YouVersion Logo
Search Icon

ກິດຈະການ 9

9
ໂຊໂລ​ກັບໃຈ
(ກຈກ 22:3-16; 26:9-18)
1ໃນ​ຂະນະ​ດຽວ​ກັນ​ນັ້ນ, ໂຊໂລ​ຍັງ​ສືບຕໍ່​ຂົ່ມຂູ່​ວ່າ​ຈະ​ຂ້າ​ພວກສາວົກ​ຂອງ​ອົງພຣະຜູ້ເປັນເຈົ້າ. ໂຊໂລ​ໄດ້​ເຂົ້າ​ພົບ​ມະຫາ​ປະໂລຫິດ 2ແລະ ຂໍ​ໜັງສື​ແນະນຳ​ໂຕ​ໄປ​ຍັງ​ທຳມະສາລາ​ຕ່າງໆ​ໃນ​ເມືອງ​ດາມັສກັດ, ເພື່ອ​ວ່າ​ຖ້າ​ລາວ​ພົບ​ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອຖື “ທາງນັ້ນ” ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ລາວ​ກໍ​ຈະ​ຈັບ​ພວກເຂົາ​ເປັນ​ນັກໂທດ​ແລ້ວ​ນຳ​ໄປ​ເຢຣູຊາເລັມ. 3ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ. 4ລາວ​ລົ້ມລົງ​ພື້ນດິນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”
5ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?”
ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”. 6ບັດນີ້ “ຈົ່ງ​ລຸກຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ, ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ຢ່າງໃດ”.
7ຜູ້ຊາຍ​ທັງຫລາຍ​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂຊໂລ​ນັ້ນ​ຕ່າງ​ກໍ​ຢືນ​ນິ້ງ​ຢູ່​ເວົ້າ​ບໍ່​ອອກ, ພວກເຂົາ​ໄດ້​ຍິນ​ສຽງ​ນັ້ນ​ແຕ່​ບໍ່​ເຫັນ​ຜູ້ໃດ. 8ໂຊໂລ​ໄດ້​ລຸກຂຶ້ນ​ຈາກ​ພື້ນດິນ, ແຕ່​ພໍ​ເມື່ອ​ລາວ​ມືນ​ຕາ​ຂຶ້ນ​ກໍ​ເບິ່ງ​ບໍ່​ເຫັນ​ສິ່ງໃດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈູງ​ມື​ໂຊໂລ​ເຂົ້າ​ໄປ​ເມືອງ​ດາມັສກັດ. 9ເປັນ​ເວລາ​ສາມ​ວັນ​ທີ່​ໂຊໂລ​ຕາບອດ ແລະ ທັງ​ບໍ່​ໄດ້​ກິນ ແລະ ບໍ່​ໄດ້​ດື່ມ​ຫຍັງ.
10ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!”
ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.
11ອົງພຣະຜູ້ເປັນເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ຢູດາ​ທີ່​ຢູ່​ເທິງ​ຖະໜົນ​ຊື່ ແລະ ໃຫ້​ຖາມ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ​ຜູ້​ທີ່​ມາ​ຈາກ​ເມືອງ​ຕາໂຊ, ເພາະ​ລາວ​ກຳລັງ​ອະທິຖານ​ຢູ່, 12ໃນ​ນິມິດ​ລາວ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ເຂົ້າ​ມາ ແລະ ວາງ​ມື​ໃສ່​ລາວ​ເພື່ອ​ໃຫ້​ລາວ​ເຫັນຮຸ່ງ​ໄດ້​ອີກ”.
13ອານາເນຍ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ຜູ້​ບໍລິສຸດ​ຂອງ​ພຣະອົງ​ໃນ​ເຢຣູຊາເລັມ. 14ແລະ ລາວ​ໄດ້​ມາ​ທີ່​ນີ້​ດ້ວຍ​ສິດອຳນາດ​ຈາກ​ຫົວໜ້າ​ປະໂລຫິດ​ເພື່ອ​ຈັບກຸມ​ຄົນ​ທັງໝົດ​ທີ່​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ”.
15ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ. 16ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.
17ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”. 18ທັນໃດ​ນັ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ເກັດປາ​ຕົກ​ຈາກ​ຕາ​ຂອງ​ໂຊໂລ ແລະ ເພິ່ນ​ກໍ​ເຫັນຮຸ່ງ​ໄດ້​ອີກ. ໂຊໂລ​ຈຶ່ງ​ລຸກຂຶ້ນ ແລະ ຮັບ​ບັບຕິສະມາ. 19ແລະ ຫລັງຈາກ​ກິນ​ອາຫານ​ແລ້ວ, ເພິ່ນ​ກໍ​ມີ​ແຮງ​ຂຶ້ນ.
