ມັດທາຍ 8
8
ພຣະເຢຊູເຈົ້າຊົງໂຜດຊາຍຄົນໜຶ່ງໃຫ້ດີ
(ມຣກ 1:40-45; ລກ 5:12-16)
1ເມື່ອພຣະເຢຊູເຈົ້າສະເດັດລົງມາຈາກພູແລ້ວ ປະຊາຊົນຢ່າງຫລວງຫລາຍກໍຕິດຕາມພຣະອົງໄປ. 2ຊາຍຄົນໜຶ່ງທີ່ເປັນພະຍາດຂີ້ທູດໄດ້ມາຫາພຣະອົງໂດຍກົ້ມຂາບລົງ ແລະເວົ້າວ່າ, “ພຣະອົງເຈົ້າເອີຍ ຖ້າພຣະອົງພໍໃຈຊົງໂຜດຂ້ານ້ອຍ ພຣະອົງກໍໂຜດໃຫ້ຂ້ານ້ອຍດີສະອາດໄດ້.”
3ພຣະເຢຊູເຈົ້າໄດ້ເດ່ມືອອກໄປແຕະຕ້ອງຄົນນັ້ນ ແລະກ່າວວ່າ, “ເຮົາພໍໃຈໃຫ້ເຈົ້າດີ ຈົ່ງດີສະອາດສາ” ໃນທັນໃດນັ້ນ ຊາຍຜູ້ນັ້ນກໍດີພະຍາດ. 4ແລ້ວພຣະເຢຊູເຈົ້າກໍຊົງກ່າວແກ່ລາວວ່າ, “ຈົ່ງຟັງໃຫ້ດີ ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປຫາປະໂຣຫິດເພື່ອໃຫ້ເພິ່ນກວດເບິ່ງເຈົ້າ ແລ້ວເພື່ອເປັນຫຼັກຖານໃຫ້ທຸກຄົນເຫັນວ່າເຈົ້າດີສະອາດ ຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້.”
ພຣະເຢຊູເຈົ້າຊົງໂຜດຂ້ອຍໃຊ້ຂອງນາຍທະຫານໃຫ້ດີ
(ລກ 7:1-10; ຢຮ 4:43-54)
5ເມື່ອພຣະເຢຊູເຈົ້າກຳລັງສະເດັດເຂົ້າໄປໃນເມືອງກາເປນາອູມ ກໍມີນາຍທະຫານຜູ້ໜຶ່ງເຂົ້າມາຫາພຣະອົງເພື່ອຂໍຮ້ອງໃຫ້ຊ່ວຍເຫລືອ. 6ໂດຍກ່າວວ່າ, “ພຣະອົງເຈົ້າເອີຍ ຂ້ອຍໃຊ້ຂອງຂ້ານ້ອຍນອນປ່ວຍຢູ່ທີ່ເຮືອນ ເຂົາເປັນເປ້ຍແລະທົນທຸກຢ່າງເວດທະນາຫລາຍ.”
7ພຣະເຢຊູເຈົ້າຊົງກ່າວວ່າ, “ເຮົາຈະໄປຮັກສາລາວໃຫ້ຫາຍດີ.”
8ແຕ່ນາຍທະຫານຜູ້ນັ້ນຕອບວ່າ, “ບໍ່ໄດ້ດອກ ພຣະອົງເຈົ້າເອີຍ, ຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນເຮືອນຂອງຂ້ານ້ອຍ ຂໍພຽງແຕ່ກ່າວຖ້ອຍຄຳດຽວເທົ່ານັ້ນ ຂ້ອຍໃຊ້ຂອງຂ້ານ້ອຍກໍຈະດີພະຍາດ. 9ຂ້ານ້ອຍເອງຢູ່ໃຕ້ບັງຄັບບັນຊາຂອງຜູ້ເປັນນາຍ ແລະຂ້ານ້ອຍກໍມີທະຫານຢູ່ໃຕ້ບັງຄັບບັນຊາຂອງຂ້ານ້ອຍດ້ວຍ ຂ້ານ້ອຍສັ່ງວ່າ, ‘ໄປ’ ເຂົາກໍໄປ, ຂ້ານ້ອຍສັ່ງວ່າ ‘ມາ’ ເຂົາກໍມາ ແລະຂ້ານ້ອຍສັ່ງຄົນໃຊ້ວ່າ ‘ເຮັດອັນນີ້’ ເຂົາກໍເຮັດ.”
10ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ພຣະອົງກໍແປກໃຈ ແລະເວົ້າກັບປະຊາຊົນທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຢູ່ໃນພວກອິດສະຣາເອນເຮົາຍັງບໍ່ໄດ້ພົບຜູ້ໃດທີ່ມີຄວາມເຊື່ອໃຫຍ່ເຊັ່ນນີ້. 11ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຫລາຍຄົນຈະມາຈາກທິດຕາເວັນອອກກັບທິດຕາເວັນຕົກ ແລະນັ່ງຮ່ວມໂຕະກັບອັບຣາຮາມ, ອີຊາກ ແລະ ຢາໂຄບ ທີ່ງານກິນລ້ຽງໃນອານາຈັກສະຫວັນ. 12ສ່ວນພວກທີ່ຄວນຈະໄດ້ຢູ່ໃນອານາຈັກນັ້ນ ຈະຖືກໂຍນຖິ້ມອອກຂ້າງນອກຢູ່ໃນຄວາມມືດ. ໃນທີ່ນັ້ນ ພວກເຂົາຈະຮ້ອງໄຫ້ ແລະຂົບແຂ້ວຄ້ຽວຟັນ” 13ແລ້ວພຣະເຢຊູເຈົ້າກໍເວົ້າກັບນາຍທະຫານວ່າ, “ເມືອເຮືອນສາ ເຈົ້າເຊື່ອຢ່າງໃດກໍຈະເປັນຢ່າງນັ້ນສຳລັບເຈົ້າ.”
ຝ່າຍຂ້ອຍໃຊ້ຂອງນາຍທະຫານກໍດີເປັນປົກກະຕິໃນເວລານັ້ນເອງ.
ພຣະເຢຊູເຈົ້າຊົງໂຜດຫລາຍຄົນໃຫ້ດີ
(ມຣກ 1:29-34; ລກ 4:38-41)
14ພຣະເຢຊູເຈົ້າໄປເຮືອນຂອງເປໂຕ ພຣະອົງໄດ້ເຫັນແມ່ເຖົ້າຂອງເປໂຕນອນຢູ່ເພາະເປັນໄຂ້. 15ພຣະອົງຈັບມືຂອງນາງແລະໄຂ້ກໍຫາຍ ແລ້ວນາງກໍລຸກຂຶ້ນບົວລະບັດຮັບໃຊ້ພຣະອົງ.
16ເມື່ອເຖິງຍາມຄໍ່າ, ປະຊາຊົນກໍພາບັນດາຄົນທີ່ມີຜີມານຮ້າຍສິງຢູ່ມາຫາພຣະເຢຊູເຈົ້າ ພຣະເຢຊູເຈົ້າໄດ້ຂັບໄລ່ຜີມານຮ້າຍເຫຼົ່ານັ້ນອອກດ້ວຍຄຳສັ່ງຂອງພຣະອົງ ແລະຊົງໂຜດຜູ້ເຈັບໄຂ້ໄດ້ປ່ວຍທຸກຄົນໃຫ້ຫາຍດີ. 17ພຣະອົງເຮັດເຊັ່ນນີ້ ກໍເພື່ອໃຫ້ສຳເລັດຕາມທີ່ຜູ້ທຳນວາຍເອຊາຢາໄດ້ກ່າວໄວ້ວ່າ, “ພຣະອົງໄດ້ຮັບເອົາຄວາມເຈັບໄຂ້ ແລະຮັບແບກພະຍາດໂຣຄາຂອງພວກເຮົາໄປ.”
ຜູ້ທີ່ສະໝັກຈະຕິດຕາມພຣະເຢຊູເຈົ້າ
(ລກ 9:57-62)
18ເມື່ອພຣະເຢຊູເຈົ້າສັງເກດເຫັນປະຊາຊົນອ້ອມພຣະອົງຢູ່ ພຣະອົງຈຶ່ງສັ່ງໃຫ້ຂ້າມໄປທະເລສາບຟາກພຸ້ນ. 19ມີທຳມະຈານຜູ້ໜຶ່ງມາຫາພຣະເຢຊູເຈົ້າ ແລະເວົ້າວ່າ, “ອາຈານເຈົ້າເອີຍ, ທ່ານໄປທີ່ໃດຂ້ານ້ອຍກໍຈະໄປທີ່ນັ້ນກັບທ່ານ.”
20ພຣະເຢຊູເຈົ້າຊົງຕອບເຂົາວ່າ, “ໝາຈິກຈອກຍັງມີໂຜ້ງນອນ ແລະ ນົກກໍຍັງມີຮັງຢູ່ ສ່ວນບຸດມະນຸດແລ້ວບໍ່ມີບ່ອນຈະວາງຫົວນອນ.”
21ມີຊາຍຄົນອື່ນອີກທີ່ເປັນສາວົກຜູ້ໜຶ່ງຂອງພຣະເຢຊູເຈົ້າເວົ້າວ່າ, “ພຣະອົງເຈົ້າເອີຍ, ໃຫ້ຂ້ານ້ອຍກັບເມືອເຮືອນຝັງສົບພໍ່ຂອງຂ້ານ້ອຍກ່ອນ.”
22ພຣະເຢຊູເຈົ້າຊົງຕອບວ່າ, “ຈົ່ງຕາມເຮົາມາ ແລະປ່ອຍໃຫ້ຄົນຕາຍຝັງກັນເອງເທາະ.”
