ມັດທາຍ 18
18
ຜູ້ໃດເປັນໃຫຍ່ໃນສະຫວັນ
(ມຣກ 9:33-37; ລກ 9:46-48)
1ໃນຂະນະນັ້ນ ພວກສາວົກມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ຜູ້ໃດເປັນໃຫຍ່ໃນຣາຊອານາຈັກສະຫວັນ?”
2ພຣະອົງເອີ້ນເອົາເດັກນ້ອຍຄົນໜຶ່ງມາຢືນຢູ່ທ່າມກາງພວກເພິ່ນ 3ແລະກ່າວວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຖ້າພວກເຈົ້າບໍ່ກັບໃຈ ແລະກາຍເປັນເໝືອນເດັກນ້ອຍ ພວກເຈົ້າຈະເຂົ້າໄປໃນຣາຊອານາຈັກສະຫວັນບໍ່ໄດ້ຈັກເທື່ອ. 4ຜູ້ເປັນໃຫຍ່ທີ່ສຸດໃນຣາຊອານາຈັກສະຫວັນ ແມ່ນຜູ້ທີ່ຖ່ອມຕົວລົງເໝືອນດັ່ງເດັກນ້ອຍຜູ້ນີ້. 5ແລະ ຜູ້ໃດທີ່ຕ້ອນຮັບເດັກນ້ອຍຜູ້ໜຶ່ງຢ່າງນີ້ໄວ້ໃນນາມຂອງເຮົາ ຜູ້ນັ້ນກໍຕ້ອນຮັບເຮົາ.”
ການລໍ້ລວງໃຫ້ເຮັດບາບ
(ມຣກ 9:42-48; ລກ 17:1-2)
6“ຖ້າຜູ້ໃດເປັນຕົ້ນເຫດ ພາໃຫ້ເດັກນ້ອຍຄົນໜຶ່ງໃນບັນດາເດັກນ້ອຍເຫຼົ່ານີ້ ທີ່ເຊື່ອໃນເຮົາຕົກໃນບາບ ແມ່ນຈະເອົາຫີນໂມ້ແປ້ງກ້ອນໃຫຍ່ຜູກຄໍຜູ້ນັ້ນ ແລະຖິ້ມລົງໃນທະເລເລິກເສຍກໍດີກວ່າ. 7ວິບັດແກ່ໂລກນີ້ ເພາະເຫດລໍ້ລວງມະນຸດໃຫ້ຕົກໃນບາບ ເຫດການນີ້ຈະເກີດຂຶ້ນສະເໝີ, ແຕ່ວິບັດແກ່ຄົນນັ້ນ ຜູ້ທີ່ເປັນຕົ້ນເຫດເຮັດໃຫ້ຕົກໃນບາບ.”
8“ຖ້າມືຫລືຕີນຂອງເຈົ້າເປັນຕົ້ນເຫດເຮັດໃຫ້ຕົກໃນບາບ ຈົ່ງຕັດຖິ້ມເສຍ ມີມືຫລືຕີນເບື້ອງດຽວເຂົ້າສູ່ຊີວິດ ກໍດີກວ່າມີມືຫລືຕີນທັງສອງເບື້ອງ ແຕ່ຕ້ອງໂຍນຖິ້ມໃສ່ໃນບຶງໄຟທີ່ໄໝ້ຢູ່ເປັນນິດ. 9ແລະຖ້າຕາຂອງເຈົ້າເປັນຕົ້ນເຫດພາໃຫ້ຕົກໃນບາບ ຈົ່ງຄວັດມັນອອກຖິ້ມເສຍ ມີຕາເບື້ອງດຽວເຂົ້າສູ່ຊີວິດ ກໍດີກວ່າມີຕາທັງສອງເບື້ອງ, ແຕ່ຕ້ອງໂຍນຖິ້ມໃສ່ບຶງໄຟນະຣົກ.”
