YouVersion Logo
Search Icon

ລູກາ 15

15
ຄຳອຸປະມາ​ເລື່ອງ​ແກະ​ຫລົງ​ຫາຍ
(ມທ 18:12-14)
1ໃນ​ເວລາ​ນັ້ນ ພວກ​ຄົນເກັບພາສີ ແລະ ພວກ​ຄົນບາບ​ໄດ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ຟັງ​ພຣະເຢຊູເຈົ້າ. 2ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຈົ່ມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ຕ້ອນຮັບ​ພວກ​ຄົນບາບ ແລະ ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ”.
3ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ວ່າ: 4“ສົມມຸດ​ວ່າ​ໃນ​ພວກເຈົ້າ​ມີ​ຄົນ​ໜຶ່ງ​ມີ​ແກະ​ຢູ່​ໜຶ່ງຮ້ອຍ​ໂຕ ແລະ ໜຶ່ງ​ໃນ​ຈຳນວນ​ນັ້ນ​ຫາຍ​ໄປ, ລາວ​ຈະ​ບໍ່​ປະ​ແກະ​ເກົ້າສິບເກົ້າ​ໂຕ​ໄວ້​ກາງ​ທົ່ງຫຍ້າ ແລ້ວ​ໄປ​ຊອກຫາ​ໂຕ​ທີ່​ຫາຍ​ໄປ​ນັ້ນ​ຈົນ​ກວ່າ​ລາວ​ຈະ​ພົບ​ບໍ? 5ແລະ ເມື່ອ​ລາວ​ພົບ​ແກະ​ນັ້ນ​ແລ້ວ ລາວ​ກໍ​ແບກ​ແກະ​ນັ້ນ​ໃສ່​ບ່າ​ຂອງ​ຕົນ​ດ້ວຍ​ຄວາມຊື່ນຊົມຍິນດີ 6ແລະ ກັບ​ຄືນ​ເຮືອນ. ຫລັງຈາກນັ້ນ​ລາວ​ກໍ​ເອີ້ນ​ເອົາ​ບັນດາ​ມິດສະຫາຍ ແລະ ເພື່ອນບ້ານ​ຂອງ​ຕົນ​ມາ​ພ້ອມ​ກັນ ແລະ ກ່າວ​ວ່າ, ‘ມາ​ຮ່ວມ​ຍິນດີ​ກັບ​ເຮົາ ເຮົາ​ໄດ້​ພົບ​ແກະ​ໂຕ​ທີ່​ຫລົງ​ຫາຍ​ນັ້ນ​ແລ້ວ’. 7ເຮົາ​ບອກ​ພວກເຈົ້າ​ວ່າ​ໃນ​ທຳນອງ​ດຽວ​ກັນ​ນີ້ ໃນ​ສະຫວັນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ຫລາຍ​ທີ່​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍ​ກວ່າ​ໃນ​ຄົນ​ຊອບທຳ​ເກົ້າສິບເກົ້າ​ຄົນ​ທີ່​ບໍ່​ຢາກ​ຖິ້ມໃຈເກົ່າເອົາໃຈໃໝ່.
