ລູກາ 14
14
ພຣະເຢຊູເຈົ້າທີ່ເຮືອນຂອງຟາຣີຊາຍຄົນໜຶ່ງ
1ໃນວັນຊະບາໂຕວັນໜຶ່ງ, ເມື່ອພຣະເຢຊູເຈົ້າໄດ້ເຂົ້າໄປກິນອາຫານໃນເຮືອນຂອງຜູ້ນຳຊາວຟາຣີຊາຍຄົນໜຶ່ງ, ພຣະອົງຖືກຕິດຕາມເບິ່ງຢ່າງໃກ້ຊິດ. 2ຢູ່ທີ່ນັ້ນມີຊາຍຄົນໜຶ່ງມີອາການບວມຕາມຮ່າງກາຍມາຢູ່ຕໍ່ໜ້າພຣະອົງ. 3ພຣະເຢຊູເຈົ້າຈຶ່ງຖາມພວກຟາຣີຊາຍ ແລະ ພວກຜູ້ຊຳນານດ້ານກົດບັນຍັດວ່າ, “ຜິດກົດບັນຍັດບໍທີ່ຈະຮັກສາພະຍາດໃນວັນຊະບາໂຕ?” 4ແຕ່ພວກເຂົາກໍຍັງມິດຢູ່. ພຣະອົງຈຶ່ງປະຄອງຊາຍຄົນນັ້ນ ແລະ ຮັກສາລາວໃຫ້ຫາຍດີ ແລ້ວກໍປ່ອຍລາວໄປ.
5ຫລັງຈາກນັ້ນ ພຣະອົງໄດ້ຖາມພວກເຂົາວ່າ, “ຖ້າລູກ#14:5 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ລໍ ຫລື ງົວຂອງຜູ້ໃດຜູ້ໜຶ່ງໃນພວກເຈົ້າຕົກລົງນ້ຳສ້າງໃນວັນຊະບາໂຕ ພວກເຈົ້າຈະບໍ່ຟ້າວດຶງເອົາມັນຂຶ້ນມາທັນທີບໍ?” 6ແລ້ວພວກເຂົາກໍບໍ່ມີສິ່ງໃດຈະເວົ້າ.
7ເມື່ອພຣະອົງສັງເກດເຫັນວ່າບັນດາຜູ້ທີ່ຖືກເຊີນມານັ້ນໄດ້ເລືອກບ່ອນນັ່ງທີ່ມີກຽດ, ພຣະອົງຈຶ່ງກ່າວຄຳອຸປະມາໃຫ້ພວກເຂົາຟັງວ່າ: 8“ເມື່ອມີບາງຄົນເຊີນເຈົ້າໄປງານລ້ຽງແຕ່ງງານ, ຢ່າເລືອກບ່ອນນັ່ງທີ່ມີກຽດ ເພາະຄົນທີ່ສຳຄັນກວ່າເຈົ້າອາດຖືກເຊີນໄວ້ແລ້ວ. 9ຖ້າເປັນດັ່ງນັ້ນ, ເຈົ້າພາບຜູ້ທີ່ເຊີນເຈົ້າ ແລະ ແຂກອີກຄົນອື່ນກໍຈະມາບອກເຈົ້າວ່າ, ‘ຈົ່ງເອົາບ່ອນທີ່ເຈົ້ານັ່ງໃຫ້ແກ່ທ່ານຜູ້ນີ້’. ແລ້ວເຈົ້າຕ້ອງຍ້າຍລົງໄປນັ່ງໃນບ່ອນທີ່ສຳຄັນໜ້ອຍທີ່ສຸດດ້ວຍຄວາມອັບອາຍ. 10ແຕ່ເມື່ອເຈົ້າໄດ້ຖືກເຊີນແລ້ວ, ຈົ່ງໄປນັ່ງໃນບ່ອນທີ່ຕ່ຳທີ່ສຸດ, ເພື່ອວ່າເມື່ອເຈົ້າພາບມາ ລາວຈະບອກເຈົ້າວ່າ, ‘ສະຫາຍເອີຍ ເຊີນຍ້າຍຂຶ້ນມານັ່ງບ່ອນທີ່ດີກວ່ານີ້ສາ’. ແລ້ວເຈົ້າກໍຈະໄດ້ຮັບກຽດຕໍ່ໜ້າແຂກຄົນອື່ນທຸກຄົນ. 11ດ້ວຍວ່າ ທຸກຄົນທີ່ຍົກຕົນເອງຂຶ້ນຈະຖືກກົດລົງ, ແລະ ຜູ້ໃດທີ່ຖ່ອມຕົນເອງລົງຈະຖືກຍົກຂຶ້ນ”.
