ກິດຈະການ 7
7
ຄຳປາໄສຂອງຊະເຕຟາໂນຕໍ່ສະພາແຊນເຮດຣິນ
1ແລ້ວມະຫາປະໂລຫິດ ຈຶ່ງຖາມຊະເຕຟາໂນວ່າ, “ຄຳກ່າວຫາເຫລົ່ານີ້ເປັນຄວາມຈິງບໍ?”
2ຊະເຕຟາໂນຕອບວ່າ, “ພີ່ນ້ອງ ແລະ ຜູ້ອາວຸໂສທັງຫລາຍ, ຂໍໃຫ້ຟັງຂ້ານ້ອຍ! ພຣະເຈົ້າຜູ້ເຕັມດ້ວຍສະຫງ່າລາສີໄດ້ປາກົດຕົວແກ່ອັບຣາຮາມບັນພະບຸລຸດຂອງພວກເຮົາໃນຂະນະທີ່ເພິ່ນຍັງຢູ່ໃນເມໂຊໂປຕາເມຍ, ກ່ອນທີ່ເພິ່ນໄດ້ໄປອາໄສໃນເມືອງຮາຣານ. 3ພຣະເຈົ້າກ່າວວ່າ, ‘ເຈົ້າຈົ່ງອອກຈາກບ້ານເມືອງຂອງເຈົ້າ ແລະ ຈາກຍາດພີ່ນ້ອງຂອງເຈົ້າ, ແລ້ວໄປຍັງດິນແດນທີ່ເຮົາຈະສະແດງໃຫ້ເຈົ້າໄດ້ເຫັນ’.#7:3 ປຖກ 12:1
4“ດັ່ງນັ້ນ ອັບຣາຮາມຈຶ່ງອອກຈາກດິນແດນຂອງຊາວເຄນເດຍ ແລະ ໄດ້ໄປອາໄສຢູ່ໃນເມືອງຮາຣານ. ຫລັງຈາກທີ່ພໍ່ຂອງເພິ່ນໄດ້ຕາຍໄປ, ພຣະເຈົ້າໄດ້ສົ່ງເພິ່ນໄປທີ່ດິນແດນນີ້ ບ່ອນທີ່ພວກເຈົ້າອາໄສຢູ່ເວລານີ້. 5ພຣະເຈົ້າບໍ່ໄດ້ໃຫ້ກຳມະສິດໃນທີ່ດິນນີ້ແກ່ເພິ່ນ, ແມ່ນແຕ່ທີ່ດິນເທົ່າກັບຮອຍຕີນທີ່ເພິ່ນຈະຢຽບໃສ່. ແຕ່ພຣະເຈົ້າຍັງໄດ້ສັນຍາກັບເພິ່ນວ່າ ເພິ່ນ ແລະ ເຊື້ອສາຍຂອງເພິ່ນທີ່ມາຕາມຫລັງເພິ່ນຈະຄອບຄອງດິນແດນນີ້, ເຖິງແມ່ນວ່າໃນເວລານັ້ນອັບຣາຮາມຍັງບໍ່ມີລູກກໍຕາມ. 6ພຣະເຈົ້າກ່າວກັບເພິ່ນວ່າ: ‘ເຊື້ອສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງແດນ ແລະ ພວກເຂົາຕົກເປັນຂ້າທາດ ແລະ ຈະຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ. 7ພຣະເຈົ້າກ່າວອີກວ່າ, ແຕ່ເຮົາຈະລົງໂທດຊົນຊາດທີ່ພວກເຂົາເປັນທາດຮັບໃຊ້ຢູ່ນັ້ນ ແລະ ຫລັງຈາກນັ້ນ ພວກເຂົາຈະອອກຈາກດິນແດນນັ້ນ ແລະ ມານະມັດສະການເຮົາໃນບ່ອນນີ້’.#7:6,7 ປຖກ 15:13,14 8ແລ້ວພຣະອົງໄດ້ໃຫ້ພັນທະສັນຍາແຫ່ງການຮັບພິທີຕັດແກ່ອັບຣາຮາມ. ແລະ ຕໍ່ມາອັບຣາຮາມກໍໄດ້ລູກຊາຍຊື່ວ່າອີຊາກ ແລະ ເພິ່ນໃຫ້ອີຊາກຮັບພິທີຕັດເມື່ອອາຍຸໄດ້ແປດມື້. ຫລັງຈາກນັ້ນ ອີຊາກກໍມີລູກຊາຍຊື່ວ່າຢາໂຄບ ແລະ ຢາໂຄບເປັນພໍ່ຂອງບັນພະບຸລຸດທັງສິບສອງຄົນນັ້ນ.
