ໂຢຮັນ 4
4
ພຣະເຢຊູເຈົ້າສົນທະນາກັບຍິງຊາວຊາມາເຣຍ
1ເມື່ອພຣະເຢຊູເຈົ້າໄດ້ຮູ້ວ່າພວກຟາຣີຊາຍໄດ້ຍິນວ່າພຣະເຢຊູເຈົ້າມີສາວົກ ແລະ ໃຫ້ບັບຕິສະມາຫລາຍກວ່າໂຢຮັນ, 2ເຖິງແມ່ນວ່າຄວາມຈິງແລ້ວບໍ່ແມ່ນພຣະເຢຊູເຈົ້າທີ່ໃຫ້ບັບຕິສະມາ ແຕ່ແມ່ນພວກສາວົກຂອງພຣະອົງ. 3ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງອອກຈາກແຂວງຢູດາຍ ແລະ ກັບໄປຍັງແຂວງຄາລີເລອີກ.
4ບັດນີ້ ພຣະອົງຈະຕ້ອງໄດ້ຜ່ານແຂວງຊາມາເຣຍໄປ. 5ດັ່ງນັ້ນ ພຣະອົງຈຶ່ງມາເຖິງເມືອງໜຶ່ງໃນແຂວງຊາມາເຣຍຊື່ວ່າຊີຂາ ເຊິ່ງຢູ່ໃກ້ກັບດິນຕອນທີ່ຢາໂຄບໄດ້ມອບໃຫ້ໂຢເຊັບ ລູກຊາຍຂອງເພິ່ນ. 6ນ້ຳສ້າງຂອງຢາໂຄບກໍຢູ່ທີ່ນັ້ນ ແລະ ພຣະເຢຊູເຈົ້າອິດເມື່ອຍຈາກການເດີນທາງ, ພຣະອົງຈຶ່ງນັ່ງລົງທີ່ແຄມນ້ຳສ້າງ. ຂະນະນັ້ນເປັນເວລາປະມານຕອນທ່ຽງ.
7ເມື່ອຍິງຊາວຊາມາເຣຍຄົນໜຶ່ງໄດ້ມາຕັກນ້ຳ ພຣະເຢຊູເຈົ້າກ່າວກັບນາງວ່າ, “ຂໍນໍ້າໃຫ້ເຮົາດື່ມແດ່ໄດ້ບໍ?” 8(ພວກສາວົກຂອງພຣະອົງໄດ້ເຂົ້າໄປໃນເມືອງເພື່ອຊື້ອາຫານ.)
9ຍິງຊາວຊາມາເຣຍໄດ້ເວົ້າກັບພຣະອົງວ່າ, “ທ່ານເປັນຄົນຢິວ ສ່ວນຂ້ານ້ອຍເປັນຍິງຊາວຊາມາເຣຍ. ດ້ວຍເຫດໃດທ່ານຈຶ່ງມາຂໍດື່ມນ້ຳຈາກຂ້ານ້ອຍ?” (ເພາະຊາວຢິວບໍ່ຄົບຄ້າສະມາຄົມກັບຊາວຊາມາເຣຍ.#4:9 ຫລື ບໍ່ໃຊ້ພາຊະນະທີ່ຊາວຊາມາເຣຍເຄີຍໃຊ້)
10ພຣະເຢຊູເຈົ້າຕອບນາງວ່າ, “ຖ້າເຈົ້າຮູ້ຈັກຂອງຂວັນທີ່ພຣະເຈົ້າມອບໃຫ້ ແລະ ຮູ້ຈັກຜູ້ທີ່ກຳລັງຂໍດື່ມນ້ຳຈາກເຈົ້າ, ເຈົ້າກໍຄົງຈະຂໍຈາກເພິ່ນ ແລະ ເພິ່ນຈະໃຫ້ນ້ຳທີ່ມີຊີວິດແກ່ເຈົ້າ”.
11ນາງເວົ້າຕໍ່ພຣະອົງວ່າ, “ນາຍເອີຍ ທ່ານບໍ່ມີສິ່ງໃດທີ່ຈະໃຊ້ຕັກນ້ຳ ແລະ ນ້ຳສ້າງກໍເລິກ ທ່ານຈະເອົານ້ຳທີ່ມີຊີວິດມາຈາກໃສ? 12ທ່ານເປັນຜູ້ຍິ່ງໃຫຍ່ກວ່າຢາໂຄບ ບັນພະບຸລຸດຂອງພວກເຮົາ ຜູ້ໄດ້ໃຫ້ນ້ຳສ້າງນີ້ແກ່ພວກເຮົາບໍ? ແລະ ຢາໂຄບເອງກັບລູກຫລານຕະຫລອດຈົນສັດລ້ຽງ ກໍດື່ມນ້ຳຈາກນ້ຳສ້າງນີ້”.
