ລູກາ 12
12
ຄຳເຕືອນ ແລະ ຄຳໜູນໃຈ
(ມທ 10:26-33)
1ໃນຂະນະດຽວກັນນັ້ນ, ເມື່ອປະຊາຊົນຫລາຍພັນຄົນມາເຕົ້າໂຮມກັນ ຈົນພວກເຂົາບຽດກັນຢູ່ນັ້ນ, ພຣະເຢຊູເຈົ້າກໍເລີ່ມຕົ້ນກ່າວກັບພວກສາວົກຂອງພຣະອົງວ່າ: “ຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍ ຄືຄວາມໜ້າຊື່ໃຈຄົດ. 2ບໍ່ມີສິ່ງໃດທີ່ຖືກປິດບັງໄວ້ຈະບໍ່ຖືກເປີດເຜີຍ ຫລື ເຊື່ອງຊ້ອນໄວ້ຈະບໍ່ຖືກເປີດເຜີຍໃຫ້ຮູ້. 3ສິ່ງທີ່ພວກເຈົ້າກ່າວໃນບ່ອນມືດຈະໄດ້ຍິນໃນບ່ອນແຈ້ງ, ແລະ ສິ່ງທີ່ພວກເຈົ້າຊິ່ມໃສ່ຫູຢູ່ໃນຫ້ອງດ້ານໃນ ກໍຈະຖືກປະກາດຈາກຫລັງຄາ.
4“ມິດສະຫາຍຂອງເຮົາເອີຍ, ເຮົາບອກພວກເຈົ້າວ່າ, ຢ່າຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ ແລ້ວຫລັງຈາກນັ້ນກໍເຮັດສິ່ງໃດບໍ່ໄດ້ອີກ. 5ແຕ່ເຮົາຈະສະແດງໃຫ້ພວກເຈົ້າເຫັນວ່າພວກເຈົ້າຄວນຢ້ານຜູ້ໃດຄື: ຈົ່ງຢ້ານພຣະອົງຜູ້ທີ່ຈະຂ້າຮ່າງກາຍຂອງເຈົ້າແລ້ວກໍຍັງມີສິດອຳນາດທີ່ຈະຖິ້ມພວກເຈົ້າລົງນະລົກໄດ້. ເຮົາບອກພວກເຈົ້າວ່າ, ແມ່ນແລ້ວ ຈົ່ງຢ້ານພຣະອົງ. 6ນົກຈອກຫ້າໂຕຂາຍລາຄາສອງອັດບໍ່ແມ່ນບໍ? ເຖິງປານນັ້ນກໍບໍ່ມີຈັກໂຕທີ່ພຣະເຈົ້າລືມ. 7ແມ່ນແຕ່ຜົມທຸກເສັ້ນຢູ່ເທິງຫົວຂອງພວກເຈົ້າກໍຖືກນັບໄວ້ທັງໝົດແລ້ວ. ຢ່າຢ້ານເລີຍ, ພວກເຈົ້າມີຄ່າຫລາຍກວ່ານົກຈອກຫລາຍໂຕ.
8“ເຮົາບອກພວກເຈົ້າວ່າ, ຜູ້ໃດກໍຕາມຍອມຮັບເຮົາຕໍ່ໜ້າມະນຸດ, ບຸດມະນຸດກໍຈະຍອມຮັບຜູ້ນັ້ນຕໍ່ໜ້າບັນດາເທວະດາຂອງພຣະເຈົ້າເໝືອນກັນ. 9ແຕ່ຜູ້ໃດທີ່ປະຕິເສດເຮົາຕໍ່ໜ້າມະນຸດ ຜູ້ນັ້ນກໍຈະຖືກປະຕິເສດຕໍ່ໜ້າບັນດາເທວະດາຂອງພຣະເຈົ້າເໝືອນກັນ. 10ແລະ ຜູ້ໃດທີ່ເວົ້າຄຳໜຶ່ງຕໍ່ສູ້ບຸດມະນຸດກໍຈະໄດ້ຮັບການອະໄພ, ແຕ່ຜູ້ໃດທີ່ເວົ້າໝິ່ນປະໝາດຕໍ່ສູ້ພຣະວິນຍານບໍລິສຸດເຈົ້າ ຜູ້ນັ້ນຈະບໍ່ໄດ້ຮັບການອະໄພ.
