YouVersion Logo
Search Icon

ມັດທາຍ 9

9
ພຣະເຢຊູເຈົ້າ​ຊົງ​ໂຜດ​ຄົນເປ້ຍ​ຜູ້ໜຶ່ງ​ໃຫ້​ດີ
(ມຣກ 2:1-12; ລກ 5:17-26)
1ແລ້ວ​ພຣະເຢຊູເຈົ້າ​ກໍ​ໄດ້​ລົງ​ເຮືອ​ຂ້າມ​ທະເລສາບ​ກັບຄືນ​ໄປ​ທີ່​ເມືອງ​ຂອງ​ພຣະອົງ 2ບ່ອນ​ນັ້ນ ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້ໜຶ່ງ ນອນ​ຢູ່​ເທິງ​ບ່ອນ​ນອນ​ມາ​ຫາ​ພຣະອົງ, ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, “ລູກເອີຍ, ຈົ່ງ​ຊື່ນ​ໃຈ​ເຖີດ ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”
3ແລ້ວ​ທຳມະຈານ​ບາງຄົນ​ກໍ​ຄິດ​ໃນ​ໃຈ ແລ້ວ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ.”
4ພຣະເຢຊູເຈົ້າ​ໄດ້​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ໄດ້​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ບໍ່​ດີ​ເຊັ່ນ​ນີ້? 5ອັນ​ໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ເວົ້າ​ວ່າ, ‘ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ຈະ​ເວົ້າ​ວ່າ ‘ຈົ່ງ​ລຸກ​ຂຶ້ນ​ແລະ​ຍ່າງ​ໄປ?’ 6ແຕ່​ເຮົາ​ຢາກ​ຈະ​ໃຫ້​ພວກເຈົ້າ​ຮູ້​ວ່າ ບຸດ​ມະນຸດ​ມີ​ສິດ​ອຳນາດ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ຈະ​ອະໄພ​ບາບກຳ​ໃຫ້​ມະນຸດ​ໄດ້.” ດັ່ງນັ້ນ ພຣະອົງ​ຈຶ່ງ​ເວົ້າ​ກັບ​ຄົນເປ້ຍ​ນັ້ນ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຍົກ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ​ເມືອ​ເຮືອນ​ສາ.”
7ຄົນເປ້ຍ​ໄດ້​ລຸກ​ຂຶ້ນ ແລະ​ເມືອ​ເຮືອນ​ຂອງຕົນ. 8ເມື່ອ​ປະຊາຊົນ​ໄດ້​ເຫັນ​ເຫດການ​ນີ້​ພວກເຂົາ​ຈຶ່ງ​ຢ້ານ ແລະ​ພາກັນ​ສັນລະເສີນ​ພຣະເຈົ້າ​ທີ່​ໃຫ້​ສິດ​ອຳນາດ​ຢ່າງ​ນີ້​ແກ່​ມະນຸດ.
ພຣະເຢຊູເຈົ້າ​ຊົງ​ເອີ້ນ​ເອົາ​ມັດທາຍ
(ມຣກ 2:13-17; ລກ 5:27-32)
9ເມື່ອ​ພຣະເຢຊູເຈົ້າ​ຈາກ​ທີ່​ນັ້ນ ແລະ​ຍ່າງ​ຜ່ານ​ໄປ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານ​ພາສີ ພຣະອົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ.”
ຝ່າຍ​ມັດທາຍ​ກໍ​ລຸກ​ຂຶ້ນ ແລະ​ຕິດຕາມ​ພຣະອົງ​ໄປ.
10ຂະນະທີ່​ພຣະເຢຊູເຈົ້າ​ຮ່ວມ​ຮັບປະທານ​ອາຫານ​ຄໍ່າ ທີ່​ເຮືອນ​ຂອງ​ມັດທາຍ ມີ​ຄົນເກັບພາສີ​ກັບ​ຄົນ​ນອກ​ສິນທຳ​ຫລາຍ​ຄົນ​ໄດ້​ມາ​ຮ່ວມ​ຮັບປະທານ​ນຳ​ພຣະເຢຊູເຈົ້າ ແລະ​ພວກ​ສາວົກ​ຂອງ​ພຣະອົງ. 11ເມື່ອ​ພວກ​ຟາຣີຊາຍ​ໄດ້​ເຫັນ​ເຊັ່ນ​ນີ້ ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ຮ່ວມ​ພາເຂົ້າ​ກັບ​ຄົນເກັບພາສີ ແລະ​ຄົນບາບ​ທັງຫລາຍ?”
