ກິດຈະການ 5
5
ອານາເນຍ ແລະ ຊາຟີຣາ
1ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ພ້ອມກັບຊາຟີຣາເມຍຂອງລາວ, ກໍໄດ້ຂາຍທີ່ດິນຕອນໜຶ່ງເໝືອນກັນ. 2ລາວໄດ້ເກັບເງິນສ່ວນໜຶ່ງໄວ້ເພື່ອຕົນເອງ ເຊິ່ງເມຍຂອງລາວກໍຮູ້ດີ, ແຕ່ໄດ້ນຳເງິນສ່ວນທີ່ເຫລືອມາວາງລົງທີ່ຕີນຂອງພວກອັກຄະສາວົກ.
3ແລ້ວເປໂຕຈຶ່ງກ່າວວ່າ, “ອານາເນຍ, ດ້ວຍເຫດໃດ ໃຈຂອງເຈົ້າຈຶ່ງເຕັມໄປດ້ວຍມານຊາຕານ ເຈົ້າຈຶ່ງຕົວະຕໍ່ພຣະວິນຍານບໍລິສຸດເຈົ້າ ແລະ ເກັບເງິນຄ່າທີ່ດິນຈຳນວນໜຶ່ງທີ່ເຈົ້າໄດ້ຮັບສຳລັບທີ່ດິນໄວ້ເພື່ອເຈົ້າເອງ? 4ກ່ອນທີ່ເຈົ້າບໍ່ທັນໄດ້ຂາຍ ດິນຕອນນີ້ກໍເປັນຂອງເຈົ້າບໍ່ແມ່ນບໍ? ແລະ ເມື່ອຂາຍດິນນັ້ນແລ້ວ, ເງິນກໍຢູ່ໃນອຳນາດຂອງເຈົ້າບໍ່ແມ່ນບໍ? ແມ່ນຫຍັງເຮັດໃຫ້ເຈົ້າຄິດເຮັດຢ່າງນີ້? ເຈົ້າບໍ່ໄດ້ຕົວະມະນຸດແຕ່ໄດ້ຕົວະພຣະເຈົ້າ”.
5ເມື່ອອານາເນຍໄດ້ຍິນດັ່ງນີ້, ລາວກໍລົ້ມລົງຕາຍ. ແລະ ຄົນທັງປວງທີ່ໄດ້ຍິນສິ່ງທີ່ເກີດຂຶ້ນນັ້ນຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່. 6ແລ້ວພວກຊາຍໜຸ່ມຈຳນວນໜຶ່ງຈຶ່ງເຂົ້າມາຫໍ່ສົບລາວ ແລະ ຫາມອອກໄປຝັງ.
7ຫລັງຈາກນັ້ນ ປະມານສາມຊົ່ວໂມງຕໍ່ມາ ເມຍຂອງລາວກໍເຂົ້າມາ, ໂດຍທີ່ຍັງບໍ່ຮູ້ເລື່ອງທີ່ເກີດຂຶ້ນ. 8ເປໂຕໄດ້ຖາມນາງວ່າ, “ຈົ່ງບອກເຮົາວ່າ ເຈົ້າກັບອານາເນຍຂາຍທີ່ດິນໄດ້ເງິນເທົ່ານີ້ບໍ?”
ນາງຕອບວ່າ, “ແມ່ນ, ໄດ້ເທົ່ານັ້ນ”.
9ເປໂຕຈຶ່ງກ່າວກັບນາງວ່າ, “ພວກເຈົ້າກ້າທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າໄດ້ຢ່າງໃດ? ຈົ່ງຟັງ! ຕີນຂອງບັນດາຜູ້ຝັງສົບຜົວຂອງເຈົ້າກໍຢູ່ທີ່ປະຕູ ແລະ ພວກເຂົາຈະຫາມເຈົ້າອອກໄປເໝືອນກັນ”.
10ໃນທັນໃດນັ້ນ ນາງກໍລົ້ມລົງຕາຍທີ່ຕີນຂອງເປໂຕ. ເມື່ອພວກຊາຍໜຸ່ມເຂົ້າມາກໍເຫັນວ່ານາງຕາຍແລ້ວ, ຈຶ່ງຫາມເອົາສົບໄປຝັງຂ້າງຜົວຂອງນາງ. 11ຄຣິສຕະຈັກທັງໝົດ ແລະ ຄົນທັງປວງທີ່ໄດ້ຍິນເຫດການເຫລົ່ານີ້ຕ່າງກໍພາກັນຕົກໃຈຢ້ານກົວຫລາຍ.
