ໂຢຮັນ 5
5
ການຮັກສາພະຍາດທີ່ສະນ້ຳ
1ຕໍ່ມາພຣະເຢຊູເຈົ້າໄດ້ຂຶ້ນໄປຍັງນະຄອນເຢຣູຊາເລັມເພື່ອຮ່ວມເທດສະການຂອງຊາວຢິວ. 2ໃນນະຄອນເຢຣູຊາເລັມ ໃກ້ປະຕູແກະມີສະນ້ຳແຫ່ງໜຶ່ງເອີ້ນຕາມພາສາອາຣາມິກວ່າເບັດສະທາ#5:2 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບວ່າ ເບັດຊະທາ ເອກະສານເກົ່າທີ່ຂຽນດ້ວຍມືສະບັບອື່ນໆວ່າ ເບັດຊາອີດາ ແລະ ສະນໍ້ານີ້ມີສາລາຫ້າຫລັງອ້ອມຢູ່, 3ຢູ່ບ່ອນນີ້ມີຄົນພິການຈໍານວນຫລວງຫລາຍນອນຢູ່ເຊັ່ນ ຄົນຕາບອດ, ຄົນຂາເສັ້ງ, ຄົນເປ້ຍ.#5:3 ເອກະສານເກົ່າທີ່ຂຽນດ້ວຍມືບາງສະບັບທີ່ສຳຄັນນ້ອຍກ່າວວ່າ ຄົນເປັນເປ້ຍ ພວກເຂົາຄອຍຖ້າໃຫ້ນ້ຳເຟືອນ. 4ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າຈະລົງມາ ແລະ ກວນນ້ຳເປັນບາງຄັ້ງຄາວ. ໃນແຕ່ລະເທື່ອທີ່ນ້ຳເຟືອນຄົນທຳອິດທີ່ລົງໄປໃນສະນໍ້າກໍຈະໄດ້ຮັບການປິ່ນປົວຈາກພະຍາດຕ່າງໆທີ່ພວກເຂົາເປັນ. 5ຢູ່ທີ່ນັ້ນມີຊາຍຄົນໜຶ່ງເຈັບປ່ວຍມາໄດ້ສາມສິບແປດປີແລ້ວ. 6ເມື່ອພຣະເຢຊູເຈົ້າເຫັນລາວນອນຢູ່ໃນທີ່ນັ້ນ ແລະ ຮູ້ວ່າລາວຕົກຢູ່ໃນສະພາບນີ້ມາດົນນານແລ້ວ, ພຣະອົງໄດ້ຖາມລາວວ່າ, “ເຈົ້າຢາກຈະຫາຍດີບໍ?”
7ຄົນປ່ວຍນັ້ນຈຶ່ງຕອບວ່າ, “ນາຍເອີຍ, ເວລານ້ຳເຟືອນຂຶ້ນບໍ່ມີຜູ້ໃດຈະຊ່ວຍເອົາຂ້ານ້ອຍລົງໄປໃນສະນ້ຳ. ໃນຂະນະທີ່ຂ້ານ້ອຍພະຍາຍາມຈະລົງໄປ ຄົນອື່ນກໍລົງໄປກ່ອນແລ້ວ”.
8ພຣະເຢຊູເຈົ້າຈຶ່ງກ່າວກັບລາວວ່າ, “ຈົ່ງລຸກຂຶ້ນ! ຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ”. 9ໃນທັນໃດນັ້ນ ຊາຍຄົນນັ້ນກໍດີພະຍາດ, ລາວຈຶ່ງຍົກເອົາບ່ອນນອນຂອງຕົນຍ່າງໄປ.
ວັນທີ່ເຫດການໄດ້ເກີດຂຶ້ນນັ້ນເປັນວັນຊະບາໂຕ, 10ດັ່ງນັ້ນ ພວກຢິວຈຶ່ງເວົ້າກັບຄົນທີ່ຫາຍດີພະຍາດນັ້ນວ່າ, “ນີ້ເປັນວັນຊະບາໂຕ ກົດບັນຍັດຫ້າມບໍ່ໃຫ້ເຈົ້າແບກບ່ອນນອນ”.
11ແຕ່ລາວຕອບວ່າ, “ຜູ້ທີ່ຮັກສາຂ້ານ້ອຍໃຫ້ດີພະຍາດໄດ້ບອກຂ້ານ້ອຍວ່າ, ‘ຈົ່ງຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປ’”.
12ພວກເຂົາຈຶ່ງຖາມຊາຍຄົນນັ້ນວ່າ, “ຄົນທີ່ບອກໃຫ້ເຈົ້າຍົກເອົາບ່ອນນອນຂອງເຈົ້າ ແລະ ຍ່າງໄປນັ້ນແມ່ນຜູ້ໃດ?”
