ມັດທາຍ 14
14
ຄວາມຕາຍຂອງໂຢຮັນບັບຕິສະໂຕ
(ມຣກ 6:14-29; ລກ 9:7-9)
1ໃນເວລານັ້ນ ເຮໂຣດຜູ້ປົກຄອງແຂວງຄາລີເລ ໄດ້ຍິນຄົນເວົ້າເຖິງເລື່ອງພຣະເຢຊູເຈົ້າ. 2ເພິ່ນຈຶ່ງເວົ້າຕໍ່ພວກຄົນໃຊ້ຂອງຕົນວ່າ, “ຊາຍຜູ້ນີ້ແຫຼະ ແມ່ນໂຢຮັນບັບຕິສະໂຕ ລາວເປັນຄືນມາມີຊີວິດແລ້ວ. ດັ່ງນັ້ນ ຈຶ່ງເປັນເຫດໃຫ້ມີຣິດອຳນາດເຮັດການອັດສະຈັນໄດ້ຫລາຍປະການ.”
3ດ້ວຍວ່າ, ເຮໂຣດໄດ້ສັ່ງຈັບໂຢຮັນລ່າມໂສ້ ແລະນຳໄປຂັງຄຸກໄວ້ ເພາະເຫັນແກ່ນາງເຮໂຣເດຍ ເມຍຂອງຟີລິບຜູ້ທີ່ເປັນນ້ອງຊາຍຂອງຕົນ. 4ເພາະໂຢຮັນບັບຕິສະໂຕໄດ້ບອກເຮໂຣດຢູ່ສະເໝີວ່າ, “ບໍ່ເປັນການຖືກຕ້ອງທີ່ທ່ານເອົານາງເຮໂຣເດຍເປັນເມຍ.” 5ເຮໂຣດຢາກຈະຂ້າໂຢຮັນເສຍ, ແຕ່ເພິ່ນຢ້ານປະຊາຊົນ ເພາະເຂົາຖືໂຢຮັນວ່າເປັນຜູ້ທຳນວາຍ.
6ໃນວັນສະຫລອງວັນເກີດຂອງເຮໂຣດ ລູກສາວຂອງນາງເຮໂຣເດຍໄດ້ຟ້ອນລຳຕໍ່ໜ້າບັນດາແຂກທີ່ຖືກເຊີນມາ ເຮໂຣດພໍໃຈຫລາຍ 7ຈົນເພິ່ນສັນຍາໂດຍສາບານກັບນາງວ່າ, “ເຮົາຈະໃຫ້ທຸກສິ່ງທີ່ເຈົ້າຂໍ.”
8ນາງຈຶ່ງເຮັດຕາມຄຳແນະນຳຂອງແມ່ ນາງກ່າວວ່າ, “ຈົ່ງເອົາຫົວໂຢຮັນບັບຕິສະໂຕໃສ່ຖາດມາໃຫ້ຂ້ານ້ອຍໃນທີ່ນີ້.”
9ຝ່າຍກະສັດກໍເປັນທຸກໃຈຢ່າງໜັກ ແຕ່ເພາະຄຳສັນຍາທີ່ໄດ້ໃຫ້ໄວ້ຊ້ອງໜ້າແຂກທັງໝົດຂອງຕົນ ເພິ່ນຈຶ່ງສັ່ງໃຫ້ເຮັດຕາມທີ່ນາງໄດ້ຂໍ. 10ຄືເພິ່ນສັ່ງໃຫ້ຄົນໄປຕັດເອົາຫົວໂຢຮັນຢູ່ໃນຄຸກ. 11ແລ້ວເຂົາກໍນຳຫົວໂຢຮັນໃສ່ຖາດມາມອບໃຫ້ຍິງສາວ ແລະນາງກໍມອບຕໍ່ໃຫ້ແມ່ຂອງຕົນ. 12ພວກລູກສິດຂອງໂຢຮັນໄດ້ມາຮັບເອົາຊາກສົບໄປຝັງ, ແລ້ວພວກເຂົາກໍໄປບອກໃຫ້ພຣະເຢຊູເຈົ້າຮູ້.
