YouVersion Logo
Search Icon

ມັດທາຍ 11

11
ລູກສິດ​ຂອງ​ໂຢຮັນ​ມາ​ຂາບໄຫວ້​ພຣະເຢຊູເຈົ້າ
(ລກ 7:18-35)
1ເມື່ອ​ພຣະເຢຊູເຈົ້າ​ສັ່ງສອນ​ພວກ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ແລ້ວ, ພຣະອົງ​ກໍໄດ້​ສະເດັດ​ຈາກ​ທີ່​ນັ້ນ​ໄປ​ສັ່ງສອນ ແລະ​ເທດສະໜາ​ປ່າວ​ປະກາດ​ຕາມ​ເມືອງ​ຕ່າງໆ​ຂອງ​ພວກເຂົາ.
2ໂຢຮັນ​ບັບຕິສະໂຕ​ຜູ້​ທີ່​ຖືກ​ຄຸກ​ຢູ່ ໄດ້ຍິນ​ຄົນ​ເວົ້າ​ເຖິງ​ກິດຈະການ​ທີ່​ພຣະຄຣິດ​ໄດ້​ເຮັດ ເພິ່ນ​ຈຶ່ງ​ໃຊ້​ລູກສິດ​ບາງຄົນ​ຂອງຕົນ​ໄປ. 3ຖາມ​ພຣະເຢຊູເຈົ້າ​ວ່າ, “ຈົ່ງ​ບອກ​ພວກ​ຂ້ານ້ອຍ​ແດ່​ວ່າ, ທ່ານ​ແມ່ນ​ຜູ້​ທີ່​ຈະ​ມາ​ນັ້ນ​ບໍ? ຫລື​ພວກ​ຂ້ານ້ອຍ​ຈະ​ຕ້ອງ​ລໍຄອຍ​ຖ້າ​ຜູ້​ອື່ນ​ອີກ​ບໍ?”
4ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຈົ່ງ​ກັບ​ໄປ​ບອກ​ໂຢຮັນ​ຕາມ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ເຫັນ 5ຄື: ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ຄົນ​ຂາ​ຫ້ານ​ຍ່າງ​ໄດ້, ຜູ້​ທີ່​ເປັນ​ພະຍາດ​ຂີ້ທູດ​ກໍດີ​ສະອາດ, ຄົນ​ຫູ​ໜວກ​ກໍ​ໄດ້​ຍິນ, ຄົນ​ຕາຍ​ແລ້ວ​ກໍ​ເປັນ​ຄືນ​ມາ ແລະ​ຂ່າວປະເສີດ​ກໍ​ມີ​ການ​ປະກາດ​ແກ່​ຄົນ​ຍາກຈົນ. 6ຜູ້ໃດ​ທີ່​ບໍ່​ສົງໄສ​ເຮົາ​ກໍ​ເປັນ​ສຸກ.”
7ເມື່ອ​ລູກສິດ​ຂອງ​ໂຢຮັນ​ພວກ​ນັ້ນ​ກຳລັງ​ຈາກ​ໄປ ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ເຖິງ​ເລື່ອງ​ໂຢຮັນ​ແກ່​ປະຊາຊົນ​ວ່າ, “ເຈົ້າ​ທັງຫລາຍ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ເພື່ອ​ເບິ່ງ​ຫຍັງ? ເພື່ອ​ເບິ່ງ​ຕົ້ນອໍ້​ໄຫວ​ໄປມາ​ຕາມ​ກະແສ​ລົມ​ພັດ​ບໍ? 8ພວກເຈົ້າ​ໄດ້​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ບໍ? ຜູ້​ທີ່​ນຸ່ງ​ເຄື່ອງ​ຢ່າງ​ລະອຽດ​ອ່ອນ​ຈົບ​ງາມ​ເຊັ່ນ​ນັ້ນ ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ 9ແຕ່​ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຜູ້ທຳນວາຍ​ບໍ? ແມ່ນ​ແລ້ວ​ເຮົາ​ບອກ​ພວກເຈົ້າ​ວ່າ ທ່ານ​ຜູ້ນັ້ນ​ກໍ​ຍິ່ງໃຫຍ່​ກວ່າ​ຜູ້ທຳນວາຍ​ອີກ. 10ດ້ວຍວ່າ, ໂຢຮັນ​ຜູ້​ນີ້​ແຫຼະ ທີ່​ພຣະຄຳພີ​ກ່າວ​ເຖິງ​ວ່າ, ‘ເບິ່ງແມ! ເຮົາ​ໃຊ້​ຜູ້ຮັບໃຊ້​ຂອງເຮົາ​ໄປ​ກ່ອນ​ໜ້າ​ເຈົ້າ ເພື່ອ​ຈັດແຈງ​ທາງ​ໄວ້​ສຳລັບ​ເຈົ້າ.’ 11ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ບັນດາ​ຜູ້​ທີ່​ເກີດ​ຈາກ​ແມ່ຍິງ ບໍ່ມີ​ຜູ້ໃດ​ໃຫຍ່​ກວ່າ​ໂຢຮັນ​ບັບຕິສະໂຕ, ແຕ່​ຜູ້​ນ້ອຍ​ທີ່ສຸດ​ໃນ​ຣາຊອານາຈັກ​ສະຫວັນ​ກໍ​ໃຫຍ່​ກວ່າ​ໂຢຮັນ. 12ຕັ້ງແຕ່​ຄາວ​ໂຢຮັນ​ບັບຕິສະໂຕ​ຈົນເຖິງ​ປະຈຸບັນ​ນີ້ ອານາຈັກ​ສະຫວັນ​ກໍ​ຖືກ​ຍາດ​ຊິງ​ເອົາ​ຢ່າງ​ຮຸນແຮງ ແລະ​ພວກ​ທີ່​ມີ​ໃຈ​ຮຸນແຮງ​ກໍ​ເປັນ​ຜູ້​ຍາດ​ຊິງ​ເອົາ​ໄດ້. 13ພວກ​ຜູ້ທຳນວາຍ​ທຸກຄົນ ແລະ​ກົດບັນຍັດ​ໄດ້​ທຳນວາຍ​ມາ​ຈົນເຖິງ​ຄາວ​ຂອງ​ໂຢຮັນ​ນີ້, 14ແລະ ຖ້າ​ພວກເຈົ້າ​ຍອມ​ຮັບ​ເອົາ​ຖ້ອຍຄຳ​ນີ້ ກໍ​ແມ່ນ​ໂຢຮັນ​ຜູ້​ນີ້​ແຫຼະ ທີ່​ເປັນ​ເອລີຢາ​ຜູ້​ທີ່​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ​ຈະ​ມາ. 15ຜູ້ໃດ​ມີ​ຫູຟັງ ຈົ່ງ​ຟັງ​ເອົາ.”
