ລູກາ 13
13
ຖິ້ມໃຈເກົ່າເອົາໃຈໃໝ່ ຫລື ຈິບຫາຍ
1ໃນເວລານັ້ນ ມີບາງຄົນໄດ້ບອກພຣະເຢຊູເຈົ້າກ່ຽວກັບເລື່ອງຊາວຄາລີເລກຸ່ມໜຶ່ງ ເຊິ່ງປີລາດເຮັດໃຫ້ເລືອດຂອງພວກເຂົາປົນກັບເຄື່ອງບູຊາຂອງພວກເຂົາ. 2ພຣະເຢຊູເຈົ້າຕອບວ່າ, “ພວກເຈົ້າຄິດວ່າຊາວຄາລີເລເຫລົ່ານັ້ນເປັນຄົນບາບຫລາຍກວ່າຊາວຄາລີເລຄົນອື່ນໆທັງໝົດເພາະພວກເຂົາຖືກຄວາມທຸກລຳບາກຢ່າງນີ້ບໍ? 3ເຮົາບອກພວກເຈົ້າທັງຫລາຍວ່າ, ບໍ່ແມ່ນ! ແຕ່ຖ້າພວກເຈົ້າທັງຫລາຍບໍ່ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ. 4ຫລື ສິບແປດຄົນເຫລົ່ານັ້ນທີ່ຕາຍເມື່ອຫໍຄອຍສີໂລອາມພັງລົງມາທັບພວກເຂົາ, ພວກເຈົ້າຄິດວ່າພວກເຂົາມີຄວາມຜິດຫລາຍກວ່າຄົນອື່ນໆທີ່ອາໄສຢູ່ໃນເຢຣູຊາເລັມບໍ? 5ເຮົາບອກພວກເຈົ້າທັງຫລາຍວ່າ, ບໍ່ແມ່ນ! ແຕ່ຖ້າພວກເຈົ້າບໍ່ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າກໍຈະຈິບຫາຍໄປເໝືອນກັນ”.
6ແລ້ວພຣະອົງກໍໄດ້ກ່າວຄຳອຸປະມາດັ່ງນີ້ວ່າ: “ຊາຍຄົນໜຶ່ງມີຕົ້ນໝາກເດື່ອຕົ້ນໜຶ່ງໄວ້ໃນສວນອະງຸ່ນຂອງຕົນ, ລາວໄປຊອກຫາໝາກແຕ່ບໍ່ພົບ. 7ລາວຈຶ່ງເວົ້າກັບຊາຍຜູ້ເບິ່ງແຍງສວນອະງຸ່ນວ່າ, ‘ເຮົາມາຊອກຫາໝາກຈາກຕົ້ນໝາກເດື່ອໃນຕົ້ນນີ້ສາມປີແລ້ວ ແຕ່ບໍ່ເຄີຍພົບເລີຍ. ຈົ່ງຕັດມັນຖິ້ມສາ! ຈະປູກມັນໃຫ້ເສຍດິນເຮັດຫຍັງ?’
8“ແຕ່ຄົນເບິ່ງແຍງສວນຕອບວ່າ, ‘ນາຍເອີຍ ຂໍປ່ອຍມັນໄວ້ອີກໜຶ່ງປີ, ຂ້ານ້ອຍຈະຂຸດດິນອ້ອມມັນ ແລະ ໃສ່ຝຸ່ນໃຫ້ມັນ. 9ປີໜ້າຖ້າມັນເກີດໝາກກໍຈະດີຫລາຍ! ແຕ່ຖ້າບໍ່ເກີດໝາກກໍຈະຕັດມັນລົງ’”.
ພຣະເຢຊູເຈົ້າຮັກສາຍິງຫລັງກົ່ງໃນວັນຊະບາໂຕ
10ໃນວັນຊະບາໂຕວັນໜຶ່ງ ຂະນະທີ່ພຣະເຢຊູເຈົ້າກຳລັງສັ່ງສອນຢູ່ໃນທຳມະສາລາແຫ່ງໜຶ່ງ, 11ໃນທີ່ນັ້ນມີຍິງຄົນໜຶ່ງຖືກຜີມານຮ້າຍເຂົ້າສິງມາສິບແປດປີ, ນາງເປັນຫລັງກົ່ງ ແລະ ບໍ່ສາມາດຢືດໂຕຊື່ໄດ້ເລີຍ. 12ເມື່ອພຣະເຢຊູເຈົ້າເຫັນນາງ ພຣະອົງຈຶ່ງເອີ້ນນາງອອກມາທາງໜ້າ ແລະ ກ່າວກັບນາງວ່າ, “ນາງເອີຍ, ເຈົ້າໄດ້ພົ້ນຈາກຄວາມພິການຂອງເຈົ້າແລ້ວ”. 13ແລ້ວພຣະອົງໄດ້ວາງມືທັງສອງໃສ່ນາງ, ໃນທັນໃດນັ້ນນາງກໍຢືດໂຕຊື່ ແລະ ສັນລະເສີນພຣະເຈົ້າ.