ພຣະເຢຊູເຈົ້າຊົງລ້ຽງຫ້າພັນຄົນ
(ມຣກ 6:30-44; ລກ 9:10-17; ຢຮ 6:1-14)
13ເມື່ອພຣະເຢຊູເຈົ້າໄດ້ຍິນຂ່າວກ່ຽວກັບໂຢຮັນ ພຣະອົງກໍສະເດັດລົງເຮືອຈາກທີ່ນັ້ນ ໄປບ່ອນທີ່ມິດງຽບຢູ່ຕ່າງຫາກ, ເມື່ອປະຊາຊົນຮູ້ເລື່ອງນີ້ ຈຶ່ງອອກຈາກເມືອງຕ່າງໆຍ່າງຕິດຕາມພຣະອົງໄປ. 14ເມື່ອພຣະເຢຊູເຈົ້າສະເດັດອອກຈາກເຮືອມາ ກໍເຫັນປະຊາຊົນຝູງໃຫຍ່ ພຣະອົງຈຶ່ງສົງສານປະຊາຊົນເຫຼົ່ານັ້ນ ແລະພຣະອົງໄດ້ຊົງໂຜດຮັກສາຄົນທີ່ເຈັບໄຂ້ໄດ້ປ່ວຍທັງຫລາຍໃຫ້ຫາຍດີ.
15ເມື່ອເຖິງຕອນແລງພວກສາວົກກໍມາຫາພຣະອົງ ແລະເວົ້າວ່າ, “ບ່ອນນີ້ກໍເປັນປ່າບ່ອນເປົ່າປ່ຽວແລະຄໍ່າຫລາຍແລ້ວ. ສະນັ້ນ ໃຫ້ທ່ານບອກປະຊາຊົນໃຫ້ເລີກເມືອສາ ເພື່ອໃຫ້ພວກເຂົາໄປຕາມໝູ່ບ້ານຕ່າງໆ ຫາຊື້ອາຫານສຳລັບພວກເຂົາເອງ.”
16ພຣະເຢຊູເຈົ້າຕອບວ່າ, “ພວກເຂົາບໍ່ຈຳເປັນຕ້ອງເລີກເມືອດອກ ໃຫ້ພວກເຈົ້າເອົາອາຫານໃຫ້ພວກເຂົາກິນສາ.”
17ພວກເພິ່ນຕອບວ່າ, “ພວກຂ້ານ້ອຍມີພຽງແຕ່ເຂົ້າຈີ່ຫ້າກ້ອນກັບປາສອງໂຕ.”
18ພຣະເຢຊູເຈົ້າຕອບວ່າ, “ຈົ່ງເອົາອັນນັ້ນມາໃຫ້ເຮົາ.” 19ແລ້ວພຣະອົງກໍໄດ້ສັ່ງປະຊາຊົນໃຫ້ນັ່ງລົງເທິງຫຍ້າ, ເມື່ອພຣະອົງຮັບເອົາເຂົ້າຈີ່ຫ້າກ້ອນກັບປາສອງໂຕນັ້ນແລ້ວ, ກໍເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະໂມທະນາຂອບພຣະຄຸນ, ພຣະອົງຫັກເຂົ້າຈີ່ແລ້ວຍື່ນໃຫ້ພວກສາວົກ, ແລ້ວພວກສາວົກກໍຢາຍໃຫ້ປະຊາຊົນ. 20ພວກເຂົາໄດ້ກິນອີ່ມທຸກຄົນ ແລ້ວພວກສາວົກກໍເກັບຕ່ອນທີ່ເຫຼືອນັ້ນ ໄດ້ອີກສິບສອງກະບຸງ. 21ຈຳນວນຄົນທີ່ໄດ້ກິນນັ້ນມີປະມານຫ້າພັນຄົນ ໂດຍບໍ່ນັບແມ່ຍິງແລະເດັກນ້ອຍ.
ພຣະເຢຊູເຈົ້າຊົງຍ່າງເທິງໜ້ານໍ້າ
(ມຣກ 6:45-52; ຢຮ 6:15-21)
22ຫລັງຈາກນັ້ນ ພຣະເຢຊູເຈົ້າກໍຈັດໃຫ້ພວກສາວົກລົງຂີ່ເຮືອຂ້າມຟາກໄປກ່ອນ ຂະນະດຽວກັນພຣະອົງກໍບອກປະຊາຊົນໃຫ້ເລີກເມືອ. 23ຫລັງຈາກປະຊາຊົນເລີກເມືອໝົດແລ້ວ ພຣະອົງກໍຂຶ້ນໄປເທິງພູແຕ່ຜູ້ດຽວ ເພື່ອພາວັນນາອະທິຖານ. ເມື່ອຄໍ່າມາ ພຣະອົງກໍຍັງຢູ່ທີ່ນັ້ນແຕ່ຜູ້ດຽວ, 24ສ່ວນເຮືອທີ່ພວກສາວົກຂີ່ໄປນັ້ນກໍອອກຫ່າງໄກຈາກຝັ່ງ ແລະຖືກຟອງນໍ້າທະເລສາບຕີພັດໄປມາ ເພາະເຮືອຕ້ານທວນລົມ.
