1
ມັດທາຍ 8:26
ພຣະຄຳພີສັກສິ
ພຣະເຢຊູເຈົ້າຊົງຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຢ້ານ? ໂອ ຄົນທີ່ມີຄວາມເຊື່ອຫນ້ອຍເອີຍ” ແລ້ວພຣະອົງກໍລຸກຢືນຂຶ້ນສັ່ງລົມ ແລະຟອງນໍ້າໃຫ້ຢຸດ ລົມແລະຟອງນໍ້າຈຶ່ງງຽບສະຫງົບລົງ.
Compare
Explore ມັດທາຍ 8:26
2
ມັດທາຍ 8:8
ແຕ່ນາຍທະຫານຜູ້ນັ້ນຕອບວ່າ, “ບໍ່ໄດ້ດອກ ພຣະອົງເຈົ້າເອີຍ, ຂ້ານ້ອຍບໍ່ສົມຄວນທີ່ຈະໃຫ້ພຣະອົງເຂົ້າໄປໃນເຮືອນຂອງຂ້ານ້ອຍ ຂໍພຽງແຕ່ກ່າວຖ້ອຍຄຳດຽວເທົ່ານັ້ນ ຂ້ອຍໃຊ້ຂອງຂ້ານ້ອຍກໍຈະດີພະຍາດ.
Explore ມັດທາຍ 8:8
3
ມັດທາຍ 8:10
ເມື່ອພຣະເຢຊູເຈົ້າໄດ້ຍິນດັ່ງນີ້ພຣະອົງກໍແປກໃຈ ແລະເວົ້າກັບປະຊາຊົນທີ່ຕິດຕາມພຣະອົງມານັ້ນວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຢູ່ໃນພວກອິດສະຣາເອນເຮົາຍັງບໍ່ໄດ້ພົບຜູ້ໃດທີ່ມີຄວາມເຊື່ອໃຫຍ່ເຊັ່ນນີ້.
Explore ມັດທາຍ 8:10
4
ມັດທາຍ 8:13
ແລ້ວພຣະເຢຊູເຈົ້າກໍເວົ້າກັບນາຍທະຫານວ່າ, “ເມືອເຮືອນສາ ເຈົ້າເຊື່ອຢ່າງໃດກໍຈະເປັນຢ່າງນັ້ນສຳລັບເຈົ້າ.” ຝ່າຍຂ້ອຍໃຊ້ຂອງນາຍທະຫານກໍດີເປັນປົກກະຕິໃນເວລານັ້ນເອງ.
Explore ມັດທາຍ 8:13
5
ມັດທາຍ 8:27
ຄົນເຫຼົ່ານັ້ນຕ່າງກໍງຶດປະຫລາດໃຈ ແລະເວົ້າວ່າ, “ທ່ານຜູ້ນີ້ເປັນຜູ້ໃດ? ແມ່ນແຕ່ລົມແລະຟອງນໍ້າທະເລກໍຍອມຟັງຄວາມເພິ່ນ!”
Explore ມັດທາຍ 8:27
Home
Bible
Plans
Videos