ໂຊໂລ​ໃນ​ດາມັສກັດ ແລະ ເຢຣູຊາເລັມ
ໂຊໂລ​ໄດ້​ພັກ​ຢູ່​ກັບ​ພວກສາວົກ​ໃນ​ເມືອງ​ດາມັສກັດ​ເປັນ​ເວລາ​ຫລາຍ​ວັນ. 20ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ. 21ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ ແລະ ຖາມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ທຳລາຍ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ນີ້​ໃນ​ເຢຣູຊາເລັມ​ແມ່ນ​ບໍ? ແລະ ລາວ​ມາ​ທີ່​ນີ້​ກໍ​ເພື່ອ​ຈັບ​ເອົາ​ຄົນ​ເຫລົ່ານັ້ນ​ເປັນ​ນັກໂທດ​ສົ່ງ​ໃຫ້​ຫົວໜ້າ​ປະໂລຫິດ​ແມ່ນ​ບໍ?” 22ແຕ່​ການ​ປະກາດ​ຂອງ​ໂຊໂລ​ກໍ​ຍິ່ງ​ມີ​ລິດອຳນາດ​ເຂັ້ມແຂງ​ຂຶ້ນ ໂດຍ​ພິສູດ​ໃຫ້​ເຫັນ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ ແລະ ເຮັດ​ໃຫ້​ຊາວຢິວ​ໃນ​ເມືອງ​ດາມັສກັດ​ສັບສົນ.#9:22 ຫລື ພຣະເມຊີອາ
23ຫລັງຈາກ​ຫລາຍ​ວັນ​ຜ່ານໄປ, ພວກ​ຢິວ​ໄດ້​ວາງ​ແຜນການ​ຈະ​ຂ້າ​ໂຊໂລ, 24ແຕ່​ໂຊໂລ​ໄດ້​ຮູ້​ແຜນການ​ຂອງ​ພວກເຂົາ. ຄົນ​ເຫລົ່ານີ້​ໄດ້​ເຝົ້າ​ຍາມ​ຢູ່​ທີ່​ປະຕູ​ເມືອງ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ຂ້າ​ເພິ່ນ. 25ແຕ່​ລູກສິດ​ຂອງ​ໂຊໂລ​ໄດ້​ພາ​ເພິ່ນ​ອອກ​ມາ​ຕອນ​ກາງຄືນ​ໂດຍ​ໃຫ້​ເພິ່ນ​ເຂົ້າ​ໃນ​ກະຕ່າ​ແລ້ວ​ຢ່ອນ​ລົງ​ມາ​ຕາມ​ປ່ອງ​ກຳແພງ​ເມືອງ.
26ເມື່ອ​ໂຊໂລ​ມາ​ເຖິງ​ເຢຣູຊາເລັມ, ເພິ່ນ​ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ພວກສາວົກ, ແຕ່​ພວກສາວົກ​ທັງໝົດ​ພາກັນ​ຢ້ານ​ເພິ່ນ, ເພາະ​ບໍ່​ເຊື່ອ​ວ່າ​ເພິ່ນ​ເປັນ​ສາວົກ​ແທ້ໆ. 27ແຕ່​ບາຣະນາບາ​ໄດ້​ພາ​ເພິ່ນ​ໄປ​ພົບ​ບັນດາ​ອັກຄະສາວົກ. ບາຣະນາບາ​ໄດ້​ເລົ່າເລື່ອງ​ໃຫ້​ພວກເພິ່ນ​ຟັງ​ວ່າ​ໂຊໂລ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ໃນ​ກາງທາງ​ນັ້ນ​ຢ່າງໃດ ແລະ ພຣະອົງ​ໄດ້​ກ່າວ​ກັບ​ເພິ່ນ​ຢ່າງໃດ ແລະ ເພິ່ນ​ໄດ້​ເທດສະໜາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ເມືອງ​ດາມັສກັດ​ດ້ວຍ​ໃຈ​ກ້າຫານ​ຢ່າງໃດ​ດ້ວຍ. 28ດັ່ງນັ້ນ ໂຊໂລ​ຈຶ່ງ​ໄດ້​ພັກ​ຢູ່​ກັບ​ພວກເພິ່ນ ແລະ ທຽວ​ໄປ​ມາ​ຢ່າງ​ອິດສະຫລະ​ໃນ​ເຢຣູຊາເລັມ ແລະ ກ່າວ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ກ້າຫານ. 29ເພິ່ນ​ຍັງ​ໄດ້​ສົນທະນາ ແລະ ໂຕ້ຕອບ​ກັບ​ຊາວ​ຢິວ​ຜູ້​ທີ່​ເວົ້າ​ພາສາ​ກຣີກ, ແຕ່​ພວກເຂົາ​ພະຍາຍາມ​ຈະ​ຂ້າ​ເພິ່ນ. 30ເມື່ອ​ຄົນທີ່ເຊື່ອ​ໄດ້​ຮູ້​ເລື່ອງ​ນີ້, ພວກເຂົາ​ຈຶ່ງ​ໄດ້​ພາ​ໂຊໂລ​ລົງ​ໄປ​ທີ່​ເມືອງ​ກາຍຊາເຣຍ ແລະ ສົ່ງ​ເພິ່ນ​ຕໍ່​ໄປ​ທີ່​ເມືອງ​ຕາໂຊ.
31ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.
ໄອເນ ແລະ ໂດຣະກາ
32ຝ່າຍ​ເປໂຕ​ນັ້ນ​ໄດ້​ເດີນທາງ​ໄປ​ຍັງ​ບ່ອນ​ຕ່າງໆ, ເພິ່ນ​ໄດ້​ໄປ​ຢ້ຽມຢາມ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ທີ່​ຢູ່​ໃນ​ເມືອງ​ລິດດາ. 33ໃນ​ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ໄອເນ, ຜູ້​ທີ່​ເປັນ​ອຳມະພາດ ແລະ ນອນ​ຢູ່​ກັບ​ຕຽງ​ມາ​ໄດ້​ແປດ​ປີ​ແລ້ວ. 34ເປໂຕ​ເວົ້າ​ກັບ​ລາວ​ວ່າ, “ໄອເນ, ພຣະເຢຊູຄຣິດເຈົ້າ​ໄດ້​ເຮັດໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ລຸກ​ຂຶ້ນ ແລະ ມ້ຽນ​ບ່ອນນອນ​ຂອງ​ເຈົ້າ”. ທັນ​ໃດ​ນັ້ນ ໄອເນ​ກໍ​ລຸກ​ຂຶ້ນ. 35ບັນດາ​ຄົນ​ທັງຫລາຍ​ທີ່ຢູ່​ໃນ​ເມືອງ​ລິດດາ ແລະ ຊາໂຣນ ໄດ້​ເຫັນ​ລາວ​ດັ່ງນັ້ນ​ແລ້ວ​ກໍ​ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.
36ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ. 37ໃນ​ເວລາ​ນັ້ນ ນາງ​ໄດ້​ເຈັບປ່ວຍ ແລະ ຕາຍ​ໄປ, ແລ້ວ​ສົບ​ຂອງ​ນາງ​ໄດ້​ຮັບ​ການ​ລ້າງ​ແລ້ວ ແລະ ວາງໄວ້​ທີ່​ຫ້ອງ​ຊັ້ນເທິງ. 38ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”
39ເປໂຕ​ຈຶ່ງ​ໄປ​ກັບ​ພວກເຂົາ ແລະ ເມື່ອ​ເພິ່ນ​ມາ​ຮອດ​ແລ້ວ​ພວກເຂົາ​ກໍ​ພາ​ເປໂຕ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນເທິງ. ມີ​ບັນດາ​ແມ່ໝ້າຍ​ມາ​ຢືນ​ອ້ອມ​ເປໂຕ, ຮ້ອງໄຫ້ ແລະ ຊີ້​ໃຫ້​ເພິ່ນ​ເບິ່ງ​ເຄື່ອງນຸ່ງ​ຕ່າງໆ​ທີ່​ໂດຣະກາ​ໄດ້​ເຮັດ​ໃຫ້​ເມື່ອ​ນາງ​ຍັງ​ມີຊີວິດ​ຢູ່​ກັບ​ພວກເຂົາ.
40ເປໂຕ​ໄດ້​ໃຫ້​ທຸກຄົນ​ອອກ​ໄປ​ຈາກ​ຫ້ອງ; ແລ້ວ​ເພິ່ນ​ໄດ້​ຄຸເຂົ່າ​ລົງ ແລະ ອະທິຖານ. ເພິ່ນ​ຫັນ​ໄປ​ຫາ​ຍິງ​ທີ່​ຕາຍ​ແລ້ວ​ນັ້ນ, ເພິ່ນ​ເວົ້າ​ວ່າ, “ຕາບີທາ, ຈົ່ງ​ລຸກ​ຂຶ້ນ”. ນາງ​ກໍ​ມືນ​ຕາ ແລະ ເມື່ອ​ເຫັນ​ເປໂຕ​ນາງ​ກໍ​ລຸກ​ຂຶ້ນ​ນັ່ງ. 41ເພິ່ນ​ຈຶ່ງ​ຈັບ​ມື​ນາງ​ໃຫ້​ຢືນ​ຂຶ້ນ​ແລ້ວ​ເອີ້ນ​ຜູ້ທີ່ເຊື່ອ​ທຸກຄົນ, ໂດຍສະເພາະ​ພວກ​ແມ່ໝ້າຍ​ນັ້ນ​ມາ ແລະ ເພິ່ນ​ໄດ້​ມອບ​ນາງ​ທີ່​ຄືນ​ມາ​ນັ້ນ​ໃຫ້​ແກ່​ພວກເຂົາ. 42ເລື່ອງ​ນີ້​ໄດ້​ເປັນ​ທີ່​ຮູ້ຈັກ​ທົ່ວ​ເມືອງ​ຢົບປາ ແລະ ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ. 43ຝ່າຍ​ເປໂຕ​ກໍ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ​ກັບ​ຊ່າງຟອກໜັງ​ທີ່​ມີ​ຊື່​ວ່າ​ຊີໂມນ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in