11“ເມື່ອພວກເຈົ້າຖືກນຳເຂົ້າໄປຢູ່ຕໍ່ໜ້າທຳມະສາລາ, ບັນດາຜູ້ປົກຄອງ ຫລື ຜູ້ມີສິດອຳນາດ, ຢ່າຄິດກະວົນກະວາຍວ່າພວກເຈົ້າຈະປ້ອງກັນຕົນເອງຢ່າງໃດ ຫລື ຈະເວົ້າສິ່ງໃດ, 12ເພາະໃນເວລານັ້ນພຣະວິນຍານບໍລິສຸດເຈົ້າຈະສອນພວກເຈົ້າວ່າພວກເຈົ້າຄວນເວົ້າສິ່ງໃດ”.
ຄຳອຸປະມາເລື່ອງເສດຖີໂງ່
13ມີຄົນໜຶ່ງໃນປະຊາຊົນໄດ້ເວົ້າກັບພຣະອົງວ່າ, “ທ່ານອາຈານ, ຊ່ວຍບອກອ້າຍຂອງຂ້ານ້ອຍໃຫ້ແບ່ງປັນມໍລະດົກແກ່ຂ້ານ້ອຍດ້ວຍ”.
14ພຣະເຢຊູເຈົ້າຕອບວ່າ, “ຊາຍເອີຍ, ຜູ້ໃດຕັ້ງເຮົາໃຫ້ເປັນຜູ້ພິພາກສາ ຫລື ເປັນຜູ້ແບ່ງມໍລະດົກລະຫວ່າງພວກເຈົ້າ?” 15ແລ້ວພຣະອົງຈຶ່ງກ່າວກັບພວກເຂົາວ່າ, “ຈົ່ງລະວັງໃຫ້ດີ! ຈົ່ງຮັກສາໂຕໄວ້ໃຫ້ພົ້ນຈາກຄວາມໂລບທຸກຢ່າງ, ເພາະຊີວິດຂອງມະນຸດບໍ່ໄດ້ຂຶ້ນຢູ່ກັບຊັບສິ່ງຂອງອັນອຸດົມສົມບູນ”.
16ແລະ ພຣະອົງໄດ້ບອກຄຳອຸປະມານີ້ແກ່ພວກເຂົາວ່າ, “ທີ່ດິນຂອງເສດຖີຄົນໜຶ່ງໄດ້ໃຫ້ຜົນລະປູກຢ່າງອຸດົມສົມບູນ. 17ລາວຈຶ່ງຄິດໃນໃຈວ່າ, ‘ເຮົາຈະເຮັດແນວໃດດີ? ເຮົາບໍ່ມີບ່ອນທີ່ຈະເກັບຜົນລະປູກທັງໝົດນີ້ໄວ້’.
18“ແລ້ວລາວກໍເວົ້າວ່າ, ‘ເຮົາຈະເຮັດດັ່ງນີ້ຄື ເຮົາຈະມ້າງເລົ້າທັງຫລາຍຂອງເຮົາລົງແລ້ວສ້າງເລົ້າໃໝ່ຂຶ້ນໃຫ້ໃຫຍ່ກວ່າເກົ່າ ແລະ ຈະເອົາຜົນລະປູກສວ່ນທີ່ເຫລືອຂອງເຮົາເກັບໄວ້ຢູ່ບ່ອນນັ້ນ. 19ແລ້ວເຮົາກໍຈະເວົ້າກັບຕົນເອງວ່າ, “ເຈົ້າມີຜົນລະປູກເກັບໄວ້ພຽງພໍສຳລັບຫລາຍປີ, ຈົ່ງໃຊ້ຊີວິດໃຫ້ສະບາຍ, ກິນ, ດື່ມ ແລະ ສະໜຸກສະໜານສາ”’.
