1
ລູກາ 10:19
ພຣະຄຳພີລາວສະບັບສະໄໝໃໝ່
ເຮົາໄດ້ໃຫ້ສິດອຳນາດແກ່ພວກເຈົ້າທີ່ຈະຢຽບງູ ແລະ ແມງງອດ ແລະ ໃຫ້ມີໄຊຊະນະເໜືອອຳນາດທັງໝົດຂອງສັດຕູ ແລະ ບໍ່ມີສິ່ງໃດຈະເຮັດອັນຕະລາຍແກ່ພວກເຈົ້າໄດ້.
Compare
Explore ລູກາ 10:19
2
ລູກາ 10:41-42
ອົງພຣະຜູ້ເປັນເຈົ້າຕອບວ່າ, “ມາທາ ມາທາເອີຍ, ເຈົ້າກັງວົນ ແລະ ວຸ້ນວາຍນຳຫລາຍສິ່ງແທ້ນໍ, ແຕ່ມີພຽງສິ່ງດຽວເທົ່ານັ້ນທີ່ຈຳເປັນ. ມາຣີໄດ້ເລືອກສິ່ງທີ່ດີກວ່າ ແລະ ບໍ່ມີຜູ້ໃດຈະເອົາສິ່ງນັ້ນໄປຈາກນາງໄດ້”.
Explore ລູກາ 10:41-42
3
ລູກາ 10:27
ລາວຕອບວ່າ, “‘ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າດ້ວຍສຸດໃຈ ແລະ ດ້ວຍສຸດຈິດ ແລະ ດ້ວຍສຸດກຳລັງ ແລະ ດ້ວຍສຸດຄວາມຄິດຂອງເຈົ້າ’ ແລະ ‘ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’”.
Explore ລູກາ 10:27
4
ລູກາ 10:2
ພຣະອົງກ່າວກັບພວກເພິ່ນວ່າ, “ການເກັບກ່ຽວກໍມີຫລາຍ, ແຕ່ຄົນງານກໍຍັງມີໜ້ອຍຢູ່. ເຫດສະນັ້ນ, ຈົ່ງຂໍອົງພຣະຜູ້ເປັນເຈົ້າແຫ່ງການເກັບກ່ຽວ, ເພື່ອໃຫ້ສົ່ງຄົນງານມາໃນທົ່ງນາແຫ່ງການເກັບກ່ຽວຂອງພຣະອົງ.
Explore ລູກາ 10:2
5
ລູກາ 10:36-37
“ໃນສາມຄົນນີ້ ທ່ານຄິດວ່າຜູ້ໃດທີ່ເປັນເພື່ອນບ້ານຂອງຊາຍທີ່ຖືກພວກໂຈນປຸ້ນນັ້ນ?” ຜູ້ຊຳນານດ້ານກົດບັນຍັດຄົນນັ້ນຕອບວ່າ, “ແມ່ນຜູ້ທີ່ໄດ້ສະແດງຄວາມເມດຕາຕໍ່ລາວ”. ພຣະເຢຊູເຈົ້າກ່າວກັບລາວວ່າ, “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ”.
Explore ລູກາ 10:36-37
6
ລູກາ 10:3
ຈົ່ງໄປ! ເຮົາກຳລັງໃຊ້ພວກເຈົ້າອອກໄປເໝືອນດັ່ງລູກແກະຢູ່ໃນທ່າມກາງຝູງໝາໄນ.
Explore ລູກາ 10:3
Home
Bible
Plans
Videos