ພວກອັກຄະສາວົກຮັກສາຄົນເປັນຈຳນວນຫລາຍ
12ພວກອັກຄະສາວົກໄດ້ສະແດງໝາຍສຳຄັນ ແລະ ການອັດສະຈັນຫລາຍຢ່າງໃນທ່າມກາງປະຊາຊົນ. ແລະ ຜູ້ທີ່ເຊື່ອທັງໝົດມັກມາເຕົ້າໂຮມກັນທີ່ລະບຽງຂອງໂຊໂລໂມນ. 13ສ່ວນຄົນອື່ນໆບໍ່ມີຜູ້ໃດກ້າມາຮ່ວມກັບພວກເພິ່ນ, ເຖິງແມ່ນວ່າພວກເພິ່ນເປັນທີ່ເຄົາລົບນັບຖືຢ່າງສູງຂອງປະຊາຊົນຈຳນວນຫລາຍກໍຕາມ. 14ແຕ່ເຖິງປານນັ້ນ ກໍຍັງມີຜູ້ຊາຍ ແລະ ແມ່ຍິງຈຳນວນຫລວງຫລາຍທີ່ໄດ້ເຊື່ອໃນອົງພຣະຜູ້ເປັນເຈົ້າ ແລະ ມີຈຳນວນເພີ່ມຂຶ້ນ. 15ຈົນວ່າພວກເຂົາໄດ້ຫາມຄົນເຈັບປ່ວຍໄປວາງໄວ້ຕາມຫົນທາງ ແລະ ໃຫ້ຄົນເຈັບປ່ວຍນອນເທິງບ່ອນນອນ ແລະ ເທິງເສື່ອ ເພື່ອວ່າຢ່າງນ້ອຍເມື່ອເປໂຕຍ່າງຜ່ານໄປນັ້ນເງົາຂອງເພິ່ນຈະໄດ້ຖືກບາງຄົນ. 16ມີຄົນຈຳນວນຫລວງຫລາຍອອກມາຈາກເມືອງຕ່າງໆທີ່ຢູ່ອ້ອມຂ້າງເຢຣູຊາເລັມມາເຕົ້າໂຮມກັນ, ໄດ້ນຳເອົາຄົນເຈັບປ່ວຍ ແລະ ຄົນທີ່ທໍລະມານຍ້ອນວິນຍານສົກກະປົກເຂົ້າສິງ ແລະ ພວກເຂົາທັງໝົດກໍໄດ້ຮັບການຮັກສາໃຫ້ຫາຍດີ.
ພວກອັກຄະສາວົກຖືກຂົ່ມເຫັງ
17ແລ້ວມະຫາປະໂລຫິດ ແລະ ພັກພວກທັງໝົດຂອງຕົນຄືພວກທີ່ເປັນສະມາຊິກຂອງພວກຊາດູກາຍ, ກໍເຕັມໄປດ້ວຍຄວາມອິດສາ. 18ພວກເຂົາຈຶ່ງໄດ້ຈັບເອົາພວກອັກຄະສາວົກ ແລະ ຂັງພວກເພິ່ນໄວ້ໃນຄຸກສາທາລະນະ. 19ແຕ່ໃນເວລາກາງຄືນກໍມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູຕ່າງໆໃນຄຸກແລ້ວພາພວກເພິ່ນອອກມາ. 20ແລະ ກ່າວວ່າ, “ຈົ່ງໄປຢືນຢູ່ໃນເດີ່ນວິຫານ ແລະ ເລົ່າໃຫ້ປະຊາຊົນຟັງເລື່ອງຊີວິດໃໝ່ທັງໝົດນີ້”.
21ພໍຮຸ່ງເຊົ້າມາ ພວກອັກຄະສາວົກກໍໄດ້ເຂົ້າໄປໃນເດີ່ນວິຫານຕາມທີ່ພວກເພິ່ນໄດ້ຍິນ ແລະ ເລີ່ມຕົ້ນສັ່ງສອນປະຊາຊົນ.