14ຫົວໜ້າທຳມະສາລາບໍ່ພໍໃຈທີ່ພຣະເຢຊູເຈົ້າຮັກສາພະຍາດໃນວັນຊະບາໂຕ ຈຶ່ງກ່າວກັບປະຊາຊົນວ່າ, “ມີຫົກວັນທີ່ໃຫ້ເຮັດວຽກງານ. ດັ່ງນັ້ນ ຈົ່ງມາຮັບການຮັກສາໃນວັນເຫລົ່ານັ້ນ ບໍ່ແມ່ນໃນວັນຊະບາໂຕ”.
15ອົງພຣະຜູ້ເປັນເຈົ້າຕອບເພິ່ນວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດ! ພວກເຈົ້າແຕ່ລະຄົນກໍປ່ອຍງົວ ຫລື ລໍຂອງຕົນຈາກຄອກ ແລະ ພາມັນອອກໄປກິນນ້ຳໃນວັນຊະບາໂຕບໍ່ແມ່ນບໍ? 16ແລ້ວຍິງຄົນນີ້ກໍເປັນລູກຫລານຂອງອັບຣາຮາມ ຖືກມານຊາຕານຜູກມັດມາຕະຫລອດສິບແປດປີ ບໍ່ສົມຄວນບໍທີ່ຈະປົດປ່ອຍນາງໃຫ້ເປັນອິດສະຫລະໃນວັນຊະບາໂຕ?”
17ເມື່ອພຣະອົງກ່າວຢ່າງນີ້ກໍເຮັດໃຫ້ສັດຕູທັງໝົດຂອງພຣະອົງອັບອາຍຂາຍໜ້າ, ແຕ່ປະຊາຊົນຊື່ນຊົມຍິນດີກັບສິ່ງອັດສະຈັນທັງປວງທີ່ພຣະອົງໄດ້ກະທຳ.
ຄຳອຸປະມາເລື່ອງແກ່ນຜັກກາດ ແລະ ເຊື້ອແປ້ງ
(ມທ 13:31-33; ມຣກ 4:30-32)
18ແລ້ວພຣະເຢຊູເຈົ້າຖາມວ່າ, “ອານາຈັກຂອງພຣະເຈົ້າເປັນເໝືອນອັນໃດ? ເຮົາຈະປຽບທຽບອານາຈັກນັ້ນກັບອັນໃດດີ? 19ກໍເໝືອນແກ່ນຜັກກາດເມັດໜຶ່ງ ເຊິ່ງມີຊາຍຄົນໜຶ່ງເອົາໄປ ແລ້ວກໍປູກໄວ້ໃນສວນຂອງຕົນ. ມັນກໍໃຫຍ່ຂຶ້ນ ແລະ ກາຍເປັນຕົ້ນໄມ້ໃຫ້ຝູງນົກຈັບຢູ່ຕາມງ່າຂອງມັນ”.
20ພຣະອົງຖາມວ່າ, “ເຮົາຈະປຽບທຽບອານາຈັກຂອງພຣະເຈົ້າກັບອັນໃດດີ? 21ອານາຈັກຂອງພຣະເຈົ້າເປັນເໝືອນເຊື້ອແປ້ງທີ່ຍິງຄົນໜຶ່ງເອົາປະສົມໃສ່ໃນແປ້ງປະມານ 27 ກິໂລກຣາມຈົນແປ້ງທັງໝົດຟູຂຶ້ນ”.
ເລື່ອງປະຕູຄັບແຄບ
22ຫລັງຈາກນັ້ນ ພຣະເຢຊູເຈົ້າເດີນທາງໄປສັ່ງສອນທົ່ວເມືອງ ແລະ ໝູ່ບ້ານຕ່າງໆຂະນະທີ່ພຣະອົງມຸ່ງໜ້າໄປທີ່ເຢຣູຊາເລັມ. 23ມີບາງຄົນໄດ້ຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ມີພຽງໜ້ອຍຄົນເທົ່ານັ້ນທີ່ຈະໄດ້ພົ້ນບໍ?”
ພຣະອົງໄດ້ກ່າວກັບພວກເຂົາວ່າ, 24“ຈົ່ງພະຍາຍາມໃຫ້ສຸດຄວາມສາມາດທີ່ຈະເຂົ້າໄປທາງປະຕູຄັບແຄບ, ເພາະເຮົາບອກພວກເຈົ້າວ່າ, ມີຫລາຍຄົນພະຍາຍາມຈະເຂົ້າໄປ ແຕ່ຈະບໍ່ສາມາດເຂົ້າໄປໄດ້. 25ເມື່ອເຈົ້າຂອງເຮືອນລຸກຂຶ້ນ ແລະ ອັດປະຕູແລ້ວ, ພວກເຈົ້າກໍຈະຢືນເຄາະປະຕູຢູ່ທາງນອກ ແລະ ອ້ອນວອນຂໍວ່າ, ‘ທ່ານເອີຍ, ຂໍເປີດປະຕູໃຫ້ພວກຂ້ານ້ອຍດ້ວຍ’.
“ແຕ່ເພິ່ນຈະຕອບວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ຫລື ບໍ່ຮູ້ວ່າພວກເຈົ້າມາຈາກໃສ’.
