ມັດທາຍ 10
10
ພຣະເຢຊູເຈົ້າຊົງເລືອກອັກຄະສາວົກສິບສອງຄົນ
(ມຣກ 3:13-19; ລກ 6:12-16)
1ເມື່ອພຣະເຢຊູເຈົ້າເອີ້ນສາວົກສິບສອງຄົນຂອງພຣະອົງມາພ້ອມກັນແລ້ວ, ພຣະອົງໃຫ້ສິດອຳນາດແກ່ພວກເພິ່ນ ເພື່ອຂັບໄລ່ຜີຊົ່ວຮ້າຍອອກ ແລະເພື່ອໃຫ້ພະຍາດໂຣຄາທັງການເຈັບໄຂ້ໄດ້ປ່ວຍທຸກຢ່າງດີໄດ້. 2ພວກອັກຄະສາວົກສິບສອງຄົນນັ້ນ ຜູ້ທຳອິດຊື່ ຊີໂມນ (ຜູ້ທີ່ເອີ້ນວ່າເປໂຕ) ແລະ ອັນເດອານ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງຕົນເປັນລູກຊາຍຂອງເຊເບດາຍ; 3ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍຄົນເກັບພາສີ, ຢາໂກໂບລູກຊາຍຂອງອາລະຟາຍ ແລະ ທາດາຍ, 4ຊີໂມນຜູ້ຮັກຊາດ ແລະ ຢູດາອິດສະກາຣີອົດ ຜູ້ທີ່ທໍລະຍົດຕໍ່ພຣະເຢຊູເຈົ້ານັ້ນ.
ພຣະເຢຊູເຈົ້າຊົງໃຊ້ອັກຄະສາວົກສິບສອງຄົນ
(ມຣກ 6:7-13; ລກ 9:1-6)
5ພຣະເຢຊູເຈົ້າໄດ້ໃຊ້ສິບສອງຄົນນີ້ອອກໄປ ໂດຍໃຫ້ຄຳສັ່ງດັ່ງນີ້: “ຢ່າໄປໃນທາງຂອງພວກຕ່າງຊາດ ຫລືຢ່າເຂົ້າໄປໃນເມືອງຂອງຊາວຊາມາເຣຍ. 6ແຕ່ຈົ່ງໄປຫາຝູງແກະທີ່ເສຍແຫ່ງປະຊາຊົນຂອງຊາດອິດສະຣາເອນ. 7ເວລາເດີນທາງໄປນັ້ນ ຈົ່ງປະກາດວ່າ, ‘ອານາຈັກສະຫວັນມາໃກ້ແລ້ວ’ 8ຈົ່ງເຮັດໃຫ້ຄົນເຈັບໄຂ້ໄດ້ປ່ວຍຫາຍດີ ຈົ່ງເຮັດໃຫ້ຄົນຕາຍຄືນມີຊີວິດ, ຈົ່ງເຮັດໃຫ້ຜູ້ທີ່ເປັນພະຍາດຂີ້ທູດຫາຍດີ ແລະຂັບໄລ່ຜີມານຮ້າຍອອກ, ພວກເຈົ້າໄດ້ຮັບລ້າໆໂດຍບໍ່ຄິດຄ່າຢ່າງໃດ ຈົ່ງໃຫ້ລ້າໆໂດຍບໍ່ຄິດຄ່າຢ່າງນັ້ນ. 9ຢ່າຖືຄຳ ຫລືເງິນ ຫລືທອງແດງໃສ່ຖົງໄປນຳ; 10ຢ່າເອົາຖົງໄປໃສ່ເຄື່ອງຂອງຕາມທາງ ຫລືເຄື່ອງນຸ່ງຫົ່ມໄປ ຫລືເກີບ ຫລືໄມ້ເທົ້າໄປນຳ, ເພາະຄົນງານກໍສົມຄວນໄດ້ຮັບອາຫານກິນ.”
