YouVersion Logo
Search Icon

ມັດທາຍ 15

15
ຄຳສັ່ງສອນ​ທີ່​ສືບ​ຕໍ່ມາ​ແຕ່​ບູຮານ
(ມຣກ 7:1-13)
1ຕໍ່ມາ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ​ບາງຄົນ ໄດ້​ອອກ​ມາ​ຈາກ​ນະຄອນ​ເຢຣູຊາເລັມ, ເພື່ອ​ພົບ​ພຣະເຢຊູເຈົ້າ ແລະ​ຖາມ​ພຣະອົງ​ວ່າ, 2“ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ບູຮານ? ດ້ວຍວ່າ, ພວກເຂົາ​ບໍ່ໄດ້​ລ້າງ​ມື​ຕາມ​ທຳນຽມ​ກ່ອນ​ຮັບປະທານ​ອາຫານ.”
3ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ ດ້ວຍ​ເຫັນ​ແກ່​ທຳນຽມ​ທີ່​ສືບທອດ​ຕໍ່​ກັນ​ມາ? 4ເພາະ​ພຣະເຈົ້າ​ກ່າວ​ວ່າ, ‘ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ’ ແລະ ‘ຜູ້ໃດ​ທີ່​ໝິ່ນປະໝາດ​ພໍ່​ແມ່​ຂອງຕົນ, ຜູ້ນັ້ນ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.’ 5ແຕ່​ພວກເຈົ້າ​ກັບ​ສັ່ງສອນ​ວ່າ, ຖ້າ​ຄົນ​ໜຶ່ງ​ມີ​ສິ່ງ​ຂອງ​ທີ່​ຕົນ​ອາດ​ຊ່ວຍເຫລືອ​ພໍ່​ແມ່​ຂອງຕົນ​ໄດ້ ແລ້ວ​ອ້າງ​ສິ່ງ​ນັ້ນ​ວ່າ, ‘ເປັນ​ຂອງ​ຖວາຍ​ແດ່​ພຣະເຈົ້າ’ 6ຜູ້ນັ້ນ​ຈຶ່ງ​ບໍ່​ຕ້ອງ​ນັບຖື​ພໍ່​ຂອງຕົນ. ການ​ທີ່​ພວກເຈົ້າ​ເຮັດ​ເຊັ່ນ​ນັ້ນ ກໍ​ເປັນ​ການ​ທຳລາຍ​ຄຸນຄ່າ​ແຫ່ງ​ພຣະທຳ​ຂອງ​ພຣະເຈົ້າ, ເພື່ອ​ເຫັນ​ແກ່​ທຳນຽມ​ທີ່​ພວກເຈົ້າ​ສັ່ງສອນ​ຖ່າຍທອດ​ສືບຕໍ່​ກັນ​ມາ. 7ພວກ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ເອຊາຢາ​ໄດ້​ທຳນວາຍ​ໄວ້​ເຖິງ​ພວກເຈົ້າ​ກໍ​ຖືກຕ້ອງ​ຄັກແນ່​ແລ້ວ​ທີ່​ວ່າ,
8 ‘ຄົນ​ເຫຼົ່ານີ້​ໃຫ້ກຽດ​ເຮົາ​ແຕ່​ປາກ
ສ່ວນ​ຈິດໃຈ​ຫ່າງ​ໄກ​ຈາກ​ເຮົາ.
9 ການ​ທີ່​ພວກເຂົາ​ນະມັດສະການ​ເຮົາ​ນັ້ນ
ເປັນ​ການ​ໄຮ້​ປະໂຫຍດ
ເພາະ​ພວກເຂົາ​ເອົາ​ຄຳສັ່ງສອນ
ຕາມ​ທຳນຽມ​ຂອງ​ມະນຸດ
ມາ​ຕູ່​ຫາ​ວ່າ​ເປັນ​ຄຳສັ່ງສອນ​ຂອງເຮົາ.”’
