1
ລູກາ 12:40
ພຣະຄຳພີລາວສະບັບສະໄໝໃໝ່
ພວກເຈົ້າຈະຕ້ອງຕຽມພ້ອມເໝືອນກັນ ເພາະວ່າບຸດມະນຸດຈະມາໃນເວລາທີ່ພວກເຈົ້າບໍ່ຄາດຄິດ”.
Compare
Explore ລູກາ 12:40
2
ລູກາ 12:31
ແຕ່ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ, ແລ້ວພຣະອົງຈະມອບສິ່ງເຫລົ່ານີ້ໃຫ້ແກ່ພວກເຈົ້າດ້ວຍ.
Explore ລູກາ 12:31
3
ລູກາ 12:15
ແລ້ວພຣະອົງຈຶ່ງກ່າວກັບພວກເຂົາວ່າ, “ຈົ່ງລະວັງໃຫ້ດີ! ຈົ່ງຮັກສາໂຕໄວ້ໃຫ້ພົ້ນຈາກຄວາມໂລບທຸກຢ່າງ, ເພາະຊີວິດຂອງມະນຸດບໍ່ໄດ້ຂຶ້ນຢູ່ກັບຊັບສິ່ງຂອງອັນອຸດົມສົມບູນ”.
Explore ລູກາ 12:15
4
ລູກາ 12:34
ເພາະຊັບສົມບັດຂອງພວກເຈົ້າຢູ່ທີ່ໃດ, ໃຈຂອງພວກເຈົ້າກໍຢູ່ທີ່ນັ້ນເໝືອນກັນ.
Explore ລູກາ 12:34
5
ລູກາ 12:25
ມີຜູ້ໃດແດ່ໃນພວກເຈົ້າທີ່ກະວົນກະວາຍແລ້ວສາມາດຕໍ່ຊີວິດຂອງຕົນເອງອອກໄປອີກຈັກຊົ່ວໂມງໜຶ່ງໄດ້?
Explore ລູກາ 12:25
6
ລູກາ 12:22
ແລ້ວພຣະເຢຊູເຈົ້າກໍກ່າວກ່າວພວກສາວົກວ່າ, “ເຫດສະນັ້ນ ເຮົາຈຶ່ງບອກພວກເຈົ້າທັງຫລາຍວ່າ, ຢ່າກະວົນກະວາຍເຖິງຊີວິດຂອງຕົນວ່າຈະກິນຫຍັງ ຫລື ຮ່າງກາຍຂອງຕົນວ່າຈະນຸ່ງຫົ່ມຫຍັງ.
Explore ລູກາ 12:22
7
ລູກາ 12:7
ແມ່ນແຕ່ຜົມທຸກເສັ້ນຢູ່ເທິງຫົວຂອງພວກເຈົ້າກໍຖືກນັບໄວ້ທັງໝົດແລ້ວ. ຢ່າຢ້ານເລີຍ, ພວກເຈົ້າມີຄ່າຫລາຍກວ່ານົກຈອກຫລາຍໂຕ.
Explore ລູກາ 12:7
8
ລູກາ 12:32
“ແກະຝູງນ້ອຍ ຢ່າຢ້ານເລີຍ, ເພາະພຣະບິດາເຈົ້າຂອງພວກເຈົ້າພໍໃຈທີ່ຈະມອບອານາຈັກນັ້ນໃຫ້ແກ່ພວກເຈົ້າ.
Explore ລູກາ 12:32
9
ລູກາ 12:24
ຈົ່ງພິຈາລະນາເບິ່ງຝູງກາ: ພວກມັນບໍ່ໄດ້ຫວ່ານ ຫລື ບໍ່ໄດ້ເກັບກ່ຽວ, ພວກມັນບໍ່ມີບ່ອນເກັບສິ່ງຂອງ ຫລື ບໍ່ມີເລົ້າ, ແຕ່ພຣະເຈົ້າກໍຍັງລ້ຽງດູພວກມັນ. ພວກເຈົ້າກໍມີຄ່າຫລາຍກວ່າຝູງນົກເຫລົ່ານັ້ນ!
Explore ລູກາ 12:24
10
ລູກາ 12:29
ແລະ ຢ່າກະວົນກະວາຍວ່າພວກເຈົ້າຈະກິນຫຍັງ ຫລື ຈະດື່ມຫຍັງ.
Explore ລູກາ 12:29
11
ລູກາ 12:28
ຖ້າພຣະເຈົ້າຕົບແຕ່ງຕົ້ນຫຍ້າທີ່ຢູ່ໃນທົ່ງ ເຊິ່ງເປັນຢູ່ໃນບ່ອນນີ້ວັນນີ້ ແລະ ມື້ອື່ນກໍຈະຕ້ອງຖືກຖິ້ມລົງໃສ່ໄຟ, ພວກເຈົ້າຜູ້ມີຄວາມເຊື່ອນ້ອຍເອີຍ! ພຣະອົງຈະບໍ່ຕົບແຕ່ງພວກເຈົ້າຫລາຍກວ່ານັ້ນອີກບໍ?
Explore ລູກາ 12:28
12
ລູກາ 12:2
ບໍ່ມີສິ່ງໃດທີ່ຖືກປິດບັງໄວ້ຈະບໍ່ຖືກເປີດເຜີຍ ຫລື ເຊື່ອງຊ້ອນໄວ້ຈະບໍ່ຖືກເປີດເຜີຍໃຫ້ຮູ້.
Explore ລູກາ 12:2
Home
Bible
Plans
Videos