13ຄົນທີ່ໄດ້ດີພະຍາດນັ້ນບໍ່ຮູ້ວ່າພຣະອົງແມ່ນຜູ້ໃດ ເພາະພຣະເຢຊູເຈົ້າໄດ້ໜີໄປປົນກັບປະຊາຊົນທີ່ຢູ່ໃນບ່ອນນັ້ນ.
14ຕໍ່ມາ ພຣະເຢຊູເຈົ້າໄດ້ພົບຊາຍຄົນນັ້ນໃນວິຫານ ແລ້ວພຣະອົງຈຶ່ງບອກລາວວ່າ, “ເບິ່ງແມ, ເຈົ້າດີພະຍາດແລ້ວ ຢ່າສູ່ເຮັດບາບອີກຕໍ່ໄປ ບໍ່ດັ່ງນັ້ນສິ່ງຊົ່ວຮ້າຍກວ່ານີ້ຈະເກີດຂຶ້ນກັບເຈົ້າ”. 15ຊາຍຄົນນັ້ນກໍໄປ ແລະ ບອກພວກຢິວວ່າ ແມ່ນພຣະເຢຊູເຈົ້າທີ່ໄດ້ເຮັດໃຫ້ຕົນດີພະຍາດ.
ສິດອຳນາດຂອງພຣະບຸດ
16ດັ່ງນັ້ນ, ເພາະພຣະເຢຊູເຈົ້າໄດ້ກະທຳສິ່ງເຫລົ່ານີ້ໃນວັນຊະບາໂຕ ພວກຜູ້ນຳຢິວຈຶ່ງເລີ່ມຂົ່ມເຫັງພຣະອົງ. 17ໃນການປ້ອງກັນຂອງພຣະອົງ ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ພຣະບິດາຂອງເຮົາເຮັດກິດຈະການຂອງພຣະອົງສະເໝີຈົນເຖິງທຸກວັນນີ້ ແລະ ເຮົາກໍເຮັດກິດຈະການນັ້ນເໝືອນກັນ”. 18ດ້ວຍເຫດນີ້ພວກເຂົາຈຶ່ງພະຍາຍາມຫາໂອກາດທີ່ຈະຂ້າພຣະເຢຊູເຈົ້າ ເພາະພຣະອົງບໍ່ພຽງແຕ່ລະເມີດກົດບັນຍັດວັນຊະບາໂຕເທົ່ານັ້ນ ແຕ່ຍັງໄດ້ເອີ້ນພຣະເຈົ້າວ່າເປັນພຣະບິດາຂອງພຣະອົງເອງ ເຊິ່ງເປັນການຍົກພຣະອົງເອງເທົ່າທຽມກັບພຣະເຈົ້າ.
19ພຣະເຢຊູເຈົ້າຕອບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພຣະບຸດຈະກະທຳສິ່ງໜຶ່ງສິ່ງໃດໂດຍຕົນເອງບໍ່ໄດ້, ພຣະອົງສາມາດກະທຳໄດ້ແຕ່ພຽງສິ່ງທີ່ເຫັນພຣະບິດາເຈົ້າຂອງພຣະອົງກະທຳ ເພາະພຣະບິດາຈົ້າກະທຳສິ່ງໃດ ພຣະບຸດກໍກະທຳສິ່ງນັ້ນເໝືອນກັນ. 20ເພາະພຣະບິດາຮັກພຣະບຸດ ແລະ ສະແດງໃຫ້ພຣະບຸດເຫັນທຸກສິ່ງທີ່ພຣະອົງເອງກະທຳຢູ່. ແລ້ວພຣະອົງຈະສະແດງໃຫ້ພຣະບຸດເຫັນສິ່ງຍິ່ງໃຫຍ່ກວ່ານີ້ອີກ ເພື່ອວ່າພວກເຈົ້າຈະປະຫລາດໃຈ. 21ເພາະພຣະບິດາເຈົ້າບັນດານໃຫ້ຄົນທີ່ຕາຍແລ້ວໃຫ້ເປັນຄືນມາ ແລະ ໃຫ້ຊີວິດແກ່ພວກເຂົາຢ່າງໃດ ພຣະບຸດກໍຈະໃຫ້ຊີວິດແກ່ຜູ້ທີ່ພຣະອົງພໍໃຈທີ່ຈະໃຫ້ຢ່າງນັ້ນເໝືອນກັນ. 22ຫລາຍກວ່ານັ້ນ ພຣະບິດາເຈົ້າບໍ່ໄດ້ພິພາກສາຜູ້ໃດ ແຕ່ພຣະອົງມອບການພິພາກສາທັງໝົດໃຫ້ແກ່ພຣະບຸດ, 23ເພື່ອຄົນທັງຫລາຍຈະໄດ້ຖວາຍກຽດແກ່ພຣະບຸດເໝືອນທີ່ພວກເຂົາໄດ້ຖວາຍກຽດແກ່ພຣະບິດາເຈົ້າ. ຜູ້ໃດກໍຕາມທີ່ບໍ່ຖວາຍກຽດແກ່ພຣະບຸດກໍບໍ່ໄດ້ຖວາຍກຽດແກ່ພຣະບິດາເຈົ້າ ຜູ້ທີ່ໄດ້ໃຊ້ພຣະບຸດມາ.