9“ຍ້ອນບັນພະບຸລຸດເຫລົ່ານັ້ນໄດ້ອິດສາໂຢເຊັບ, ພວກເຂົາຈຶ່ງຂາຍເພິ່ນໄປເປັນທາດຢູ່ທີ່ປະເທດເອຢິບ. ແຕ່ພຣະເຈົ້າໄດ້ສະຖິດຢູ່ກັບເພິ່ນ 10ແລະ ຊ່ວຍເພິ່ນໃຫ້ພົ້ນຈາກຄວາມຍາກລຳບາກທັງໝົດຂອງເພິ່ນ. ພຣະອົງໃຫ້ໂຢເຊັບມີສະຕິປັນຍາ ແລະ ໄດ້ຮັບຄວາມພໍໃຈຈາກຟາໂຣ ກະສັດແຫ່ງເອຢິບ. ດັ່ງນັ້ນ ຟາໂຣຈຶ່ງໄດ້ແຕ່ງຕັ້ງໃຫ້ເພິ່ນປົກຄອງທົ່ວປະເທດເອຢິບ ແລະ ວັງທັງໝົດຂອງເພິ່ນດ້ວຍ.
11“ຕໍ່ມາ ການອຶດຢາກອາຫານກໍໂຈມຕີທົ່ວທັງປະເທດເອຢິບ ແລະ ການາອານ, ເຮັດໃຫ້ເກີດຄວາມທຸກຍາກລຳບາກຄັ້ງໃຫຍ່ ແລະ ບັນພະບຸລຸດຂອງພວກເຮົາບໍ່ສາມາດຫາອາຫານໄດ້ເລີຍ. 12ເມື່ອຢາໂຄບໄດ້ຍິນຂ່າວວ່າ, ມີເຂົ້າຢູ່ໃນປະເທດເອຢິບ, ເພິ່ນຈຶ່ງສົ່ງບັນດາບັນພະບຸລຸດຂອງພວກເຮົາໄປຢ້ຽມຢາມເປັນເທື່ອທຳອິດ. 13ໃນການໄປຢ້ຽມຢາມເທື່ອທີສອງຂອງພວກເພິ່ນນັ້ນ, ໂຢເຊັບໄດ້ບອກອ້າຍນ້ອງຂອງເພິ່ນວ່າເພິ່ນເປັນຜູ້ໃດ ແລະ ຟາໂຣກໍໄດ້ຮູ້ກ່ຽວກັບຄອບຄົວຂອງໂຢເຊັບ. 14ຫລັງຈາກນັ້ນ, ໂຢເຊັບຈຶ່ງສົ່ງຄົນໄປຮັບຢາໂຄບພໍ່ຂອງເພິ່ນ ແລະ ຄອບຄົວຂອງເພິ່ນທັງໝົດ, ລວມມີເຈັດສິບຫ້າຄົນ. 15ແລ້ວຢາໂຄບຈຶ່ງໄດ້ລົງໄປຢູ່ປະເທດເອຢິບ, ບ່ອນທີ່ເພິ່ນ ແລະ ບັນດາບັນພະບຸລຸດຂອງພວກເຮົາໄດ້ຕາຍຢູ່ທີ່ນັ້ນ. 16ສົບຂອງພວກເພິ່ນຖືກນຳກັບມາໄວ້ໃນອຸບມຸງທີ່ເມືອງຊີເຄມ ເຊິ່ງອັບຣາຮາມໄດ້ຊື້ມາຈາກລູກຂອງຮາໂມທີ່ຊີເຄມດ້ວຍເງິນຈຳນວນໜຶ່ງ.