ສິ່ງ​ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ
(ມຣກ 7:14-23)
10ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເອີ້ນ​ປະຊາຊົນ​ໃຫ້​ມາ​ຫາ​ພຣະອົງ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ຟັງ​ແລະ​ເຂົ້າໃຈ​ເອົາ​ສາ 11ບໍ່ແມ່ນ​ສິ່ງ​ທີ່​ມະນຸດ​ກິນ​ເຂົ້າ​ໄປ​ໃນ​ປາກ​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ, ແຕ່​ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ນັ້ນ​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.”
12ແລ້ວ​ພວກ​ສາວົກ​ກໍ​ມາ​ຫາ​ພຣະອົງ ແລະ​ເວົ້າ​ວ່າ, “ທ່ານ​ຮູ້​ບໍ່​ວ່າ​ຄຳ​ທີ່​ທ່ານ​ກ່າວ​ນັ້ນ ຕຳ​ໃຈ​ພວກ​ຟາຣີຊາຍ?”
13ພຣະເຢຊູເຈົ້າ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາເຈົ້າ​ຂອງເຮົາ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່ໄດ້​ປູກ​ໄວ້​ກໍ​ຈະ​ຖືກ​ຫລົກ​ຖິ້ມ. 14ຢ່າ​ສົນ​ນຳ​ພວກເຂົາ​ເທາະ! ພວກເຂົາ​ເປັນ​ຄົນ​ຕາບອດ​ນຳ​ຄົນ​ຕາບອດ ແລະ​ເມື່ອ​ຄົນ​ຕາບອດ​ຈູງ​ຄົນ​ຕາບອດ​ໄປ ເຂົາ​ທັງສອງ​ກໍ​ຕົກລົງ​ໃນ​ຂຸມ.”
15ເປໂຕ​ເວົ້າ​ຂຶ້ນ​ວ່າ, “ໂຜດ​ອະທິບາຍ​ຄຳອຸປະມາ​ນີ້ ສູ່​ພວກ​ຂ້ານ້ອຍ​ຟັງ​ແດ່.”
16ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ກໍ​ຍັງ​ບໍ່​ເຂົ້າໃຈ​ເໝືອນກັນ​ກັບ​ພວກເຂົາ​ບໍ? 17ພວກເຈົ້າ​ບໍ່​ເຂົ້າໃຈ​ບໍ​ວ່າ ທຸກສິ່ງ​ທີ່​ມະນຸດ​ກິນ​ເຂົ້າ​ໄປ ກໍ​ລົງ​ໃນ​ທ້ອງ​ແລ້ວ​ກໍ​ຖ່າຍ​ອອກ​ມາ. 18ແຕ່​ສິ່ງ​ທີ່​ອອກ​ມາ​ຈາກ​ປາກ​ກໍ​ອອກ​ມາ​ຈາກ​ໃຈ ສິ່ງ​ນີ້​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ. 19ເພາະ​ຄວາມ​ຄິດ​ຊົ່ວ ຊຶ່ງ​ນຳ​ໄປ​ສູ່​ການ​ຂ້າ​ຄົນ, ການ​ຫລິ້ນຊູ້​ສູ່​ຜົວເມຍ ແລະ​ການ​ຜິດ​ສິນທຳ​ທາງ​ເພດ, ການ​ລັກ, ການ​ກ່າວ​ຄຳ​ພະຍານ​ບໍ່​ຈິງ ແລະ​ການ​ກ່າວຮ້າຍ​ປ້າຍສີ​ຜູ້​ອື່ນ ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ. 20ສິ່ງ​ເຫຼົ່ານີ້​ແຫຼະ ທີ່​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ, ແຕ່​ການ​ຮັບປະທານ​ອາຫານ​ໂດຍ​ບໍ່ໄດ້​ລ້າງ​ມື​ກ່ອນ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ.”