11“ເມື່ອພວກເຈົ້າໄປໃນເມືອງໃດຫລືບ້ານໃດ ຈົ່ງເຂົ້າໄປຫາຜູ້ທີ່ສົມຄວນຈະຕ້ອນຮັບພວກເຈົ້າ ແລະໃຫ້ອາໄສຢູ່ກັບເຂົາຈົນກວ່າຈາກໄປ. 12ເມື່ອພວກເຈົ້າເຂົ້າໄປໃນເຮືອນຫລັງໃດ ຈົ່ງຄຳນັບໄທເຮືອນນັ້ນ. 13ຖ້າໄທເຮືອນນັ້ນສົມຄວນຮັບພຣະພອນ ກໍຂໍໃຫ້ສັນຕິສຸກຂອງເຈົ້າຢູ່ນຳເຮືອນນັ້ນ, ແຕ່ຖ້າໄທເຮືອນນັ້ນບໍ່ສົມຄວນຮັບພຣະພອນ ກໍໃຫ້ສັນຕິສຸກນັ້ນກັບຄືນມາສູ່ພວກເຈົ້າ. 14ຖ້າບ້ານໃດຫລືເມືອງໃດບໍ່ຕ້ອນຮັບພວກເຈົ້າ ຫລືບໍ່ຟັງພວກເຈົ້າ ຈົ່ງອອກໄປຈາກບ່ອນນັ້ນ ແລະສັ່ນຂີ້ຝຸ່ນທີ່ຕິດຕີນຂອງພວກເຈົ້າອອກດ້ວຍ. 15ເຮົາບອກພວກເຈົ້າຕາມຄວາມຈິງວ່າ ໃນວັນພິພາກສາ ໂທດຂອງຊາວເມືອງໂຊໂດມແລະໂກໂມຣາ ຈະທົນງ່າຍກວ່າໂທດຂອງປະຊາຊົນໃນເມືອງນັ້ນ.”
ການຂົ່ມເຫັງທີ່ຈະມາເຖິງ
(ມຣກ 13:9-13; ລກ 21:12-17)
16“ເບິ່ງແມ! ເຮົາໃຊ້ພວກເຈົ້າອອກໄປເໝືອນແກະຢູ່ໃນທ່າມກາງຝູງໝາໄນ. ສະນັ້ນ ຈົ່ງສະຫລາດເໝືອນງູ ແລະອ່ອນສຸພາບເໝືອນນົກເຂົາ. 17ຈົ່ງລະວັງໃຫ້ດີ. ດ້ວຍວ່າ, ຈະມີຄົນຈັບພວກເຈົ້າຂຶ້ນສານ ແລະເຂົາຈະຂ້ຽນຕີພວກເຈົ້າໃນທຳມະສາລາຂອງພວກເຂົາ. 18ພວກເຈົ້າຈະຖືກລາກດຶງນຳຕົວຂຶ້ນໄປຢູ່ຕໍ່ໜ້າບັນດາຜູ້ມີອຳນາດ ແລະບັນດາກະສັດ ເພາະເຫັນແກ່ເຮົາ ເພື່ອຈະບອກຂ່າວປະເສີດແກ່ພວກເຂົາ ແລະແກ່ຄົນທີ່ບໍ່ເຊື່ອເໝືອນກັນ. 19ເມື່ອພວກເຂົາຈັບກຸມພວກເຈົ້າຂຶ້ນໄປນັ້ນ ຢ່າຄິດກະວົນກະວາຍເລີຍວ່າ ພວກເຈົ້າຈະເວົ້າຫຍັງແດ່ ຫລືຈະເວົ້າແນວໃດ, ເມື່ອເຖິງເວລານັ້ນ ພວກເຈົ້າຈະໄດ້ຮັບຖ້ອຍຄຳທີ່ພວກເຈົ້າຈະເວົ້າ. 20ເພາະຖ້ອຍຄຳທີ່ພວກເຈົ້າຈະເວົ້ານັ້ນ ຈະບໍ່ມາຈາກພວກເຈົ້າເອງ, ແຕ່ແມ່ນພຣະວິນຍານຈາກພຣະບິດາຂອງພວກເຈົ້າ ທີ່ຈະເປັນຜູ້ກ່າວໃນພວກເຈົ້າ.”
