ມັດທາຍ 16
16
ຂໍໃຫ້ເຮັດໝາຍສຳຄັນ
(ມຣກ 8:11-13; ລກ 12:54-56)
1ພວກຟາຣີຊາຍແລະພວກຊາດູກາຍ ໄດ້ມາທົດລອງພຣະເຢຊູເຈົ້າ, ພວກເຂົາຂໍໃຫ້ພຣະອົງເຮັດໝາຍສຳຄັນຢ່າງໜຶ່ງ ຈາກສະຫວັນໃຫ້ພວກເຂົາເຫັນ. 2ພຣະອົງຊົງຕອບພວກເຂົາວ່າ, “ເມື່ອຄໍ່າມາ ພວກເຈົ້າເຄີຍເວົ້າວ່າ, ‘ອາກາດຈະດີເພາະທ້ອງຟ້າມີສີແດງ.’ 3ແລະຕອນເຊົ້າພວກເຈົ້າກໍເຄີຍເວົ້າວ່າ, ‘ວັນນີ້ຝົນຈະຕົກເພາະທ້ອງຟ້າມີສີແດງເຂັ້ມແລະມືດຄື້ມ.’ ພວກເຈົ້າສັງເກດອາກາດລ່ວງໜ້າໄດ້ໂດຍເບິ່ງທ້ອງຟ້າ, ແຕ່ພວກເຈົ້າສັງເກດໝາຍສຳຄັນເຖິງຍຸກສະໄໝນີ້ບໍ່ໄດ້. 4ຄົນໃນຍຸກນີ້ຊົ່ວຊ້າ ແລະກະບົດຕໍ່ພຣະເຈົ້າ ຈະບໍ່ຊົງໂຜດໝາຍສຳຄັນການອັດສະຈັນໃຫ້ພວກເຂົາ ນອກຈາກໝາຍສຳຄັນຂອງໂຢນາ.”
ແລ້ວພຣະອົງຈຶ່ງສະເດັດໜີຈາກພວກເຂົາໄປ.
ເຊື້ອແປ້ງຂອງພວກຟາຣີຊາຍ ແລະ ພວກຊາດູກາຍ
(ມຣກ 8:14-21)
5ເມື່ອພວກສາວົກຂ້າມມາຮອດຝັ່ງອີກດ້ານໜຶ່ງ ແລ້ວພວກເຂົາກໍລືມເອົາເຂົ້າຈີ່ມານຳ. 6ພຣະເຢຊູເຈົ້າໄດ້ບອກເຕືອນພວກເພິ່ນວ່າ, “ຈົ່ງລະວັງ ສັງເກດໃຫ້ດີຕໍ່ເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍ.”
7ແລ້ວພວກສາວົກກໍເວົ້າກັນໃນພວກເພິ່ນວ່າ, “ຄົງຈະແມ່ນຍ້ອນພວກເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ.”
8ແຕ່ພຣະເຢຊູເຈົ້າຮູ້ເລື່ອງທີ່ພວກເພິ່ນເວົ້າກັນຢູ່, ຈຶ່ງກ່າວຕໍ່ພວກເພິ່ນວ່າ, “ໂອ ຜູ້ມີຄວາມເຊື່ອໜ້ອຍເອີຍ, ເປັນຫຍັງພວກເຈົ້າຈຶ່ງເວົ້າກັນເຖິງເລື່ອງບໍ່ມີເຂົ້າຈີ່? 9ພວກເຈົ້າຍັງບໍ່ເຂົ້າໃຈແລະຈື່ບໍ່ໄດ້ບໍ? ເລື່ອງເຂົ້າຈີ່ຫ້າກ້ອນສຳລັບຫ້າພັນຄົນນັ້ນ ພວກເຈົ້າເກັບໄດ້ຈັກກະບຸງ? 10ກັບເລື່ອງເຂົ້າຈີ່ເຈັດກ້ອນສຳລັບສີ່ພັນຄົນ ພວກເຈົ້າເກັບໄດ້ຈັກກະບຸງ? 11ເປັນຫຍັງພວກເຈົ້າຈຶ່ງບໍ່ເຂົ້າໃຈວ່າ ເຮົາບໍ່ໄດ້ເວົ້າເຖິງເລື່ອງເຂົ້າຈີ່? ແຕ່ໃຫ້ພວກເຈົ້າຈົ່ງລະວັງເຊື້ອແປ້ງຂອງພວກຟາຣີຊາຍແລະພວກຊາດູກາຍ.”