ຄວາມເຊື່ອ​ຂອງ​ຍິງ​ຄົນ​ໜຶ່ງ
(ມຣກ 7:24-30)
21ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ສູ່​ເຂດແດນ​ເມືອງ​ຕີເຣ​ແລະ​ຊີໂດນ. 22ມີ​ຍິງ​ຊາວ​ການາອານ​ຜູ້ໜຶ່ງ ຢູ່​ໃນ​ຂົງເຂດ​ນີ້​ໄດ້​ມາ​ຫາ​ພຣະອົງ ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ຜູ້​ເປັນ​ບຸດ​ດາວິດ​ເອີຍ ຂໍໂຜດ​ເມດຕາ​ຂ້ານ້ອຍ​ແດ່ທ້ອນ ຜີມານຮ້າຍ​ສິງ​ລູກສາວ​ຂອງ​ຂ້ານ້ອຍ ແລະ​ມີ​ຄວາມ​ທຸກ​ທໍລະມານ​ຫລາຍ​ຍ້ອນ​ມັນ​ບັງຄັບ.”
23ແຕ່​ພຣະອົງ​ບໍ່ໄດ້​ກ່າວ​ຈັກ​ຄຳ​ແກ່​ນາງ, ພວກ​ສາວົກ​ມາ​ຫາ​ພຣະອົງ ແລະ​ຂໍຮ້ອງ​ວ່າ, “ບອກ​ນາງ​ໜີ​ສາ ເພາະ​ນາງ​ຮ້ອງ​ຕາມ​ພວກເຮົາ​ມາ.”
24ແລ້ວ​ພຣະອົງ​ກໍ​ຕອບ​ວ່າ, “ເຮົາ​ຖືກ​ໃຊ້​ມາ​ຫາ​ຝູງແກະ​ທີ່​ເສຍ​ໄປ ໃນ​ຊາດ​ອິດສະຣາເອນ​ເທົ່ານັ້ນ.”
25ຝ່າຍ​ຍິງ​ຜູ້​ນີ້​ກໍ​ມາ​ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ ແລ້ວ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ໂຜດ​ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”
26ພຣະອົງ​ຕອບ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຈະ​ເອົາ​ອາຫານ​ຂອງ​ລູກ​ໂຍນ​ໃຫ້​ໝາ.”
27ຍິງ​ຜູ້ນັ້ນ​ຕອບ​ວ່າ, “ຈິງ​ຢູ່​ພຣະອົງເຈົ້າ​ເອີຍ ແມ່ນແຕ່​ໝາ​ກໍ​ຍັງ​ໄດ້​ກິນ​ເສດ​ອາຫານ ທີ່​ຕົກ​ຈາກ​ໂຕະ​ນາຍ​ຂອງ​ມັນ.”
28ແລ້ວ​ພຣະເຢຊູເຈົ້າ​ກໍ​ຕອບ​ນາງ​ວ່າ, “ເຈົ້າ​ເປັນ​ຍິງ​ທີ່​ມີ​ຄວາມເຊື່ອ​ຍິ່ງໃຫຍ່​ຫລາຍ ຈົ່ງ​ໃຫ້​ເປັນ​ໄປ​ຕາມ​ທີ່​ເຈົ້າ​ຕ້ອງການ​ເທີ້ນ.” ໃນ​ເວລາ​ດຽວກັນ​ນັ້ນ ລູກສາວ​ຂອງ​ນາງ​ກໍ​ຫາຍ​ດີ​ແລ້ວ.
ພຣະເຢຊູເຈົ້າ​ໄດ້​ຊົງ​ໂຜດ​ຮັກສາ​ຫລາຍ​ຄົນ​ໃຫ້​ດີ
29ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ ລຽບ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ, ພຣະອົງ​ໄດ້​ຂຶ້ນ​ໄປ​ໂນນ​ພູ ແລະ​ນັ່ງ​ລົງ​ທີ່​ນັ້ນ. 30ປະຊາຊົນ​ຢ່າງ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ ພວກເຂົາ​ພາ​ຄົນ​ຂາຫ້ານ, ຄົນ​ຕາບອດ, ຄົນ​ແຂນ​ຂາ​ພິການ, ຄົນ​ປາກກືກ ແລະ​ຄົນ​ເຈັບປ່ວຍ​ຊະນິດ​ຕ່າງໆ​ຢ່າງ​ຫລວງຫລາຍ ມາ​ວາງ​ໄວ້​ທີ່​ຕີນ​ຂອງ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ທຸກຄົນ​ໃຫ້​ຫາຍ​ດີ. 31ຝ່າຍ​ປະຊາຊົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ຄົນ​ປາກກືກ​ເວົ້າ​ໄດ້, ຄົນ​ແຂນ​ຂາ​ພິການ​ດີ​ເປັນ​ປົກກະຕິ, ຄົນ​ຂາຫ້ານ​ຍ່າງ​ໄດ້ ແລະ​ຄົນ​ຕາບອດ​ເຫັນ​ຮຸ່ງ​ໄດ້, ແລ້ວ​ພວກເຂົາ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.