13ພຣະເຢຊູເຈົ້າຕອບນາງວ່າ, “ທຸກຄົນທີ່ດື່ມນ້ຳນີ້ຍັງຈະຫິວນໍ້າອີກ, 14ແຕ່ຜູ້ໃດດື່ມນ້ຳທີ່ເຮົາຈະໃຫ້ນັ້ນຈະບໍ່ຫິວນໍ້າອີກຈັກເທື່ອ, ແທ້ຈິງແລ້ວ ນ້ຳທີ່ເຮົາຈະໃຫ້ພວກເຂົານັ້ນຈະກາຍເປັນນ້ຳພຸໃນໂຕຂອງພວກເຂົາ ແລະ ຈະພຸ່ງຂຶ້ນສູ່ຊີວິດນິລັນດອນ”.
15ນາງໄດ້ເວົ້າກັບພຣະອົງວ່າ, “ນາຍເອີຍ ຂໍນໍ້ານີ້ໃຫ້ຂ້ານ້ອຍເພື່ອຂ້ານ້ອຍຈະບໍ່ຫິວນໍ້າອີກ ແລະ ບໍ່ຕ້ອງກັບມາຕັກນ້ຳຢູ່ທີ່ນີ້ອີກ”.
16ພຣະເຢຊູເຈົ້າບອກນາງວ່າ, “ຈົ່ງໄປເອີ້ນຜົວຂອງເຈົ້າມາທີ່ນີ້”.
17ນາງຕອບວ່າ, “ຂ້ານ້ອຍບໍ່ມີຜົວ”.
ພຣະເຢຊູເຈົ້າກ່າວກັບນາງວ່າ, “ເຈົ້າເວົ້າຖືກແລ້ວວ່າເຈົ້າບໍ່ມີຜົວ. 18ແທ້ຈິງແລ້ວ ເຈົ້າມີຜົວຫ້າຄົນແລ້ວ ແລະ ຊາຍຄົນທີ່ເຈົ້າຢູ່ນຳເວລານີ້ກໍບໍ່ແມ່ນຜົວຂອງເຈົ້າ. ສິ່ງທີ່ເຈົ້າຫາກໍເວົ້າໄປນັ້ນກໍເປັນຄວາມຈິງແທ້”.
19ນາງເວົ້າຕໍ່ພຣະອົງວ່າ, “ນາຍເອີຍ ຂ້ານ້ອຍເຫັນຄັກແລ້ວວ່າທ່ານເປັນຜູ້ທຳນວາຍ. 20ບັນພະບຸລຸດຂອງພວກຂ້ານ້ອຍໄດ້ນະມັດສະການທີ່ພູນີ້, ແຕ່ພວກທ່ານຊາວຢິວອ້າງວ່າບ່ອນທີ່ພວກຂ້ານ້ອຍຄວນນະມັດສະການຕ້ອງຢູ່ທີ່ນະຄອນເຢຣູຊາເລັມ”.
21ພຣະເຢຊູເຈົ້າກ່າວກັບນາງວ່າ, “ຍິງເອີຍ ຈົ່ງເຊື່ອໃນເຮົາເທາະ ໃກ້ຈະເຖິງເວລາແລ້ວທີ່ພວກເຈົ້າຈະບໍ່ໄດ້ນະມັດສະການພຣະບິດາເຈົ້າຢູ່ທີ່ພູນີ້ ຫລື ທີ່ນະຄອນເຢຣູຊາເລັມ, 22ພວກເຈົ້າຊາວຊາມາເຣຍນະມັດສະການສິ່ງທີ່ພວກເຈົ້າບໍ່ຮູ້ຈັກ, ສ່ວນພວກເຮົານະມັດສະການສິ່ງທີ່ພວກເຮົາຮູ້ຈັກ ເພາະຄວາມພົ້ນມາທາງຊາວຢິວ. 23ແຕ່ເວລານັ້ນກໍໃກ້ເຂົ້າມາແລ້ວ ແລະ ບັດນີ້ກໍມາເຖິງແລ້ວທີ່ຜູ້ນະມັດສະການທີ່ແທ້ຈິງຈະນະມັດສະການພຣະບິດາເຈົ້າໃນພຣະວິນຍານ ແລະ ໃນຄວາມຈິງ, ເພາະວ່າພຣະບິດາເຈົ້າຊອກຫາຜູ້ທີ່ນະມັດສະການພຣະອົງແບບນັ້ນ. 24ພຣະເຈົ້າເປັນວິນຍານ, ຜູ້ທີ່ນະມັດສະການພຣະອົງຕ້ອງນະມັດສະການໃນພຣະວິນຍານ ແລະ ໃນຄວາມຈິງ”.