20“ແຕ່ພຣະເຈົ້າກ່າວແກ່ລາວວ່າ, ‘ຄົນໂງ່ເອີຍ! ຄືນນີ້ຊີວິດຂອງເຈົ້າຈະຖືກເອີ້ນເອົາຄືນຈາກເຈົ້າ. ແລ້ວຜູ້ໃດຈະເປັນຜູ້ທີ່ໄດ້ຮັບສິ່ງຂອງທີ່ເຈົ້າຕຽມໄວ້ສຳລັບເຈົ້າເອງ?’
21“ຜູ້ໃດທີ່ສະສົມສິ່ງຂອງໄວ້ສຳລັບຕົນເອງແຕ່ບໍ່ໄດ້ຮັ່ງມີເພື່ອພຣະເຈົ້າກໍເປັນຢ່າງນີ້ແຫລະ”.
ຢ່າກະວົນກະວາຍ
(ມທ 6:25-33)
22ແລ້ວພຣະເຢຊູເຈົ້າກໍກ່າວກ່າວພວກສາວົກວ່າ, “ເຫດສະນັ້ນ ເຮົາຈຶ່ງບອກພວກເຈົ້າທັງຫລາຍວ່າ, ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າຈະກິນຫຍັງ ຫລື ຮ່າງກາຍຂອງຕົນວ່າຈະນຸ່ງຫົ່ມຫຍັງ. 23ເພາະວ່າຊີວິດກໍມີຄ່າຫລາຍກວ່າອາຫານ ແລະ ຮ່າງກາຍກໍມີຄ່າຫລາຍກວ່າເຄື່ອງນຸ່ງຫົ່ມ. 24ຈົ່ງພິຈາລະນາເບິ່ງຝູງກາ: ພວກມັນບໍ່ໄດ້ຫວ່ານ ຫລື ບໍ່ໄດ້ເກັບກ່ຽວ, ພວກມັນບໍ່ມີບ່ອນເກັບສິ່ງຂອງ ຫລື ບໍ່ມີເລົ້າ, ແຕ່ພຣະເຈົ້າກໍຍັງລ້ຽງດູພວກມັນ. ພວກເຈົ້າກໍມີຄ່າຫລາຍກວ່າຝູງນົກເຫລົ່ານັ້ນ! 25ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນກະວາຍແລ້ວສາມາດຕໍ່ຊີວິດຂອງຕົນເອງອອກໄປອີກຈັກຊົ່ວໂມງໜຶ່ງໄດ້?#12:25 ຫລື ເພີ່ມຄວາມສູງຂອງຕົນອີກຈັກສອກໜຶ່ງໄດ້? 26ໃນເມື່ອພວກເຈົ້າເຮັດໃນສິ່ງເລັກນ້ອຍນີ້ບໍ່ໄດ້ແລ້ວ, ເປັນຫຍັງພວກເຈົ້າຈຶ່ງກະວົນກະວາຍເຖິງສິ່ງອື່ນໆ?
27“ຈົ່ງສັງເກດເບິ່ງວ່າດອກໄມ້ປ່າໃຫຍ່ຂຶ້ນມາໄດ້ຢ່າງໃດ, ມັນບໍ່ໄດ້ອອກແຮງ ຫລື ເຂັນຝ້າຍ. ແຕ່ເຮົາບອກພວກເຈົ້າທັງຫລາຍວ່າ, ແມ່ນແຕ່ໂຊໂລໂມນຜູ້ທີ່ເຕັມໄປດ້ວຍສະຫງ່າລາສີ ກໍຍັງບໍ່ໄດ້ໃສ່ເຄື່ອງນຸ່ງທີ່ງາມສະຫງ່າເໝືອນດອກໄມ້ເຫລົ່ານີ້ດອກໜຶ່ງ. 28ຖ້າພຣະເຈົ້າຕົບແຕ່ງຕົ້ນຫຍ້າທີ່ຢູ່ໃນທົ່ງ ເຊິ່ງເປັນຢູ່ໃນບ່ອນນີ້ວັນນີ້ ແລະ ມື້ອື່ນກໍຈະຕ້ອງຖືກຖິ້ມລົງໃສ່ໄຟ, ພວກເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ! ພຣະອົງຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່ານັ້ນອີກບໍ? 29ແລະ ຢ່າກະວົນກະວາຍວ່າພວກເຈົ້າຈະກິນຫຍັງ ຫລື ຈະດື່ມຫຍັງ. 30ເພາະຄົນບໍ່ນັບຖືພຣະເຈົ້າທົ່ວໂລກກໍສະແຫວງຫາສິ່ງທັງໝົດເຫລົ່ານີ້ ແລະ ພຣະບິດາເຈົ້າຂອງພວກເຈົ້າຮູ້ວ່າພວກເຈົ້າຕ້ອງການສິ່ງເຫລົ່ານີ້. 31ແຕ່ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ, ແລ້ວພຣະອົງຈະມອບສິ່ງເຫລົ່ານີ້ໃຫ້ແກ່ພວກເຈົ້າດ້ວຍ.
