YouVersion Logo
Search Icon

ມັດທາຍ 12

12
ບັນຫາ​ເລື່ອງ​ວັນ​ຊະບາໂຕ
(ມຣກ 2:23-28; ລກ 6:1-5)
1ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສະເດັດ​ຜ່ານ​ທົ່ງນາ​ໄປ​ໃນ​ວັນ​ຊະບາໂຕ, ສ່ວນ​ພວກ​ສາວົກ​ຂອງ​ພຣະອົງ​ກໍ​ຫິວເຂົ້າ ຈຶ່ງ​ໄດ້​ຕັ້ງຕົ້ນ​ເດັດ​ເອົາ​ຮວງເຂົ້າ​ມາ​ເກັດ​ກິນ. 2ເມື່ອ​ພວກ​ຟາຣີຊາຍ​ເຫັນ​ຢ່າງ​ນັ້ນ ຈຶ່ງ​ກ່າວ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ເບິ່ງແມ! ພວກ​ສາວົກ​ຂອງທ່ານ​ເຮັດ​ຜິດ​ຕໍ່​ກົດ​ຂອງ​ວັນ​ຊະບາໂຕ.”
3ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ພວກເຈົ້າ​ຍັງ​ບໍ່ໄດ້​ອ່ານ​ຈັກເທື່ອ​ບໍ ສິ່ງ​ທີ່​ດາວິດ​ໄດ້​ເຮັດ​ເມື່ອ​ເພິ່ນ​ແລະ​ຄົນ​ຂອງ​ເພິ່ນ​ອຶດ​ຫິວ​ນັ້ນ? 4ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ກິນ​ເຂົ້າຈີ່​ທີ່​ໄດ້​ຖວາຍ​ແກ່​ພຣະເຈົ້າ ຊຶ່ງ​ເພິ່ນ​ແລະ​ຄົນ​ຂອງ​ເພິ່ນ​ບໍ່ມີ​ສິດ​ທີ່​ຈະ​ກິນ​ເຂົ້າຈີ່​ນັ້ນ ເພາະ​ແມ່ນ​ປະໂຣຫິດ​ເທົ່ານັ້ນ ທີ່​ມີ​ສິດ​ກິນ​ເຂົ້າຈີ່​ນັ້ນ​ໄດ້. 5ພວກເຈົ້າ​ບໍ່ໄດ້​ອ່ານ​ໃນ​ກົດບັນຍັດ​ບໍ​ທີ່​ວ່າ, ທຸກ​ວັນ​ຊະບາໂຕ​ພວກ​ປະໂຣຫິດ​ໃນ​ພຣະວິຫານ ໄດ້​ເຮັດ​ຜິດ​ຕໍ່​ວັນ​ຊະບາໂຕ ແຕ່​ບໍ່ມີ​ຄວາມຜິດ? 6ເຮົາ​ບອກ​ພວກເຈົ້າ​ວ່າ ຢູ່​ທີ່​ນີ້​ມີ​ສິ່ງ​ໜຶ່ງ​ຍິ່ງໃຫຍ່​ກວ່າ​ພຣະວິຫານ​ອີກ. 7ຖ້າ​ພວກເຈົ້າ​ເຂົ້າໃຈ​ຄວາມ​ໝາຍ​ຖ້ອຍຄຳ​ໃນ​ພຣະຄຳພີ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມ​ເມດຕາ ແຕ່​ບໍ່ແມ່ນ​ເຄື່ອງ​ບູຊາ’ ພວກເຈົ້າ​ກໍ​ຄົງ​ບໍ່​ກ່າວໂທດ​ໃສ່​ຄົນ​ທີ່​ບໍ່ມີ​ຄວາມຜິດ. 8ດ້ວຍວ່າ, ບຸດ​ມະນຸດ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ວັນ​ຊະບາໂຕ.”
ພຣະເຢຊູເຈົ້າ​ຊົງ​ໂຜດ​ຊາຍ​ມື​ລີບ​ໃຫ້​ດີ
(ມຣກ 3:1-6; ລກ 6:6-11)
9ພຣະເຢຊູເຈົ້າ​ໄດ້​ໜີ​ຈາກ​ທີ່​ນັ້ນ, ແລ້ວ​ເຂົ້າ​ໄປ​ທີ່​ທຳມະສາລາ​ແຫ່ງ​ໜຶ່ງ​ຂອງ​ພວກເຂົາ. 10ໃນ​ທີ່ນັ້ນ ມີ​ຄົນ​ມື​ລີບ​ເບື້ອງ​ໜຶ່ງ ຄົນ​ໃນ​ທີ່ນັ້ນ​ຢາກ​ຫາ​ຂໍ້​ຟ້ອງ​ພຣະເຢຊູເຈົ້າ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ວ່າ, “ເປັນ​ການ​ຜິດ​ຫລື​ຖືກ ທີ່​ຈະ​ຮັກສາ​ຄົນ​ໃນ​ວັນ​ຊະບາໂຕ?”
11ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ຖ້າ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ມີ​ແກະ​ໂຕ​ດຽວ ແລະ​ຕົກ​ຂຸມ​ໃນ​ວັນ​ຊະບາໂຕ ເຂົາ​ຈະ​ບໍ່​ດຶງ​ເອົາ​ແກະ​ໂຕ​ນັ້ນ​ຂຶ້ນ​ບໍ? 12ມະນຸດ​ຜູ້ໜຶ່ງ​ກໍ​ມີ​ຄ່າ​ຫລາຍກວ່າ​ແກະ​ເທົ່າ​ໃດ​ໜໍ ສະນັ້ນ ຈຶ່ງ​ອະນຸຍາດ​ໃຫ້​ເຮັດ​ການ​ດີ​ໃນ​ວັນ​ຊະບາໂຕ.” 13ແລ້ວ​ພຣະອົງ​ກໍ​ເວົ້າ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.”
ລາວ​ກໍ​ຢຽດ​ອອກ ແລ້ວ​ມື​ນັ້ນ​ກໍດີ​ເປັນ​ປົກກະຕິ​ເໝືອນ​ກັບ​ມື​ອີກ​ເບື້ອງ​ໜຶ່ງ. 14ແລ້ວ​ພວກ​ຟາຣີຊາຍ​ກໍ​ພາກັນ​ອອກ​ໄປ​ປຶກສາ​ກັນ ແລະ​ວາງແຜນ​ເພື່ອ​ຈະ​ຂ້າ​ພຣະເຢຊູເຈົ້າ.
ຜູ້ຮັບໃຊ້​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້
15ເມື່ອ​ພຣະເຢຊູເຈົ້າ​ຮູ້ຈັກ​ກົນອຸບາຍ​ນີ້, ພຣະອົງ​ກໍ​ສະເດັດ​ອອກ​ຈາກ​ທີ່​ນັ້ນ ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ດີ​ພະຍາດ, 16ແຕ່​ພຣະອົງ​ໄດ້​ສັ່ງ​ຫ້າມ​ພວກເຂົາ​ຢ່າງ​ເດັດຂາດ ບໍ່​ໃຫ້​ບອກ​ເລື່ອງ​ກ່ຽວກັບ​ພຣະອົງ​ສູ່​ຜູ້ໃດ​ຟັງ. 17ພຣະອົງ​ເຮັດ​ດັ່ງນີ້ ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ,
18 “ນີ້​ແມ່ນ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເລືອກ​ໄວ້
ຜູ້​ເປັນ​ທີ່​ຮັກ ແລະ​ພໍໃຈ​ຂອງເຮົາ.
ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງເຮົາ​
ໃສ່​ໄວ້​ເທິງ​ເພິ່ນ
ເພື່ອ​ຈະ​ປະກາດ​ຄວາມ​ຍຸດຕິທຳ​
ແກ່​ບັນດາ​ປະຊາຊາດ.
19 ເພິ່ນ​ຈະ​ບໍ່​ໂຕ້ຖຽງ ຫລື​ໃຊ້​ສຽງດັງ
ບໍ່ມີ​ຜູ້ໃດ​ຈະ​ໄດ້ຍິນ​ສຽງ​ເພິ່ນ​
ຕາມ​ຫົນທາງ.
20-21 ໄມ້ອໍ້​ທີ່​ບວບ​ແລ້ວ​ເພິ່ນ​ຈະ​ບໍ່​ຫັກ
ໄສ້​ຕະກຽງ​ເປັນ​ຄວັນ​ກຳລັງ​ຈະ​ມອດ​
ເພິ່ນ​ຈະ​ບໍ່​ມອດ.
ຈົນກວ່າ​ເພິ່ນ​ນຳ​ຄວາມ​ຍຸດຕິທຳ​
ໃຫ້​ມີ​ໄຊຊະນະ
ແລະ​ບັນດາ​ປະຊາຊາດ​ຈະ​ມອບ​
ຄວາມຫວັງ​ໄວ້​ໃນ​ນາມ​ຂອງ​ເພິ່ນ.”