16“ເຮົາ​ຈະ​ປຽບ​ຄົນ​ສະໄໝ​ນີ້​ໃສ່​ກັບ​ຜູ້ໃດ? ກໍ​ຄ້າຍ​ຄື​ກັບ​ເດັກນ້ອຍ​ທີ່​ກຳລັງ​ນັ່ງ​ຢູ່​ໃນ​ຕະຫລາດ​ຮ້ອງ​ໃສ່​ກັນແລະກັນ​ວ່າ,
17 ‘ພວກຂ້ອຍ​ເປົ່າ​ປີ່​ໃຫ້​ຟ້ອນ ພວກເຈົ້າ​ພັດ​ບໍ່​ຟ້ອນ​ລຳ
ພວກຂ້ອຍ​ຮ້ອງ​ໄຫ້​ໄວ້​ອາ​ໄລ ແຕ່​ພວກເຈົ້າ​ບໍ່​ຮ້ອງ​ໄຫ້’
18ເມື່ອ​ເວລາ​ໂຢຮັນ​ໄດ້​ມາ ເພິ່ນ​ບໍ່​ກິນ​ແລະ​ບໍ່​ດື່ມ ເຂົາ​ເວົ້າ​ວ່າ, ‘ຜີມານຮ້າຍ​ສິງ​ລາວ​ຢູ່’ 19ຝ່າຍ​ບຸດ​ມະນຸດ​ໄດ້​ມາ ທັງ​ກິນ​ແລະ​ດື່ມ ແລະ​ເຂົາ​ກໍ​ເວົ້າ​ວ່າ, ‘ເບິ່ງ​ຄົນ​ນີ້​ແມ ລາວ​ເປັນ​ຄົນ​ກິນ​ເກີນສ່ວນ ແລະ​ມັກ​ເມົາ ທັງ​ເປັນ​ເພື່ອນ​ກັບ​ຄົນເກັບພາສີ​ແລະ​ຄົນ​ບາບ​ທັງຫລາຍ,’ ແຕ່​ສະຕິປັນຍາ​ຂອງ​ພຣະເຈົ້າ​ກໍ​ຖືກ​ເປີດເຜີຍ​ເປັນ​ຈິງ​ໂດຍ​ຜົນ​ຂອງ​ພຣະ​ປັນຍາ​ນັ້ນ.”
ຊົງ​ຕິຕຽນ​ເມືອງ​ຕ່າງໆ
(ລກ 10:13-15)
20ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມ​ປະນາມ​ເມືອງ​ຕ່າງໆ ທີ່​ພຣະອົງ​ເຮັດ​ການ​ອັດສະຈັນ​ເປັນ​ສ່ວນ​ຫລາຍ​ນັ້ນ ເພາະ​ພວກເຂົາ​ບໍ່ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່. 21ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ 22ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ຂອງ​ພຣະເຈົ້າ ໂທດ​ຂອງ​ຊາວ​ເມືອງ​ຕີເຣ​ແລະ​ຊີໂດນ ຈະ​ໄດ້​ຮັບ​ກໍ​ເບົາ​ກວ່າ​ໂທດ​ທີ່​ພວກເຈົ້າ​ຈະ​ໄດ້​ຮັບ. 23ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ພຽງ​ຟ້າ​ສະຫວັນ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງໄຟ​ນະຣົກ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ໄດ້​ຖືກ​ກະທຳ​ໃນ​ເມືອງ​ໂຊໂດມ​ແລ້ວ ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ຈົນເຖິງ​ທຸກ​ວັນນີ້. 24ສະນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ໃນ​ວັນ​ພິພາກສາ​ຂອງ​ພຣະເຈົ້າ ໂທດ​ຂອງ​ເມືອງ​ໂຊໂດມ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເຈົ້າ.”
ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ການ​ພັກຜ່ອນ
(ລກ 10:21-22)
25ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້. 26ແມ່ນ​ແລ້ວ​ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ກະລຸນາ​ຕາມ​ຄວາມ​ພໍໃຈ​ຢ່າງ​ນັ້ນ​ຕໍ່ໜ້າ​ພຣະອົງ.”
27“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”
28“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ. 29ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ. 30ດ້ວຍວ່າ ແອກ​ຂອງເຮົາ​ກໍ​ພໍເໝາະ ແລະ​ພາລະ​ຂອງເຮົາ​ກໍ​ເບົາ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in