12ແລ້ວພວກສາວົກກໍເຂົ້າໃຈວ່າ ພຣະອົງບໍ່ໄດ້ເຕືອນພວກເພິ່ນໃຫ້ລະວັງເລື່ອງເຊື້ອແປ້ງໃນເຂົ້າຈີ່, ແຕ່ໃຫ້ລະວັງຄຳສັ່ງສອນຂອງພວກຟາຣີຊາຍແລະພວກຊາດູກາຍ.
ເປໂຕຍອມຮັບວ່າພຣະເຢຊູເຈົ້າຊົງເປັນພຣະຄຣິດ
(ມຣກ 8:27-30; ລກ 9:18-21)
13ເມື່ອພຣະເຢຊູເຈົ້າສະເດັດເຂົ້າໄປໃນຂົງເຂດກາຍຊາເຣຍແຫ່ງຟີລິບປອຍ ພຣະອົງຖາມພວກສາວົກຂອງພຣະອົງວ່າ, “ຄົນທັງຫລາຍເວົ້າກັນວ່າບຸດມະນຸດເປັນຜູ້ໃດ?”
14ພວກເພິ່ນຕອບວ່າ, “ບາງຄົນເວົ້າວ່າທ່ານເປັນໂຢຮັນບັບຕິສະໂຕ ຄົນອື່ນເວົ້າວ່າທ່ານເປັນເອລີຢາ, ສ່ວນຄົນອື່ນອີກເວົ້າວ່າທ່ານເປັນເຢເຣມີຢາ ຫລືເປັນຜູ້ທຳນວາຍຄົນໜຶ່ງໃນບັນດາຜູ້ທຳນວາຍ.”
15ພຣະອົງຖາມພວກເພິ່ນວ່າ, “ແລ້ວພວກເຈົ້າເດ ວ່າເຮົາເປັນຜູ້ໃດ?”
16ຊີໂມນເປໂຕຕອບວ່າ, “ພຣະອົງເປັນພຣະຄຣິດ ພຣະບຸດຂອງພຣະເຈົ້າອົງຊົງພຣະຊົນຢູ່.”
17ພຣະເຢຊູເຈົ້າກ່າວກັບເປໂຕວ່າ, “ຊີໂມນບາຣະໂຢນາເອີຍ ເຈົ້າກໍເປັນສຸກ ເພາະວ່າບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ. 18ຝ່າຍເຮົາຈຶ່ງບອກວ່າ ເຈົ້າຄືເປໂຕ ເທິງສີລາກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາຂຶ້ນ ແລະປະຕູແຫ່ງແດນມໍຣະນາຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້. 19ເຮົາຈະມອບຂໍກະແຈແຫ່ງຣາຊອານາຈັກສະຫວັນໃຫ້ເຈົ້າ ສິ່ງໃດທີ່ພວກເຈົ້າຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນຈະຖືກຜູກມັດໄວ້ໃນສະຫວັນ ແລະສິ່ງໃດທີ່ພວກເຈົ້າຈະແກ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນຈະຖືກແກ້ໃຫ້ຫລຸດເສຍແລ້ວໃນສະຫວັນ.”
20ແລ້ວພຣະເຢຊູເຈົ້າກໍສັ່ງຫ້າມພວກສາວົກຂອງພຣະອົງ ບໍ່ໃຫ້ບອກຜູ້ໃດວ່າພຣະອົງເປັນພຣະຄຣິດ.
