YouVersion Logo
Search Icon

ລູກາ 13

13
ຖິ້ມໃຈເກົ່າເອົາໃຈໃໝ່ ຫລື ຈິບຫາຍ
1ໃນ​ເວລາ​ນັ້ນ ມີ​ບາງຄົນ​ໄດ້​ບອກ​ພຣະເຢຊູເຈົ້າ​ກ່ຽວກັບ​ເລື່ອງ​ຊາວ​ຄາລີເລ​ກຸ່ມ​ໜຶ່ງ ເຊິ່ງ​ປີລາດ​ເຮັດ​ໃຫ້​ເລືອດ​ຂອງ​ພວກເຂົາ​ປົນ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ. 2ພຣະເຢຊູເຈົ້າ​ຕອບ​ວ່າ, “ພວກເຈົ້າ​ຄິດ​ວ່າ​ຊາວ​ຄາລີເລ​ເຫລົ່ານັ້ນ​ເປັນ​ຄົນບາບ​ຫລາຍ​ກວ່າ​ຊາວ​ຄາລີເລ​ຄົນ​ອື່ນໆ​ທັງໝົດ​ເພາະ​ພວກເຂົາ​ຖືກ​ຄວາມທຸກລຳບາກ​ຢ່າງ​ນີ້​ບໍ? 3ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ. 4ຫລື ສິບແປດ​ຄົນ​ເຫລົ່ານັ້ນ​ທີ່​ຕາຍ​ເມື່ອ​ຫໍຄອຍ​ສີໂລອາມ​ພັງ​ລົງ​ມາ​ທັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຂົາ​ມີ​ຄວາມຜິດ​ຫລາຍ​ກວ່າ​ຄົນ​ອື່ນໆ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ບໍ? 5ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ”.
6ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ຄຳອຸປະມາ​ດັ່ງນີ້​ວ່າ: “ຊາຍ​ຄົນ​ໜຶ່ງ​ມີ​ຕົ້ນໝາກເດື່ອ​ຕົ້ນໜຶ່ງ​ໄວ້​ໃນ​ສວນອະງຸ່ນ​ຂອງ​ຕົນ, ລາວ​ໄປ​ຊອກຫາ​ໝາກ​ແຕ່​ບໍ່​ພົບ. 7ລາວ​ຈຶ່ງ​ເວົ້າ​ກັບ​ຊາຍ​ຜູ້​ເບິ່ງແຍງ​ສວນອະງຸ່ນ​ວ່າ, ‘ເຮົາ​ມາ​ຊອກຫາ​ໝາກ​ຈາກ​ຕົ້ນໝາກເດື່ອ​ໃນ​ຕົ້ນ​ນີ້​ສາມ​ປີ​ແລ້ວ ແຕ່​ບໍ່​ເຄີຍ​ພົບ​ເລີຍ. ຈົ່ງ​ຕັດ​ມັນ​ຖິ້ມ​ສາ! ຈະ​ປູກ​ມັນ​ໃຫ້​ເສຍ​ດິນ​ເຮັດຫຍັງ?’
8“ແຕ່​ຄົນ​ເບິ່ງແຍງ​ສວນ​ຕອບ​ວ່າ, ‘ນາຍ​ເອີຍ ຂໍ​ປ່ອຍ​ມັນ​ໄວ້​ອີກ​ໜຶ່ງ​ປີ, ຂ້ານ້ອຍ​ຈະ​ຂຸດ​ດິນ​ອ້ອມ​ມັນ ແລະ ໃສ່​ຝຸ່ນ​ໃຫ້​ມັນ. 9ປີ​ໜ້າ​ຖ້າ​ມັນ​ເກີດ​ໝາກ​ກໍ​ຈະ​ດີ​ຫລາຍ! ແຕ່​ຖ້າ​ບໍ່​ເກີດ​ໝາກ​ກໍ​ຈະ​ຕັດ​ມັນ​ລົງ’”.
ພຣະເຢຊູເຈົ້າ​ຮັກສາ​ຍິງ​ຫລັງກົ່ງ​ໃນ​ວັນຊະບາໂຕ
10ໃນ​ວັນຊະບາໂຕ​ວັນ​ໜຶ່ງ ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ, 11ໃນ​ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ສິບແປດ​ປີ, ນາງ​ເປັນ​ຫລັງກົ່ງ ແລະ ບໍ່​ສາມາດ​ຢືດ​ໂຕ​ຊື່​ໄດ້​ເລີຍ. 12ເມື່ອ​ພຣະເຢຊູເຈົ້າ​ເຫັນ​ນາງ ພຣະອົງ​ຈຶ່ງ​ເອີ້ນ​ນາງ​ອອກ​ມາ​ທາງ​ໜ້າ ແລະ ກ່າວ​ກັບ​ນາງ​ວ່າ, “ນາງ​ເອີຍ, ເຈົ້າ​ໄດ້​ພົ້ນ​ຈາກ​ຄວາມ​ພິການ​ຂອງ​ເຈົ້າ​ແລ້ວ”. 13ແລ້ວ​ພຣະອົງ​ໄດ້​ວາງ​ມື​ທັງ​ສອງ​ໃສ່​ນາງ, ໃນທັນໃດ​ນັ້ນ​ນາງ​ກໍ​ຢືດ​ໂຕ​ຊື່ ແລະ ສັນລະເສີນ​ພຣະເຈົ້າ.