ພຣະເຢຊູເຈົ້າ​ກັບ​ເບເອນເຊບູນ
(ມຣກ 3:20-30; ລກ 11:14-23; 12:10)
22ຕໍ່ມາ ໄດ້​ມີ​ບາງຄົນ​ນຳ​ຊາຍ​ຜູ້ໜຶ່ງ​ທີ່​ຕາບອດ​ແລະ​ປາກ​ກືກ ຍ້ອນ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່​ມາ​ຫາ​ພຣະເຢຊູເຈົ້າ ແລະ​ພຣະອົງ​ໄດ້​ຊົງ​ໂຜດ​ຮັກສາ​ຊາຍ​ຄົນ​ນັ້ນ​ໃຫ້​ສາມາດ​ເວົ້າ​ແລະ​ເຫັນ​ຮຸ່ງ​ໄດ້. 23ປະຊາຊົນ​ທັງຫລາຍ​ກໍ​ງຶດ​ປະຫລາດ​ໃຈ ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ອາດ​ເປັນ​ບຸດ​ຂອງ​ດາວິດ​ໄດ້​ບໍ?”
24ພວກ​ຟາຣີຊາຍ​ໄດ້ຍິນ​ເຊັ່ນ​ນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຜູ້​ນີ້​ຂັບໄລ່​ຜີມານຮ້າຍ​ອອກ​ໂດຍ​ໃຊ້​ອຳນາດ​ຂອງ​ເບເອນເຊບູນ ຜູ້​ເປັນ​ນາຍ​ຜີມານຮ້າຍ​ທັງຫລາຍ.”
25ພຣະເຢຊູເຈົ້າ​ຊົງ​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ອານາຈັກ​ໃດ​ທີ່​ແຕກແຍກ​ຕໍ່ສູ້ ຊຶ່ງກັນແລະກັນ ກໍ​ຈະ​ພິນາດ​ຈິບຫາຍ, ເມືອງ​ໃດ​ຫລື​ຄອບຄົວ​ໃດ​ທີ່​ແຕກແຍກ​ກັນ ຈະ​ຕັ້ງໝັ້ນຄົງ​ຢູ່​ບໍ່ໄດ້. 26ຖ້າ​ມານຊາຕານ​ຂັບໄລ່​ມານຊາຕານ​ອອກ​ເອງ ມັນ​ກໍ​ແຕກແຍກ​ກັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ ແລ້ວ​ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນ​ໄດ້​ຢ່າງ​ໃດ? 27ແລະ ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ ພວກ​ລູກຫລານ​ຂອງ​ເຈົ້າ​ທັງຫລາຍ ເຄີຍ​ຂັບໄລ່​ມັນ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້​ແຫຼະ ເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ, 28ແຕ່​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ. ດັ່ງນັ້ນ ຣາຊອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.”
29“ບໍ່ມີ​ຜູ້ໃດ​ຈະ​ເຂົ້າ​ໄປ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ຄົນ​ແຂງແຮງ​ໄດ້, ເວັ້ນ​ແຕ່​ໄດ້​ມັດ​ຄົນ​ແຂງແຮງ​ນັ້ນ​ໄວ້​ກ່ອນ, ແລ້ວ​ຈຶ່ງ​ປຸ້ນ​ເອົາ​ຊັບ​ຢູ່​ໃນ​ເຮືອນ​ຂອງ​ເພິ່ນ​ໄດ້. 30ຜູ້ໃດ​ບໍ່​ຢູ່​ຝ່າຍ​ເຮົາ ກໍ​ຕໍ່ສູ້​ເຮົາ ແລະ​ຜູ້ໃດ​ບໍ່​ຮ່ວມ​ເຂົ້າ​ກັນ​ກັບ​ເຮົາ ກໍ​ເປັນ​ຜູ້​ເຮັດ​ໃຫ້​ແຕກ​ກະ​ຈາຍ​ໄປ. 31ເພາະ​ເຫດນີ້ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ ມະນຸດ​ຈະ​ໄດ້​ຮັບ​ການ​ຍົກ​ຜິດບາບ​ທຸກປະການ ແລະ​ຮັບ​ການອະໄພ​ໃນ​ຄຳ​ໝິ່ນປະໝາດ​ທຸກຢ່າງ, ແຕ່​ຄຳ​ເວົ້າ​ທີ່​ໝິ່ນປະໝາດ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ. 32ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ບຸດ​ມະນຸດ​ກໍ​ຈະ​ອະໄພ​ໃຫ້​ແກ່​ຜູ້ນັ້ນ​ໄດ້, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ບໍ່ໄດ້​ຮັບ​ການອະໄພ​ເລີຍ ທັງ​ໃນ​ໂລກນີ້​ແລະ​ໃນ​ໂລກ​ໜ້າ​ດ້ວຍ.”
