YouVersion Logo
Search Icon

ມັດທາຍ 17

17
ຊົງ​ປ່ຽນ​ລັກສະນະ​ພຣະກາຍ
(ມຣກ 9:2-13; ລກ 9:28-36)
1ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ ຜູ້​ທີ່​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູເຂົາ​ຢູ່​ທີ່​ນັ້ນ​ຕ່າງຫາກ. 2ພວກ​ສາວົກ​ເຫັນ​ພຣະກາຍ​ຂອງ​ພຣະອົງ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ​ຄື ໜ້າ​ຂອງ​ພຣະອົງ​ສ່ອງ​ແສງ​ດັ່ງ​ຕາເວັນ ແລະ​ເຄື່ອງ​ນຸ່ງ​ຂອງ​ພຣະອົງ​ກໍ​ຂາວ​ຜ່ອງ​ເຫຼື້ອມ​ເໝືອນ​ແສງ​ສະຫວ່າງ​ກ້າ. 3ແລ້ວ​ສາວົກ​ທັງ​ສາມ​ກໍ​ເຫັນ​ໂມເຊ ແລະ ເອລີຢາ​ກຳລັງ​ສົນທະນາ​ຢູ່​ກັບ​ພຣະອົງ. 4ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້ ຖ້າ​ພຣະອົງ​ຕ້ອງການ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ​ຄື ຫລັງ​ໜຶ່ງ​ສຳລັບ​ທ່ານ ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.”
5ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”
6ເມື່ອ​ພວກ​ສາວົກ​ໄດ້ຍິນ​ສຽງ​ນັ້ນ ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ໝູບ​ໜ້າ​ຢູ່​ກັບ​ພື້ນດິນ. 7ພຣະເຢຊູເຈົ້າ​ມາ​ຫາ​ແລະ​ຈັບ​ບາຍ​ພວກເພິ່ນ ພຣະອົງ​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ຢ່າສູ່ຢ້ານ.” 8ເມື່ອ​ພວກເພິ່ນ​ມືນ​ຕາ​ຂຶ້ນ ແລະ​ບໍ່​ເຫັນ​ມີ​ຜູ້ໃດ​ໃນ​ທີ່ນັ້ນ ນອກຈາກ​ພຣະເຢຊູເຈົ້າ.
9ໃນ​ເວລາ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ ພຣະເຢຊູເຈົ້າ​ໄດ້​ສັ່ງ​ຫ້າມ​ພວກເພິ່ນ​ວ່າ, “ຢ່າ​ສູ່​ບອກ​ນິມິດ​ທີ່​ພວກເຈົ້າ​ເຫັນ​ນີ້​ໃຫ້​ຜູ້ໃດ​ຮູ້ ຈົນກວ່າ​ບຸດ​ມະນຸດ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ.”
10ພວກ​ສາວົກ​ຖາມ​ພຣະອົງ​ວ່າ, “ເຫດ​ໃດ​ພວກ​ທຳມະຈານ​ຈຶ່ງ​ເວົ້າ​ວ່າ ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”
11ພຣະອົງ​ຕອບ​ວ່າ, “ຈິງ​ແທ້ ເອລີຢາ​ຕ້ອງ​ມາ​ກ່ອນ ເພື່ອ​ຈັດແຈງ​ທຸກສິ່ງ​ໃຫ້​ພ້ອມ. 12ແຕ່​ຝ່າຍ​ເຮົາ​ບອກ​ພວກເຈົ້າ​ວ່າ ເອລີຢາ​ໄດ້​ມາ​ແລ້ວ ແລະ​ປະຊາຊົນ​ບໍ່​ຮູ້ຈັກ​ເພິ່ນ, ແຕ່​ພວກເຂົາ​ໄດ້​ເຮັດ​ກັບ​ເພິ່ນ​ຕາມ​ໃຈ​ມັກ, ສ່ວນ​ບຸດ​ມະນຸດ​ກໍ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ດ້ວຍ​ມື​ຂອງ​ພວກເຂົາ​ເໝືອນກັນ.”
13ແລ້ວ​ພວກ​ສາວົກ​ກໍ​ເຂົ້າໃຈ​ວ່າ ພຣະອົງ​ກຳລັງ​ກ່າວ​ແກ່​ພວກເພິ່ນ​ເຖິງ​ໂຢຮັນ​ບັບຕິສະໂຕ.
ພຣະເຢຊູເຈົ້າ​ຊົງ​ໂຜດ​ເດັກຊາຍ​ຜູ້ໜຶ່ງ​ທີ່​ຜີມານຮ້າຍ​ສິງ
(ມຣກ 9:14-29; ລກ 9:37-43(ກ))