14ຫົວໜ້າ​ທຳມະສາລາ​ບໍ່​ພໍໃຈ​ທີ່​ພຣະເຢຊູເຈົ້າ​ຮັກສາ​ພະຍາດ​ໃນ​ວັນຊະບາໂຕ ຈຶ່ງ​ກ່າວ​ກັບ​ປະຊາຊົນ​ວ່າ, “ມີ​ຫົກ​ວັນ​ທີ່​ໃຫ້​ເຮັດ​ວຽກງານ. ດັ່ງນັ້ນ ຈົ່ງ​ມາ​ຮັບ​ການຮັກສາ​ໃນ​ວັນ​ເຫລົ່ານັ້ນ ບໍ່​ແມ່ນ​ໃນ​ວັນຊະບາໂຕ”.
15ອົງພຣະຜູ້ເປັນເຈົ້າ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ແຕ່ລະຄົນ​ກໍ​ປ່ອຍ​ງົວ ຫລື ລໍ​ຂອງ​ຕົນ​ຈາກ​ຄອກ ແລະ ພາ​ມັນ​ອອກ​ໄປ​ກິນນ້ຳ​ໃນ​ວັນຊະບາໂຕ​ບໍ່​ແມ່ນ​ບໍ? 16ແລ້ວ​ຍິງ​ຄົນ​ນີ້​ກໍ​ເປັນ​ລູກຫລານ​ຂອງ​ອັບຣາຮາມ ຖືກ​ມານຊາຕານ​ຜູກມັດ​ມາ​ຕະຫລອດ​ສິບແປດ​ປີ ບໍ່​ສົມຄວນ​ບໍ​ທີ່​ຈະ​ປົດປ່ອຍ​ນາງ​ໃຫ້​ເປັນ​ອິດສະຫລະ​ໃນ​ວັນຊະບາໂຕ?”
17ເມື່ອ​ພຣະອົງ​ກ່າວ​ຢ່າງ​ນີ້​ກໍ​ເຮັດ​ໃຫ້​ສັດຕູ​ທັງໝົດ​ຂອງ​ພຣະອົງ​ອັບອາຍຂາຍໜ້າ, ແຕ່​ປະຊາຊົນ​ຊື່ນຊົມຍິນດີ​ກັບ​ສິ່ງ​ອັດສະຈັນ​ທັງປວງ​ທີ່​ພຣະອົງ​ໄດ້​ກະທຳ.
ຄຳອຸປະມາ​ເລື່ອງ​ແກ່ນ​ຜັກກາດ ແລະ ເຊື້ອແປ້ງ
(ມທ 13:31-33; ມຣກ 4:30-32)
18ແລ້ວ​ພຣະເຢຊູເຈົ້າ​ຖາມ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ເໝືອນ​ອັນໃດ? ເຮົາ​ຈະ​ປຽບທຽບ​ອານາຈັກ​ນັ້ນ​ກັບ​ອັນໃດ​ດີ? 19ກໍ​ເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຊິ່ງ​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ ແລ້ວ​ກໍ​ປູກ​ໄວ້​ໃນ​ສວນ​ຂອງ​ຕົນ. ມັນ​ກໍ​ໃຫຍ່​ຂຶ້ນ ແລະ ກາຍເປັນ​ຕົ້ນໄມ້​ໃຫ້​ຝູງ​ນົກ​ຈັບ​ຢູ່​ຕາມ​ງ່າ​ຂອງ​ມັນ”.
20ພຣະອົງ​ຖາມ​ວ່າ, “ເຮົາ​ຈະ​ປຽບທຽບ​ອານາຈັກ​ຂອງ​ພຣະເຈົ້າ​ກັບ​ອັນ​ໃດ​ດີ? 21ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ 27 ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.
ເລື່ອງ​ປະຕູ​ຄັບແຄບ
22ຫລັງຈາກນັ້ນ ພຣະເຢຊູເຈົ້າ​ເດີນທາງ​ໄປ​ສັ່ງສອນ​ທົ່ວ​ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂະນະ​ທີ່​ພຣະອົງ​ມຸ່ງໜ້າ​ໄປ​ທີ່​ເຢຣູຊາເລັມ. 23ມີ​ບາງຄົນ​ໄດ້​ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ພຽງ​ໜ້ອຍ​ຄົນ​ເທົ່ານັ້ນ​ທີ່​ຈະ​ໄດ້​ພົ້ນ​ບໍ?”