ເລື່ອງ​ຕົ້ນໄມ້ ແລະ​ຜົນ​ຂອງ​ມັນ
(ລກ 6:43-45)
33“ຕ້ອງ​ມີ​ຕົ້ນໄມ້​ດີ​ໝາກ​ມັນ​ຈຶ່ງ​ຈະ​ດີ ຖ້າ​ຕົ້ນໄມ້​ບໍ່​ດີ ໝາກ​ມັນ​ກໍ​ບໍ່​ດີ ເພາະວ່າ​ຈະ​ໄດ້​ຮູ້ຈັກ​ຕົ້ນໄມ້​ດ້ວຍ​ໝາກ​ຂອງ​ມັນ. 34ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ຄວາມດີ​ໄດ້​ແນວ​ໃດ ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ດ້ວຍວ່າ, ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງໃດ ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ. 35ຄົນ​ດີ​ກໍ​ເອົາ​ສິ່ງ​ດີ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມດີ​ຂອງຕົນ, ຄົນຊົ່ວ​ກໍ​ເອົາ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄັງ​ແຫ່ງ​ຄວາມຊົ່ວ​ຂອງຕົນ.”
36“ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້ອຍຄຳ​ເປົ່າໆ​ທຸກ​ຄຳ​ທີ່​ມະນຸດ​ເວົ້າ ຈະ​ຕ້ອງ​ໃຫ້​ການ​ເພາະ​ຄຳ​ນັ້ນ​ໃນ​ວັນ​ພິພາກສາ. 37ດ້ວຍ​ເຫດ​ທີ່​ເຈົ້າ​ຈະ​ພົ້ນ​ໂທດ​ໄດ້ ຫລື​ຈະ​ຕ້ອງ​ຖືກ​ໂທດ​ນັ້ນ ກໍ​ເພາະ​ດ້ວຍ​ຖ້ອຍຄຳ​ຂອງຕົນ.”
ຂໍ​ໃຫ້​ເຮັດ​ໝາຍສຳຄັນ
(ມຣກ 8:11-12; ລກ 11:29-32)
38ແລ້ວ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ບາງຄົນ ກໍ​ເວົ້າ​ວ່າ, “ອາຈານ​ເຈົ້າ​ເອີຍ, ພວກເຮົາ​ຢາກ​ເຫັນ​ທ່ານ​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ.”
39ພຣະອົງ​ຕອບ​ພວກເຂົາ​ວ່າ, “ຄົນ​ສະໄໝ​ຊົ່ວ ແລະ​ຄິດ​ທໍລະຍົດ​ຕໍ່​ພຣະເຈົ້າ​ສະແຫວງ​ຫາ​ໝາຍສຳຄັນ​ການ​ອັດສະຈັນ ແລະ​ຈະ​ບໍ່​ຊົງ​ໂຜດ​ໃຫ້​ແກ່​ພວກເຂົາ ເວັ້ນ​ໄວ້​ແຕ່​ໝາຍສຳຄັນ​ຂອງ​ຜູ້ທຳນວາຍ​ໂຢນາ. 40ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ຢ່າງ​ໃດ ບຸດ​ມະນຸດ​ກໍ​ຈະ​ຢູ່​ໃນ​ພື້ນ​ຂອງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ຢ່າງ​ນັ້ນ. 41ໃນ​ວັນ​ແຫ່ງ​ການ​ພິພາກສາ​ຊາວ​ເມືອງ​ນີເນເວ ຈະ​ຢືນ​ຂຶ້ນ​ກ່າວໂທດ​ພວກເຈົ້າ ເພາະ​ພວກເຂົາ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເມື່ອ​ໄດ້ຍິນ​ຄຳ​ປະກາດ​ຂອງ​ໂຢນາ ແລະ ທີ່​ນີ້​ຍັງ​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ 42ໃນ​ວັນ​ແຫ່ງ​ການ​ພິພາກສາ ຣາຊີນີ​ຝ່າຍ​ທິດໃຕ້​ຈະ​ຢືນ​ກ່າວໂທດ​ພວກເຈົ້າ ເພາະ​ນາງ​ໄດ້​ເດີນທາງ​ມາ​ແຕ່​ທີ່ສຸດ​ແຜ່ນດິນ​ໂລກ​ເພື່ອ​ຟັງ​ຄຳສັ່ງສອນ​ອັນ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ​ຂອງ​ກະສັດ​ໂຊໂລໂມນ ແລະ​ທີ່​ນີ້​ມີ​ຜູ້ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ກະສັດ​ໂຊໂລໂມນ.”