25ນາງໄດ້ເວົ້າກັບພຣະອົງວ່າ, “ຂ້ານ້ອຍຮູ້ວ່າພຣະເມຊີອາ (ທີ່ເອີ້ນວ່າພຣະຄຣິດເຈົ້າ) ກຳລັງມາ. ເມື່ອພຣະອົງມາແລ້ວ ພຣະອົງຈະອະທິບາຍທຸກສິ່ງແກ່ພວກຂ້ານ້ອຍ”.
26ແລ້ວພຣະເຢຊູເຈົ້າໄດ້ບອກນາງວ່າ, “ເຮົາຜູ້ທີ່ກຳລັງເວົ້າຢູ່ກັບເຈົ້າຢູ່ນີ້ແຫລະ ຄືທ່ານຜູ້ນັ້ນ”.
ພວກສາວົກກັບມາຮ່ວມກັບພຣະເຢຊູເຈົ້າ
27ໃນຂະນະນັ້ນ ພວກສາວົກຂອງພຣະອົງກໍກັບມາຮອດ ແລະ ພາກັນປະຫລາດໃຈທີ່ເຫັນພຣະອົງກຳລັງສົນທະນາຢູ່ກັບແມ່ຍິງ ແຕ່ບໍ່ມີຜູ້ໃດຖາມວ່າ, “ພຣະອົງຕ້ອງການຫຍັງ?” ຫລື “ເປັນຫຍັງພຣະອົງຈຶ່ງສົນທະນາກັບນາງ?”
28ແລ້ວຍິງຄົນນັ້ນກໍໄດ້ປະໄຫນ້ຳຂອງຕົນກັບຄືນເຂົ້າໄປໃນເມືອງ ແລະ ບອກຄົນທັງຫລາຍວ່າ, 29“ຈົ່ງມາເບິ່ງຊາຍຜູ້ໜຶ່ງທີ່ບອກຂ້ອຍເຖິງທຸກສິ່ງທີ່ຂ້ອຍເຄີຍໄດ້ເຮັດຜ່ານມາ ທ່ານຜູ້ນີ້ບໍ່ແມ່ນພຣະຄຣິດເຈົ້າ#4:29 ຫລື ພຣະເມຊີອາບໍ?” 30ພວກເຂົາຈຶ່ງອອກຈາກເມືອງໄປຫາພຣະອົງ.
31ໃນຂະນະນັ້ນ ພວກສາວົກໄດ້ຂໍຮ້ອງພຣະອົງວ່າ, “ອາຈານເອີຍ ຂໍເຊີນຮັບປະທານອາຫານ”.
32ແຕ່ພຣະອົງກ່າວກັບພວກເພິ່ນວ່າ, “ເຮົາມີອາຫານກິນທີ່ພວກເຈົ້າບໍ່ຮູ້”.
33ດັ່ງນັ້ນ ພວກສາວົກຈຶ່ງເວົ້າກັນວ່າ, “ມີຄົນເອົາອາຫານມາໃຫ້ພຣະອົງກິນແລ້ວບໍ?”