32“ແກະຝູງນ້ອຍ ຢ່າຢ້ານເລີຍ, ເພາະພຣະບິດາເຈົ້າຂອງພວກເຈົ້າພໍໃຈທີ່ຈະມອບອານາຈັກນັ້ນໃຫ້ແກ່ພວກເຈົ້າ. 33ຈົ່ງຂາຍສິ່ງຂອງທັງໝົດທີ່ພວກເຈົ້າມີ ແລະ ບໍລິຈາກແກ່ຄົນທຸກຍາກ. ຈົ່ງຈັດຕຽມຖົງເງິນທີ່ບໍ່ມີມື້ຫລຸ້ຍຫ້ຽນໄວ້ສຳລັບຕົນເອງ ຄືຊັບສົມບັດໃນສະຫວັນທີ່ບໍ່ໝົດຈັກເທື່ອ, ໃນບ່ອນທີ່ບໍ່ມີໂຈນເຂົ້າໃກ້ ແລະ ບໍ່ມີມອດມາທຳລາຍ. 34ເພາະຊັບສົມບັດຂອງພວກເຈົ້າຢູ່ທີ່ໃດ, ໃຈຂອງພວກເຈົ້າກໍຢູ່ທີ່ນັ້ນເໝືອນກັນ.
ຈົ່ງເຝົ້າລະວັງຢູ່
(ມທ 24:43-51; 25:1-13; ມຣກ 13:33-37)
35“ຈົ່ງແຕ່ງກາຍໃຫ້ພ້ອມເພື່ອການຮັບໃຊ້ ແລະ ຮັກສາບັນດາຕະກຽງຂອງພວກເຈົ້າໃຫ້ລຸກໄໝ້ຢູ່, 36ເໝືອນດັ່ງຄົນຮັບໃຊ້ທີ່ກຳລັງຄອຍຖ້າຮັບນາຍຂອງຕົນທີ່ຈະກັບຈາກງານລ້ຽງສະຫລອງແຕ່ງງານ ເພື່ອວ່າເມື່ອນາຍກັບມາ ແລະ ເຄາະປະຕູ ພວກເຂົາຈະເປີດປະຕູຮັບນາຍໄດ້ທັນທີ. 37ເປັນຜົນດີສຳລັບຄົນຮັບໃຊ້ເຫລົ່ານັ້ນທີ່ນາຍກັບມາແລ້ວພົບວ່າພວກເຂົາກຳລັງຄອຍຖ້າຢູ່. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະແຕ່ງກາຍຂອງຕົນໃຫ້ພ້ອມທີ່ຈະຮັບໃຊ້ ແລະ ໃຫ້ຄົນຮັບໃຊ້ເຫລົ່ານັ້ນນັ່ງລົງທີ່ໂຕະ ແລ້ວນາຍຈະມາຄອຍບົວລະບັດພວກເຂົາ. 38ເປັນຜົນດີສຳລັບຄົນຮັບໃຊ້ເຫລົ່ານັ້ນທີ່ເມື່ອນາຍພົບວ່າພວກເຂົາຕຽມພ້ອມຢູ່, ແມ່ນແຕ່ນາຍນັ້ນມາໃນເວລາທ່ຽງຄືນ ຫລື ຂ້ອນແຈ້ງ. 39ແຕ່ຈົ່ງເຂົ້າໃຈດັ່ງນີ້ຄື: ຖ້າເຈົ້າຂອງເຮືອນຮູ້ກ່ອນວ່າຂະໂມຍຈະມາໃນຊົ່ວໂມງໃດ, ລາວກໍຄົງຈະບໍ່ປ່ອຍໃຫ້ຂະໂມຍງັດເຂົ້າໄປໃນເຮືອນຂອງຕົນໄດ້. 40ພວກເຈົ້າຈະຕ້ອງຕຽມພ້ອມເໝືອນກັນ ເພາະວ່າບຸດມະນຸດຈະມາໃນເວລາທີ່ພວກເຈົ້າບໍ່ຄາດຄິດ”.
