YouVersion Logo
Search Icon

ມັດທາຍ 10

10
ພຣະເຢຊູເຈົ້າ​ຊົງ​ເລືອກ​ອັກຄະສາວົກ​ສິບສອງ​ຄົນ
(ມຣກ 3:13-19; ລກ 6:12-16)
1ເມື່ອ​ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ມາ​ພ້ອມ​ກັນ​ແລ້ວ, ພຣະອົງ​ໃຫ້​ສິດ​ອຳນາດ​ແກ່​ພວກເພິ່ນ ເພື່ອ​ຂັບໄລ່​ຜີຊົ່ວຮ້າຍ​ອອກ ແລະ​ເພື່ອ​ໃຫ້​ພະຍາດໂຣຄາ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ​ທຸກຢ່າງ​ດີ​ໄດ້. 2ພວກ​ອັກຄະສາວົກ​ສິບສອງ​ຄົນ​ນັ້ນ ຜູ້​ທຳອິດ​ຊື່ ຊີໂມນ (ຜູ້​ທີ່​ເອີ້ນ​ວ່າ​ເປໂຕ) ແລະ ອັນເດອາ​ນ້ອງຊາຍ​ຂອງຕົນ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ​ເປັນ​ລູກຊາຍ​ຂອງ​ເຊເບດາຍ; 3ຟີລິບ ແລະ ບາຣະໂທໂລມາຍ, ໂທມາ ແລະ ມັດທາຍ​ຄົນ​ເກັບພາສີ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ ແລະ ທາດາຍ, 4ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ອິດສະກາຣີອົດ ຜູ້​ທີ່​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ​ນັ້ນ.
ພຣະເຢຊູເຈົ້າ​ຊົງ​ໃຊ້​ອັກຄະສາວົກ​ສິບສອງ​ຄົນ
(ມຣກ 6:7-13; ລກ 9:1-6)
5ພຣະເຢຊູເຈົ້າ​ໄດ້​ໃຊ້​ສິບສອງ​ຄົນ​ນີ້​ອອກ​ໄປ ໂດຍ​ໃຫ້​ຄຳສັ່ງ​ດັ່ງນີ້: “ຢ່າ​ໄປ​ໃນ​ທາງ​ຂອງ​ພວກ​ຕ່າງຊາດ ຫລື​ຢ່າ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ຊາວ​ຊາມາເຣຍ. 6ແຕ່​ຈົ່ງ​ໄປ​ຫາ​ຝູງແກະ​ທີ່​ເສຍ​ແຫ່ງ​ປະຊາຊົນ​ຂອງ​ຊາດ​ອິດສະຣາເອນ. 7ເວລາ​ເດີນທາງ​ໄປ​ນັ້ນ ຈົ່ງ​ປະກາດ​ວ່າ, ‘ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ’ 8ຈົ່ງ​ເຮັດ​ໃຫ້​ຄົນ​ເຈັບໄຂ້​ໄດ້ປ່ວຍ​ຫາຍ​ດີ ຈົ່ງ​ເຮັດ​ໃຫ້​ຄົນ​ຕາຍ​ຄືນ​ມີ​ຊີວິດ, ຈົ່ງ​ເຮັດ​ໃຫ້​ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ຫາຍ​ດີ ແລະ​ຂັບໄລ່​ຜີມານຮ້າຍ​ອອກ, ພວກເຈົ້າ​ໄດ້​ຮັບ​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ໃດ ຈົ່ງ​ໃຫ້​ລ້າໆ​ໂດຍ​ບໍ່​ຄິດຄ່າ​ຢ່າງ​ນັ້ນ. 9ຢ່າ​ຖື​ຄຳ ຫລື​ເງິນ ຫລື​ທອງແດງ​ໃສ່​ຖົງ​ໄປ​ນຳ; 10ຢ່າ​ເອົາ​ຖົງ​ໄປ​ໃສ່​ເຄື່ອງ​ຂອງ​ຕາມ​ທາງ ຫລື​ເຄື່ອງນຸ່ງຫົ່ມ​ໄປ ຫລື​ເກີບ ຫລື​ໄມ້ເທົ້າ​ໄປ​ນຳ, ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ອາຫານ​ກິນ.”