17“ເມື່ອໃກ້ເຖິງກຳນົດເວລາທີ່ສັນຍາ ເຊິ່ງພຣະເຈົ້າໄດ້ໃຫ້ໄວ້ກັບອັບຣາຮາມຈະເປັນຈິງ, ຈຳນວນປະຊາຊົນຂອງພວກເຮົາໃນປະເທດເອຢິບກໍເພີ່ມຂຶ້ນຢ່າງຫລວງຫລາຍ. 18ແລ້ວ ‘ກະສັດຜູ້ໃໝ່ອີກຜູ້ໜຶ່ງທີ່ບໍ່ຮູ້ຈັກໂຢເຊັບໄດ້ຂຶ້ນປົກຄອງປະເທດເອຢິບ’.#7:18 ອພຍ 1:8 19ກະສັດຜູ້ນີ້ໄດ້ໃຊ້ກົນອຸບາຍຈັດການກັບຄົນຂອງພວກເຮົາ ແລະ ກົດຂີ່ບັນດາບັນພະບຸລຸດຂອງພວກເຮົາໂດຍບັງຄັບໃຫ້ພວກເພິ່ນເອົາເດັກນ້ອຍເກີດໃໝ່ຂອງພວກເພິ່ນໄປຖິ້ມ ເພື່ອໃຫ້ພວກເຂົາຕາຍ.
20“ໃນເວລານັ້ນ ໂມເຊໄດ້ເກີດມາ ແລະ ເພິ່ນເປັນເດັກນ້ອຍທີ່ມີລັກສະນະພິເສດກວ່າເດັກນ້ອຍທົ່ວໄປ.#7:20 ຫລື ງົດງາມໃນສາຍຕາຂອງພຣະເຈົ້າ ຈຶ່ງໄດ້ຮັບການລ້ຽງດູໃນເຮືອນຂອງພໍ່ຂອງເພິ່ນຈົນອາຍຸໄດ້ສາມເດືອນ. 21ເມື່ອເພິ່ນຖືກນຳໄປຖິ້ມໄວ້ຢູ່ທາງນອກ, ລູກສາວຂອງຟາໂຣກໍໄດ້ຮັບເອົາ ແລະ ນຳເພິ່ນໄປລ້ຽງໄວ້ເປັນລູກຊາຍຂອງນາງເອງ. 22ໂມເຊໄດ້ຮັບການສຶກສາວິຊາຄວາມຮູ້ທຸກຂະແໜງຂອງຊາວເອຢິບ ແລະ ມີອຳນາດທັງຄຳເວົ້າ ແລະ ການກະທຳ.
23“ເມື່ອໂມເຊມີອາຍຸໄດ້ສີ່ສິບປີ, ເພິ່ນກໍໄດ້ຕັດສິນໃຈໄປຢ້ຽມຢາມພີ່ນ້ອງຊາວອິດສະຣາເອນ. 24ເພິ່ນໄດ້ເຫັນຊາວອິດສະຣາເອນຄົນໜຶ່ງຖືກຊາວເອຢິບຂົ່ມເຫັງ, ດັ່ງນັ້ນເພິ່ນຈຶ່ງເຂົ້າໄປປ້ອງກັນລາວໄວ້ ແລະ ແກ້ແຄ້ນແທນລາວໂດຍການຂ້າຊາວເອຢິບຄົນນັ້ນ. 25ໂມເຊຄິດວ່າ ພີ່ນ້ອງຂອງເພິ່ນຈະສຳນຶກວ່າພຣະເຈົ້າໃຊ້ເພິ່ນໃຫ້ມາຊ່ວຍກອບກູ້ເອົາພວກເຂົາ, ແຕ່ພວກເຂົາບໍ່ໄດ້ຄິດຢ່າງນັ້ນເລີຍ. 26ມື້ຕໍ່ມາ ໂມເຊພົບຊາວອິດສະຣາເອນສອງຄົນກຳລັງຕໍ່ສູ້ກັນຢູ່. ເພິ່ນພະຍາຍາມໃຫ້ພວກເຂົາຄືນດີກັນໂດຍເວົ້າວ່າ, ‘ຊາຍເອີຍ ພວກເຈົ້າເປັນພີ່ນ້ອງກັນ; ເປັນຫຍັງຈຶ່ງເຮັດຮ້າຍຕໍ່ກັນ?’