21“ອ້າຍເອື້ອຍນ້ອງຈະມອບກັນແລະກັນໃຫ້ເຖິງແກ່ຄວາມຕາຍ ແລະພໍ່ກໍຈະເຮັດຢ່າງດຽວກັນຕໍ່ລູກ, ລູກຈະຫັນມາຕໍ່ສູ້ພໍ່ແມ່ຂອງຕົນໃຫ້ເຖິງແກ່ຄວາມຕາຍ. 22ຄົນທັງປວງຈະກຽດຊັງພວກເຈົ້າເພາະເຫັນແກ່ນາມຊື່ຂອງເຮົາ, ແຕ່ຜູ້ໃດທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະໄດ້ລອດພົ້ນ. 23ເມື່ອພວກເຂົາຂົ່ມເຫັງພວກເຈົ້າໃນເມືອງໜຶ່ງ ຈົ່ງໜີໄປທີ່ເມືອງອື່ນ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ພວກເຈົ້າຈະບໍ່ທັນໄປໃນທົ່ວທຸກເມືອງຂອງຊາດອິດສະຣາເອນ ກ່ອນທີ່ບຸດມະນຸດມາ.”
24“ສິດບໍ່ຫ່ອນໃຫຍ່ກວ່າຄູຂອງຕົນ ແລະຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ. 25ໃຫ້ສິດສະເໝີກັບຄູ ແລະຂ້ອຍໃຊ້ສະເໝີກັບນາຍຂອງຕົນກໍພໍແລ້ວ ຖ້າຄົນເອີ້ນຫົວໜ້າຄອບຄົວວ່າ, ເບເອນເຊບູນ ສະມາຊິກໃນຄອບຄົວກໍຈະຖືກປະນາມຍິ່ງກວ່ານັ້ນຫລາຍເທົ່າໃດໜໍ.”
ຜູ້ທີ່ມະນຸດຄວນຢ້ານ
(ລກ 12:2-7)
26“ດັ່ງນັ້ນ ຢ່າສູ່ຢ້ານມະນຸດ ສິ່ງໃດທີ່ຖືກປິດບັງໄວ້ຈະຖືກເປີດເຜີຍ ສິ່ງໃດທີ່ເປັນຄວາມລັບຈະຖືກໄຂອອກໃຫ້ຮູ້. 27ສິ່ງທີ່ເຮົາກ່າວແກ່ພວກເຈົ້າໃນທີ່ມືດພວກເຈົ້າຈົ່ງກ່າວໃນທີ່ແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຍິນສຽງຊິ່ມເປັນທາງສ່ວນຕົວ ພວກເຈົ້າຈົ່ງປະກາດເທິງຫລັງຄາເຮືອນ. 28ຢ່າສູ່ຢ້ານຜູ້ທີ່ຂ້າໄດ້ແຕ່ຮ່າງກາຍ, ແຕ່ຂ້າຈິດວິນຍານບໍ່ໄດ້, ແຕ່ຈົ່ງຢ້ານພຣະເຈົ້າຜູ້ທີ່ທຳລາຍໄດ້ ທັງຮ່າງກາຍ ແລະຈິດວິນຍານໃນໄຟນະຣົກ. 29ນົກຈອກສອງໂຕເຂົາຂາຍລາຄາອັດໜຶ່ງບໍ່ແມ່ນບໍ? ແມ່ນແຕ່ນົກຈອກໂຕດຽວຈະຕົກລົງດິນກໍບໍ່ໄດ້ ຖ້າພຣະບິດາເຈົ້າຂອງພວກເຈົ້າບໍ່ເຫັນພ້ອມ. 30ສຳລັບພວກເຈົ້າແມ່ນແຕ່ຜົມເທິງຫົວຂອງເຈົ້າ ກໍຖືກນັບໄວ້ໝົດທຸກເສັ້ນແລ້ວ. 31ດັ່ງນັ້ນ ຢ່າສູ່ຢ້ານ ພວກເຈົ້າກໍປະເສີດຫລາຍກວ່ານົກຈອກຫລາຍໂຕ.”