34ພຣະເຢຊູເຈົ້າກ່າວວ່າ, “ອາຫານຂອງເຮົາຄືການເຮັດຕາມຄວາມປະສົງຂອງພຣະອົງຜູ້ໃຊ້ເຮົາມາ ແລະ ເຮັດພັນທະກິດຂອງພຣະອົງໃຫ້ສຳເລັດ. 35ພວກເຈົ້າເວົ້າບໍ່ແມ່ນບໍວ່າອີກສີ່ເດືອນກໍຈະເຖິງລະດູເກັບກ່ຽວ? ເຮົາບອກພວກເຈົ້າວ່າ, ຈົ່ງມືນຕາ ແລະ ເບິ່ງທີ່ທົ່ງນາ! ເຂົ້າກໍສຸກພ້ອມທີ່ຈະເກັບກ່ຽວແລ້ວ. 36ແມ່ນແຕ່ເວລານີ້ຜູ້ທີ່ກ່ຽວກໍກຳລັງຮັບຄ່າຈ້າງ ແລະ ຮວບຮວມເອົາຜົນລະປູກໄວ້ສຳລັບຊີວິດນິລັນດອນ, ເພື່ອວ່າທັງຜູ້ຫວ່ານ ແລະ ຜູ້ເກັບກ່ຽວຈະຊື່ນຊົມຍິນດີນຳກັນ. 37ເພາະເຫດນີ້ແຫລະ ຄຳທີ່ວ່າ, ‘ຄົນໜຶ່ງຫວ່ານ ແລະ ອີກຄົນໜຶ່ງເກັບກ່ຽວກໍເປັນຄວາມຈິງແທ້’. 38ເຮົາໄດ້ໃຊ້ພວກເຈົ້າທັງຫລາຍໄປເກັບກ່ຽວສິ່ງທີ່ພວກເຈົ້າບໍ່ໄດ້ອອກແຮງເຮັດ. ຄົນອື່ນໄດ້ເຮັດວຽກໜັກ ແລະ ພວກເຈົ້າໄດ້ເກັບກ່ຽວຜົນປະໂຫຍດຈາກແຮງງານຂອງພວກເຂົາ”.
ຊາວຊາມາເຣຍເປັນຈໍານວນຫລວງຫລາຍໄດ້ເຊື່ອໃນພຣະເຢຊູເຈົ້າ
39ຊາວຊາມາເຣຍເປັນຈໍານວນຫລວງຫລາຍຈາກເມືອງນັ້ນໄດ້ເຊື່ອໃນພຣະອົງ ເພາະຄຳພະຍານຂອງຍິງນັ້ນ, “ພຣະອົງໄດ້ບອກທຸກສິ່ງທີ່ຂ້ອຍເຄີຍໄດ້ເຮັດມາ”. 40ດັ່ງນັ້ນ ເມື່ອຊາວຊາມາເຣຍມາຫາພຣະອົງ, ພວກເຂົາຈຶ່ງຂໍຮ້ອງໃຫ້ພຣະອົງຢູ່ກັບພວກເຂົາ ແລະ ພຣະອົງກໍຢູ່ທີ່ນັ້ນສອງວັນ. 41ມີຄົນອື່ນໆອີກຈໍານວນຫລວງຫລາຍໄດ້ກາຍເປັນຜູ້ທີ່ເຊື່ອເພາະດ້ວຍຖ້ອຍຄຳຂອງພຣະອົງ.
42ພວກເຂົາໄດ້ເວົ້າກັບຍິງຄົນນັ້ນວ່າ, “ຕັ້ງແຕ່ນີ້ໄປ ພວກເຮົາບໍ່ໄດ້ເຊື່ອພຽງເພາະຄຳເວົ້າຂອງເຈົ້າ, ແຕ່ເພາະດຽວນີ້ພວກເຮົາໄດ້ຍິນເພິ່ນເອງເວົ້າ ແລະ ພວກເຮົາກໍຮູ້ວ່າພຣະອົງນີ້ແຫລະ ທີ່ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງໂລກແທ້ຈິງ”.
ພຣະເຢຊູເຈົ້າຮັກສາລູກຊາຍຂອງຂ້າລາຊະການຄົນໜຶ່ງ
43ຫລັງຈາກສອງວັນຜ່ານໄປ ພຣະເຢຊູເຈົ້າໄດ້ອອກຈາກທີ່ນັ້ນໄປຍັງແຂວງຄາລີເລ. 44(ພຣະອົງເອງໄດ້ເປັນພະຍານວ່າຜູ້ທຳນວາຍບໍ່ໄດ້ຮັບຄວາມນັບຖືໃນບ້ານເມືອງຂອງຕົນເອງ.) 45ເມື່ອພຣະອົງໄປຮອດແຂວງຄາລີເລແລ້ວ, ຊາວຄາລີເລກໍໄດ້ຕ້ອນຮັບພຣະອົງ. ພວກເຂົາໄດ້ເຄີຍເຫັນທຸກສິ່ງທີ່ພຣະອົງກະທຳໃນເທດສະການປັດສະຄາທີ່ນະຄອນເຢຣູຊາເລັມ ເພາະພວກເຂົາຢູ່ທີ່ນັ້ນເໝືອນກັນ.
