ໂຢຮັນ 6
6
ພຣະເຢຊູເຈົ້າລ້ຽງຫ້າພັນຄົນ
(ມທ 14:13-21; ມຣກ 6:32-44; ລກ 9:10-17)
1ຕໍ່ມາ ພຣະເຢຊູເຈົ້າຂ້າມໄປອີກຟາກໜຶ່ງຂອງທະເລສາບຄາລີເລ (ຄືທະເລຕີເບເຣຍ), 2ແລະ ປະຊາຊົນຈໍານວນຫລວງຫລາຍໄດ້ຕິດຕາມພຣະອົງໄປເພາະພວກເຂົາໄດ້ເຫັນໝາຍສຳຄັນທີ່ພຣະອົງສະແດງໂດຍການຮັກສາຄົນເຈັບປ່ວຍ. 3ແລ້ວພຣະເຢຊູເຈົ້າໄດ້ຂຶ້ນໄປເທິງເນີນພູ ແລະ ນັ່ງລົງກັບພວກສາວົກຂອງພຣະອົງ. 4ເທດສະການປັດສະຄາຂອງຊາວຢິວກໍໃກ້ເຂົ້າມາແລ້ວ.
5ເມື່ອພຣະເຢຊູເຈົ້າຫລຽວເຫັນຄົນເປັນຈໍານວນຫລວງຫລາຍກຳລັງມາຫາພຣະອົງ, ພຣະອົງກ່າວກັບຟີລິບວ່າ, “ພວກເຮົາຈະໄປຫາຊື້ອາຫານຢູ່ໃສມາໃຫ້ຄົນເຫລົ່ານີ້ກິນ?” 6ພຣະອົງຖາມເຊັ່ນນີ້ກໍເພື່ອຈະລອງໃຈຟີລິບເທົ່ານັ້ນ, ເພາະພຣະອົງຄິດໃນໃຈໄວ້ແລ້ວວ່າຈະເຮັດຢ່າງໃດ.
7ຟີລິບຕອບພຣະອົງວ່າ, “ຈະຕ້ອງໃຊ້ເງິນເທົ່າກັບຄ່າຈ້າງຂອງຄົນງານຄົນໜຶ່ງຫລາຍກວ່າເຄິ່ງປີ#6:7 ພາສາກຣີກວ່າ ສອງຮ້ອຍເດນາຣິອົນເພື່ອພໍຊື້ເຂົ້າຈີ່ໃຫ້ຄົນເຫລົ່ານີ້ກິນຄົນລະຄຳ!”
8ສາວົກອີກຄົນໜຶ່ງຂອງພຣະອົງຄືອັນເດອານ້ອງຊາຍຂອງຊີໂມນເປໂຕ ເວົ້າຂຶ້ນວ່າ, 9“ເດັກນ້ອຍຄົນໜຶ່ງຢູ່ທີ່ນີ້ມີເຂົ້າຈີ່ຫ້າກ້ອນທີ່ເຮັດດ້ວຍເຂົ້າບາເລ ແລະ ປານ້ອຍສອງໂຕ, ແຕ່ຈະພຽງພໍໄດ້ຢ່າງໃດກັບຄົນຫລວງຫລາຍເຊັ່ນນີ້?”
10ພຣະເຢຊູເຈົ້າກ່າວວ່າ, “ໃຫ້ປະຊາຊົນນັ່ງລົງ”. ຢູ່ບ່ອນນັ້ນມີຫຍ້າຫລາຍ ແລະ ພວກເຂົາຈຶ່ງນັ່ງລົງ (ຢູ່ທີ່ນັ້ນນັບແຕ່ຜູ້ຊາຍມີປະມານຫ້າພັນຄົນ). 11ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ນັ້ນມາ ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ ຈຶ່ງແຈກຢາຍໃຫ້ແກ່ຜູ້ທີ່ນັ່ງຢູ່ທີ່ນັ້ນໃຫ້ຫລາຍຕາມທີ່ພວກເຂົາຕ້ອງການ. ພຣະອົງຈັບເອົາປາມາເຮັດຢ່າງດຽວກັນ.