25ລະຫວ່າງສາມໂມງຂ້ອນແຈ້ງຫາຫົກໂມງເຊົ້າ, ພຣະເຢຊູເຈົ້າຊົງຍ່າງເທິງໜ້ານໍ້າມາຫາພວກສາວົກ. 26ເມື່ອພວກເພິ່ນເຫັນພຣະອົງຍ່າງເທິງໜ້ານໍ້າ ຕ່າງກໍສະທ້ານຢ້ານກົວທີ່ສຸດໂດຍຮ້ອງຂຶ້ນວ່າ, “ຜີ!” ພວກເພິ່ນຮ້ອງຂຶ້ນດ້ວຍຄວາມຢ້ານ. 27ແຕ່ພຣະເຢຊູເຈົ້າກ່າວໂດຍທັນທີ “ຈົ່ງດີໃຈເຖີດ ແມ່ນເຮົາເອງຢ່າສູ່ຢ້ານ.”
28ແລ້ວເປໂຕກໍເວົ້າຂຶ້ນວ່າ, “ພຣະອົງເຈົ້າເອີຍ, ຖ້າແມ່ນທ່ານແທ້ ໂຜດສັ່ງໃຫ້ຂ້ານ້ອຍຍ່າງເທິງໜ້ານໍ້າໄປຫາທ່ານແດ່ທ້ອນ.”
29ພຣະເຢຊູເຈົ້າຕອບວ່າ, “ມາແມ.” ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອຍ່າງເທິງໜ້ານໍ້າໄປຫາພຣະເຢຊູເຈົ້າ. 30ແຕ່ເມື່ອເປໂຕເຫັນລົມພັດມາແຮງກໍຢ້ານ ແລະກຳລັງຈະຈົມລົງ ລາວຈຶ່ງຮ້ອງຂຶ້ນວ່າ, “ພຣະອົງເຈົ້າເອີຍ ຊ່ວຍຂ້ານ້ອຍແດ່ທ້ອນ.”
31ໃນທັນໃດນັ້ນ ພຣະເຢຊູເຈົ້າກໍເດ່ມືອອກໄປຈັບລາວໄວ້ ແລ້ວກ່າວວ່າ, “ໂອ ຜູ້ມີຄວາມເຊື່ອໜ້ອຍເອີຍ ເປັນຫຍັງຈຶ່ງສົງໄສ?”
32ເມື່ອທັງສອງໄດ້ຂຶ້ນໄປໃນເຮືອແລ້ວ ລົມກໍເຊົາພັດ. 33ແລ້ວພວກສາວົກທີ່ຢູ່ໃນເຮືອນັ້ນ ກໍກົ້ມລົງຂາບພຣະເຢຊູເຈົ້າ ແລ້ວເວົ້າວ່າ, “ພຣະອົງເປັນພຣະບຸດຂອງພຣະເຈົ້າແທ້ຈິງ.”
ພຣະເຢຊູເຈົ້າໄດ້ຊົງໂຜດຮັກສາຄົນເຈັບປ່ວຍໃນເຄັນເນຊາເຣັດ
(ມຣກ 6:53-56)
34ເມື່ອໄດ້ຂ້າມທະເລສາບມາເຖິງຂົງເຂດເຄັນເນຊາເຣັດແລ້ວ. 35ປະຊາຊົນໃນເມືອງນີ້ຈື່ພຣະອົງໄດ້ ແລ້ວກໍໃຊ້ຄົນໄປບອກຂ່າວການມາຂອງພຣະອົງ ໄປທົ່ວທຸກຂົງເຂດນັ້ນ. ດັ່ງນັ້ນ ພວກເຂົາຈຶ່ງນຳຜູ້ທີ່ເຈັບປ່ວຍທຸກຄົນມາຫາພຣະອົງ. 36ພວກເຂົາຂໍຮ້ອງນຳພຣະອົງ ພຽງແຕ່ໃຫ້ຄົນເຈັບປ່ວຍໄດ້ບາຍແຄມເຄື່ອງນຸ່ງຂອງພຣະອົງ ແລະຜູ້ທີ່ໄດ້ບາຍກໍດີເປັນປົກກະຕິທຸກຄົນ.
Currently Selected:
ມັດທາຍ 14: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.