24“ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມຟັງຄຳຂອງເຮົາ ແລະ ເຊື່ອພຣະອົງຜູ້ໃຊ້ເຮົາມາ ຜູ້ນັ້ນກໍມີຊີວິດນິລັນດອນ ແລະ ຈະບໍ່ເຂົ້າໃນການພິພາກສາ, ແຕ່ໄດ້ຜ່ານພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ. 25ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ເວລານັ້ນໃກ້ເຂົ້າມາ ແລະ ບັດນີ້ກໍມາເຖິງແລ້ວ ເມື່ອຜູ້ທີ່ຕາຍແລ້ວຈະໄດ້ຍິນສຽງພຣະບຸດຂອງພຣະເຈົ້າ ແລະ ບັນດາຜູ້ທີ່ໄດ້ຍິນກໍຈະມີຊີວິດ. 26ເພາະວ່າພຣະບິດາເຈົ້າມີຊີວິດໃນພຣະອົງເອງສັນໃດ ພຣະອົງກໍໃຫ້ພຣະບຸດມີຊີວິດໃນພຣະອົງເອງສັນນັ້ນ. 27ແລະ ພຣະອົງໃຫ້ພຣະບຸດມີສິດອຳນາດພິພາກສາ ເພາະວ່າພຣະອົງເປັນບຸດມະນຸດ.
28“ຢ່າປະຫລາດໃຈໃນຂໍ້ນີ້, ເພາະຈະເຖິງເວລາໜຶ່ງເມື່ອທຸກຄົນທີ່ຢູ່ໃນຂຸມຝັງສົບຂອງຕົນຈະໄດ້ຍິນສຽງຂອງພຣະບຸດ 29ແລະ ຈະໄດ້ອອກມາ, ບັນດາຜູ້ທີ່ເຮັດດີກໍຈະເປັນຄືນມາສູ່ຊີວິດ ແລະ ຜູ້ທີ່ເຮັດຊົ່ວກໍຈະເປັນຄືນມາເພື່ອຮັບການລົງໂທດ. 30ເຮົາເຮັດສິ່ງໃດຕາມໃຈເຮົາເອງບໍ່ໄດ້, ເຮົາພິພາກສາຕາມທີ່ເຮົາໄດ້ຍິນເທົ່ານັ້ນ ແລະ ຄຳພິພາກສາຂອງເຮົາກໍຍຸຕິທຳ, ເພາະເຮົາບໍ່ໄດ້ເຮັດໃຫ້ເຮົາເອງພໍໃຈ ແຕ່ເຮັດໃຫ້ພຣະອົງຜູ້ທີ່ໄດ້ໃຊ້ເຮົາມານັ້ນພໍໃຈ.
ບັນດາພະຍານກ່ຽວກັບພຣະເຢຊູເຈົ້າ
31“ຖ້າເຮົາເປັນພະຍານໃຫ້ກັບຕົນເອງ, ຄຳພະຍານຂອງເຮົາກໍບໍ່ໜ້າເຊື່ອຖື. 32ມີຜູ້ໜຶ່ງອີກທີ່ເປັນພະຍານໃຫ້ເຮົາ ແລະ ເຮົາຮູ້ວ່າຄຳພະຍານຂອງລາວກ່ຽວກັບເຮົາເຊື່ອຖືໄດ້.
33“ພວກເຈົ້າໄດ້ໃຊ້ຄົນໄປຫາໂຢຮັນ ແລະ ໂຢຮັນໄດ້ເປັນພະຍານເຖິງຄວາມຈິງ. 34ບໍ່ແມ່ນວ່າເຮົາຍອມຮັບຄຳພະຍານຂອງມະນຸດ ແຕ່ເຮົາເວົ້າເຖິງເລື່ອງນີ້ເພື່ອວ່າພວກເຈົ້າຈະໄດ້ພົ້ນ. 35ໂຢຮັນເປັນຕະກຽງທີ່ລຸກ ແລະ ໃຫ້ແສງສະຫວ່າງ ແລ້ວພວກເຈົ້າກໍເລືອກທີ່ຈະຍິນດີໃນຄວາມສະຫວ່າງຂອງລາວຊົ່ວຂະນະໜຶ່ງ.