12ເມື່ອທຸກຄົນກິນອີ່ມແລ້ວ ພຣະອົງໄດ້ບອກພວກສາວົກຂອງພຣະອົງວ່າ, “ຈົ່ງເກັບຮວບຮວມຈໍານວນທີ່ເຫລືອໄວ້ ຢ່າໃຫ້ມີອັນໃດເສຍໄປ”. 13ພວກເຂົາຈຶ່ງເກັບຈໍານວນທີ່ເຫລືອຈາກເຂົ້າຈີ່ຫ້າກ້ອນທີ່ເຮັດຈາກເຂົ້າບາເລໄດ້ເຕັມສິບສອງກະບຸງ.
14ຫລັງຈາກທີ່ປະຊາຊົນໄດ້ເຫັນໝາຍສຳຄັນທີ່ພຣະເຢຊູເຈົ້າໄດ້ສະແດງແລ້ວ, ພວກເຂົາກໍເລີ່ມເວົ້າວ່າ, “ແນ່ນອນຜູ້ນີ້ຕ້ອງແມ່ນຜູ້ທຳນວາຍທີ່ກຳນົດວ່າຈະເຂົ້າມາໃນໂລກ”. 15ພຣະເຢຊູເຈົ້າຮູ້ຈັກວ່າພວກເຂົາຕັ້ງໃຈຈະມາໃຊ້ກຳລັງບັງຄັບໃຫ້ເອົາພຣະອົງຂຶ້ນເປັນກະສັດ, ພຣະອົງຈຶ່ງຂຶ້ນໄປເທິງພູອີກແຕ່ຜູ້ດຽວ.
ພຣະເຢຊູເຈົ້າຍ່າງເທິງໜ້ານ້ຳ
(ມທ 14:22-33; ມຣກ 6:47-51)
16ເມື່ອຄ່ຳມາແລ້ວ ພວກສາວົກຂອງພຣະອົງໄດ້ລົງມາທີ່ທະເລສາບ, 17ບ່ອນທີ່ພວກເພິ່ນເຂົ້າໄປໃນເຮືອ ແລະ ຂ້າມຟາກໄປຍັງເມືອງກາເປນາອູມ. ຂະນະນັ້ນກໍມືດແລ້ວ ແລະ ພຣະເຢຊູເຈົ້າກໍຍັງບໍ່ທັນໄດ້ໄປຫາພວກເພິ່ນເທື່ອ. 18ມີລົມພັດແຮງຈົນເຮັດໃຫ້ນ້ຳທະເລປັ່ນປ່ວນ. 19ເມື່ອພວກເພິ່ນພາຍເຮືອໄປໄດ້ປະມານ 5 ຫລື 6 ແມັດ#6:19 ຫລືປະມານ3 ຫລື 4 ໄມ ພວກເພິ່ນກໍເຫັນພຣະເຢຊູເຈົ້າກຳລັງຍ່າງຢູ່ເທິງໜ້ານ້ຳເຂົ້າມາຫາເຮືອ, ພວກເພິ່ນຈຶ່ງຕົກໃຈຢ້ານຫລາຍ. 20ແຕ່ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ແມ່ນເຮົາເອງ ຢ່າຢ້ານເລີຍ”. 21ແລ້ວພວກເພິ່ນຈຶ່ງເຕັມໃຈຮັບພຣະອົງຂຶ້ນໄປໃນເຮືອ ແລະ ໃນທັນໃດນັ້ນເຮືອກໍມາເຖິງຝັ່ງທີ່ພວກເພິ່ນກຳລັງມຸ່ງໜ້າໄປນັ້ນ.
22ມື້ຕໍ່ມາປະຊາຊົນທີ່ຢູ່ອີກຟາກໜຶ່ງນັ້ນ ເຫັນວ່າກ່ອນໜ້ານັ້ນມີເຮືອຢູ່ທີ່ນັ້ນພຽງແຕ່ລຳດຽວ, ແລະ ພຣະເຢຊູເຈົ້າກໍບໍ່ໄດ້ລົງເຮືອລຳນັ້ນໄປກັບພວກສາວົກ ມີແຕ່ພວກສາວົກເທົ່ານັ້ນໄປ. 23ແລ້ວມີເຮືອລຳອື່ນທີ່ມາຈາກເມືອງຕີເບເຣຍມາຈອດໃກ້ບ່ອນທີ່ປະຊາຊົນໄດ້ກິນເຂົ້າຈີ່ຫລັງຈາກທີ່ພຣະເຢຊູເຈົ້າໄດ້ໂມທະນາຂອບພຣະຄຸນພຣະເຈົ້າແລ້ວ. 24ເມື່ອປະຊາຊົນເຫັນວ່າພຣະເຢຊູເຈົ້າກັບພວກສາວົກບໍ່ໄດ້ຢູ່ບ່ອນນັ້ນ ພວກເຂົາຈຶ່ງລົງເຮືອ ແລະ ໄປທີ່ເມືອງກາເປນາອູມເພື່ອຕາມຫາພຣະເຢຊູເຈົ້າ.