12ແລ້ວພຣະເຢຊູເຈົ້າຈຶ່ງກ່າວກັບຜູ້ທີ່ເຊີນພຣະອົງວ່າ, “ເມື່ອເຈົ້າຈັດອາຫານທ່ຽງ ຫລື ອາຫານຄ່ຳລ້ຽງ ຢ່າໄດ້ເຊີນບັນດາສະຫາຍ, ອ້າຍເອື້ອຍນ້ອງ, ຍາດພີ່ນ້ອງ ຫລື ເພື່ອນບ້ານຂອງເຈົ້າທີ່ຮັ່ງມີ, ເພາະຖ້າເຈົ້າເຮັດຢ່າງນັ້ນ ພວກເຂົາອາດຈະເຊີນເຈົ້າຄືນ ແລະ ນັ້ນກໍເປັນອັນວ່າເຈົ້າໄດ້ຮັບການຕອບແທນແລ້ວ. 13ແຕ່ເມື່ອເຈົ້າຈັດງານກິນລ້ຽງ ຈົ່ງເຊີນຄົນຍາກຈົນ, ຄົນພິການ, ຄົນຂາເສັ້ງ ແລະ ຄົນຕາບອດ. 14ແລ້ວເຈົ້າກໍຈະໄດ້ຮັບພຣະພອນ. ເຖິງແມ່ນວ່າພວກເຂົາບໍ່ສາມາດຕອບແທນເຈົ້າໄດ້, ແຕ່ເຈົ້າຈະໄດ້ຮັບຜົນຕອບແທນເມື່ອຜູ້ຊອບທຳເປັນຄືນມາຈາກຕາຍ”.
ຄຳອຸປະມາເລື່ອງງານລ້ຽງໃຫຍ່
(ມທ 22:2-14)
15ເມື່ອຜູ້ໜຶ່ງໃນບັນດາຄົນເຫລົ່ານັ້ນທີ່ນັ່ງຮ່ວມໂຕະອາຫານກັບພຣະອົງໄດ້ຍິນດັ່ງນັ້ນ, ລາວຈຶ່ງເວົ້າກັບພຣະອົງວ່າ, “ພຣະພອນມີແກ່ຜູ້ທີ່ໄດ້ຮ່ວມກິນທີ່ງານລ້ຽງໃນອານາຈັກຂອງພຣະເຈົ້າ”.
16ພຣະເຢຊູເຈົ້າຕອບວ່າ, “ມີຊາຍຄົນໜຶ່ງກຳລັງຈັດຕຽມງານລ້ຽງໃຫຍ່ ແລະ ໄດ້ເຊີນແຂກຫລາຍຄົນມາຮ່ວມ. 17ເມື່ອເຖິງເວລາເລີ່ມງານລ້ຽງແລ້ວ ເພິ່ນໄດ້ໃຊ້ຜູ້ຮັບໃຊ້ຂອງຕົນໄປບອກບັນດາຜູ້ທີ່ຖືກເຊີນນັ້ນວ່າ, ‘ເຊີນມາ, ເພາະບັດນີ້ທຸກຢ່າງກໍຕຽມພ້ອມແລ້ວ’.
18“ແຕ່ພວກເຂົາທຸກຄົນພາກັນເລີ່ມຫາຂໍ້ອ້າງ, ຄົນທຳອິດບອກວ່າ, ‘ຂ້ອຍຫາກໍຊື້ດິນນາໜຶ່ງທົ່ງ ແລະ ຂ້ອຍຈຳເປັນຕ້ອງໄປເບິ່ງນານັ້ນ. ຂ້ອຍຕ້ອງຂໍໂທດນຳຫລາຍໆ’.
19“ອີກຄົນໜຶ່ງບອກວ່າ, ‘ຂ້ອຍຫາກໍຊື້ງົວມາຫ້າຄູ່ ແລະ ກຳລັງໄປລອງເບິ່ງງົວນັ້ນ. ຂ້ອຍຕ້ອງຂໍໂທດນຳຫລາຍໆ’.
20“ຍັງມີອີກຄົນໜຶ່ງເວົ້າວ່າ, ‘ຂ້ອຍຫາກໍແຕ່ງງານ, ດັ່ງນັ້ນຂ້ອຍຈຶ່ງໄປບໍ່ໄດ້’.
21“ຜູ້ຮັບໃຊ້ຈຶ່ງກັບມາ ແລະ ໄດ້ລາຍງານນາຍຂອງຕົນ. ແລ້ວເຈົ້າຂອງເຮືອນກໍໃຈຮ້າຍຫລາຍ ແລະ ສັ່ງຜູ້ຮັບໃຊ້ຂອງຕົນວ່າ, ‘ຈົ່ງຟ້າວອອກໄປຕາມຖະໜົນຫົນທາງ ແລະ ທຸກມຸມທຸກແຈໃນເມືອງ ແລ້ວພາຄົນຍາກຈົນ, ຄົນພິການ, ຄົນຕາບອດ ແລະ ຄົນຂາເສັ້ງມາ’.
22“ຜູ້ຮັບໃຊ້ຕອບວ່າ, ‘ທ່ານເອີຍ, ຂ້ານ້ອຍໄດ້ປະຕິບັດຕາມທີ່ທ່ານສັ່ງແລ້ວ ແຕ່ກໍຍັງມີບ່ອນຫວ່າງຢູ່’.
