ກິດຈະການ 6
6
ການເລືອກເອົາເຈັດຄົນ
1ໃນຄາວນັ້ນ ເມື່ອສາວົກມີຈຳນວນເພີ່ມຂຶ້ນ, ຊາວຢິວທີ່ມາຈາກປະເທດທີ່ເວົ້າພາສາກຣີກ#6:1 ຄືຊາຢິວທີ່ຮັບເອົາພາສາກຣີກ ແລະ ວັດທະນາທຳກຣີກໄດ້ຈົ່ມບໍ່ພໍໃຈຕໍ່ຊາວຢິວທີ່ເວົ້າພາສາເຮັບເຣີເປັນພາສາແມ່ ເພາະພວກແມ່ໝ້າຍໃນກຸ່ມຂອງພວກເຂົາບໍ່ໄດ້ຮັບການເອົາໃຈໃສ່ໃນເວລາແຈກຢາຍອາຫານປະຈຳວັນ. 2ດັ່ງນັ້ນ ພວກອັກຄະສາວົກທັງສິບສອງຄົນຈຶ່ງເອີ້ນສາວົກທັງໝົດມາລວມກັນແລ້ວກ່າວວ່າ, “ເປັນການບໍ່ຖືກຕ້ອງເລີຍທີ່ພວກເຮົາຈະປະຖິ້ມພັນທະກິດແຫ່ງພຣະຄຳຂອງພຣະເຈົ້າເພື່ອໄປຮັບໃຊ້ທີ່ໂຕະອາຫານນັ້ນ. 3ພີ່ນ້ອງທັງຫລາຍ, ຈົ່ງເລືອກເອົາເຈັດຄົນໃນທ່າມກາງພວກເຈົ້າ ເຊິ່ງເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາຈະມອບໜ້າທີ່ນີ້ໃຫ້ພວກເຂົາ 4ສ່ວນພວກເຮົາກໍຈະເອົາໃຈໃສ່ໃນການອະທິຖານ ແລະ ພັນທະກິດແຫ່ງພຣະທຳ”.
5ຄົນໃນທີ່ປະຊຸມທັງໝົດພໍໃຈກັບຂໍ້ສະເໜີນີ້. ພວກເຂົາຈຶ່ງເລືອກເອົາຊະເຕຟາໂນ, ຜູ້ຊາຍທີ່ເຕັມໄປດ້ວຍຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມທັງຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອຈາກອັນຕີໂອເຂຍທີ່ເຂົ້າສາສະໜາຢິວ. 6ພວກເຂົາໄດ້ນຳທັງເຈັດຄົນນີ້ມາຫາພວກອັກຄະສາວົກ ແລະ ພວກອັກຄະສາວົກກໍໄດ້ອະທິຖານ ແລະ ວາງມືໃສ່ພວກເຂົາ.
7ດັ່ງນັ້ນ ພຣະຄຳຂອງພຣະເຈົ້າຈຶ່ງແຜ່ຂະຫຍາຍອອກໄປ. ສາວົກໃນເຢຣູຊາເລັມໄດ້ມີຈຳນວນເພີ່ມຂຶ້ນຢ່າງໄວວາ ແລະ ປະໂລຫິດຈຳນວນຫລວງຫລາຍໄດ້ມາຮັບເຊື່ອ.
ຊະເຕຟາໂນຖືກຈັບ
8ຝ່າຍຊະເຕຟາໂນ, ຊາຍຜູ້ທີ່ເຕັມໄປດ້ວຍພຣະຄຸນ ແລະ ລິດອຳນາດຂອງພຣະເຈົ້າ, ໄດ້ສະແດງການອັດສະຈັນ ແລະ ໝາຍສຳຄັນຍິ່ງໃຫຍ່ຫລາຍຢ່າງໃນທ່າມກາງປະຊາຊົນ. 9ເຖິງຢ່າງໃດກໍຕາມ, ກໍຖືກຕໍ່ຕ້ານຈາກສະມາຊິກຂອງທຳມະສາລາຂອງພວກຢິວແຫ່ງອິດສະຫລະ (ຕາມທີ່ພວກເຂົາເອີ້ນກັນ) ຄືພວກຢິວຈາກເມືອງກີເຣເນ, ເມືອງອາເລັກຊັນເດຍ ທັງຈາກແຂວງກີລີເກຍ ແລະ ເອເຊຍໄດ້ເລີ່ມໂຕ້ຖຽງກັບຊະເຕຟາໂນ. 10ແຕ່ພວກເຂົາບໍ່ສາມາດລຸກຂຶ້ນຕໍ່ສູ້ສະຕິປັນຍາທີ່ພຣະວິນຍານບໍລິສຸດເຈົ້າມອບໃຫ້ເພິ່ນໃນຂະນະທີ່ເພິ່ນກ່າວ.
11ແລ້ວພວກເຂົາຈຶ່ງຍຸຍົງໃຫ້ບາງຄົນເວົ້າວ່າ, “ພວກເຮົາໄດ້ຍິນຊະເຕຟາໂນເວົ້າຄຳໝິ່ນປະໝາດຕໍ່ສູ້ໂມເຊ ແລະ ຕໍ່ສູ້ພຣະເຈົ້າ”.
12ດັ່ງນັ້ນ ພວກເຂົາຈຶ່ງໄດ້ຍຸຍົງປະຊາຊົນ, ພວກເຖົ້າແກ່ ແລະ ພວກຄູສອນກົດບັນຍັດໃຫ້ລຸກຮື້ຂຶ້ນ. ພວກເຂົາໄດ້ຈັບຊະເຕຟາໂນ ແລະ ນຳເອົາເພິ່ນໄປຕໍ່ໜ້າສະພາແຊນເຮດຣິນ. 13ພວກເຂົາໄດ້ສ້າງພະຍານບໍ່ຈິງມາໃຫ້ການວ່າ, “ຊາຍຄົນນີ້ເວົ້າຕໍ່ສູ້ບ່ອນສັກສິດແຫ່ງນີ້ ແລະ ຕໍ່ສູ້ກົດບັນຍັດຢ່າງບໍ່ຢຸດຢັ້ງ. 14ເພາະພວກເຮົາໄດ້ຍິນລາວເວົ້າວ່າເຢຊູແຫ່ງນາຊາເຣັດຈະທຳລາຍສະຖານທີ່ນີ້ ແລະ ປ່ຽນທຳນຽມທີ່ໂມເຊໄດ້ໃຫ້ໄວ້ກັບພວກເຮົາ”.
15ບັນດາຄົນທັງໝົດທີ່ນັ່ງຢູ່ໃນສະພາແຊນເຮດຣິນໄດ້ຈ້ອງເບິ່ງຊະເຕຟາໂນດ້ວຍຄວາມຕັ້ງໃຈ ແລະ ພວກເຂົາເຫັນໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ.
Currently Selected:
ກິດຈະການ 6: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.