ພຣະເຢຊູເຈົ້າຄືອາຫານແຫ່ງຊີວິດ
25ເມື່ອພວກເຂົາພົບພຣະອົງຢູ່ທີ່ອີກຟາກໜຶ່ງຂອງທະເລສາບ, ພວກເຂົາກໍຖາມພຣະອົງວ່າ, “ຣັບບີ#6:25 ແປວ່າ: ອາຈານ, ທ່ານມາເຖິງທີ່ນີ້ເວລາໃດ?”
26ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ພວກເຈົ້າຊອກຫາເຮົາ ບໍ່ແມ່ນເພາະພວກເຈົ້າໄດ້ເຫັນໝາຍສຳຄັນທີ່ເຮົາເຮັດນັ້ນ ແຕ່ເພາະພວກເຈົ້າໄດ້ກິນເຂົ້າຈີ່ຈົນອີ່ມ. 27ຢ່າສະແຫວງຫາອາຫານທີ່ເສຍໄປ ແຕ່ຈົ່ງສະແຫວງຫາອາຫານທີ່ຕັ້ງໝັ້ນຄົງຢູ່ເຖິງຊີວິດນິລັນດອນ ເຊິ່ງບຸດມະນຸດຈະໃຫ້ແກ່ພວກເຈົ້າ. ເພາະແມ່ນພຣະອົງນີ້ແຫລະທີ່ພຣະເຈົ້າພຣະບິດາເຈົ້າໄດ້ປະທັບຕາໝາຍຮັບຮອງພຣະອົງໄວ້ແລ້ວ”.
28ແລ້ວພວກເຂົາຖາມພຣະອົງວ່າ, “ພວກຂ້ານ້ອຍຕ້ອງເຮັດແນວໃດຈຶ່ງຈະເຮັດງານທີ່ພຣະເຈົ້າຕ້ອງການໃຫ້ເຮັດໄດ້?”
29ພຣະເຢຊູເຈົ້າຕອບວ່າ, “ງານຂອງພຣະເຈົ້າຄື: ຈົ່ງເຊື່ອໃນຜູ້ທີ່ພຣະອົງໃຊ້ມາ”.
30ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ທ່ານຈະໃຫ້ໝາຍສຳຄັນອັນໃດເພື່ອພວກຂ້ານ້ອຍຈະໄດ້ເຫັນ ແລະ ເຊື່ອທ່ານ? ທ່ານຈະເຮັດຫຍັງແດ່? 31ບັນພະບຸລຸດຂອງພວກຂ້ານ້ອຍໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານຕາມທີ່ມີຂຽນໄວ້ໃນພຣະຄຳພີວ່າ: ‘ພຣະອົງໃຫ້ອາຫານຈາກສະຫວັນແກ່ພວກເຂົາກິນ’#6:31 ເບິ່ງ ອພຍ 16:4,15; ນມຢ 9:15; ພສສ 78:24; 105:40”.
32ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ບໍ່ແມ່ນໂມເຊທີ່ເປັນຜູ້ເອົາອາຫານມາຈາກສະຫວັນນັ້ນໃຫ້ແກ່ພວກເຈົ້າ ແຕ່ແມ່ນພຣະບິດາເຈົ້າຂອງເຮົາທີ່ເອົາອາຫານແທ້ຈາກສະຫວັນໃຫ້ແກ່ພວກເຈົ້າ. 33ເພາະອາຫານຈາກພຣະເຈົ້າແມ່ນອາຫານທີ່ລົງມາຈາກສະຫວັນ ແລະ ໃຫ້ຊີວິດແກ່ໂລກ”.