ຄຳອຸປະມາ​ເລື່ອງ​ຫລຽນ​ທີ່​ເສຍ
8“ຫລື ສົມມຸດ​ວ່າ​ຍິງ​ຄົນ​ໜຶ່ງ​ມີ​ຫລຽນ​ເງິນ​ຢູ່​ສິບ​ຫລຽນ#15:8 ພາສາ​ກຣີກ​ວ່າ 10 ແດຣກມາ (1 ແດຣກມາ​ມີ​ຄ່າ​ເທົ່າ​ກັບ​ຄ່າ​ແຮງ 1 ມື້) ແລະ ເສຍ​ໄປ​ໜຶ່ງ​ຫລຽນ. ນາງ​ຈະ​ບໍ່​ໄຕ້​ຕະກຽງ, ກວາດ​ເຮືອນ ແລະ ຄົ້ນຫາ​ຢ່າງ​ຄັກແນ່​ຈົນ​ກວ່າ​ນາງ​ຈະ​ພົບ​ຫລຽນ​ນັ້ນ​ບໍ? 9ແລະ ເມື່ອ​ພົບ​ຫລຽນ​ນັ້ນ​ແລ້ວ, ນາງ​ກໍ​ເອີ້ນ​ບັນດາ​ມິດສະຫາຍ ແລະ ເພື່ອນບ້ານ​ຂອງ​ຕົນ​ມາ​ພ້ອມ​ໜ້າ​ກັນ ແລະ ກ່າວ​ວ່າ, ‘ມາ​ຮ່ວມ​ຍິນດີ​ກັບ​ເຮົາ ເພາະ​ເຮົາ​ໄດ້​ພົບ​ຫລຽນ​ທີ່​ເສຍ​ນັ້ນ​ແລ້ວ’. 10ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.
ຄຳອຸປະມາ​ເລື່ອງ​ລູກຊາຍ​ທີ່​ເສຍ
11ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ຕໍ່ໄປ​ວ່າ, “ຢູ່​ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມີ​ລູກຊາຍ​ສອງ​ຄົນ. 12ຜູ້ເປັນ​ນ້ອງ​ໄດ້​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ, ຂໍ​ເອົາ​ຊັບສົມບັດ​ສ່ວນ​ທີ່​ເປັນ​ຂອງ​ລູກ​ນັ້ນ​ໃຫ້​ລູກ​ສາ’. ດັ່ງນັ້ນ ລາວ​ຈຶ່ງ​ໄດ້​ແບ່ງ​ຊັບສົມບັດ​ຂອງ​ຕົນ​ໃຫ້​ລູກ​ທັງ​ສອງ.
13“ຕໍ່ມາ​ບໍ່​ດົນ​ເທົ່າໃດ, ລູກຊາຍຫລ້າ​ກໍ​ໄດ້​ຮວບຮວມ​ຊັບສົມບັດ​ທັງໝົດ​ຂອງ​ຕົນ​ແລ້ວ​ອອກ​ໄປ​ທ່ຽວ​ແດນ​ໄກ ແລະ ໄດ້​ຜານ​ຊັບ​ຂອງ​ຕົນ​ທີ່​ມີ​ຢູ່​ນັ້ນ​ດ້ວຍ​ການ​ໃຊ້​ຊີວິດ​ຢ່າງ​ຟຸມເຟືອຍ. 14ຫລັງຈາກ​ທີ່​ລາວ​ໃຊ້ຈ່າຍ​ຊັບ​ຈົນ​ໝົດ​ແລ້ວ, ກໍ​ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ໃນ​ທົ່ວ​ປະເທດ ແລ້ວ​ລາວ​ກໍ​ເລີ່ມ​ຂັດສົນ. 15ດັ່ງນັ້ນ ລາວ​ຈຶ່ງ​ໄປ​ຂໍ​ຮັບຈ້າງ​ຢູ່​ນຳ​ຊາວ​ເມືອງ​ຄົນ​ໜຶ່ງ ຄົນ​ນັ້ນ​ກໍ​ໃຊ້​ລາວ​ອອກ​ໄປ​ລ້ຽງ​ໝູ​ຢູ່​ທົ່ງນາ. 16ລາວ​ຄິດ​ຢາກ​ອີ່ມ​ທ້ອງ​ດ້ວຍ​ໝາກຖົ່ວ​ທີ່​ໝູ​ກິນ ແຕ່​ບໍ່​ມີ​ຜູ້ໃດ​ເອົາ​ອັນໃດ​ໃຫ້​ລາວ​ກິນ.