23“ດັ່ງນັ້ນ ນາຍຈຶ່ງບອກຜູ້ຮັບໃຊ້ນັ້ນວ່າ, ‘ຈົ່ງອອກໄປຕາມຖະໜົນຫົນທາງໃນຊົນນະບົດ ແລະ ນຳເອົາພວກເຂົາເຂົ້າມາ ເພື່ອວ່າເຮືອນຂອງເຮົາຈະເຕັມ. 24ເຮົາບອກພວກເຈົ້າທັງຫລາຍວ່າ, ໃນບັນດາຄົນທີ່ຖືກເຊີນໄວ້ນັ້ນຈະບໍ່ໄດ້ຊີມອາຫານໃນງານກິນລ້ຽງຂອງເຮົາຈັກຄົນ’”.
ລາຄາຂອງການເປັນສາວົກ
25ມີປະຊາຊົນຈຳນວນຫລວງຫລາຍໄດ້ຮ່ວມເດີນທາງໄປກັບພຣະເຢຊູເຈົ້າ ແລະ ພຣະອົງຈຶ່ງຫັນມາກ່າວກັບພວກເຂົາວ່າ, 26“ຖ້າຜູ້ໃດມາຫາເຮົາ ແລະ ບໍ່ຊັງ#14:26 ຫລື ບໍ່ໄດ້ຮັກເຮົາຫລາຍກວ່າພໍ່ແມ່, ເມຍ, ລູກ ແລະ ອ້າຍເອື້ອຍນ້ອງ ຫລື ແມ່ນແຕ່ຊີວິດຂອງຕົນເອງ, ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້. 27ແລະ ຜູ້ໃດທີ່ບໍ່ໄດ້ແບກກາງແຂນຂອງຕົນ ແລະ ຕາມເຮົາມາ ຜູ້ນັ້ນຈະເປັນສາວົກຂອງເຮົາບໍ່ໄດ້.
28“ສົມມຸດວ່າ ຜູ້ໜຶ່ງໃນພວກເຈົ້າຕ້ອງການຈະສ້າງຫໍຄອຍແຫ່ງໜຶ່ງ. ລາວຈະບໍ່ນັ່ງລົງຄິດໄລ່ລາຄາກ່ອນວ່າຕົນຈະມີເງິນພຽງພໍທີ່ຈະສ້າງໃຫ້ສຳເລັດ ຫລື ບໍ່? 29ເພາະວ່າຖ້າພວກເຈົ້າວາງຮາກຖານລົງແລ້ວ ແລະ ບໍ່ສາມາດສ້າງໃຫ້ສຳເລັດໄດ້, ທຸກຄົນທີ່ເຫັນກໍຈະກ່າວເຢາະເຢີ້ຍພວກເຈົ້າ, 30ໂດຍກ່າວວ່າ, ‘ຄົນນີ້ເລີ່ມຕົ້ນກໍ່ສ້າງ ແຕ່ບໍ່ສາມາດເຮັດໃຫ້ສຳເລັດ’.
31“ຫລື ສົມມຸດວ່າມີກະສັດຜູ້ໜຶ່ງກຳລັງຈະອອກໄປເຮັດສົງຄາມກັບກະສັດຜູ້ໜຶ່ງອີກ. ເພິ່ນຈະບໍ່ນັ່ງລົງແລ້ວພິຈາລະນາເບິ່ງວ່າຕົນມີກຳລັງສິບພັນຄົນຈະສາມາດຕໍ່ຕ້ານກັບຜູ້ທີ່ມາຕໍ່ສູ້ເພິ່ນທີ່ມີກຳລັງຊາວພັນຄົນບໍ? 32ຖ້າເພິ່ນບໍ່ສາມາດຕໍ່ຕ້ານໄດ້, ເພິ່ນກໍຈະສົ່ງທູດໄປຕັ້ງແຕ່ອີກຝ່າຍໜຶ່ງຍັງຢູ່ໄກ ແລະ ຖາມເງື່ອນໄຂຂອງການສະຫງົບເສິກ. 33ໃນທຳນອງດຽວກັນ, ທຸກຄົນໃນພວກເຈົ້າທີ່ບໍ່ໄດ້ສະຫລະທຸກສິ່ງທີ່ຕົນມີຢູ່, ພວກເຈົ້າຈະເປັນສາວົກຂອງເຮົາບໍ່ໄດ້.
34“ເກືອເປັນຂອງດີ, ແຕ່ຖ້າເກືອໝົດຄວາມເຄັມແລ້ວຈະເຮັດໃຫ້ກັບຄືນມາເຄັມອີກໄດ້ຢ່າງໃດ? 35ຈະໃຊ້ເປັນຝຸ່ນໃສ່ດິນ ຫລື ຈະໃຊ້ປະສົມກັບກອງຂີ້ສັດກໍບໍ່ໄດ້, ເກືອນັ້ນຍ່ອມຖືກຖິ້ມໄປ.
“ຜູ້ໃດມີຫູ, ກໍຈົ່ງຟັງເອົາ”.
Currently Selected:
ລູກາ 14: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.