34ພວກເຂົາຕອບວ່າ, “ນາຍເອີຍ, ຂໍໃຫ້ອາຫານນີ້ໃຫ້ແກ່ພວກຂ້ານ້ອຍຢູ່ເລື້ອຍໆແດ່ທ້ອນ”.
35ແລ້ວພຣະເຢຊູເຈົ້າປະກາດວ່າ, “ເຮົານີ້ແຫລະເປັນອາຫານແຫ່ງຊີວິດ. ຜູ້ໃດກໍຕາມທີ່ມາຫາເຮົາຈະບໍ່ຫິວເຂົ້າຈັກເທື່ອ ແລະ ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍຈະບໍ່ຫິວນ້ຳຈັກເທື່ອ. 36ແຕ່ເຮົາໄດ້ບອກພວກເຈົ້າແລ້ວວ່າ, ພວກເຈົ້າໄດ້ເຫັນເຮົາ ແລະ ພວກເຈົ້າກໍຍັງບໍ່ເຊື່ອ. 37ຄົນເຫລົ່ານັ້ນທັງໝົດທີ່ພຣະບິດາເຈົ້າມອບໃຫ້ແກ່ເຮົາກໍຈະມາຫາເຮົາ ແລະ ຜູ້ໃດກໍຕາມທີ່ມາຫາເຮົາ ເຮົາຈະບໍ່ຂັບໄລ່ໄປຈັກເທື່ອ. 38ເພາະວ່າເຮົາໄດ້ລົງມາຈາກສະຫວັນບໍ່ແມ່ນເພື່ອເຮັດຕາມໃຈຂອງເຮົາເອງ ແຕ່ເພື່ອເຮັດຕາມຄວາມປະສົງຂອງພຣະອົງຜູ້ໃຊ້ເຮົາມາ. 39ແລະ ນີ້ແມ່ນຄວາມປະສົງຂອງພຣະອົງຜູ້ໃຊ້ເຮົາມາຄື ບໍ່ໃຫ້ເຮົາສູນເສຍຄົນທັງປວງທີ່ພຣະອົງມອບໃຫ້ແກ່ເຮົາແມ່ນແຕ່ຄົນດຽວ ແຕ່ຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ. 40ເພາະພຣະບິດາເຈົ້າຂອງເຮົາປະສົງໃຫ້ທຸກຄົນທີ່ແນມເບິ່ງພຣະບຸດ ແລະ ເຊື່ອໃນພຣະອົງຈະມີຊີວິດນິລັນດອນ ແລະ ເຮົາຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ”.
41ແລ້ວພວກຢິວຈຶ່ງເລີ່ມພາກັນຈົ່ມກ່ຽວກັບພຣະອົງເພາະພຣະອົງກ່າວວ່າ, “ເຮົາເປັນອາຫານທີ່ລົງມາຈາກສະຫວັນ”. 42ພວກເຂົາເວົ້າວ່າ, “ຜູ້ນີ້ແມ່ນເຢຊູລູກຊາຍຂອງໂຢເຊັບບໍ່ແມ່ນບໍ? ພວກເຮົາກໍຮູ້ຈັກພໍ່ແມ່ຂອງລາວ, ດ້ວຍເຫດໃດ ລາວຈຶ່ງເວົ້າວ່າ ‘ເຮົາລົງມາຈາກສະຫວັນ’?”