12ພຣະເຢຊູເຈົ້າ​ໄດ້ຍິນ​ຄຳ​ຖາມ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ຄົນ​ທີ່​ມີ​ສຸຂະພາບ​ດີ​ບໍ່​ຕ້ອງການ​ໝໍ ມີ​ແຕ່​ຄົນ​ເຈັບ​ປ່ວຍ​ເທົ່ານັ້ນ​ທີ່​ຕ້ອງການ​ໝໍ. 13ຈົ່ງ​ໄປ​ຄົ້ນ​ເບິ່ງ​ເລື່ອງ​ນີ້​ໝາຍ​ເຖິງ​ຫຍັງ ຕາມ​ທີ່​ພຣະຄຳພີ​ມີ​ກ່າວ​ວ່າ, ‘ເຮົາ​ປະສົງ​ຄວາມ​ເມດຕາ ແຕ່​ບໍ່ແມ່ນ​ເຄື່ອງ​ບູຊາ.’ ເຮົາ​ບໍ່ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນ​ສິນທຳ, ແຕ່​ມາ​ເອີ້ນ​ເອົາ​ຄົນ​ບາບ​ທັງຫລາຍ.”
ຄຳ​ຖາມ​ເລື່ອງ​ການ​ຖືສິນ​ອົດອາຫານ
(ມຣກ 2:18-22; ລກ 5:33-39)
14ຕໍ່ມາ ມີ​ພວກ​ສິດ​ຂອງ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ​ກັບ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ​ຢູ່​ເລື້ອຍ ສ່ວນ​ພວກ​ສາວົກ​ຂອງທ່ານ​ພັດ​ບໍ່​ຖື?”
15ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເພື່ອນ​ຂອງ​ເຈົ້າບ່າວ​ຕ້ອງ​ໂສກເສົ້າ ໃນ​ເມື່ອ​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ​ຊັ້ນບໍ? ຄົງ​ເປັນ​ໄປ​ບໍ່ໄດ້ ແຕ່​ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ພວກເຂົາ​ຈຶ່ງ​ຈະ​ຖືສິນ​ອົດອາຫານ.”
16“ບໍ່ມີ​ຜູ້ໃດ​ດອກ​ທີ່​ຫຍິບ​ຕາບ​ເສື້ອຄຸມ​ເກົ່າ​ດ້ວຍ​ຜ້າ​ໃໝ່, ດ້ວຍວ່າ​ຜ້າ​ໃໝ່​ຈະ​ຫົດ ແລະ​ເຮັດ​ໃຫ້​ເສື້ອຄຸມ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ. 17ບໍ່ມີ​ຜູ້ໃດ​ດອກ​ທີ່​ຖອກ​ເຫຼົ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ. ດ້ວຍວ່າ, ຖົງ​ໜັງ​ນັ້ນ​ຈະ​ແຕກ ເຫຼົ້າ​ອະງຸ່ນ​ຈະ​ໄຫລ​ອອກ ແລະ​ທັງ​ຖົງ​ໜັງ​ກໍ​ຈະ​ເສຍ​ໄປ, ແຕ່​ຕ້ອງ​ໃຊ້​ຖົງ​ໜັງ​ໃໝ່​ໃສ່​ເຫຼົ້າ​ອະງຸ່ນ​ໃໝ່ ແລະ​ທັງສອງ​ຢ່າງ​ກໍ​ຈະ​ຢູ່​ໃນ​ສະພາບ​ດີ.”
ລູກສາວ​ຂອງ​ເຈົ້ານາຍ​ກັບ​ຍິງ​ທີ່​ບາຍ​ເສື້ອ​ພຣະເຢຊູເຈົ້າ
(ມຣກ 5:21-43; ລກ 8:40-56)
18ໃນ​ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຢູ່​ນັ້ນ, ກໍ​ມີ​ເຈົ້ານາຍ​ຢິວ​ຄົນ​ໜຶ່ງ​ມາ​ຂາບລົງ​ຕໍ່ໜ້າ​ພຣະອົງ ແລະ​ເວົ້າ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ຫາ​ກໍ​ສິ້ນ​ໃຈ​ຕາຍ, ແຕ່​ຂໍໂຜດ​ໄປ​ວາງ​ມື​ໃສ່​ນາງ​ດ້ວຍ​ເຖີດ ແລ້ວ​ນາງ​ກໍ​ຈະ​ຄືນ​ມີ​ຊີວິດ​ອີກ.”
19ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ເຈົ້ານາຍ​ຄົນ​ນັ້ນ ແລະ​ພວກ​ສາວົກ​ກໍ​ຕິດຕາມ​ພຣະອົງ​ໄປ​ດ້ວຍ.
20ພໍດີ​ໃນ​ຂະນະນັ້ນ ມີ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດ​ເລືອດຕົກ​ໄດ້​ສິບສອງ​ປີ​ແລ້ວ ນາງ​ຫຍັບ​ເຂົ້າ​ມາ​ເບື້ອງ​ຫລັງ​ພຣະເຢຊູເຈົ້າ ແລະ​ບາຍ​ເສື້ອຄຸມ​ຂອງ​ພຣະອົງ. 21ນາງ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ເຮົາ​ພຽງແຕ່​ບາຍ​ເສື້ອຄຸມ​ຂອງ​ເພິ່ນ​ເທົ່ານັ້ນ ເຮົາ​ກໍ​ຈະ​ດີ​ພະຍາດ​ໄດ້.”
22ພຣະເຢຊູເຈົ້າ​ຫັນ​ຫລັງ​ກັບ​ມາ ແລະ​ເຫັນ​ນາງ​ຈຶ່ງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ ຈົ່ງ​ຊື່ນ​ໃຈ​ເທີ້ນ ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.” ໃນ​ເວລາ​ດຽວກັນ​ນັ້ນ​ເອງ​ນາງ​ກໍດີ​ພະຍາດ.
23ແລ້ວ​ພຣະເຢຊູເຈົ້າ​ກໍ​ເຂົ້າ​ໄປ​ທີ່​ເຮືອນ​ຂອງ​ເຈົ້ານາຍ​ຄົນ​ນັ້ນ ແລະ​ໄດ້​ເຫັນ​ຄົນ​ເປົ່າ​ຂຸ່ຍ ກັບ​ຄົນ​ທີ່​ມາ​ງັນ​ເຮືອນ​ດີ​ວຸ້ນວາຍ​ອຶກກະທຶກ​ຢູ່ 24ພຣະອົງ​ຊົງ​ກ່າວ​ວ່າ, “ໃຫ້​ທຸກຄົນ​ອອກ​ໄປ ເດັກ​ຍິງ​ຜູ້​ນີ້​ບໍ່ໄດ້​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ຢູ່​ເທົ່ານັ້ນ.” ແລ້ວ​ທຸກຄົນ​ກໍ​ພາກັນ​ຫົວຂວັນ​ພຣະອົງ. 25ເມື່ອ​ປະຊາຊົນ​ເຫຼົ່ານັ້ນ​ອອກ​ໄປ​ໝົດ​ແລ້ວ ພຣະອົງ​ໄດ້​ເຂົ້າ​ໄປ​ຈັບ​ມື​ຂອງ​ນາງ ແລະ​ນາງ​ກໍ​ລຸກ​ຂຶ້ນ. 26ແລ້ວ​ເລື່ອງ​ກ່ຽວກັບ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.
ພຣະເຢຊູເຈົ້າ​ຊົງ​ໂຜດ​ຮັກສາ​ຊາຍ​ຕາບອດ​ສອງ​ຄົນ​ໃຫ້​ດີ
27ເມື່ອ​ພຣະເຢຊູເຈົ້າ​ຈາກ​ບ່ອນ​ນັ້ນ​ແລະ​ຜ່ານ​ໄປ ກໍ​ມີ​ຊາຍ​ຕາບອດ​ສອງ​ຄົນ​ຕິດຕາມ​ພຣະອົງ​ໄປ ແລະ​ຮ້ອງ​ຂຶ້ນ​ວ່າ, “ບຸດ​ດາວິດ​ເອີຍ ໂຜດ​ເມດຕາ​ພວກ​ຂ້ານ້ອຍ​ແດ່ທ້ອນ.”
28ເມື່ອ​ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ, ຊາຍ​ຕາບອດ​ສອງ​ຄົນ​ນັ້ນ ກໍ​ເຂົ້າ​ມາ​ຫາ​ພຣະອົງ ພຣະອົງ​ຖາມ​ພວກເຂົາ​ວ່າ, “ພວກເຈົ້າ​ເຊື່ອ​ວ່າ​ເຮົາ​ຊົງ​ໂຜດ​ຮັກສາ​ພວກເຈົ້າ​ໃຫ້​ຫາຍ​ດີ​ໄດ້​ບໍ?”
ພວກເຂົາ​ຕອບ​ວ່າ, “ເຊື່ອ ທ່ານເອີຍ”.