41ແລ້ວເປໂຕກໍຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງກ່າວຄຳອຸປະມານີ້ແກ່ພວກຂ້ານ້ອຍ ຫລື ແກ່ທຸກຄົນ?”
42ອົງພຣະຜູ້ເປັນເຈົ້າຕອບວ່າ, “ແມ່ນຜູ້ໃດເປັນຜູ້ຈັດການທີ່ສັດຊື່ ແລະ ສະຫລາດ, ຜູ້ທີ່ນາຍໄດ້ຕັ້ງໄວ້ໃຫ້ຮັບຜິດຊອບຄົນຮັບໃຊ້ຂອງເພິ່ນ ເພື່ອແຈກຢາຍອາຫານໃຫ້ພວກເຂົາຕາມເວລາ? 43ຈະເປັນຜົນດີສຳລັບຄົນຮັບໃຊ້ຜູ້ນັ້ນເມື່ອນາຍກັບມາພົບວ່າລາວເຮັດຕາມໜ້າທີ່. 44ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ນາຍຈະຕັ້ງລາວໃຫ້ເປັນຜູ້ຮັບຜິດຊອບຊັບສົມບັດທັງໝົດຂອງນາຍ. 45ແຕ່ຖ້າຄົນຮັບໃຊ້ຄິດໃນໃຈວ່າ, ‘ຍັງອີກດົນທີ່ນາຍຂອງຕົນຈະກັບມາ’ ລາວຈຶ່ງເລີ່ມຂ້ຽນຕີເພື່ອນຄົນຮັບໃຊ້ທັງຜູ້ຊາຍ ແລະ ແມ່ຍິງ, ກິນ ແລະ ດື່ມຈົນເມົາ. 46ນາຍຂອງຄົນຮັບໃຊ້ຜູ້ນັ້ນຈະກັບມາໃນວັນທີ່ລາວບໍ່ຄາດຄິດ ແລະ ໃນເວລາທີ່ລາວບໍ່ຮູ້. ນາຍຈະຕັດລາວເປັນຕ່ອນໆ ແລະ ຈັດໃຫ້ລາວໄປຢູ່ໃນບ່ອນຂອງຄົນທີ່ບໍ່ເຊື່ອ.
47“ຄົນຮັບໃຊ້ທີ່ຮູ້ຈັກໃຈນາຍແຕ່ບໍ່ໄດ້ຕຽມພ້ອມ ແລະ ບໍ່ເຮັດໃນສິ່ງທີ່ນາຍຕ້ອງການກໍຈະຕ້ອງຖືກຂ້ຽນຕີຢ່າງໜັກ. 48ສ່ວນຄົນທີ່ບໍ່ຮູ້ຈັກ ແລະ ເຮັດສິ່ງທີ່ສົມຄວນຖືກລົງໂທດກໍຈະຖືກຂ້ຽນໜ້ອຍ. ທຸກຄົນທີ່ໄດ້ຮັບຫລາຍຈະຖືກຮຽກຮ້ອງເອົາຈາກຜູ້ນັ້ນຫລາຍ ແລະ ຄົນທີ່ໄດ້ຮັບມອບໝາຍໄວ້ຫລາຍ ກໍຈະຖືກທວງເອົາຈາກຜູ້ນັ້ນຫລາຍ.