11“ເມື່ອ​ພວກເຈົ້າ​ໄປ​ໃນ​ເມືອງ​ໃດ​ຫລື​ບ້ານ​ໃດ ຈົ່ງ​ເຂົ້າ​ໄປ​ຫາ​ຜູ້​ທີ່​ສົມຄວນ​ຈະ​ຕ້ອນຮັບ​ພວກເຈົ້າ ແລະ​ໃຫ້​ອາໄສ​ຢູ່​ກັບ​ເຂົາ​ຈົນກວ່າ​ຈາກ​ໄປ. 12ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເຮືອນ​ຫລັງ​ໃດ ຈົ່ງ​ຄຳນັບ​ໄທ​ເຮືອນ​ນັ້ນ. 13ຖ້າ​ໄທ​ເຮືອນ​ນັ້ນ​ສົມຄວນ​ຮັບ​ພຣະພອນ ກໍ​ຂໍ​ໃຫ້​ສັນຕິສຸກ​ຂອງ​ເຈົ້າ​ຢູ່​ນຳ​ເຮືອນ​ນັ້ນ, ແຕ່​ຖ້າ​ໄທ​ເຮືອນ​ນັ້ນ​ບໍ່​ສົມຄວນ​ຮັບ​ພຣະພອນ ກໍ​ໃຫ້​ສັນຕິສຸກ​ນັ້ນ​ກັບຄືນ​ມາ​ສູ່​ພວກເຈົ້າ. 14ຖ້າ​ບ້ານ​ໃດ​ຫລື​ເມືອງ​ໃດ​ບໍ່​ຕ້ອນຮັບ​ພວກເຈົ້າ ຫລື​ບໍ່​ຟັງ​ພວກເຈົ້າ ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນັ້ນ ແລະ​ສັ່ນ​ຂີ້ຝຸ່ນ​ທີ່​ຕິດ​ຕີນ​ຂອງ​ພວກເຈົ້າ​ອອກ​ດ້ວຍ. 15ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ໃນ​ວັນ​ພິພາກສາ ໂທດ​ຂອງ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ຈະ​ທົນ​ງ່າຍ​ກວ່າ​ໂທດ​ຂອງ​ປະຊາຊົນ​ໃນ​ເມືອງ​ນັ້ນ.”
ການ​ຂົ່ມເຫັງ​ທີ່​ຈະ​ມາ​ເຖິງ
(ມຣກ 13:9-13; ລກ 21:12-17)
16“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ. 17ຈົ່ງ​ລະວັງ​ໃຫ້​ດີ. ດ້ວຍວ່າ, ຈະ​ມີ​ຄົນ​ຈັບ​ພວກເຈົ້າ​ຂຶ້ນ​ສານ ແລະ​ເຂົາ​ຈະ​ຂ້ຽນ​ຕີ​ພວກເຈົ້າ​ໃນ​ທຳມະສາລາ​ຂອງ​ພວກເຂົາ. 18ພວກເຈົ້າ​ຈະ​ຖືກ​ລາກ​ດຶງ​ນຳ​ຕົວ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ກະສັດ ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ບອກ​ຂ່າວປະເສີດ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທີ່​ບໍ່​ເຊື່ອ​ເໝືອນກັນ. 19ເມື່ອ​ພວກເຂົາ​ຈັບກຸມ​ພວກເຈົ້າ​ຂຶ້ນ​ໄປ​ນັ້ນ ຢ່າ​ຄິດ​ກະວົນ​ກະວາຍ​ເລີຍ​ວ່າ ພວກເຈົ້າ​ຈະ​ເວົ້າ​ຫຍັງ​ແດ່ ຫລື​ຈະ​ເວົ້າ​ແນວ​ໃດ, ເມື່ອ​ເຖິງ​ເວລາ​ນັ້ນ ພວກເຈົ້າ​ຈະ​ໄດ້​ຮັບ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ. 20ເພາະ​ຖ້ອຍຄຳ​ທີ່​ພວກເຈົ້າ​ຈະ​ເວົ້າ​ນັ້ນ ຈະ​ບໍ່​ມາ​ຈາກ​ພວກເຈົ້າ​ເອງ, ແຕ່​ແມ່ນ​ພຣະວິນຍານ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ ທີ່​ຈະ​ເປັນ​ຜູ້​ກ່າວ​ໃນ​ພວກເຈົ້າ.”