29ແລ້ວ​ພຣະອົງ​ກໍໄດ້​ບາຍ​ຕາ​ຂອງ​ພວກເຂົາ ແລະ​ກ່າວ​ວ່າ, “ໃຫ້​ເປັນ​ໄປ​ຕາມ​ຄວາມເຊື່ອ​ຂອງ​ພວກເຈົ້າ​ເຖີດ.” 30ແລ້ວ​ຕາ​ຂອງ​ພວກເຂົາ​ກໍ​ກັບ​ເຫັນ​ຮຸ່ງ. ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເຂັ້ມງວດ​ໜັກແໜ້ນ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ໃຫ້​ຜູ້ໃດ​ຮູ້​ເປັນ​ເດັດຂາດ.”
31ແຕ່​ເມື່ອ​ພວກເຂົາ​ຈາກ​ໄປ​ແລ້ວ ພວກເຂົາ​ກໍ​ປະກາດ​ຂ່າວ​ກ່ຽວກັບ​ພຣະອົງ ໃຫ້​ຊ່າລື​ໄປ​ທົ່ວ​ທັງ​ຂົງເຂດ​ນັ້ນ.
ພຣະເຢຊູເຈົ້າ​ຊົງ​ໂຜດ​ຮັກສາ​ຄົນ​ປາກ​ກືກ​ຜູ້ໜຶ່ງ​ໃຫ້​ດີ
32ເມື່ອ​ພວກເຂົາ​ກຳລັງ​ອອກ​ໄປ​ນັ້ນ ກໍ​ມີ​ບາງຄົນ​ນຳ​ຊາຍ​ປາກ​ກືກ​ຜູ້ໜຶ່ງ​ທີ່​ມີ​ຜີມານຮ້າຍ​ສິງ​ຢູ່ ມາ​ຫາ​ພຣະເຢຊູເຈົ້າ. 33ແຕ່​ພໍ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ໄປ​ແລ້ວ ຄົນ​ປາກກືກ​ຜູ້ນັ້ນ​ກໍ​ເວົ້າ​ໄດ້ ຄົນ​ທັງຫລາຍ​ງຶດ​ປະຫລາດ​ໃຈ ແລະ​ພາກັນ​ເວົ້າ​ວ່າ, “ບໍ່ເຄີຍ​ເຫັນ​ເຫດການ​ຢ່າງ​ນີ້​ຈັກເທື່ອ​ໃນ​ຊາດ​ອິດສະຣາເອນ.”
34ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ແມ່ນ​ນາຍ​ຜີມານຮ້າຍ ທີ່​ໃຫ້​ຣິດອຳນາດ​ແກ່​ລາວ​ຂັບໄລ່​ຜີມານຮ້າຍ​ອອກ.”
ພຣະເຢຊູເຈົ້າ​ສົງສານ​ປະຊາຊົນ
35ພຣະເຢຊູເຈົ້າ​ໄດ້​ໄປ​ທຸກ​ເມືອງ​ທຸກ​ບ້ານ ແລະ​ພຣະອົງ​ໄດ້​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ຕະຫລອດ​ທັງ​ຊົງ​ໂຜດ​ຮັກສາ​ຄົນ​ໃຫ້​ຫາຍ​ດີ​ຈາກ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ພະຍາດໂຣຄາ​ນາໆ​ຊະນິດ. 36ເມື່ອ​ພຣະອົງ​ເຫັນ​ປະຊາຊົນ​ຢ່າງ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ຄົນ​ເຫຼົ່ານັ້ນ ເພາະ​ພວກເຂົາ​ກັງວົນ​ເປັນທຸກໃຈ​ແລະ​ຂາດ​ທີ່​ເພິ່ງ ເໝືອນ​ຝູງແກະ​ທີ່​ບໍ່ມີ​ຜູ້​ລ້ຽງ. 37ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເຂົ້າ​ທີ່​ພໍ​ເກັບກ່ຽວ​ກໍ​ຫລາຍ​ແທ້ ແຕ່​ຄົນງານ​ຍັງ​ມີ​ໜ້ອຍ​ຢູ່. 38ເຫດສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ນຳ​ເຈົ້າ​ຂອງ​ການ​ເກັບກ່ຽວ​ໃຫ້​ສົ່ງ​ຄົນງານ​ມາ​ຫລາຍ​ຂຶ້ນ ເພື່ອ​ການ​ເກັບກ່ຽວ​ຂອງຕົນ​ສາ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in