ເມື່ອມະຫາປະໂລຫິດກັບພັກພວກຂອງຕົນມາເຖິງ, ພວກເຂົາກໍເອີ້ນສະມາຊິກສະພາແຊນເຮດຣິນ ຄືພວກເຖົ້າແກ່ຊາວອິດສະຣາເອນທຸກຄົນໃຫ້ມາປະຊຸມ ແລ້ວໃຊ້ຄົນໄປຄຸກເພື່ອນຳເອົາພວກອັກຄະສາວົກອອກມາ. 22ແຕ່ເມື່ອພວກເຈົ້າໜ້າທີ່ໄປເຖິງຄຸກ, ພວກເຈົ້າໜ້າທີ່ກໍບໍ່ພົບພວກອັກຄະສາວົກຢູ່ທີ່ນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງກັບມາລາຍງານວ່າ, 23“ພວກຂ້ານ້ອຍເຫັນຄຸກອັດໄວ້ຢ່າງແໜ້ນໜາ ແລະ ຄົນເຝົ້າຍາມກໍຢືນເຝົ້າຢູ່ທີ່ປະຕູ; ແຕ່ເມື່ອພວກຂ້ານ້ອຍໄຂເຂົ້າໄປຂ້າງໃນແລ້ວກໍບໍ່ເຫັນຜູ້ໃດ”. 24ເມື່ອຫົວໜ້າຄົນຍາມວິຫານ ແລະ ຫົວໜ້າປະໂລຫິດໄດ້ຍິນລາຍງານນີ້ແລ້ວກໍງົງ, ປະຫລາດໃຈວ່າເລື່ອງນີ້ຈະເປັນຢ່າງໃດຕໍ່ໄປ.
25ແລ້ວມີຄົນໜຶ່ງມາ ແລະ ກ່າວວ່າ, “ເບິ່ງແມ! ຄົນທີ່ພວກທ່ານທັງຫລາຍໄດ້ຂັງໄວ້ໃນຄຸກນັ້ນກຳລັງຢືນສັ່ງສອນປະຊາຊົນຢູ່ໃນເດີ່ນວິຫານ”. 26ຫົວໜ້າຍາມວິຫານກັບເຈົ້າໜ້າທີ່ຂອງຕົນຈຶ່ງພາກັນອອກໄປ ແລະ ນຳເອົາພວກອັກຄະສາວົກກັບມາ. ພວກເຂົາບໍ່ໄດ້ໃຊ້ກຳລັງ, ເພາະພວກເຂົາຢ້ານຖືກປະຊາຊົນແກວ່ງກ້ອນຫີນໃສ່.
27ພວກອັກຄະສາວົກໄດ້ຖືກນຳເຂົ້າມາ ແລະ ໃຫ້ຢືນຢູ່ຕໍ່ໜ້າສະພາແຊນເຮດຣິນເພື່ອໃຫ້ມະຫາປະໂລຫິດສືບສວນ. 28ມະຫາປະໂລຫິດກ່າວວ່າ, “ພວກເຮົາສັ່ງຫ້າມເດັດຂາດບໍ່ໃຫ້ພວກເຈົ້າສັ່ງສອນໃນນາມຊື່ນີ້, ແຕ່ພວກເຈົ້າໄດ້ເຮັດໃຫ້ຄຳສັ່ງສອນນັ້ນແຜ່ອອກໄປທົ່ວເຢຣູຊາເລັມ ແລະ ຕັ້ງໃຈເຮັດໃຫ້ພວກເຮົາມີຄວາມຜິດຍ້ອນຄວາມຕາຍຂອງຊາຍຜູ້ນີ້”.
29ເປໂຕ ແລະ ອັກຄະສາວົກຄົນອື່ນໆຕອບວ່າ: “ພວກຂ້ານ້ອຍຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າເຊື່ອຟັງມະນຸດ! 30ພຣະເຢຊູເຈົ້າທີ່ພວກທ່ານທັງຫລາຍໄດ້ຂ້າໂດຍຄຶງໄວ້ທີ່ໄມ້ກາງແຂນນັ້ນ ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາໄດ້ເຮັດໃຫ້ເປັນຄືນມາຈາກຕາຍແລ້ວ. 31ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນໃຫ້ຢູ່ເບື້ອງຂວາມືຂອງພຣະອົງ ໃຫ້ເປັນອົງເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອພຣະອົງຈະໃຫ້ປະຊາຊົນອິດສະຣາເອນກັບໃຈໃໝ່ ແລະ ໄດ້ຮັບການອະໄພບາບຂອງພວກເຂົາ. 32ພວກຂ້ານ້ອຍຈຶ່ງເປັນພະຍານເຖິງເລື່ອງເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າທີ່ພຣະເຈົ້າໄດ້ໃຫ້ແກ່ບັນດາຜູ້ທີ່ເຊື່ອຟັງພຣະອົງນັ້ນ ກໍເປັນພະຍານເໝືອນກັນ”.