ການຍອມຮັບ ແລະ ການປະຕິເສດພຣະຄຣິດຕໍ່ໜ້າມະນຸດ
(ລກ 12:8-9)
32“ທຸກຄົນທີ່ຮັບເຮົາຕໍ່ໜ້າມະນຸດ ເຮົາກໍຈະຮັບຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ. 33ແຕ່ຖ້າຜູ້ໃດປະຕິເສດເຮົາຕໍ່ໜ້າມະນຸດ ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ.”
ບໍ່ແມ່ນຄວາມສະຫງົບສຸກແຕ່ແມ່ນດາບ
(ລກ 12:51-53; 14:26-27)
34“ຢ່າຄິດວ່າເຮົານຳຄວາມສະຫງົບສຸກມາສູ່ໂລກ, ເຮົາບໍ່ໄດ້ມາເພື່ອນຳຄວາມສະຫງົບສຸກມາໃຫ້ ແຕ່ໃຫ້ມີດາບ. 35ເຮົາໄດ້ມາເພື່ອເຮັດໃຫ້ລູກຊາຍບໍ່ຖືກກັນກັບພໍ່, ລູກສາວບໍ່ຖືກກັນກັບແມ່, ລູກໃພ້ບໍ່ຖືກກັບແມ່ຍ່າ, 36ແລະສະມາຊິກໃນຄອບຄົວຂອງຕົນກໍຈະເປັນສັດຕູຜູ້ຮ້າຍຕໍ່ກັນ.”
37“ຜູ້ທີ່ຮັກພໍ່ແມ່ຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ, ຜູ້ທີ່ຮັກລູກຊາຍຫລືລູກສາວຂອງຕົນຫລາຍກວ່າເຮົາ ກໍບໍ່ສົມຄວນເປັນສາວົກຂອງເຮົາ. 38ຜູ້ທີ່ບໍ່ຮັບເອົາໄມ້ກາງແຂນຂອງຕົນ ແລະຕິດຕາມເຮົາໄປ ກໍບໍ່ສົມຄວນເປັນສາວົກຂອງເຮົາ. 39ຜູ້ທີ່ຮັກສາຊີວິດຂອງຕົນໄວ້ ກໍຈະເສຍຊີວິດ, ແຕ່ຜູ້ທີ່ເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ກໍຈະໄດ້ຊີວິດ.”
ເລື່ອງບຳເໜັດ
(ມຣກ 9:41)
40“ຜູ້ທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບເຮົາ ແລະຜູ້ທີ່ຕ້ອນຮັບເຮົາກໍຕ້ອນຮັບພຣະອົງຜູ້ທີ່ໄດ້ໃຊ້ເຮົາມາ. 41ຜູ້ທີ່ຕ້ອນຮັບຜູ້ປະກາດພຣະທຳ ເພາະເປັນຜູ້ປະກາດພຣະທຳ ກໍຈະໄດ້ບຳເໜັດເໝືອນຜູ້ປະກາດພຣະທຳ ແລະຜູ້ທີ່ຕ້ອນຮັບຄົນຊອບທຳ ເພາະເປັນຄົນຊອບທຳ ກໍຈະໄດ້ຮັບບຳເໜັດເໝືອນຄົນຊອບທຳ. 42ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າຜູ້ໃດຈະເອົານໍ້າເຢັນພຽງຈອກດຽວ ໃຫ້ຜູ້ຕໍ່າຕ້ອຍທີ່ສຸດໃນຈຳພວກນີ້ດື່ມ ເພາະເປັນສິດຂອງເຮົາ ຜູ້ນັ້ນກໍຈະໄດ້ຮັບບຳເໜັດຢ່າງແນ່ນອນ.”
Currently Selected:
ມັດທາຍ 10: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.