຈົ້າ.
42“ວິບັດແກ່ພວກເຈົ້າ ພວກຟາຣີຊາຍເອີຍ, ເພາະພວກເຈົ້າຖວາຍໜຶ່ງສ່ວນສິບຂອງຜັກຫອມລາບ, ຜັກຣູ#11:42 ເປັນພືດສະໝຸນໄພ ແລະ ເປັນໄມ້ປະດັບຊະນິດໜຶ່ງທີ່ມີກິ່ນຫອມ ແລະ ຜັກສະໝຸນໄພອື່ນໆທຸກຊະນິດຂອງພວກເຈົ້າໃຫ້ແກ່ພຣະເຈົ້າ, ແຕ່ພວກເຈົ້າໄດ້ລະເລີຍຄວາມຍຸຕິທຳ ແລະ ຄວາມຮັກຂອງພຣະເຈົ້າ. ພວກເຈົ້າຄວນປະຕິບັດສິ່ງຕໍ່ມາໂດຍບໍ່ປະຖິ້ມສິ່ງທຳອິດ.
43“ວິບັດແກ່ພວກເຈົ້າ ພວກຟາຣີຊາຍ, ເພາະພວກເຈົ້າມັກບ່ອນນັ່ງທີ່ສຳຄັນທີ່ສຸດໃນທຳມະສາລາ ແລະ ມັກໃຫ້ຄົນມາຄຳນັບທັກທາຍໃນບ່ອນຊຸມນຸມຊົນ.
44“ວິບັດແກ່ພວກເຈົ້າ ເພາະພວກເຈົ້າເປັນເໝືອນຂຸມຝັງສົບທີ່ບໍ່ມີເຄື່ອງໝາຍໄວ້, ເຊິ່ງຄົນທັງຫລາຍຍ່າງຢຽບໄປມາໂດຍບໍ່ຮູ້ວ່າເປັນຂຸມຝັງສົບ”.
45ພວກຜູ້ຊຳນານດ້ານກົດບັນຍັດຄົນໜຶ່ງໄດ້ຕອບພຣະອົງວ່າ, “ທ່ານອາຈານເອີຍ, ເມື່ອທ່ານກ່າວສິ່ງເຫລົ່ານີ້ ທ່ານກໍໝິ່ນປະໝາດພວກເຮົາເໝືອນກັນ”.
46ພຣະເຢຊູເຈົ້າຕອບວ່າ, “ວິບັດແກ່ພວກເຈົ້າ ພວກຜູ້ຊຳນານດ້ານກົດບັນຍັດ, ເພາະວ່າພວກເຈົ້າວາງພາລະໜັກທີ່ແບກເກືອບບໍ່ໄຫວແກ່ຄົນອື່ນ, ສ່ວນພວກເຈົ້າເອງແມ່ນແຕ່ມືນິ້ວດຽວກໍບໍ່ຍົກຊ່ວຍພວກເຂົາ.
47“ວິບັດແກ່ພວກເຈົ້າ ເພາະພວກເຈົ້າສ້າງອຸບມຸງຝັງສົບໃຫ້ບັນດາຜູ້ທຳນວາຍ ແລະ ບັນພະບຸລຸດຂອງພວກເຈົ້າເອງທີ່ໄດ້ຂ້າພວກເຂົາ. 48ດັ່ງນັ້ນ ພວກເຈົ້າຈຶ່ງເປັນພະຍານໄດ້ວ່າພວກເຈົ້າເຫັນພ້ອມກັບສິ່ງທີ່ບັນພະບຸລຸດຂອງຕົນໄດ້ເຮັດໄວ້. ພວກເຂົາໄດ້ຂ້າພວກຜູ້ທຳນວາຍ, ສ່ວນພວກເຈົ້າກໍເປັນຜູ້ສ້າງຂຸມຝັງສົບໃຫ້ພວກເຂົາ. 49ເພາະດ້ວຍເຫດນີ້ ພຣະເຈົ້າຈຶ່ງກ່າວດ້ວຍປັນຍາຂອງພຣະອົງວ່າ, ‘ເຮົາຈະໃຊ້ພວກຜູ້ທຳນວາຍ ແລະ ພວກອັກຄະສາວົກໄປຫາພວກເຂົາ ເຊິ່ງບາງຄົນຈະຖືກພວກເຂົາຂ້າ ແລະ ບາງຄົນຈະຖືກພວກເຂົາຂົ່ມເຫັງ’. 50ເຫດສະນັ້ນ ຄົນໃນຍຸກນີ້ຈະຕ້ອງໄດ້ຮັບຜິດຊອບເລືອດຂອງຜູ້ທຳນວາຍທັງໝົດທີ່ໄຫລອອກຕັ້ງແຕ່ເລີ່ມສ້າງໂລກ, 51ນັບຈາກເລືອດຂອງອາເບັນຈົນເຖິງເລືອດຂອງເຊກາຣີຢາ, ຜູ້ທີ່ຖືກຂ້າລະຫວ່າງແທ່ນບູຊາກັບວິຫານ. ເຮົາບອກພວກເຈົ້າວ່າ, ຄົນໃນຍຸກນີ້ຈະຕ້ອງຮັບຜິດຊອບສິ່ງທັງໝົດນີ້.
52“ວິບັດແກ່ພວກເຈົ້າ ພວກຜູ້ຊຳນານດ້ານກົດບັນຍັດ, ເພາະພວກເຈົ້າໄດ້ເອົາກະແຈແຫ່ງຄວາມຮູ້ໄປ, ພວກເຈົ້າເອງບໍ່ເຂົ້າໄປແລ້ວຍັງຂັດຂວາງຄົນເຫລົ່ານັ້ນທີ່ກຳລັງເຂົ້າໄປ”.
53ເມື່ອພຣະເຢຊູເຈົ້າອອກໄປຂ້າງນອກ, ພວກຟາຣີຊາຍກັບພວກຄູສອນກົດບັນຍັດກໍເລີ່ມຕໍ່ຕ້ານພຣະອົງຢ່າງຮຸນແຮງ ແລະ ເລີ່ມພາກັນຕັ້ງຄຳຖາມໃສ່ພຣະອົງ, 54ເພື່ອຄອຍຖ້າຈັບຜິດສິ່ງທີ່ພຣະອົງຈະເວົ້າ.
Currently Selected:
ລູກາ 11: LCV
Highlight
Share
Copy
![None](/_next/image?url=https%3A%2F%2Fimageproxy.youversionapi.com%2F58%2Fhttps%3A%2F%2Fweb-assets.youversion.com%2Fapp-icons%2Fen.png&w=128&q=75)
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.