21“ອ້າຍ​ເອື້ອຍ​ນ້ອງ​ຈະ​ມອບ​ກັນແລະກັນ​ໃຫ້​ເຖິງ​ແກ່​ຄວາມຕາຍ ແລະ​ພໍ່​ກໍ​ຈະ​ເຮັດ​ຢ່າງ​ດຽວກັນ​ຕໍ່​ລູກ, ລູກ​ຈະ​ຫັນ​ມາ​ຕໍ່ສູ້​ພໍ່​ແມ່​ຂອງຕົນ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ. 22ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ. 23ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”
24“ສິດ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຄູ​ຂອງຕົນ ແລະ​ຂ້ອຍໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ. 25ໃຫ້​ສິດ​ສະເໝີ​ກັບ​ຄູ ແລະ​ຂ້ອຍໃຊ້​ສະເໝີ​ກັບ​ນາຍ​ຂອງຕົນ​ກໍ​ພໍ​ແລ້ວ ຖ້າ​ຄົນ​ເອີ້ນ​ຫົວໜ້າ​ຄອບຄົວ​ວ່າ, ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ກໍ​ຈະ​ຖືກ​ປະນາມ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.”
ຜູ້​ທີ່​ມະນຸດ​ຄວນ​ຢ້ານ
(ລກ 12:2-7)
26“ດັ່ງນັ້ນ ຢ່າ​ສູ່​ຢ້ານ​ມະນຸດ ສິ່ງໃດ​ທີ່​ຖືກ​ປິດບັງ​ໄວ້​ຈະ​ຖືກ​ເປີດເຜີຍ ສິ່ງໃດ​ທີ່​ເປັນ​ຄວາມລັບ​ຈະ​ຖືກ​ໄຂ​ອອກ​ໃຫ້​ຮູ້. 27ສິ່ງ​ທີ່​ເຮົາ​ກ່າວ​ແກ່​ພວກເຈົ້າ​ໃນ​ທີ່​ມືດ​ພວກເຈົ້າ​ຈົ່ງ​ກ່າວ​ໃນ​ທີ່​ແຈ້ງ ແລະ​ສິ່ງໃດ​ທີ່​ພວກເຈົ້າ​ໄດ້ຍິນ​ສຽງ​ຊິ່ມ​ເປັນ​ທາງ​ສ່ວນຕົວ ພວກເຈົ້າ​ຈົ່ງ​ປະກາດ​ເທິງ​ຫລັງຄາ​ເຮືອນ. 28ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ. 29ນົກ​ຈອກ​ສອງ​ໂຕ​ເຂົາ​ຂາຍ​ລາຄາ​ອັດ​ໜຶ່ງ​ບໍ່ແມ່ນ​ບໍ? ແມ່ນແຕ່​ນົກ​ຈອກ​ໂຕ​ດຽວ​ຈະ​ຕົກລົງ​ດິນ​ກໍ​ບໍ່ໄດ້ ຖ້າ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ບໍ່​ເຫັນ​ພ້ອມ. 30ສຳລັບ​ພວກເຈົ້າ​ແມ່ນແຕ່​ຜົມ​ເທິງ​ຫົວ​ຂອງ​ເຈົ້າ ກໍ​ຖືກ​ນັບ​ໄວ້​ໝົດ​ທຸກ​ເສັ້ນ​ແລ້ວ. 31ດັ່ງນັ້ນ ຢ່າ​ສູ່​ຢ້ານ ພວກເຈົ້າ​ກໍ​ປະເສີດ​ຫລາຍກວ່າ​ນົກ​ຈອກ​ຫລາຍ​ໂຕ.”