46ແລ້ວພຣະອົງໄດ້ໄປຍັງບ້ານການາໃນແຂວງຄາລີເລອີກເທື່ອໜຶ່ງ, ຄືບ່ອນທີ່ພຣະອົງໄດ້ປ່ຽນນ້ຳໃຫ້ກາຍເປັນເຫລົ້າອະງຸ່ນ. ແລະ ມີຂ້າລາຊະການຄົນໜຶ່ງ ເຊິ່ງລູກຊາຍຂອງລາວນອນປ່ວຍຢູ່ທີ່ເມືອງກາເປນາອູມ, 47ເມື່ອຊາຍຄົນນີ້ໄດ້ຍິນວ່າພຣະເຢຊູເຈົ້າໄດ້ອອກຈາກແຂວງຢູດາຍມາເຖິງແຂວງຄາລີເລແລ້ວ ຈຶ່ງມາຂໍຮ້ອງພຣະເຢຊູເຈົ້າໃຫ້ມາຮັກສາລູກຊາຍຂອງຕົນທີ່ໃກ້ຈະຕາຍແລ້ວ.
48ພຣະເຢຊູເຈົ້າກ່າວກັບລາວວ່າ, “ຖ້າພວກເຈົ້າທັງຫລາຍບໍ່ເຫັນການອັດສະຈັນ ແລະ ໝາຍສຳຄັນ ພວກເຈົ້າກໍຈະບໍ່ເຊື່ອ”.
49ຂ້າລາຊະການຜູ້ນັ້ນເວົ້າວ່າ, “ນາຍເອີຍ ຂໍໃຫ້ທ່ານລົງໄປກ່ອນທີ່ລູກຂອງຂ້ານ້ອຍຈະຕາຍ”.
50ພຣະເຢຊູເຈົ້າຕອບວ່າ, “ຈົ່ງກັບເມືອສາ ລູກຊາຍຂອງເຈົ້າຈະຍັງມີຊີວິດຢູ່”.
ຊາຍຄົນນັ້ນເຊື່ອຄຳທີ່ພຣະເຢຊູເຈົ້າກ່າວ ແລະ ລາກັບຄືນເມືອ, 51ໃນຂະນະທີ່ລາວກຳລັງກັບຄືນເມືອນັ້ນ ກໍພົບກັບພວກຄົນຮັບໃຊ້ຂອງລາວທີ່ມາບອກຂ່າວວ່າລູກຊາຍຂອງລາວຍັງມີຊີວິດຢູ່. 52ເມື່ອລາວຖາມເຖິງເວລາທີ່ລູກຊາຍຂອງລາວມີອາການດີຂຶ້ນ ຄົນເຫລົ່ານັ້ນໄດ້ບອກວ່າ, “ລາວດີໄຂ້ມື້ວານນີ້ຕອນບ່າຍໜຶ່ງໂມງ”.
53ແລ້ວຜູ້ເປັນພໍ່ຈຶ່ງນຶກໄດ້ວ່າເປັນເວລາດຽວກັນກັບທີ່ພຣະເຢຊູເຈົ້າໄດ້ກ່າວກັບຕົນວ່າ, “ລູກຊາຍຂອງເຈົ້າຈະຍັງມີຊີວິດຢູ່”. ດັ່ງນັ້ນ ລາວ ແລະ ຄົນໃນຄອບຄົວຂອງລາວທັງໝົດຈຶ່ງໄດ້ເຊື່ອ.
54ນີ້ຄືໝາຍສຳຄັນເທື່ອທີສອງທີ່ພຣະເຢຊູເຈົ້າໄດ້ກະທຳຫລັງຈາກທີ່ໄດ້ອອກຈາກແຂວງຢູດາຍມາຍັງແຂວງຄາລີເລ.
ພຣະຄຳພີລາວສະບັບສະໄໝໃໝ່™ ພັນທະສັນຍາໃໝ່
ສະຫງວນລິຂະສິດ © 2023 ໂດຍ Biblica, Inc.
ໃຊ້ໂດຍໄດ້ຮັບອະນຸຍາດ ສະຫງວນລິຂະສິດທັງໝົດ.
New Testament, Lao Contemporary Version™
Copyright © 2023 by Biblica, Inc.
Used with permission. All rights reserved worldwide.