33ເມື່ອພວກເຂົາໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍໃຈຮ້າຍແຮງ ແລະ ຕ້ອງການຈະຂ້າພວກອັກຄະສາວົກ. 34ແຕ່ມີຟາຣີຊາຍຄົນໜຶ່ງຊື່ວ່າຄາມາລິເອັນ ເປັນຄູສອນກົດບັນຍັດທີ່ຄົນທັງຫລາຍນັບຖື, ເພິ່ນໄດ້ຢືນຂຶ້ນໃນທີ່ປະຊຸມສະພາແຊນເຮດຣິນ ແລະ ສັ່ງໃຫ້ນຳພວກອັກຄະສາວົກອອກໄປຂ້າງນອກຊົ່ວໄລຍະໜຶ່ງ. 35ຫລັງຈາກນັ້ນ ເພິ່ນຈຶ່ງກ່າວແກ່ສະພາແຊນເຮດຣິນວ່າ: “ປະຊາຊົນອິດສະຣາເອນ, ຈົ່ງພິຈາລະນາຢ່າງລະມັດລະວັງເຖິງສິ່ງທີ່ພວກເຈົ້າຕັ້ງໃຈຈະເຮັດກັບຄົນເຫລົ່ານີ້ໃຫ້ດີ. 36ເມື່ອບໍ່ດົນມານີ້ ທູດາໄດ້ປາກົດຕົວ, ອ້າງຕົນເອງວ່າເປັນຄົນສຳຄັນ ແລະ ມີປະມານສີ່ຮ້ອຍຄົນໄດ້ຮ່ວມກຳລັງກັບລາວ. ແຕ່ລາວໄດ້ຖືກຂ້າ, ຜູ້ທີ່ຕິດຕາມລາວທັງໝົດກໍແຕກກະຈັດກະຈາຍໄປ ແລະ ທັງໝົດເຮັດຫຍັງບໍ່ໄດ້. 37ຕໍ່ມາຈາກລາວ, ຢູດາຊາວຄາລີເລໄດ້ປາກົດຂຶ້ນໃນຊ່ວງທີ່ມີການຈົດທະບຽນສຳມະໂນຄົວ ແລະ ນຳພາກຸ່ມປະຊາຊົນສູ່ການກະບົດ. ລາວກໍໄດ້ຖືກຂ້າຕາຍເໝືອນກັນ ແລະ ຜູ້ທີ່ຕິດຕາມລາວທັງໝົດກໍໄດ້ແຕກກະຈັດກະຈາຍໄປ. 38ເຫດສະນັ້ນ ໃນກໍລະນີນີ້ຂ້າພະເຈົ້າຂໍແນະນຳພວກເຈົ້າທັງຫລາຍວ່າ: ຢ່າດຳເນີນການໃດຕໍ່ຄົນເຫລົ່ານີ້ເລີຍ! ປ່ອຍພວກເຂົາໄປ! ເພາະຖ້າເປົ້າໝາຍ ຫລື ກິດຈະການຂອງພວກເຂົາມາຈາກມະນຸດ, ມັນກໍຈະເສື່ອມສູນໄປເອງ. 39ແຕ່ຖ້າສິ່ງນີ້ມາຈາກພຣະເຈົ້າ, ພວກເຈົ້າກໍບໍ່ສາມາດຢຸດຕິຄົນເຫລົ່ານີ້ໄດ້; ຈະກາຍເປັນວ່າພວກເຈົ້າເອງນັ້ນແຫລະ ທີ່ຕໍ່ສູ້ກັບພຣະເຈົ້າ”.
40ຄຳປາໄສຂອງເພິ່ນໄດ້ໂນ້ມນ້າວພວກເຂົາ. ພວກເຂົາຈຶ່ງເອີ້ນພວກອັກຄະສາວົກເຂົ້າມາ ແລະ ໄດ້ຂ້ຽນພວກເພິ່ນ. ແລ້ວພວກເຂົາກໍໄດ້ສັ່ງພວກເພິ່ນບໍ່ໃຫ້ກ່າວອອກນາມຂອງພຣະເຢຊູເຈົ້າອີກ ແລະ ປ່ອຍພວກເພິ່ນໄປ.
41ພວກອັກຄະສາວົກໄດ້ອອກຈາກສະພາແຊນເຮດຣິນໄປດ້ວຍຄວາມຊື່ນຊົມຍິນດີເພາະພວກເພິ່ນຖືວ່າຄຸ້ມຄ່າທີ່ໄດ້ທົນທຸກອັບອາຍເພາະເຫັນແກ່ນາມນັ້ນ. 42ທຸກໆມື້ ໃນເດີ່ນວິຫານ ແລະ ຕາມເຮືອນຕ່າງໆ, ພວກເພິ່ນບໍ່ເຄີຍຢຸດສັ່ງສອນ ແລະ ປະກາດຂ່າວປະເສີດວ່າພຣະເຢຊູເຈົ້າຄືພຣະເມຊີອາ.
Currently Selected:
ກິດຈະການ 5: LCV
Highlight
Share
Copy

Want to have your highlights saved across all your devices? Sign up or sign in
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.