17“ເມື່ອ​ລາວ​ຄິດ​ໄດ້​ລາວ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ຂອງ​ເຮົາ​ມີ​ລູກຈ້າງ​ຫລາຍ​ຄົນ, ພວກເຂົາ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ແຕ່​ເຮົາ​ກຳລັງ​ຫິວ​ເກືອບ​ຈະ​ຕາຍ​ຢູ່​ທີ່​ນີ້! 18ເຮົາ​ຈະ​ລຸກ​ຂຶ້ນ ແລະ ກັບ​ໄປ​ຫາ​ພໍ່​ຂອງ​ເຮົາ ແລະ ເວົ້າ​ກັບ​ເພິ່ນ​ວ່າ: ພໍ່​ເອີຍ, ລູກ​ໄດ້​ເຮັດ​ບາບ​ຕໍ່​ສະຫວັນ ແລະ ຕໍ່​ພໍ່​ແລ້ວ. 19ລູກ​ບໍ່​ສົມຄວນ​ຈະ​ໄດ້​ເອີ້ນ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ ຂໍ​ໃຫ້​ລູກ​ເປັນ​ເໝືອນ​ລູກຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່​ດ້ວຍ’. 20ດັ່ງນັ້ນ ລາວ​ຈຶ່ງ​ລຸກ​ຂຶ້ນ ແລະ ກັບ​ຄືນ​ໄປ​ຫາ​ພໍ່​ຂອງ​ລາວ.
“ແຕ່​ໃນ​ຂະນະ​ທີ່​ລາວ​ຍັງ​ຢູ່​ແຕ່​ໄກ, ພໍ່​ຂອງ​ລາວ​ໄດ້​ເຫັນ​ລາວ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ສົງສານ​ລາວ, ພໍ່​ຈຶ່ງ​ແລ່ນ​ອອກ​ໄປ​ຫາ​ລູກຊາຍ ແລ້ວ​ໂອບກອດ ແລະ ຈູບ​ລາວ.
21“ລູກຊາຍ​ໄດ້​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ ລູກ​ໄດ້​ເຮັດ​ບາບ​ຕໍ່​ສະຫວັນ ແລະ ຕໍ່​ພໍ່​ແລ້ວ, ລູກ​ບໍ່​ສົມຄວນ​ຈະ​ໄດ້​ເອີ້ນ​ຊື່​ວ່າ​ເປັນ​ລູກ​ຂອງ​ພໍ່​ອີກ​ຕໍ່​ໄປ#15:21 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍມື​ບາງສະບັບ​ວ່າ ລູກ​ຂອງ​ພໍ່​ອີກ​ຕໍ່ໄປ ໃຫ້​ລູກ​ເປັນ​ເໝືອນ​ລູກຈ້າງ​ຄົນ​ໜຶ່ງ​ຂອງ​ພໍ່’.
22“ແຕ່​ຜູ້​ເປັນ​ພໍ່​ໄດ້​ເອີ້ນ​ບອກ​ພວກ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, ‘ໄວໆ! ຈົ່ງ​ເອົາ​ເສື້ອຄຸມ​ທີ່​ດີ​ທີ່ສຸດ​ມາ​ແລ້ວ​ນຸ່ງ​ໃຫ້​ລາວ, ຈົ່ງ​ສວມ​ແຫວນ​ໃສ່​ນິ້ວມື​ຂອງ​ລາວ ແລະ ສຸບ​ເກີບ​ໃສ່​ຕີນ​ຂອງ​ລາວ. 23ຈົ່ງ​ນຳ​ລູກງົວ​ໂຕ​ຕຸ້ຍພີ​ມາ​ຂ້າ ແລ້ວ​ຈັດ​ງານລ້ຽງ ແລະ ສະຫລອງ. 24ເພາະ​ລູກຊາຍ​ຄົນ​ນີ້​ຂອງ​ເຮົາ​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ, ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ພາກັນ​ສະຫລອງ.