ພຣະເຢຊູເຈົ້າຊົງກ່າວເຖິງຄວາມທົນທຸກ ແລະຄວາມຕາຍຂອງພຣະອົງ
(ມຣກ 8:31–9:1; ລກ 9:22-27)
21ຕັ້ງແຕ່ນັ້ນມາ ພຣະເຢຊູເຈົ້າກໍເລີ່ມອະທິບາຍໃຫ້ພວກສາວົກຟັງ ໂດຍກ່າວວ່າ, “ເຮົາຈຳເປັນຕ້ອງໄປນະຄອນເຢຣູຊາເລັມ ແລະຕ້ອງຮັບຄວາມທົນທຸກທໍລະມານຢ່າງໜັກຈາກພວກເຖົ້າແກ່ ພວກຫົວໜ້າປະໂຣຫິດແລະພວກທຳມະຈານ, ເຮົາຈະຖືກຂ້າ ແຕ່ໃນວັນຖ້ວນສາມເຮົາຈະເປັນຄືນມາຈາກຕາຍສູ່ຊີວິດ.”
22ດັ່ງນັ້ນ ເປໂຕຈຶ່ງພາພຣະອົງຫລີກໄປຕ່າງຫາກ ແລະເລີ່ມຕຳໜິຫ້າມພຣະອົງວ່າ, “ພຣະອົງເຈົ້າເອີຍ ຂໍພຣະເຈົ້າຢ່າໃຫ້ເປັນດັ່ງນັ້ນເລີຍ ເຫດການຢ່າງນີ້ຈະບໍ່ເກີດຂຶ້ນກັບພຣະອົງຈັກເທື່ອ.”
23ພຣະອົງຈຶ່ງຫັນກັບມາຫາເປໂຕ ແລະເວົ້າວ່າ, “ອ້າຍມານຊາຕານ ຈົ່ງຖອຍໜີໄປໃຫ້ໄກຈາກເຮົາ ເຈົ້າເປັນສິ່ງກີດຂວາງທາງເດີນຂອງເຮົາ ເພາະເຈົ້າບໍ່ໄດ້ຄິດຢ່າງພຣະເຈົ້າ ແຕ່ຄິດຢ່າງມະນຸດ.”
24ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກສາວົກວ່າ, “ຖ້າຜູ້ໃດຢາກຕາມເຮົາມາ ໃຫ້ຜູ້ນັ້ນຕັດສິດຂອງຕົນ, ຮັບແບກໄມ້ກາງແຂນຂອງຕົນແລ້ວຕິດຕາມເຮົາມາ. 25ເພາະຜູ້ໃດຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຜູ້ນັ້ນຈະເສຍຊີວິດ, ແຕ່ຜູ້ໃດທີ່ຈະເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ຜູ້ນັ້ນຈະໄດ້ພົບຊີວິດນັ້ນ. 26ຖ້າຄົນໃດຄົນໜຶ່ງຈະໄດ້ຊັບສົມບັດໝົດທັງໂລກ ແຕ່ຕ້ອງເສຍຊີວິດອັນແທ້ຂອງຕົນ ຄົນນັ້ນຈະໄດ້ປະໂຫຍດອັນໃດ? ຫລືຄົນນັ້ນຈະເອົາສິ່ງໃດມາແລກເອົາຊີວິດອັນແທ້ຈິງຂອງຕົນຄືນໄດ້? 27ເພາະບຸດມະນຸດຈະມາປາກົດດ້ວຍສະຫງ່າຣາສີແຫ່ງພຣະບິດາເຈົ້າຂອງພຣະອົງ ພ້ອມດ້ວຍຝູງເທວະດາຂອງພຣະອົງ, ເມື່ອນັ້ນທ່ານຈະໃຫ້ບຳເໜັດແກ່ທຸກຄົນ ຕາມການກະທຳຂອງຕົນ. 28ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ໃນພວກເຈົ້າທີ່ຢືນຢູ່ໃນທີ່ນີ້ ບາງຄົນຈະບໍ່ຮູ້ຣົດຄວາມຕາຍ ຈົນກວ່າຈະໄດ້ເຫັນບຸດມະນຸດມາດ້ວຍຣາຊອຳນາດຂອງພຣະອົງ.”
Currently Selected:
ມັດທາຍ 16: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.