43ພຣະເຢຊູເຈົ້າຕອບພວກເຂົາວ່າ, “ພາກັນເຊົາຈົ່ມສາ. 44ບໍ່ມີຜູ້ໃດມາຫາເຮົາໄດ້ນອກຈາກພຣະບິດາເຈົ້າຜູ້ໃຊ້ເຮົາມານັ້ນຊັກນໍາພວກເຂົາ ແລະ ເຮົາຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ. 45ມີຄຳຂຽນໄວ້ໃນໜັງສືຜູ້ທຳນວາຍວ່າ: ‘ພວກເຂົາທັງຫລາຍຈະໄດ້ຮັບການສອນຈາກພຣະເຈົ້າ’.#6:45 ອຊຢ 54:13 ທຸກຄົນທີ່ໄດ້ຍິນພຣະບິດາເຈົ້າ ແລະ ຮຽນຮູ້ຈາກພຣະອົງກໍມາຫາເຮົາ. 46ບໍ່ມີຜູ້ໃດໄດ້ເຫັນພຣະບິດາເຈົ້ານອກຈາກຜູ້ທີ່ມາຈາກພຣະເຈົ້າເທົ່ານັ້ນທີ່ໄດ້ເຫັນພຣະບິດາເຈົ້າ. 47ເຮົາບອກພວກເຈົ້າທັງຫລາຍຕາມຄວາມຈິງວ່າ, ຜູ້ທີ່ເຊື່ອໃນເຮົາກໍມີຊີວິດນິລັນດອນ. 48ເຮົາເປັນອາຫານແຫ່ງຊີວິດ. 49ບັນພະບຸລຸດຂອງພວກເຈົ້າໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ເຖິງປານນັ້ນພວກເຂົາກໍຕາຍ, 50ແຕ່ນີ້ຄືອາຫານທີ່ລົງມາຈາກສະຫວັນ ເຊິ່ງຄົນໃດໄດ້ກິນແລ້ວຈະບໍ່ຕາຍ. 51ເຮົາເປັນອາຫານ ເຊິ່ງໃຫ້ຊີວິດທີ່ລົງມາຈາກສະຫວັນ. ຜູ້ໃດກໍຕາມໄດ້ກິນອາຫານນີ້ຈະມີຊີວິດຢູ່ຕະຫລອດໄປ. ອາຫານນີ້ແມ່ນເນື້ອກາຍຂອງເຮົາ ເຊິ່ງເຮົາຈະໃຫ້ເພື່ອໂລກນີ້ຈະໄດ້ມີຊີວິດ”.
52ແລ້ວພວກຢິວຈຶ່ງເລີ່ມຜິດຖຽງກັນຢ່າງຮຸນແຮງວ່າ, “ຊາຍຜູ້ນີ້ຈະເອົາເນື້ອກາຍຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?”
53ພຣະເຢຊູເຈົ້າກ່າວກັບພວກເຂົາວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າບໍ່ກິນເນື້ອກາຍຂອງບຸດມະນຸດ ແລະ ດື່ມເລືອດຂອງພຣະອົງ, ພວກເຈົ້າກໍຈະບໍ່ມີຊີວິດຢູ່ພາຍໃນໂຕຂອງພວກເຈົ້າ. 54ຜູ້ໃດກໍຕາມທີ່ກິນເນື້ອກາຍ ແລະ ດື່ມເລືອດຂອງເຮົາ ຜູ້ນັ້ນກໍມີຊີວິດນິລັນດອນ ແລະ ເຮົາຈະໃຫ້ພວກເຂົາເປັນຄືນມາໃນວັນສຸດທ້າຍ. 55ເພາະເນື້ອກາຍຂອງເຮົາເປັນອາຫານແທ້ ແລະ ເລືອດຂອງເຮົາກໍເປັນເຄື່ອງດື່ມແທ້. 56ຜູ້ໃດກໍຕາມທີ່ກິນເນື້ອກາຍ ແລະ ດື່ມເລືອດຂອງເຮົາ, ຜູ້ນັ້ນກໍຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພວກເຂົາ. 57ພຣະບິດາເຈົ້າຜູ້ມີຊີວິດຢູ່ໄດ້ໃຊ້ເຮົາມາ ແລະ ເຮົາມີຊີວິດຢູ່ເພາະພຣະບິດາເຈົ້າສັນໃດ ຜູ້ທີ່ກິນເຮົາກໍຈະມີຊີວິດຢູ່ເພາະເຮົາສັນນັ້ນ. 58ນີ້ຄືອາຫານທີ່ລົງມາຈາກສະຫວັນ. ບັນພະບຸລຸດຂອງພວກເຈົ້າກິນມານາ ແລະ ຕາຍໄປ, ແຕ່ຜູ້ໃດກໍຕາມທີ່ກິນອາຫານນີ້ຈະມີຊີວິດຢູ່ຕະຫລອດໄປ”. 59ພຣະອົງໄດ້ກ່າວສິ່ງເຫລົ່ານີ້ຂະນະທີ່ສັ່ງສອນຢູ່ໃນທຳມະສາລາໃນເມືອງກາເປນາອູມ.