ພຣະເຢຊູເຈົ້າ​ຊົງ​ລ້ຽງ​ສີ່ພັນ​ຄົນ
(ມຣກ 8:1-10)
32ພຣະເຢຊູເຈົ້າ​ໄດ້​ເອີ້ນ​ເອົາ​ພວກ​ສາວົກ​ຂອງ​ພຣະອົງ​ມາ ແລະ​ກ່າວ​ວ່າ, “ເຮົາ​ສົງສານ​ຄົນ​ເຫຼົ່ານີ້ ເພາະ​ພວກເຂົາ​ຢູ່​ກັບ​ເຮົາ​ໄດ້​ສາມ​ວັນ​ແລ້ວ ແລະ​ບັດນີ້​ບໍ່ມີ​ຫຍັງ​ກິນ, ເຮົາ​ບໍ່​ຢາກ​ບອກ​ພວກເຂົາ​ໃຫ້​ເລີກ​ເມືອ​ໂດຍ​ທີ່​ຍັງ​ຫິວ​ຢູ່ ເພາະ​ພວກເຂົາ​ອາດ​ອິດອ່ອນ​ເມື່ອຍແຮງ​ຕາມ​ທາງ​ກັບ​ເມືອ​ກໍໄດ້.”
33ພວກ​ສາວົກ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນ​ນີ້ ພວກ​ຂ້ານ້ອຍ​ຈະ​ຫາ​ອາຫານ​ມາ​ແຕ່​ໃສ ພໍ​ໃຫ້​ປະຊາຊົນ​ເຫຼົ່ານີ້​ກິນ​ອີ່ມ?”
34ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?”
ພວກເພິ່ນ​ຕອບ​ວ່າ, “ມີ​ເຈັດ​ກ້ອນ​ແລະ​ປານ້ອຍ​ສອງ​ສາມ​ໂຕ.”
35ດັ່ງນັ້ນ ພຣະອົງ​ຈຶ່ງ​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ກັບ​ພື້ນດິນ. 36ແລ້ວ​ພຣະອົງ​ກໍ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ​ກັບ​ປາ, ເມື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ກໍ​ຫັກ​ຍື່ນໃຫ້​ພວກ​ສາວົກ ແລະ​ພວກ​ສາວົກ​ກໍ​ຢາຍ​ໃຫ້​ແກ່​ປະຊາຊົນ. 37ທຸກຄົນ​ຕ່າງ​ກໍ​ກິນ​ອີ່ມ ສ່ວນ​ອາຫານ​ທີ່​ເຫຼືອ ພວກເພິ່ນ​ເກັບ​ໄດ້​ເຈັດ​ກະບຸງ​ເຕັມ. 38ຈຳນວນ​ປະຊາຊົນ​ທີ່​ໄດ້​ຮັບ​ກິນ​ນັ້ນ ມີ​ຜູ້ຊາຍ​ສີ່ພັນ​ຄົນ​ໂດຍ​ບໍ່ໄດ້​ນັບ​ແມ່ຍິງ​ແລະ​ເດັກນ້ອຍ.
39ແລ້ວ​ພຣະເຢຊູເຈົ້າ​ກໍ​ບອກ​ປະຊາຊົນ​ໃຫ້​ເລີກ​ເມືອ, ສ່ວນ​ພຣະອົງ​ນັ້ນ​ສະເດັດ​ຂຶ້ນ​ເຮືອ ແລະ​ໄດ້​ໄປ​ສູ່​ຂົງເຂດ​ມາຄາດານ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in