27“ແຕ່ຄົນທີ່ກຳລັງຂົ່ມເຫັງອີກຄົນໜຶ່ງໄດ້ຊຸກໂມເຊອອກໄປ ແລະ ເວົ້າວ່າ, ‘ຜູ້ໃດແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ເປັນຜູ້ຕັດສິນພວກຂ້ອຍ? 28ເຈົ້າຄິດຈະຂ້າຂ້ອຍເໝືອນທີ່ເຈົ້າໄດ້ຂ້າຄົນເອຢິບມື້ວານນີ້ບໍ?’#7:27,28 ອພຍ 2:14 29ເມື່ອໂມເຊໄດ້ຍິນເຊັ່ນນັ້ນ, ເພິ່ນຈຶ່ງໜີໄປອາໄສຢູ່ທີ່ມີດີອານ, ບ່ອນທີ່ເພິ່ນໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນໃນຖານະຄົນຕ່າງດ້າວ ແລະ ມີລູກຊາຍສອງຄົນ.
30“ຫລັງຈາກສີ່ສິບປີຜ່ານໄປ, ມີເທວະດາຕົນໜຶ່ງໄດ້ມາປາກົດແກ່ໂມເຊໃນແປວໄຟທີ່ໄໝ້ຟຸ່ມໄມ້ໃນຖິ່ນແຫ້ງແລ້ງກັນດານໃກ້ກັບພູເຂົາຊີນາຍ. 31ເມື່ອໂມເຊເຫັນສິ່ງນັ້ນແລ້ວ, ເພິ່ນກໍປະຫລາດໃຈໃນສິ່ງທີ່ເຫັນ. ຂະນະທີ່ເພິ່ນເຂົ້າໄປເບິ່ງໃກ້ໆ, ເພິ່ນກໍໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າກ່າວວ່າ: 32‘ເຮົາເປັນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ’.#7:32 ອພຍ 3:6 ໂມເຊຢ້ານຈົນໂຕສັ່ນ ແລະ ບໍ່ກ້າທີ່ຈະຫລຽວເບິ່ງ.
33“ແລ້ວອົງພຣະຜູ້ເປັນເຈົ້າກ່າວແກ່ເພິ່ນວ່າ, ‘ຈົ່ງປົດເກີບຂອງເຈົ້າອອກ, ເພາະບ່ອນທີ່ເຈົ້າກຳລັງຢືນຢູ່ເປັນບ່ອນສັກສິດ. 34ເຮົາໄດ້ເຫັນການກົດຂີ່ຂົ່ມເຫັງປະຊາຊົນຂອງເຮົາໃນປະເທດເອຢິບແລ້ວ. ເຮົາໄດ້ຍິນສຽງໂອ່ຍຄາງຂອງພວກເຂົາ, ເຮົາຈຶ່ງລົງມາເພື່ອປົດປ່ອຍພວກເຂົາທັງຫລາຍໃຫ້ເປັນອິດສະຫລະ. ມາບັດນີ້ ເຮົາຈະສົ່ງເຈົ້າກັບຄືນໄປຍັງປະເທດເອຢິບ’.#7:33,34 ອພຍ 3:5,7,8,10
35“ນີ້ແມ່ນໂມເຊຄົນດຽວກັນທີ່ຖືກພວກເຂົາປະຕິເສດດ້ວຍຄຳເວົ້າວ່າ, ‘ຜູ້ໃດແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ເປັນຜູ້ຕັດສິນ?’ ເພິ່ນໄດ້ຖືກສົ່ງໄປໃຫ້ເປັນຜູ້ປົກຄອງຂອງພວກເຂົາ ແລະ ເປັນຜູ້ປົດປ່ອຍພວກເຂົາໂດຍພຣະເຈົ້າເອງ, ຜ່ານທາງເທວະດາຜູ້ທີ່ໄດ້ປາກົດແກ່ເພິ່ນໃນຟຸ່ມໄມ້ນັ້ນ. 36ໂມເຊໄດ້ນຳພວກເຂົາອອກຈາກປະເທດເອຢິບ ແລະ ໄດ້ສະແດງການອັດສະຈັນ ແລະ ໝາຍສຳຄັນຕ່າງໆໃນເອຢິບ, ທະເລແດງ ແລະ ໃນຖິ່ນແຫ້ງແລ້ງກັນດານຕະຫລອດສີ່ສິບປີ.