ສາວົກຫລາຍຄົນເຊົາຕິດຕາມພຣະເຢຊູເຈົ້າ
60ເມື່ອໄດ້ຍິນດັ່ງນັ້ນ ສາວົກຂອງພຣະອົງຫລາຍຄົນຈຶ່ງເວົ້າວ່າ, “ຄຳສອນນີ້ຍາກແທ້. ຜູ້ໃດຈະຮັບໄດ້?”
61ພຣະອົງຮູ້ວ່າພວກສາວົກຂອງພຣະອົງກຳລັງຈົ່ມເຖິງເລື່ອງນີ້ ພຣະເຢຊູເຈົ້າຈຶ່ງກ່າວກັບພວກເພິ່ນວ່າ, “ເລື່ອງນີ້ເຮັດໃຫ້ພວກເຈົ້າເຄືອງໃຈບໍ? 62ຖ້າພວກເຈົ້າເຫັນບຸດມະນຸດຂຶ້ນເມືອຍັງບ່ອນທີ່ພຣະອົງເຄີຍຢູ່ແຕ່ກ່ອນນັ້ນພວກເຈົ້າຈະວ່າຢ່າງໃດ! 63ພຣະວິນຍານໃຫ້ຊີວິດ ເນື້ອໜັງບໍ່ສຳຄັນຫຍັງເລີຍ. ຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານັ້ນແມ່ນເຕັມໄປດ້ວຍວິນຍານ#6:63 ຫລື ພຣະວິນຍານ ແລະ ຊີວິດ, 64ເຖິງປານນັ້ນກໍຍັງມີບາງຄົນໃນພວກເຈົ້າຍັງບໍ່ເຊື່ອ”. ເພາະພຣະເຢຊູເຈົ້າຮູ້ຕັ້ງແຕ່ທຳອິດວ່າຄົນໃດໃນພວກເພິ່ນທີ່ບໍ່ເຊື່ອ ແລະ ແມ່ນຄົນໃດທີ່ຈະທໍລະຍົດພຣະອົງ. 65ພຣະອົງກ່າວຕໍ່ໄປວ່າ, “ດ້ວຍເຫດນີ້ ເຮົາຈຶ່ງໄດ້ບອກພວກເຈົ້າວ່າບໍ່ມີຜູ້ໃດມາຫາເຮົາໄດ້ ນອກຈາກພຣະບິດາເຈົ້າຈະໃຫ້ຜູ້ນັ້ນມາ”.
66ຈາກເວລານັ້ນມາ ສາວົກຂອງພຣະອົງຫລາຍຄົນກໍຫັນຫລັງກັບ ແລະ ເຊົາຕິດຕາມພຣະອົງ.
67ພຣະເຢຊູເຈົ້າຈຶ່ງຖາມພວກສາວົກສິບສອງຄົນວ່າ, “ພວກເຈົ້າເດ ຢາກຖອຍໜີໄປເໝືອນກັນບໍ?”
68ຝ່າຍຊີໂມນເປໂຕຕອບວ່າ, “ອົງພຣະຜູ້ເປັນເຈົ້າເອີຍ ພວກຂ້ານ້ອຍຈະໄປຫາຜູ້ໃດ? ພຣະອົງມີຖ້ອຍຄຳແຫ່ງຊີວິດນິລັນດອນ. 69ພວກຂ້ານ້ອຍເຊື່ອ ແລະ ຮູ້ແລ້ວວ່າພຣະອົງເປັນອົງບໍລິສຸດຂອງພຣະເຈົ້າ”.
70ແລ້ວພຣະເຢຊູເຈົ້າຈຶ່ງຕອບວ່າ, “ເຮົາໄດ້ເລືອກພວກເຈົ້າທັງສິບສອງຄົນໄວ້ບໍ່ແມ່ນບໍ? ເຖິງປານນັ້ນຄົນໜຶ່ງໃນພວກເຈົ້າກໍເປັນມານຮ້າຍ!” 71(ພຣະອົງໝາຍເຖິງຢູດາຜູ້ເປັນລູກຊາຍຂອງຊີໂມນອິດສະກາຣິອົດ, ເຖິງແມ່ນຢູດາເປັນໜຶ່ງໃນສາວົກສິບສອງຄົນ ແຕ່ຕໍ່ມາລາວກໍທໍລະຍົດພຣະອົງ.)
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.