ບໍ່ແມ່ນສັນຕິສຸກແຕ່ເປັນການແຕກແຍກ
(ມທ 10:34-36)
49“ເຮົາມາເພື່ອນຳເອົາໄຟມາສູ່ໂລກ ແລະ ເຮົາປາຖະໜາຢ່າງທີ່ຈະໃຫ້ໄຟນັ້ນລຸກຂຶ້ນແລ້ວ! 50ແຕ່ເຮົາຈະຕ້ອງຜ່ານບັບຕິສະມາຢ່າງໜຶ່ງ ແລະ ເຮົາກໍເປັນທຸກໃຈຫລາຍຈົນກວ່າບັບຕິສະມານັ້ນຈະສຳເລັດຄົບຖ້ວນ! 51ພວກເຈົ້າຄິດວ່າເຮົາມາເພື່ອນຳເອົາສັນຕິສຸກມາສູ່ໂລກບໍ? ບໍ່ເລີຍ, ເຮົາບອກພວກເຈົ້າວ່າເຮົານຳເອົາການແຕກແຍກມາ. 52ນັບແຕ່ນີ້ຕໍ່ໄປ ຫ້າຄົນໃນຄອບຄົວດຽວຈະແຕກແຍກກັນຄື: ສາມຕໍ່ສູ້ສອງ ແລະ ສອງຕໍ່ສູ້ສາມ. 53ພວກເຂົາຈະແຕກແຍກກັນ, ພໍ່ຈະຕໍ່ສູ້ລູກຊາຍ ແລະ ລູກຊາຍຈະຕໍ່ສູ້ພໍ່, ແມ່ຈະຕໍ່ສູ້ລູກສາວ ແລະ ລູກສາວຈະຕໍ່ສູ້ແມ່, ແມ່ຍ່າຈະຕໍ່ສູ້ລູກໃພ້ ແລະ ລູກໃພ້ຈະຕໍ່ສູ້ແມ່ຍ່າ”.
ສັງເກດຄວາມເປັນໄປຂອງຍຸກນີ້
54ແລ້ວພຣະອົງກ່າວແກ່ປະຊາຊົນອີກວ່າ: “ເມື່ອພວກເຈົ້າທັງຫລາຍເຫັນເມກກຳລັງລອຍຂຶ້ນທາງທິດຕາເວັນຕົກ ພວກເຈົ້າກໍເວົ້າທັນທີວ່າ, ‘ຝົນກຳລັງຈະຕົກ’ ແລະ ຝົນກໍຕົກ. 55ແລະ ເມື່ອລົມພັດມາທາງທິດໃຕ້, ພວກເຈົ້າກໍເວົ້າວ່າ, ‘ອາກາດຈະຮ້ອນ’ ແລະ ກໍເປັນດັ່ງນັ້ນແທ້. 56ພວກຄົນໜ້າຊື່ໃຈຄົດ! ພວກເຈົ້າຮູ້ຈັກຕີຄວາມໝາຍປາກົດການຂອງແຜ່ນດິນໂລກ ແລະ ທ້ອງຟ້າ. ແລ້ວເປັນຫຍັງພວກເຈົ້າຈຶ່ງບໍ່ຮູ້ຕີຄວາມໝາຍປາກົດການຂອງປັດຈຸບັນນີ້?
57“ດ້ວຍເຫດໃດພວກເຈົ້າຈຶ່ງບໍ່ຕັດສິນເອງວ່າສິ່ງໃດຖືກຕ້ອງ? 58ຂະນະທີ່ເຈົ້າໄປກັບໂຈດຂອງເຈົ້າເພື່ອພົບຜູ້ພິພາກສາ, ຈົ່ງພະຍາຍາມຫາທາງຕົກລົງກັບລາວໃຫ້ໄດ້ເມື່ອຍັງຢູ່ກາງທາງ, ໂຈດຂອງເຈົ້າອາດຈະລາກເຈົ້າໄປພົບຜູ້ພິພາກສາ ແລະ ຜູ້ພິພາກສາຈະມອບເຈົ້າໃຫ້ແກ່ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ຈະຈັບເຈົ້າເຂົ້າຄຸກ. 59ເຮົາບອກເຈົ້າວ່າ, ເຈົ້າຈະອອກມາບໍ່ໄດ້ຈົນກວ່າເຈົ້າຈະໃຊ້ໜີ້ຄົບ”.
Currently Selected:
ລູກາ 12: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.