37“ໂມເຊຄົນນີ້ແຫລະ ທີ່ບອກຊາວອິດສະຣາເອນວ່າ, ‘ພຣະເຈົ້າຈະສົ່ງຜູ້ທຳນວາຍຄົນໜຶ່ງມາເພື່ອພວກເຈົ້າເໝືອນດັ່ງຂ້າພະເຈົ້າ ເພິ່ນຈະມາຈາກພີ່ນ້ອງຂອງພວກເຈົ້າເອງ’.#7:37 ພບຍ 18:15 38ເພິ່ນໄດ້ຢູ່ກັບຊຸມຊົນໃນຖິ່ນແຫ້ງແລ້ງກັນດານ, ຢູ່ກັບເທວະດາຜູ້ທີ່ກ່າວກັບເພິ່ນເທິງພູເຂົາຊີນາຍ ແລະ ກັບບັນພະບຸລຸດຂອງພວກເຮົາທັງຫລາຍ; ແລະ ເພິ່ນໄດ້ຮັບຖ້ອຍຄຳທີ່ໃຫ້ຊີວິດ ເຊິ່ງສຶບທອດມາເຖິງພວກເຮົາ.
39“ແຕ່ບັນດາບັນພະບຸລຸດຂອງພວກເຮົາບໍ່ຍອມເຊື່ອຟັງເພິ່ນ. ພວກເຂົາໄດ້ປະຕິເສດເພິ່ນ ເພາະພວກເຂົາມີໃຈປາຖະໜາຈະກັບໄປຍັງປະເທດເອຢິບ. 40ພວກເຂົາຈຶ່ງເວົ້າກັບອາໂຣນວ່າ, ‘ຂໍຈົ່ງສ້າງພະໃຫ້ພວກເຮົາເພື່ອຈະນຳໜ້າພວກເຮົາໄປດ້ວຍ. ເພາະພວກເຮົາບໍ່ຮູ້ວ່າເກີດຫຍັງຂຶ້ນກັບໂມເຊ! ຜູ້ທີ່ນຳພາພວກເຮົາອອກມາຈາກປະເທດເອຢິບ’.#7:40 ອພຍ 32:1 41ໃນເວລານັ້ນ ພວກເຂົາໄດ້ສ້າງຮູບເຄົາລົບເປັນຮູບງົວນ້ອຍໂຕໜຶ່ງຂຶ້ນ. ພວກເຂົາໄດ້ນຳເຄື່ອງບູຊາມາຖວາຍແກ່ຮູບເຄົາລົບນັ້ນ ແລະ ໄດ້ຈັດງານສະຫລອງເພື່ອເປັນກຽດແກ່ສິ່ງທີ່ສ້າງຂຶ້ນດ້ວຍມືຂອງຕົນ. 42ແຕ່ພຣະເຈົ້າຫັນຫລັງຈາກພວກເຂົາ ແລະ ປ່ອຍໃຫ້ພວກເຂົາຂາບໄຫວ້ດວງຕາເວັນ, ດວງເດືອນ ແລະ ດວງດາວ. ຕາມທີ່ຂຽນໄວ້ໃນໜັງສືຂອງບັນດາຜູ້ທຳນວາຍວ່າ:
“‘ປະຊາຊົນອິດສະຣາເອນເອີຍ, ຕະຫລອດສີ່ສິບປີໃນຖິ່ນແຫ້ງແລ້ງກັນດານ
ພວກເຈົ້າໄດ້ມອບເຄື່ອງບູຊາ ແລະ ເຄື່ອງຖວາຍແກ່ເຮົາບໍ?
