YouVersion Logo
Search Icon

ກິດຈະການ 8

8
1ແລະ ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ.
ຄຣິສຕະຈັກ​ຖືກ​ຂົ່ມເຫັງ ແລະ ກະຈັດ​ກະຈາຍ​ໄປ
ໃນ​ວັນ​ນັ້ນ ມີ​ການ​ຂົ່ມເຫັງ​ຄຣິສຕະຈັກ​ຄັ້ງ​ໃຫຍ່​ໃນ​ເຢຣູຊາເລັມ ແລະ ພວກລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ຕ່າງ​ກໍ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ແຂວງ​ຊາມາເຣຍ. 2ຜູ້ຊາຍ​ບາງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ໄດ້​ນຳ​ເອົາ​ສົບ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ ມີ​ການ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເພິ່ນ​ຢ່າງ​ໜັກ. 3ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.
ຟີລິບ​ໃນ​ຊາມາເຣຍ
4ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ. 5ສ່ວນ​ຟີລິບ​ໄດ້​ລົງ​ໄປ​ທີ່​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ ແລະ ປະກາດ​ເລື່ອງ​ພຣະຄຣິດເຈົ້າ#8:5 ຫລື ພຣະເມຊີອາ​ໃນ​ທີ່​ນັ້ນ. 6ເມື່ອ​ປະຊາຊົນ​ໄດ້​ຍິນ​ຟີລິບ ແລະ ໄດ້​ເຫັນ​ໝາຍສຳຄັນ​ທີ່​ເພິ່ນ​ໄດ້​ສະແດງ​ແລ້ວ, ພວກເຂົາ​ທັງໝົດ​ກໍ​ພາກັນ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເພິ່ນ​ກ່າວ. 7ວິນຍານສົກກະປົກ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ ແລ້ວ​ອອກ​ມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ຄົນ​ທີ່​ເປັນ​ເປ້ຍ ແລະ ຂາເສັ້ງ​ຫລາຍ​ຄົນ​ກໍ​ຫາຍດີ​ເປັນ​ປົກກະຕິ. 8ດັ່ງນັ້ນ ເມືອງ​ນັ້ນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ຍິນດີ.
ຊີໂມນ​ໝໍ​ເວດມົນຄາຖາ
9ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ​ໄດ້​ໃຊ້​ເວດມົນຄາຖາ ມາ​ໄລຍະໜຶ່ງ​ແລ້ວ ແລະ ໄດ້​ເຮັດ​ໃຫ້​ຊາວ​ຊາມາເຣຍ​ທັງໝົດ​ອັດສະຈັນ​ໃຈ. ລາວ​ໄດ້​ໂອ້ອວດ​ວ່າ​ລາວ​ເປັນ​ຜູ້​ໜຶ່ງ​ທີ່​ສຳຄັນ​ຫລາຍ, 10ແລະ ຄົນ​ທັງໝົດ, ທັງ​ຜູ້ໃຫຍ່​ຜູ້ນ້ອຍ​ຕ່າງ​ກໍ​ສົນໃຈ​ຟັງ​ລາວ ແລະ ພາກັນ​ຍົກຍ້ອງ​ວ່າ, “ຊາຍ​ຜູ້​ນີ້​ເປັນ​ລິດອຳນາດ​ຂອງ​ພຣະເຈົ້າ​ທີ່​ເອີ້ນ​ກັນ​ວ່າ​ມະຫິດທິລິດ”. 11ພວກເຂົາ​ໄດ້​ຕິດຕາມ​ລາວ​ເພາະ​ໄດ້​ອັດສະຈັນ​ໃຈ​ໃນ​ເວດມົນຄາຖາ​ຂອງ​ລາວ​ມາ​ແຕ່​ດົນນານ. 12ແຕ່​ເມື່ອ​ຟີລິບ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ນາມ​ຂອງ​ພຣະເຢຊູຄຣິດເຈົ້າ, ພວກເຂົາ​ກໍ​ເຊື່ອ​ຟີລິບ ແລະ ໄດ້​ຮັບ​ບັບຕິສະມາ​ທັງ​ຜູ້ຊາຍ ແລະ ແມ່ຍິງ. 13ຝ່າຍ​ຊີໂມນ​ເອງ​ກໍ​ໄດ້​ເຊື່ອ​ເໝືອນ​ກັນ ແລະ ໄດ້​ຮັບ​ບັບຕິສະມາ. ແລ້ວ​ລາວ​ກໍ​ຕິດຕາມ​ຟີລິບ​ໄປ​ທຸກ​ບ່ອນ ແລະ ຮູ້ສຶກ​ປະຫລາດໃຈ​ທີ່​ໄດ້​ເຫັນ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນັ້ນ.
14ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ເຢຣູຊາເລັມ​ໄດ້​ຍິນ​ຂ່າວ​ວ່າ​ຊາວ​ຊາມາເຣຍ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ​ແລ້ວ, ພວກເຂົາ​ຈຶ່ງ​ໄດ້​ສົ່ງ​ເປໂຕ ແລະ ໂຢຮັນ​ໄປ​ທີ່​ຊາມາເຣຍ. 15ເມື່ອ​ພວກເພິ່ນ​ມາ​ເຖິງ, ພວກເພິ່ນ​ກໍ​ໄດ້​ອະທິຖານ​ເພື່ອ​ບັນດາ​ຜູ້ທີ່ເຊື່ອ​ໃໝ່​ຢູ່​ທີ່​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ, 16ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ທັນ​ໄດ້​ລົງ​ມາ​ເທິງ​ພວກເຂົາ​ຈັກ​ຄົນ; ພວກເຂົາ​ພຽງ​ແຕ່​ໄດ້​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ເທົ່ານັ້ນ. 17ແລ້ວ​ເປໂຕ ແລະ ໂຢຮັນ​ກໍ​ວາງມື​ໃສ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ.
18ເມື່ອ​ຊີໂມນ​ໄດ້​ເຫັນ​ຄົນ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ໂດຍ​ອັກຄະສາວົກ​ວາງມື​ໃສ່, ລາວ​ຈຶ່ງ​ໄດ້​ນຳ​ເງິນ​ມາ​ມອບ​ໃຫ້​ພວກເພິ່ນ 19ແລະ ເວົ້າ​ວ່າ, “ຂໍ​ມອບ​ຄວາມ​ສາມາດ​ນີ້​ໃຫ້​ແກ່​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເມື່ອ​ຂ້ານ້ອຍ​ວາງມື​ໃສ່​ຜູ້ໃດ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ”.
20ເປໂຕ​ຕອບ​ວ່າ: “ຂໍ​ໃຫ້​ເງິນ​ຂອງ​ເຈົ້າ​ຈິບຫາຍ​ໄປ​ພ້ອມ​ກັບ​ເຈົ້າ, ເພາະ​ເຈົ້າ​ຄິດ​ວ່າ​ເຈົ້າ​ສາມາດ​ຊື້​ຂອງປະທານ​ຈາກ​ພຣະເຈົ້າ​ດ້ວຍ​ເງິນ! 21ເຈົ້າ​ບໍ່​ມີ​ສ່ວນ ຫລື ກ່ຽວຂ້ອງ​ໃນ​ພັນທະກິດ​ນີ້, ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່ໜ້າ​ພຣະເຈົ້າ. 22ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່​ຈາກ​ການ​ຊົ່ວຮ້າຍ ແລະ ອະທິຖານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຫວັງ​ວ່າ​ພຣະອົງ​ຈະ​ໃຫ້​ອະໄພ​ແກ່​ເຈົ້າ ເພາະ​ໄດ້​ມີ​ຄວາມຄິດ​ເຊັ່ນ​ນີ້​ຢູ່​ໃນ​ໃຈ. 23ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມຂົມຂື່ນ ແລະ ຕົກ​ເປັນ​ທາດ​ຂອງ​ຄວາມບາບ”.
24ແລ້ວ​ຊີໂມນ​ຈຶ່ງ​ຕອບ​ວ່າ, “ອະທິຖານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ເພື່ອ​ຂ້ານ້ອຍ​ດ້ວຍ ເພື່ອ​ວ່າ​ເຫດການ​ຕ່າງໆ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ​ຈະ​ບໍ່​ເກີດຂຶ້ນ​ກັບ​ຂ້ານ້ອຍ”.
