ຂະນະທີ່ພວກເຂົາກຳລັງແກວ່ງກ້ອນຫີນໃສ່ເພິ່ນຢູ່ນັ້ນ, ຊະເຕຟາໂນໄດ້ອະທິຖານວ່າ, “ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ຂໍຮັບເອົາຈິດວິນຍານຂອງຂ້ານ້ອຍໄວ້ດ້ວຍ”. ແລ້ວເພິ່ນກໍຄຸເຂົ່າລົງ ແລະ ຮ້ອງຂຶ້ນດ້ວຍສຽງດັງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າຖືໂທດພວກເຂົາເພາະບາບນີ້ເລີຍ”. ແລ້ວເພິ່ນກໍຂາດໃຈຕາຍ.