43ພວກເຈົ້າຂົນຫໍເຕັນຂອງພະໂມລົກ
ແລະ ດວງດາວຂອງພະເຣຟານຂອງພວກເຈົ້າໄປນຳ,
ຮູບເຄົາລົບຕ່າງໆທີ່ພວກເຈົ້າໄດ້ສ້າງຂຶ້ນເພື່ອຂາບໄຫວ້.
ເຫດສະນັ້ນ ເຮົາຈະສົ່ງພວກເຈົ້າໄປເປັນຊະເລີຍ’#7:42,43 ອມ 5:25-27 ໄກກວ່າບາບີໂລນ.
44“ບັນພະບຸລຸດຂອງພວກເຮົາໄດ້ມີຫໍເຕັນແຫ່ງພັນທະສັນຍາຢູ່ກັບພວກເຂົາໃນຖິ່ນແຫ້ງແລ້ງກັນດານ. ເຊິ່ງໄດ້ສ້າງຂຶ້ນຕາມທີ່ພຣະເຈົ້າໄດ້ສັ່ງໂມເຊ, ຕາມແບບທີ່ໂມເຊໄດ້ເຫັນ. 45ເມື່ອໄດ້ຮັບຫໍເຕັນແລ້ວ, ບັນພະບຸລຸດຂອງພວກເຮົາທີ່ຢູ່ພາຍໃຕ້ການນຳຂອງໂຢຊວຍ ກໍໄດ້ນຳຫໍເຕັນນັ້ນໄປກັບພວກເຂົາເມື່ອພວກເຂົາເຂົ້າຢຶດຄອງດິນແດນຈາກຊົນຊາດຕ່າງໆທີ່ພຣະເຈົ້າໄດ້ຂັບໄລ່ໄປຕໍ່ໜ້າພວກເຂົາ. ຫໍເຕັນນີ້ກໍຍັງມີຢູ່ໃນດິນແດນຈົນເຖິງສະໄໝຂອງດາວິດ, 46ຜູ້ທີ່ຊື່ນຊົມຍິນດີກັບຄວາມພໍໃຈຂອງພຣະເຈົ້າ. ແລະ ເພິ່ນໄດ້ຂໍສ້າງບ່ອນສະຖິດໃຫ້ພຣະເຈົ້າຂອງຢາໂຄບ.#7:46 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ເຮືອນຂອງຢາໂຄບ 47ແຕ່ວ່າແມ່ນໂຊໂລໂມນທີ່ເປັນຜູ້ສ້າງວິຫານໃຫ້ພຣະອົງ.
48“ເຖິງຢ່າງໃດກໍຕາມ, ອົງຜູ້ສູງສຸດກໍບໍ່ໄດ້ສະຖິດຢູ່ໃນບ່ອນທີ່ມືມະນຸດສ້າງຂຶ້ນ. ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ:
49“ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ,
‘ສະຫວັນເປັນບັນລັງຂອງເຮົາ,
ແລະ ແຜ່ນດິນໂລກເປັນບ່ອນຮອງຕີນຂອງເຮົາ.
ພວກເຈົ້າຈະສ້າງບ້ານແບບໃດສຳລັບເຮົາ?
ຫລື ສະຖານທີ່ພັກຜ່ອນຂອງເຮົາຈະຢູ່ທີ່ໃດ?