ການ​ຍອມ​ຮັບ ແລະ ການ​ປະຕິເສດ​ພຣະຄຣິດ​ຕໍ່ໜ້າ​ມະນຸດ
(ລກ 12:8-9)
32“ທຸກຄົນ​ທີ່​ຮັບ​ເຮົາ​ຕໍ່ໜ້າ​ມະນຸດ ເຮົາ​ກໍ​ຈະ​ຮັບ​ຜູ້ນັ້ນ​ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ​ໃນ​ສະຫວັນ​ເໝືອນກັນ. 33ແຕ່​ຖ້າ​ຜູ້ໃດ​ປະຕິເສດ​ເຮົາ​ຕໍ່ໜ້າ​ມະນຸດ ເຮົາ​ກໍ​ຈະ​ປະຕິເສດ​ຜູ້​ນັ້ນ​ຕໍ່​ພຣະພັກ​ພຣະບິດາເຈົ້າ​ຂອງເຮົາ​ໃນ​ສະຫວັນ​ເໝືອນກັນ.”
ບໍ່ແມ່ນ​ຄວາມ​ສະຫງົບສຸກ​ແຕ່​ແມ່ນ​ດາບ
(ລກ 12:51-53; 14:26-27)
34“ຢ່າ​ຄິດ​ວ່າ​ເຮົາ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ໂລກ, ເຮົາ​ບໍ່ໄດ້​ມາ​ເພື່ອ​ນຳ​ຄວາມ​ສະຫງົບສຸກ​ມາ​ໃຫ້ ແຕ່​ໃຫ້​ມີ​ດາບ. 35ເຮົາ​ໄດ້​ມາ​ເພື່ອ​ເຮັດ​ໃຫ້​ລູກຊາຍ​ບໍ່​ຖືກ​ກັນ​ກັບ​ພໍ່, ລູກສາວ​ບໍ່​ຖືກ​ກັນ​ກັບ​ແມ່, ລູກໃພ້​ບໍ່​ຖືກ​ກັບ​ແມ່ຍ່າ, 36ແລະ​ສະມາຊິກ​ໃນ​ຄອບຄົວ​ຂອງຕົນ​ກໍ​ຈະ​ເປັນ​ສັດຕູ​ຜູ້ຮ້າຍ​ຕໍ່​ກັນ.”
37“ຜູ້​ທີ່​ຮັກ​ພໍ່​ແມ່​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ, ຜູ້​ທີ່​ຮັກ​ລູກຊາຍ​ຫລື​ລູກສາວ​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ. 38ຜູ້​ທີ່​ບໍ່​ຮັບ​ເອົາ​ໄມ້ກາງແຂນ​ຂອງຕົນ ແລະ​ຕິດຕາມ​ເຮົາ​ໄປ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ. 39ຜູ້​ທີ່​ຮັກສາ​ຊີວິດ​ຂອງຕົນ​ໄວ້ ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້​ທີ່​ເສຍ​ຊີວິດ​ຂອງຕົນ​ເພື່ອ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ຊີວິດ.”
ເລື່ອງ​ບຳເໜັດ
(ມຣກ 9:41)
40“ຜູ້​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ. 41ຜູ້​ທີ່​ຕ້ອນຮັບ​ຜູ້​ປະກາດ​ພຣະທຳ ເພາະ​ເປັນ​ຜູ້​ປະກາດ​ພຣະທຳ ກໍ​ຈະ​ໄດ້​ບຳເໜັດ​ເໝືອນ​ຜູ້​ປະກາດ​ພຣະທຳ ແລະ​ຜູ້​ທີ່​ຕ້ອນຮັບ​ຄົນ​ຊອບທຳ ເພາະ​ເປັນ​ຄົນ​ຊອບທຳ ກໍ​ຈະ​ໄດ້​ຮັບ​ບຳເໜັດ​ເໝືອນ​ຄົນ​ຊອບທຳ. 42ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ຜູ້ໃດ​ຈະ​ເອົາ​ນໍ້າ​ເຢັນ​ພຽງ​ຈອກ​ດຽວ ໃຫ້​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ໃນ​ຈຳພວກ​ນີ້​ດື່ມ ເພາະ​ເປັນ​ສິດ​ຂອງເຮົາ ຜູ້ນັ້ນ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ຢ່າງ​ແນ່ນອນ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in