ພຣະເຢຊູເຈົ້າຊົງຫ້າມລົມພະຍຸ
(ມຣກ 4:35-41; ລກ 8:22-25)
23ພຣະເຢຊູເຈົ້າໄດ້ລົງເຮືອລຳໜຶ່ງ ແລະພວກສາວົກກໍໄປກັບພຣະອົງ. 24ໃນທັນໃດນັ້ນ ກໍເກີດລົມພະຍຸໃຫຍ່ພັດທະເລສາບຢ່າງແຮງ ຈົນເຮືອເກືອບຫລົ້ມ ເພາະນໍ້າຊັດເຂົ້າເຮືອ ສ່ວນພຣະເຢຊູເຈົ້ານັ້ນຊົງນອນຫລັບຢູ່. 25ພວກສາວົກຈຶ່ງໄປປຸກພຣະອົງ ພວກເພິ່ນເວົ້າວ່າ, “ພຣະອົງເຈົ້າເອີຍ ຊ່ວຍພວກຂ້ານ້ອຍແດ່ທ້ອນ ພວກຂ້ານ້ອຍກຳລັງຈະຕາຍຢູ່ແລ້ວ.”
26ພຣະເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ໂອ ຄົນທີ່ມີຄວາມເຊື່ອຫນ້ອຍເອີຍ” ແລ້ວພຣະອົງກໍລຸກຢືນຂຶ້ນສັ່ງລົມ ແລະຟອງນໍ້າໃຫ້ຢຸດ ລົມແລະຟອງນໍ້າຈຶ່ງງຽບສະຫງົບລົງ.
27ຄົນເຫຼົ່ານັ້ນຕ່າງກໍງຶດປະຫລາດໃຈ ແລະເວົ້າວ່າ, “ທ່ານຜູ້ນີ້ເປັນຜູ້ໃດ? ແມ່ນແຕ່ລົມແລະຟອງນໍ້າທະເລກໍຍອມຟັງຄວາມເພິ່ນ!”
ພຣະເຢຊູເຈົ້າຊົງໂຜດຊາຍທີ່ຜີສິງສອງຄົນໃຫ້ຫາຍດີ
(ມຣກ 5:1-20; ລກ 8:26-39)
28ເມື່ອພຣະເຢຊູເຈົ້າຂ້າມຟາກມາຮອດເຂດແດນຄາດາຣາ ກໍມີຊາຍສອງຄົນອອກຈາກປ່າຊ້າມາພົບພຣະອົງ, ສອງຄົນນີ້ມີຜີມານຮ້າຍສິງແລະໂຫດຮ້າຍຫລາຍ ຈົນບໍ່ມີຜູ້ໃດກ້າຜ່ານໄປມາຕາມທາງນັ້ນ. 29ໃນທັນໃດນັ້ນ ມັນກໍແຜດສຽງວ່າ, “ໂອ ບຸດພຣະເຈົ້າເອີຍ ທ່ານຕ້ອງການຫຍັງຈາກພວກຂ້ານ້ອຍ? ທ່ານຈະມາລົງໂທດພວກຂ້ານ້ອຍກ່ອນເຖິງເວລາຊັ້ນບໍ?”
30ບໍ່ໄກຈາກທີ່ນັ້ນພໍເທົ່າໃດ ມີຝູງໝູກຳລັງຫາກິນຢູ່. 31ດັ່ງນັ້ນ ຜີມານຮ້າຍຈຶ່ງຂໍຮ້ອງນຳພຣະເຢຊູເຈົ້າວ່າ, “ຖ້າທ່ານຂັບໄລ່ພວກຂ້ານ້ອຍອອກໄປ ຂໍໃຫ້ພວກຂ້ານ້ອຍໄປຢູ່ໃນຝູງໝູນັ້ນທ້ອນ.”
32ພຣະອົງໄດ້ບອກພວກມັນວ່າ, “ໄປໄດ້” ດັ່ງນັ້ນ ພວກມັນຈຶ່ງອອກໄປແລະໄດ້ເຂົ້າໄປສິງໃນຝູງໝູ ໃນທັນໃດນັ້ນ ໝູທັງຝູງກໍຟ້າວແລ່ນລົງຕາລິ່ງຊັນ ແລະໂຕນລົງທະເລສາບຈົມນໍ້າຕາຍໝົດ.
33ພວກຄົນລ້ຽງໝູໄດ້ປົບໜີ ແລະແລ່ນເຂົ້າໄປໃນເມືອງ ພວກເຂົາໄດ້ເລົ່າເຫດການທັງໝົດກັບເລື່ອງທີ່ໄດ້ເກີດຂຶ້ນແກ່ຊາຍຜີມານຮ້າຍສິງນັ້ນ. 34ດັ່ງນັ້ນ ຊາວເມືອງທຸກຄົນຈຶ່ງອອກມາພົບພຣະເຢຊູເຈົ້າ ເມື່ອພວກເຂົາໄດ້ເຫັນພຣະອົງແລ້ວ ພວກເຂົາໄດ້ຂໍຮ້ອງພຣະອົງໃຫ້ອອກໄປຈາກເຂດແດນຂອງພວກເຂົາ.
Currently Selected:
ມັດທາຍ 8: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.