25ຫລັງຈາກ​ທີ່​ເປໂຕ ແລະ ໂຢຮັນ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່ໄປ ແລະ ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຢຊູເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ, ປະກາດ​ຂ່າວປະເສີດ​ຕາມ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ບ່ອນ.
ຟີລິບ ແລະ ຊາວ​ເອທີໂອເປຍ
26ບັດນີ້ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ຟີລິບ​ວ່າ, “ຈົ່ງ​ໄປ​ທາງ​ທິດໃຕ້​ໄປ​ຍັງ​ເສັ້ນທາງ​ທີ່​ເອີ້ນ​ວ່າ​ທາງ​ກັນດານ ຕາມ​ທາງ​ຈາກ​ເຢຣູຊາເລັມ​ລົງ​ໄປ​ສູ່​ເມືອງ​ກາຊາ”. 27ດັ່ງນັ້ນ ຟີລິບ​ຈຶ່ງ​ອອກ​ເດີນທາງ​ໄປ, ໃນ​ລະຫວ່າງ​ທາງ​ເພິ່ນ​ໄດ້​ພົບ​ຂັນທີ​ຊາວ​ເອທີໂອເປຍ#8:27 ຄື ຈາກ​ພາກໃຕ້​ຂອງ​ບໍລິເວນ​ແມ່ນ້ຳ​ນິນ​ຄົນ​ໜຶ່ງ, ເປັນ​ຂ້າລາຊະການ​ສຳຄັນ​ທີ່​ເບິ່ງແຍງ​ຄັງ​ຊັບ​ທັງໝົດ​ຂອງ​ກັນເດກາ, ຄື​ລາຊີນີ​ແຫ່ງ​ເອທີໂອເປຍ. ຂ້າລາຊະການ​ຜູ້​ນີ້​ໄດ້​ມາ​ນະມັດສະການ​ທີ່​ເຢຣູຊາເລັມ, 28ແລະ ໃນຂະນະ​ທີ່​ນັ່ງ​ລົດມ້າ​ກຳລັງ​ເມືອ​ເຮືອນ, ເພິ່ນ​ໄດ້​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່. 29ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”.
30ແລ້ວ​ຟີລິບ​ຈຶ່ງ​ແລ່ນ​ຫຍັບ​ເຂົ້າ​ໄປ​ໃກ້​ລົດມ້າ​ນັ້ນ ແລະ ໄດ້​ຍິນ​ຊາຍ​ຄົນ​ນັ້ນ​ກຳລັງ​ອ່ານ​ໜັງສື​ຂອງ​ຜູ້ທຳນວາຍ​ເອຊາຢາ​ຢູ່. ຟີລິບ​ຈຶ່ງ​ຖາມ​ວ່າ, “ທີ່​ທ່ານ​ອ່ານ​ຢູ່​ນັ້ນ​ທ່ານ​ເຂົ້າໃຈ​ບໍ?”
31ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ຈະ​ເຂົ້າໃຈ​ໄດ້​ຢ່າງໃດ​ຖ້າ​ບໍ່​ມີ​ຜູ້ໃດ​ອະທິບາຍ​ໃຫ້​ຂ້ອຍ​ຟັງ?” ດັ່ງນັ້ນ ເພິ່ນ​ຈຶ່ງ​ເຊີນ​ຟີລິບ​ຂຶ້ນ​ນັ່ງ​ລົດມ້າ​ໄປ​ນຳ​ເພິ່ນ.
32ນີ້​ແມ່ນ​ຂໍ້​ຄວາມ​ໃນ​ພຣະຄຳພີ​ທີ່​ຄົນ​ຂັນທີ​ກຳລັງ​ອ່ານ​ຢູ່​ຄື:
“ເພິ່ນ​ຖືກ​ນຳ​ໂຕ​ໄປ​ເໝືອນ​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ
ແລະ ເໝືອນ​ລູກແກະ​ທີ່​ມິດ​ຢູ່​ຕໍ່ໜ້າ​ຜູ້​ທີ່​ຕັດຂົນ,
ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ເປີດ​ປາກ​ຂອງ​ເພິ່ນ.
33ໃນ​ຄວາມອັບອາຍ​ຂອງ​ເພິ່ນ ເພິ່ນ​ບໍ່ໄດ້​ຮັບ​ຄວາມຍຸຕິທຳ.