36“ເຮົາມີຄຳພະຍານທີ່ສຳຄັນກວ່າຄຳພະຍານຂອງໂຢຮັນອີກ ເພາະງານທີ່ພຣະບິດາເຈົ້າໄດ້ມອບໝາຍແກ່ເຮົາເພື່ອເຮັດໃຫ້ສຳເລັດ ຄືທຸກງານທີ່ເຮົາກຳລັງເຮັດຢູ່ນີ້ແຫລະ ທີ່ເປັນພະຍານໃຫ້ແກ່ເຮົາວ່າພຣະບິດາເຈົ້າໄດ້ໃຊ້ເຮົາມາ. 37ແລະ ພຣະບິດາເຈົ້າຜູ້ທີ່ໃຊ້ເຮົາມາ ພຣະອົງເອງໄດ້ເປັນພະຍານໃຫ້ເຮົາ. ພວກເຈົ້າບໍ່ເຄີຍໄດ້ຍິນສຽງ ແລະ ບໍ່ເຄີຍເຫັນຮູບຮ່າງຂອງພຣະອົງຈັກເທື່ອ, 38ພວກເຈົ້າບໍ່ໄດ້ມີຖ້ອຍຄຳຂອງພຣະອົງຢູ່ໃນໃຈຂອງພວກເຈົ້າ ເພາະວ່າພວກເຈົ້າບໍ່ເຊື່ອໃນຜູ້ທີ່ພຣະອົງໄດ້ໃຊ້ມານັ້ນ. 39ພວກເຈົ້າສຶກສາ#5:39 ຫລື ຈົ່ງພາກພຽນສຶກສາໃນພຣະຄຳພີເພາະພວກເຈົ້າຄິດວ່າໂດຍພຣະຄຳພີນັ້ນ ພວກເຈົ້າຈະມີຊີວິດນິລັນດອນ. ຂໍ້ພຣະຄຳພີເຫລົ່ານັ້ນທີ່ເປັນພະຍານກ່ຽວກັບເຮົາ, 40ແຕ່ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ.
41“ເຮົາບໍ່ຮັບເອົາກຽດຕິຍົດຈາກການເປັນມະນຸດ, 42ແຕ່ເຮົາຮູ້ຈັກພວກເຈົ້າ, ເຮົາຮູ້ວ່າພວກເຈົ້າບໍ່ໄດ້ມີຄວາມຮັກຂອງພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າ. 43ເຮົາໄດ້ມາໃນນາມຂອງພຣະບິດາເຈົ້າຂອງເຮົາ ແລະ ພວກເຈົ້າບໍ່ໄດ້ຍອມຮັບເຮົາ ແຕ່ຖ້າຜູ້ອື່ນມາໃນນາມຊື່ຂອງຕົນເອງ ພວກເຈົ້າກໍຈະຍອມຮັບຜູ້ນັ້ນ. 44ພວກເຈົ້າສາມາດເຊື່ອໄດ້ຢ່າງໃດ ຖ້າຫາກພວກເຈົ້າຮັບເອົາກຽດຕິຍົດຈາກມະນຸດດ້ວຍກັນ ແຕ່ບໍ່ໄດ້ຊອກຫາກຽດຕິຍົດຈາກພຣະເຈົ້າຜູ້ເປັນພຣະເຈົ້າ#5:44 ເອກະສານເກົ່າທີ່ຂຽນດ້ວຍມືໃນຍຸກທຳອິດບາງສະບັບວ່າ ພຣະອົງຜູ້ເປັນໜຶ່ງດຽວແຕ່ພຽງອົງດຽວ?
45“ແຕ່ຢ່າຄິດວ່າເຮົາຈະຟ້ອງພວກເຈົ້າຕໍ່ພຣະບິດາເຈົ້າ. ຜູ້ທີ່ຟ້ອງພວກເຈົ້າຄືໂມເຊ ຜູ້ທີ່ພວກເຈົ້າໄດ້ມອບຄວາມຫວັງໄວ້ນໍານັ້ນ. 46ຖ້າພວກເຈົ້າເຊື່ອໂມເຊ ພວກເຈົ້າຄວນເຊື່ອເຮົາ, ເພາະໂມເຊໄດ້ຂຽນກ່ຽວກັບເຮົາ. 47ແຕ່ເພາະພວກເຈົ້າບໍ່ເຊື່ອສິ່ງທີ່ໂມເຊໄດ້ຂຽນໄວ້ແລ້ວ ພວກເຈົ້າຈະເຊື່ອສິ່ງທີ່ເຮົາກ່າວໄດ້ຢ່າງໃດ?”
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.