ຜີຊົ່ວຮ້າຍ​ກັບຄືນ​ເຮືອນ​ເກົ່າ
(ລກ 11:24-26)
43“ເມື່ອ​ຜີຊົ່ວຮ້າຍ​ອອກ​ຈາກ​ຄົນ​ໜຶ່ງ​ແລ້ວ ມັນ​ກໍ​ທຽວ​ໄປມາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊອກ​ຫາ​ບ່ອນ​ພັກ​ເຊົາ ແຕ່​ມັນ​ຫາ​ບໍ່ໄດ້ 44ມັນ​ເວົ້າ​ວ່າ, ‘ເຮົາ​ຈະ​ກັບຄືນ​ເມືອ​ເຮືອນ​ບ່ອນ​ທີ່​ເຮົາ​ໄດ້​ໜີ​ມາ.’ ດັ່ງນັ້ນ ມັນ​ຈຶ່ງ​ກັບຄືນ​ໄປ ແລະ​ພົບ​ເຮືອນ​ເປົ່າ​ຫວ່າງ​ຢູ່​ທັງ​ສະອາດ​ແລະ​ຕົບແຕ່ງ​ໄວ້​ຢ່າງດີ. 45ແລ້ວ​ມັນ​ກໍ​ອອກ​ໄປ​ນຳ​ເອົາ​ຜີຊົ່ວຮ້າຍ​ເຈັດ​ໂຕ ທີ່​ໂຫດ​ຫ້ຽມ​ຮ້າຍກາດ​ຍິ່ງ​ກວ່າ​ມັນ​ອີກ​ມາ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ, ໃນ​ທີ່ສຸດ ບັ້ນ​ປາຍ​ຂອງ​ຄົນ​ນັ້ນ ກໍ​ຈະ​ຢູ່​ໃນ​ສະພາບ​ທີ່​ຊົ່ວ​ລົງ​ກວ່າ​ຕອນ​ຕົ້ນ​ອີກ ນີ້​ແຫຼະ ຄື​ສິ່ງ​ທີ່​ຈະ​ເກີດຂຶ້ນ​ກັບ​ຄົນຊົ່ວ​ໃນ​ຍຸກ​ນີ້.”
ມານດາ ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະເຢຊູເຈົ້າ
(ມຣກ 3:31-35; ລກ 8:19-21)
46ຂະນະທີ່​ພຣະເຢຊູເຈົ້າ​ກຳລັງ​ກ່າວ​ກັບ​ປະຊາຊົນ​ຢູ່​ນັ້ນ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງ​ພຣະອົງ​ໄດ້​ມາ​ຖ້າ​ຢູ່​ຂ້າງ​ນອກ ເພື່ອ​ຢາກ​ເວົ້າ​ກັບ​ພຣະອົງ. 47ດັ່ງນັ້ນ ຈຶ່ງ​ມີ​ຄົນ​ໜຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ທ່ານເອີຍ ມານດາ​ແລະ​ບັນດາ​ນ້ອງຊາຍ​ຂອງທ່ານ ຢືນ​ຖ້າ​ຢູ່​ຂ້າງ​ນອກ​ຢາກ​ເວົ້າ​ກັບ​ທ່ານ.”
48ພຣະເຢຊູເຈົ້າ​ກ່າວ​ແກ່​ຄົນ​ນັ້ນ​ວ່າ, “ຜູ້ໃດ​ເປັນ​ມານດາ ແລະ​ຜູ້ໃດ​ເປັນ​ນ້ອງຊາຍ​ຂອງເຮົາ?” 49ແລ້ວ​ພຣະອົງ​ກໍ​ຊີ້​ໄປ​ທີ່​ພວກ​ສາວົກ​ຂອງ​ພຣະອົງ​ແລ້ວ​ກ່າວ​ວ່າ, “ນີ້​ແຫຼະ ຄື​ມານດາ​ແລະ​ນ້ອງຊາຍ​ຂອງເຮົາ 50ຜູ້ໃດ​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ພຣະບິດາ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ, ນ້ອງສາວ ແລະ​ມານດາ​ຂອງເຮົາ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in