ຜູ້ໃດ​ຈະ​ເລົ່າ​ເຖິງ​ເຊື້ອສາຍ​ຂອງ​ເພິ່ນ​ໄດ້?
ເພາະວ່າ​ຊີວິດ​ຂອງ​ເພິ່ນ​ໄດ້​ຖືກ​ເອົາ​ໄປ​ຈາກ​ໂລກ​ເສຍ​ແລ້ວ”.#8:32,33 ອຊຢ 53:7,8 (ເບິ່ງ​ເຊັບຕູອາຈິນ)
34ຂ້າລາຊະການ​ຫັນ​ມາ​ຖາມ​ຟີລິບ​ວ່າ, “ຂໍ​ບອກ​ຂ້ອຍ​ແດ່​ວ່າ, ຜູ້ທຳນວາຍ​ທີ່​ກຳລັງ​ກ່າວ​ເຖິງ​ນັ້ນ​ແມ່ນ​ຜູ້ໃດ, ແມ່ນ​ຜູ້ທຳນວາຍ​ເອງ ຫລື ຜູ້​ອື່ນ​ອີກ?” 35ແລ້ວ​ຟີລິບ​ຈຶ່ງ​ເລີ່ມ​ຈາກ​ຂໍ້​ພຣະຄຳພີ​ຕອນ​ນັ້ນ ແລະ ບອກ​ເພິ່ນ​ເຖິງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຢຊູເຈົ້າ.
36ຂະນະ​ທີ່​ພວກເພິ່ນ​ເດີນທາງ​ໄປ​ຕາມ​ຖະໜົນ, ພວກເພິ່ນ​ໄດ້​ມາ​ເຖິງ​ບ່ອນ​ທີ່​ມີ​ນ້ຳ​ບ່ອນ​ໜຶ່ງ ແລະ ຂ້າລາຊະການ​ຈຶ່ງ​ເວົ້າ​ວ່າ, “ເບິ່ງ​ແມ, ບ່ອນ​ນີ້​ມີ​ນ້ຳ. ມີ​ສິ່ງໃດ​ທີ່​ຂັດຂວາງ​ຂ້ອຍ​ບໍ່​ໃຫ້​ຮັບ​ບັບຕິສະມາ​ບໍ?” 37ຟີລິບ​ເວົ້າ​ວ່າ, “ຖ້າ​ທ່ານ​ເຊື່ອ​ດ້ວຍ​ສຸດໃຈ​ຂອງ​ທ່ານ ກໍ​ຮັບ​ບັບຕິສະມາ​ໄດ້”. ຂ້າລາຊະການ​ຕອບ​ວ່າ, “ຂ້ອຍ​ເຊື່ອ​ວ່າ​ພຣະເຢຊູຄຣິດເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.#8:37 ຕົ້ນສະບັບ​ເກົ່າແກ່​ບາງ​ສະບັບ​ບໍ່​ມີ​ຂໍ້​ນີ້ 38ແລ້ວ​ເພິ່ນ​ໄດ້​ສັ່ງ​ໃຫ້​ຢຸດ​ລົດມ້າ. ຫລັງຈາກ​ນັ້ນ ຟີລິບ​ກັບ​ຂ້າລາຊະການ​ກໍ​ໄດ້​ລົງ​ໄປ​ໃນ​ນ້ຳ ແລະ ຟີລິບ​ກໍ​ໃຫ້​ເພິ່ນ​ຮັບ​ບັບຕິສະມາ. 39ເມື່ອ​ພວກເພິ່ນ​ຂຶ້ນ​ຈາກ​ນ້ຳ​ແລ້ວ, ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຮັບ​ເອົາ​ຟີລິບ​ໄປ​ທັນທີ ແລະ ຂ້າລາຊະການ​ຄົນ​ນັ້ນ​ກໍ​ບໍ່​ເຫັນ​ຟີລິບ​ອີກ​ເລີຍ, ແຕ່​ເດີນທາງ​ຕໍ່ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ. 40ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຟີລິບ​ໄດ້​ມາ​ປາກົດ​ທີ່​ເມືອງ​ອາໂຊໂຕ ແລະ ເດີນທາງ​ໄປ​ທົ່ວ, ປະກາດ​ຂ່າວປະເສີດ​ໃນ​ທຸກ​ເມືອງ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in