50ມືຂອງເຮົາໄດ້ສ້າງສິ່ງເຫລົ່ານີ້ທັງໝົດບໍ່ແມ່ນບໍ?’#7:49,50 ອຊຢ 66:1,2
51“ພວກເຈົ້າເປັນຄົນຫົວແຂງ! ໃຈ ແລະ ຫູຂອງພວກເຈົ້າຍັງບໍ່ໄດ້ຮັບພິທີຕັດ. ພວກເຈົ້າກໍເປັນເໝືອນບັນພະບຸລຸດຂອງພວກເຈົ້າຄື: ພວກເຈົ້າທັງຫລາຍຕໍ່ຕ້ານພຣະວິນຍານບໍລິສຸດເຈົ້າຢູ່ສະເໝີ! 52ມີຜູ້ທຳນວາຍຄົນໃດແດ່ທີ່ບໍ່ໄດ້ຖືກບັນພະບຸລຸດຂອງພວກເຈົ້າຂົ່ມເຫັງ? ພວກເຂົາຂ້າແມ່ນແຕ່ບັນດາຜູ້ທີ່ທຳນວາຍເຖິງການມາຂອງອົງຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າກໍຍັງທໍລະຍົດ ແລະ ຂ້າພຣະອົງ. 53ພວກເຈົ້າທັງຫລາຍເປັນຜູ້ໄດ້ຮັບກົດບັນຍັດທີ່ໄດ້ມອບໃຫ້ຜ່ານທາງເທວະດາ ແຕ່ບໍ່ໄດ້ເຊື່ອຟັງກົດບັນຍັດນັ້ນເລີຍ”.
ຊະເຕຟາໂນຖືກແກວ່ງກ້ອນຫີນໃສ່ຈົນຕາຍ
54ເມື່ອສະມາຊິກສະພາແຊນເຮດຣິນໄດ້ຍິນດັ່ງນີ້, ພວກເຂົາກໍໃຈຮ້າຍແຮງ ແລະ ກັດແຂ້ວໃສ່ຊະເຕຟາໂນ. 55ແຕ່ຊະເຕຟາໂນ, ເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ, ໄດ້ເງີຍໜ້າຂຶ້ນສູ່ສະຫວັນ ແລະ ເຫັນສະຫງ່າລາສີຂອງພຣະເຈົ້າ ແລະ ເຫັນພຣະເຢຊູເຈົ້າຢືນຢູ່ເບື້ອງຂວາມືຂອງພຣະເຈົ້າ. 56ເພິ່ນກ່າວວ່າ, “ເບິ່ງແມ, ຂ້າພະເຈົ້າເຫັນສະຫວັນເປີດອອກ ແລະ ບຸດມະນຸດຢືນຢູ່ເບື້ອງຂວາມືຂອງພຣະເຈົ້າ”.
57ໃນຂະນະນັ້ນ ພວກເຂົາໄດ້ເອົາມືອັດຫູຕົນໄວ້ ແລະ ຮ້ອງຈົນສຸດສຽງຂອງພວກເຂົາ, ພວກເຂົາພາກັນຫລູບເຂົ້າໃສ່ຊະເຕຟາໂນ, 58ແລ້ວລາກເພິ່ນອອກໄປຈາກເມືອງ ແລະ ເລີ່ມແກວ່ງກ້ອນຫີນໃສ່ເພິ່ນ. ໃນຂະນະດຽວກັນນັ້ນ, ຄົນທັງຫລາຍທີ່ເປັນພະຍານໄດ້ພາກັນວາງເສື້ອຄຸມຂອງພວກເຂົາໄວ້ທີ່ຕີນຂອງຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າໂຊໂລ.
59ຂະນະທີ່ພວກເຂົາກຳລັງແກວ່ງກ້ອນຫີນໃສ່ເພິ່ນຢູ່ນັ້ນ, ຊະເຕຟາໂນໄດ້ອະທິຖານວ່າ, “ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ຂໍຮັບເອົາຈິດວິນຍານຂອງຂ້ານ້ອຍໄວ້ດ້ວຍ”. 60ແລ້ວເພິ່ນກໍຄຸເຂົ່າລົງ ແລະ ຮ້ອງຂຶ້ນດ້ວຍສຽງດັງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າຖືໂທດພວກເຂົາເພາະບາບນີ້ເລີຍ”. ແລ້ວເພິ່ນກໍຂາດໃຈຕາຍ.
Currently Selected:
ກິດຈະການ 7: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.