26“ເມື່ອນັ້ນພວກເຈົ້າຈະຕອບວ່າ, ‘ພວກຂ້ານ້ອຍເຄີຍກິນ ແລະ ດື່ມກັບທ່ານ ແລະ ທ່ານເຄີຍມາສັ່ງສອນຢູ່ຕາມຖະໜົນຂອງພວກຂ້ານ້ອຍ’.
27“ແຕ່ເພິ່ນຈະຕອບວ່າ, ‘ເຮົາບໍ່ຮູ້ຈັກພວກເຈົ້າ ຫລື ບໍ່ຮູ້ວ່າພວກເຈົ້າມາຈາກໃສ. ຈົ່ງໄປໃຫ້ໄກຈາກເຮົາ ພວກຄົນຊົ່ວທຸກຄົນ!’
28“ທີ່ນັ້ນຈະມີການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ, ເມື່ອພວກເຈົ້າເຫັນອັບຣາຮາມ, ອີຊາກ, ຢາໂຄບ ແລະ ຜູ້ທຳນວາຍທັງໝົດໃນອານາຈັກຂອງພຣະເຈົ້າ, ແຕ່ຝ່າຍພວກເຈົ້າເອງຈະຖືກໂຍນຖິ້ມອອກມາ. 29ຈະມີຄົນມາຈາກທິດຕາເວັນອອກ, ທິດຕາເວັນຕົກ, ທິດເໜືອ ແລະ ທິດໃຕ້, ຈະເຂົ້າມາປະຈຳທີ່ຂອງຕົນທີ່ງານສະຫລອງໃນອານາຈັກຂອງພຣະເຈົ້າ. 30ເບິ່ງແມ! ບັນດາຜູ້ທີ່ເປັນຜູ້ປາຍຈະເປັນຜູ້ຕົ້ນ ແລະ ຜູ້ຕົ້ນຈະເປັນຜູ້ປາຍ”.
ຄວາມໂສກເສົ້າຂອງພຣະເຢຊູເຈົ້າສຳລັບເຢຣູຊາເລັມ
(ມທ 23:37-39; ລກ 19:41)
31ໃນເວລານັ້ນ ມີພວກຟາຣີຊາຍບາງຄົນມາເວົ້າກັບພຣະເຢຊູເຈົ້າວ່າ, “ໃຫ້ທ່ານອອກໜີໄປຈາກບ່ອນນີ້ ແລະ ໄປບ່ອນອື່ນສາ. ເຮໂຣດຕ້ອງການຈະຂ້າທ່ານ”.
32ພຣະອົງຕອບວ່າ, “ໄປບອກໝາຈິ້ງຈອກໂຕນັ້ນວ່າ, ‘ເຮົາຈະຂັບໄລ່ພວກຜີມານຮ້າຍ ແລະ ຮັກສາຄົນໃຫ້ດີພະຍາດໃນມື້ນີ້ ແລະ ມື້ອື່ນ ແລະ ໃນວັນທີສາມເຮົາຈະບັນລຸເປົ້າໝາຍຂອງເຮົາ’. 33ໃນກໍລະນີໃດກໍຕາມ, ເຮົາຈະຕ້ອງດຳເນີນຕໍ່ໄປໃນມື້ນີ້ ແລະ ມື້ອື່ນ ແລະ ມື້ຕໍ່ໄປ ເພາະບໍ່ມີຜູ້ທຳນວາຍຄົນໃດຕາຍນອກເຢຣູຊາເລັມແນ່ນອນ!
34“ເຢຣູຊາເລັມ ເຢຣູຊາເລັມເອີຍ, ເຈົ້າຜູ້ຂ້າບັນດາຜູ້ທຳນວາຍ ແລະ ເອົາກ້ອນຫີນແກວ່ງໃສ່ບັນດາຜູ້ທີ່ຖືກໃຊ້ມາຫາເຈົ້າ. ເຮົາປາຖະໜາຫລາຍເທື່ອແລ້ວທີ່ຈະຮວບຮວມລູກຂອງເຈົ້າໄວ້ ເໝືອນດັ່ງໄກ່ແມ່ທີ່ຮວບຮວມລູກຂອງມັນໄວ້ໃຕ້ປີກຂອງມັນ, ແຕ່ເຈົ້າບໍ່ຍິນຍອມເລີຍ! 35ເບິ່ງແມ, ເຮືອນຂອງພວກເຈົ້າຈະຖືກປະຖິ້ມໃຫ້ຮ້າງເປົ່າ. ເຮົາບອກພວກເຈົ້າວ່າ, ພວກເຈົ້າຈະບໍ່ໄດ້ເຫັນເຮົາອີກຈົນກວ່າພວກເຈົ້າຈະເວົ້າວ່າ, ‘ຂໍໃຫ້ພຣະພອນມີແດ່ພຣະອົງຜູ້ມາໃນນາມຂອງອົງພຣະຜູ້ເປັນເຈົ້າ’#13:35 ພສສ 118:26”.
Currently Selected:
ລູກາ 13: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.