ພຣະອົງ​ໄດ້​ກ່າວ​ກັບ​ພວກເຂົາ​ວ່າ, 24“ຈົ່ງ​ພະຍາຍາມ​ໃຫ້​ສຸດ​ຄວາມສາມາດ​ທີ່​ຈະ​ເຂົ້າ​ໄປ​ທາງ​ປະຕູ​ຄັບແຄບ, ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ມີ​ຫລາຍ​ຄົນ​ພະຍາຍາມ​ຈະ​ເຂົ້າ​ໄປ ແຕ່​ຈະ​ບໍ່​ສາມາດ​ເຂົ້າ​ໄປ​ໄດ້. 25ເມື່ອ​ເຈົ້າຂອງ​ເຮືອນ​ລຸກຂຶ້ນ ແລະ ອັດ​ປະຕູ​ແລ້ວ, ພວກເຈົ້າ​ກໍ​ຈະ​ຢືນ​ເຄາະ​ປະຕູ​ຢູ່​ທາງນອກ ແລະ ອ້ອນວອນຂໍ​ວ່າ, ‘ທ່ານ​ເອີຍ, ຂໍ​ເປີດ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ດ້ວຍ’.
“ແຕ່​ເພິ່ນ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ຫລື ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ຈາກ​ໃສ’.
26“ເມື່ອ​ນັ້ນ​ພວກເຈົ້າ​ຈະ​ຕອບ​ວ່າ, ‘ພວກຂ້ານ້ອຍ​ເຄີຍ​ກິນ ແລະ ດື່ມ​ກັບ​ທ່ານ ແລະ ທ່ານ​ເຄີຍ​ມາ​ສັ່ງສອນ​ຢູ່​ຕາມ​ຖະໜົນ​ຂອງ​ພວກຂ້ານ້ອຍ’.
27“ແຕ່​ເພິ່ນ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ຫລື ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ຈາກ​ໃສ. ຈົ່ງ​ໄປ​ໃຫ້​ໄກ​ຈາກ​ເຮົາ ພວກ​ຄົນຊົ່ວ​ທຸກຄົນ!’
28“ທີ່​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ, ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ, ຢາໂຄບ ແລະ ຜູ້ທຳນວາຍ​ທັງໝົດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ເອງ​ຈະ​ຖືກ​ໂຍນຖິ້ມ​ອອກ​ມາ. 29ຈະ​ມີ​ຄົນ​ມາ​ຈາກ​ທິດຕາເວັນອອກ, ທິດຕາເວັນຕົກ, ທິດເໜືອ ແລະ ທິດໃຕ້, ຈະ​ເຂົ້າ​ມາ​ປະຈຳທີ່​ຂອງ​ຕົນ​ທີ່​ງານ​ສະຫລອງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ. 30ເບິ່ງ​ແມ! ບັນດາ​ຜູ້​ທີ່​ເປັນ​ຜູ້ປາຍ​ຈະ​ເປັນ​ຜູ້ຕົ້ນ ແລະ ຜູ້ຕົ້ນ​ຈະ​ເປັນ​ຜູ້ປາຍ”.
ຄວາມໂສກເສົ້າ​ຂອງ​ພຣະເຢຊູເຈົ້າ​ສຳລັບ​ເຢຣູຊາເລັມ
(ມທ 23:37-39; ລກ 19:41)
31ໃນ​ເວລາ​ນັ້ນ ມີ​ພວກ​ຟາຣີຊາຍ​ບາງຄົນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ໃຫ້​ທ່ານ​ອອກ​ໜີ​ໄປ​ຈາກ​ບ່ອນ​ນີ້ ແລະ ໄປ​ບ່ອນ​ອື່ນ​ສາ. ເຮໂຣດ​ຕ້ອງການ​ຈະ​ຂ້າ​ທ່ານ”.
32ພຣະອົງ​ຕອບ​ວ່າ, “ໄປ​ບອກ​ໝາຈິ້ງຈອກ​ໂຕ​ນັ້ນ​ວ່າ, ‘ເຮົາ​ຈະ​ຂັບໄລ່​ພວກ​ຜີມານຮ້າຍ ແລະ ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ມື້ນີ້ ແລະ ມື້ອື່ນ ແລະ ໃນ​ວັນ​ທີ​ສາມ​ເຮົາ​ຈະ​ບັນລຸ​ເປົ້າໝາຍ​ຂອງ​ເຮົາ’. 33ໃນ​ກໍລະນີ​ໃດ​ກໍ​ຕາມ, ເຮົາ​ຈະ​ຕ້ອງ​ດຳເນີນ​ຕໍ່ໄປ​ໃນ​ມື້ນີ້ ແລະ ມື້ອື່ນ ແລະ ມື້​ຕໍ່ໄປ ເພາະ​ບໍ່​ມີ​ຜູ້ທຳນວາຍ​ຄົນ​ໃດ​ຕາຍ​ນອກ​ເຢຣູຊາເລັມ​ແນ່ນອນ!
34“ເຢຣູຊາເລັມ ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ. ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ! 35ເບິ່ງ​ແມ, ເຮືອນ​ຂອງ​ພວກເຈົ້າ​ຈະ​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ. ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ເຮົາ​ອີກ​ຈົນ​ກວ່າ​ພວກເຈົ້າ​ຈະ​ເວົ້າ​ວ່າ, ‘ຂໍ​ໃຫ້​ພຣະພອນ​ມີ​ແດ່​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ’#13:35 ພສສ 118:26”.

Currently Selected:

ລູກາ 13: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in