25“ໃນ​ຂະນະ​ນັ້ນ, ລູກຊາຍກົກ​ຢູ່​ທີ່​ທົ່ງນາ. ເມື່ອ​ລາວ​ກັບມາ​ໃກ້​ຈະ​ຮອດ​ເຮືອນ ລາວ​ກໍ​ໄດ້​ຍິນ​ສຽງ​ດົນຕີ ແລະ ສຽງ​ຟ້ອນລຳ. 26ດັ່ງນັ້ນ​ລາວ​ຈຶ່ງ​ເອີ້ນ​ຄົນຮັບໃຊ້​ຄົນ​ໜຶ່ງ​ມາ​ຖາມ​ວ່າ​ເກີດ​ຫຍັງ​ຂຶ້ນ. 27ຄົນຮັບໃຊ້​ຜູ້​ນັ້ນ​ຕອບ​ວ່າ, ‘ນ້ອງຊາຍ​ຂອງ​ທ່ານ​ໄດ້​ກັບ​ມາ​ແລ້ວ, ແລະ ພໍ່​ຂອງ​ທ່ານ​ຈຶ່ງ​ໃຫ້​ຂ້າ​ລູກງົວ​ໂຕ​ຕຸ້ຍພີ ເພາະ​ທ່ານ​ໄດ້​ລາວ​ກັບ​ຄືນ​ມາ​ຢ່າງ​ປອດໄພ’.
28“ຝ່າຍ​ຜູ້​ເປັນ​ອ້າຍ​ກໍ​ໃຈຮ້າຍ ແລະ ບໍ່​ຍອມ​ເຂົ້າ​ມາ​ໃນ​ເຮືອນ, ຜູ້​ເປັນ​ພໍ່​ຈຶ່ງ​ອອກ​ໄປ ແລະ ຂໍຮ້ອງ​ລາວ​ໃຫ້​ເຂົ້າ​ມາ. 29ແຕ່​ລາວ​ໄດ້​ຕອບ​ພໍ່​ວ່າ, ‘ເບິ່ງ​ແມ! ລູກ​ໄດ້​ຮັບໃຊ້​ພໍ່​ດັ່ງ​ທາດ​ຕະຫລອດ​ມາ​ຫລາຍ​ປີ ແລະ ບໍ່​ເຄີຍ​ຝ່າຝືນ​ຄຳສັ່ງ​ຂອງ​ພໍ່​ຈັກ​ເທື່ອ. ແມ່ນແຕ່​ແບ້ໜຸ່ມ​ໂຕ​ໜຶ່ງ​ພໍ່​ກໍ​ຍັງ​ບໍ່​ເຄີຍ​ຍົກ​ໃຫ້​ລູກ​ເພື່ອ​ຈັດງານລ້ຽງ​ສະຫລອງ​ກັບ​ໝູ່​ເພື່ອນ. 30ແຕ່​ເມື່ອ​ລູກ​ຂອງ​ພໍ່​ຄົນ​ນີ້ ຜູ້​ທີ່​ໄດ້​ຜານ​ຊັບສົມບັດ​ຂອງ​ພໍ່​ໝົດ​ດ້ວຍ​ການ​ໄປ​ຄົບຫາ​ກັບ​ພວກ​ໂສເພນີ​ໄດ້​ກັບ​ຄືນ​ມາ, ພໍ່​ກໍ​ຍັງ​ຂ້າ​ລູກງົວ​ໂຕ​ຕຸ້ຍພີ​ເພື່ອ​ລາວ’.
31“ພໍ່​ກ່າວ​ວ່າ, ‘ລູກ​ເອີຍ ເຈົ້າ​ຢູ່​ກັບ​ພໍ່​ຕະຫລອດ​ມາ ແລະ ທຸກສິ່ງ​ທີ່​ພໍ່​ມີ​ກໍ​ເປັນ​ຂອງ​ເຈົ້າ. 32ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.

Currently Selected:

ລູກາ 15: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in