14ເມື່ອ​ພວກເພິ່ນ​ກັບຄືນ​ມາ​ບ່ອນ​ທີ່​ມີ​ປະຊາຊົນ​ແລ້ວ, ຊາຍ​ຄົນ​ໜຶ່ງ​ກໍ​ມາ​ຫາ​ພຣະເຢຊູເຈົ້າ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ, 15ແລະ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຂໍໂຜດ​ເມດຕາ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່ທ້ອນ, ລາວ​ເປັນ​ບ້າ​ໝູ ແລະ​ອາການ​ປ່ວງ​ບ້າ​ເຊັ່ນ​ນີ້ ເຮັດ​ໃຫ້​ລາວ​ມີ​ຄວາມ​ທຸກ​ລຳບາກ​ຫລາຍ ຈົນ​ໂດດ​ໃສ່​ໄຟ ແລະ​ໂຕນ​ລົງ​ນໍ້າ​ເລື້ອຍໆ, 16ຂ້ານ້ອຍ​ໄດ້​ນຳ​ລາວ​ມາ​ຫາ​ພວກ​ສາວົກ​ຂອງທ່ານ​ແລ້ວ, ແຕ່​ພວກເພິ່ນ​ບໍ່​ສາມາດ​ເຮັດ​ໃຫ້​ຫາຍ​ດີ​ໄດ້.”
17ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.” 18ພຣະເຢຊູເຈົ້າ​ສັ່ງ​ຜີມານຮ້າຍ​ໃຫ້​ອອກ ແລະ​ມັນ​ກໍ​ອອກ​ໄປ​ຈາກ​ເດັກຊາຍ, ໃນ​ທັນໃດນັ້ນ ເດັກຊາຍ​ກໍດີ​ເປັນ​ປົກກະຕິ.
19ແລ້ວ​ພວກ​ສາວົກ​ກໍ​ມາ​ຫາ​ພຣະເຢຊູເຈົ້າ​ເປັນ​ການ​ສ່ວນ​ຕົວ ແລະ​ຖາມ​ພຣະອົງ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ​ຈຶ່ງ​ຂັບໄລ່​ຜີມານຮ້າຍ​ອອກ​ບໍ່ໄດ້?”
20ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [21“ແຕ່​ຜີ​ແນວ​ນີ້​ບໍ່ເຄີຍ​ຖືກ​ຂັບ​ອອກ ເວັ້ນ​ແຕ່​ດ້ວຍ​ການ​ພາວັນນາ​ອະທິຖານ ແລະ​ການ​ຖືສິນ​ອົດອາຫານ.”]
ພຣະເຢຊູເຈົ້າ​ກ່າວ​ເຖິງ​ຄວາມ​ຕາຍ​ຂອງ​ພຣະອົງ
(ມຣກ 9:30-32; ລກ 9:43(ຂ)-45)
22ເມື່ອ​ພວກ​ສາວົກ​ຂອງ​ພຣະອົງ​ມາ​ໂຮມ​ກັນ​ຢູ່​ແຂວງ​ຄາລີເລ, ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, 23“ບຸດ​ມະນຸດ​ກຳລັງ​ຈະ​ຖືກ​ມອບ​ໄວ້​ໃນ​ກຳມື​ຂອງ​ຄົນ​ທັງຫລາຍ ພວກເຂົາ​ຈະ​ຂ້າ​ເພິ່ນ, ແຕ່​ໃນ​ວັນ​ຖ້ວນ​ສາມ ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ​ສູ່​ຊີວິດ.”
ພວກ​ສາວົກ​ກໍ​ມີ​ຄວາມ​ໂສກເສົ້າ​ຢ່າງ​ໜັກ.
ການ​ເສຍ​ຄ່າ​ບຳລຸງ​ພຣະວິຫານ
24ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ມາ​ຮອດ​ເມືອງ​ກາເປນາອູມ​ແລ້ວ ກໍ​ມີ​ຄົນ​ເກັບ​ຄ່າ​ບຳລຸງ​ພຣະວິຫານ​ມາ​ຫາ​ເປໂຕ ແລ້ວ​ຖາມ​ວ່າ, “ອາຈານ​ຂອງ​ພວກເຈົ້າ​ບໍ່​ເສຍ​ຄ່າ​ບຳລຸງ​ພຣະວິຫານ​ບໍ?”
25ເປໂຕ​ຕອບ​ວ່າ, “ເສຍ.”
ເມື່ອ​ເປໂຕ​ເຂົ້າ​ມາ​ໃນ​ເຮືອນ ແລ້ວ​ພຣະເຢຊູເຈົ້າ​ຊົງ​ກ່າວ​ຂຶ້ນ​ກ່ອນ​ໂດຍ​ຖາມ​ລາວ​ວ່າ, “ຊີໂມນ​ເອີຍ ເຈົ້າ​ຄິດ​ຢ່າງ​ໃດ​ໃນ​ການ​ເສຍສ່ວຍ ຫລື​ເສຍ​ພາສີ​ໃຫ້​ກະສັດ​ໃນ​ໂລກນີ້? ເພິ່ນ​ເກັບ​ຈາກ​ລູກ​ຂອງຕົນ ຫລື​ເກັບ​ຈາກ​ຄົນອື່ນ.”
26ເປໂຕ​ຕອບ​ວ່າ, “ເກັບ​ຈາກ​ຄົນອື່ນ.”
ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ຖ້າ​ເປັນ​ຢ່າງ​ນັ້ນ ຝ່າຍ​ລູກ​ກໍ​ບໍ່​ຕ້ອງ​ເສຍ. 27ແຕ່​ເພື່ອ​ບໍ່​ຢາກ​ເຮັດ​ໃຫ້​ຄົນ​ເຫຼົ່ານີ້​ເສຍໃຈ, ເຈົ້າ​ຈົ່ງ​ໄປ​ຕຶກເບັດ​ທີ່​ທະເລສາບ​ເມື່ອ​ໄດ້​ປາ​ໂຕ​ທຳອິດ​ແລ້ວ ໃຫ້​ເຈົ້າ​ງະ​ປາກ​ມັນ​ອອກ ແລະ​ເຈົ້າ​ຈະ​ພົບ​ເງິນ​ຫລຽນ​ໜຶ່ງ​ຢູ່​ໃນ​ປາກ​ຂອງ​ມັນ ຈົ່ງ​ເອົາ​ເງິນ​ນັ້ນ​ໄປ​ຈ່າຍ​ເປັນ​ຄ່າ​ບຳລຸງ​ພຣະວິຫານ​ສຳລັບ​ເຮົາ​ແລະ​ເຈົ້າ.”

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in