1
ມັດທາຍ 9:37-38
ພຣະຄຳພີສັກສິ
ສະນັ້ນ ພຣະອົງຈຶ່ງກ່າວແກ່ພວກສາວົກຂອງພຣະອົງວ່າ, “ເຂົ້າທີ່ພໍເກັບກ່ຽວກໍຫລາຍແທ້ ແຕ່ຄົນງານຍັງມີໜ້ອຍຢູ່. ເຫດສະນັ້ນ ພວກເຈົ້າຈົ່ງພາວັນນາອະທິຖານຂໍນຳເຈົ້າຂອງການເກັບກ່ຽວໃຫ້ສົ່ງຄົນງານມາຫລາຍຂຶ້ນ ເພື່ອການເກັບກ່ຽວຂອງຕົນສາ.”
Compare
Explore ມັດທາຍ 9:37-38
2
ມັດທາຍ 9:13
ຈົ່ງໄປຄົ້ນເບິ່ງເລື່ອງນີ້ໝາຍເຖິງຫຍັງ ຕາມທີ່ພຣະຄຳພີມີກ່າວວ່າ, ‘ເຮົາປະສົງຄວາມເມດຕາ ແຕ່ບໍ່ແມ່ນເຄື່ອງບູຊາ.’ ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນສິນທຳ, ແຕ່ມາເອີ້ນເອົາຄົນບາບທັງຫລາຍ.”
Explore ມັດທາຍ 9:13
3
ມັດທາຍ 9:36
ເມື່ອພຣະອົງເຫັນປະຊາຊົນຢ່າງຫລວງຫລາຍ ພຣະອົງກໍມີໃຈສົງສານຄົນເຫຼົ່ານັ້ນ ເພາະພວກເຂົາກັງວົນເປັນທຸກໃຈແລະຂາດທີ່ເພິ່ງ ເໝືອນຝູງແກະທີ່ບໍ່ມີຜູ້ລ້ຽງ.
Explore ມັດທາຍ 9:36
4
ມັດທາຍ 9:12
ພຣະເຢຊູເຈົ້າໄດ້ຍິນຄຳຖາມຂອງພວກເຂົາ ຈຶ່ງຕອບວ່າ, “ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ ມີແຕ່ຄົນເຈັບປ່ວຍເທົ່ານັ້ນທີ່ຕ້ອງການໝໍ.
Explore ມັດທາຍ 9:12
5
ມັດທາຍ 9:35
ພຣະເຢຊູເຈົ້າໄດ້ໄປທຸກເມືອງທຸກບ້ານ ແລະພຣະອົງໄດ້ສັ່ງສອນຢູ່ໃນທຳມະສາລາຂອງພວກເຂົາ ແລະປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ຕະຫລອດທັງຊົງໂຜດຮັກສາຄົນໃຫ້ຫາຍດີຈາກການເຈັບໄຂ້ໄດ້ປ່ວຍ ແລະພະຍາດໂຣຄານາໆຊະນິດ.
Explore ມັດທາຍ 9:35
Home
Bible
Plans
Videos