ເລື່ອງແກະທີ່ເສຍ
(ລກ 15:3-7)
10“ຈົ່ງລະວັງໃຫ້ດີ ຢ່າດູໝິ່ນເດັກນ້ອຍເຫຼົ່ານີ້ແມ່ນແຕ່ຜູ້ໜຶ່ງ, ເຮົາບອກພວກເຈົ້າວ່າ ເທວະດາປະຈຳຂອງເຂົາໃນສະຫວັນເຝົ້າຢູ່ສະເໝີ ຕໍ່ພຣະພັກພຣະບິດາເຈົ້າຂອງເຮົາ ຜູ້ຊົງສະຖິດຢູ່ໃນສະຫວັນ. [11ດ້ວຍວ່າ, ບຸດມະນຸດໄດ້ມາໂຜດເອົາຜູ້ທີ່ຫລົງເສຍໄປແລ້ວນັ້ນໃຫ້ພົ້ນ] 12ພວກເຈົ້າຄິດຢ່າງໃດ? ຖ້າຄົນຜູ້ໜຶ່ງມີແກະຢູ່ຮ້ອຍໂຕ ແລະໂຕໜຶ່ງຫລົງເສຍໄປຈາກຝູງ? ລາວຈະບໍ່ປະແກະເກົ້າສິບເກົ້າໂຕໄວ້ຢູ່ຫັ້ນ ແລ້ວໄປຊອກຫາໂຕທີ່ຫລົງເສຍໄປນັ້ນບໍ? 13ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພົບແກະໂຕທີ່ເສຍແລ້ວ ຜູ້ນັ້ນຄົງມີຄວາມຊົມຊື່ນຍິນດີໃນແກະໂຕນັ້ນ ຫລາຍກວ່າແກະເກົ້າສິບເກົ້າໂຕທີ່ບໍ່ຫລົງເສຍໄປ. 14ດັ່ງນັ້ນ ພຣະບິດາຂອງພວກເຈົ້າ ຜູ້ສະຖິດຢູ່ໃນສະຫວັນ ກໍບໍ່ປາຖະໜາໃຫ້ເດັກນ້ອຍເຫຼົ່ານີ້ຈິບຫາຍແມ່ນແຕ່ຄົນດຽວ.”
ເມື່ອພີ່ນ້ອງຜູ້ໜຶ່ງເຮັດບາບ
15“ຖ້າພີ່ນ້ອງຂອງເຈົ້າເຮັດບາບຕໍ່ສູ້ເຈົ້າ ຈົ່ງໄປຕັກເຕືອນລາວໃຫ້ຮູ້ຄວາມຜິດດ້ວຍຕົນເອງກັບລາວເທົ່ານັ້ນ ຖ້າລາວຍອມຟັງເຈົ້າ ກໍໄດ້ພີ່ນ້ອງຄືນມາ. 16ແຕ່ຖ້າລາວບໍ່ຟັງເຈົ້າ ຈົ່ງນຳເອົາຄົນໜຶ່ງ ຫລືສອງຄົນໄປກັບເຈົ້າ ເພື່ອໃຫ້ເປັນພະຍານສອງຫລືສາມປາກ ເພື່ອວ່າທຸກໆຖ້ອຍຄຳນັ້ນຈະລວມເປັນຫຼັກຖານ. 17ແຕ່ຖ້າລາວບໍ່ຟັງຄົນເຫຼົ່ານີ້ ຈົ່ງໄປແຈ້ງເລື່ອງທັງໝົດຕໍ່ຄຣິສຕະຈັກ ແລະຖ້າລາວບໍ່ຟັງຄຣິສຕະຈັກ ກໍໃຫ້ຖືວ່າຄົນນີ້ເປັນເໝືອນຄົນບໍ່ເຊື່ອພຣະເຈົ້າ ແລະເປັນເໝືອນຄົນເກັບພາສີ.”
18“ດັ່ງນັ້ນ ເຮົາຈຶ່ງບອກພວກເຈົ້າຕາມຄວາມຈິງວ່າ, ສິ່ງໃດທີ່ພວກເຈົ້າຈະຜູກມັດໄວ້ເທິງແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກຜູກມັດໄວ້ໃນສະຫວັນ ແລະສິ່ງໃດທີ່ພວກເຈົ້າແກ້ໃນແຜ່ນດິນໂລກນີ້ ສິ່ງນັ້ນກໍຈະຖືກແກ້ໃຫ້ຫລຸດເສຍແລ້ວໃນສະຫວັນເໝືອນກັນ.”
19“ເຮົາບອກພວກເຈົ້າອີກວ່າ, ເມື່ອໃດສອງຄົນໃນພວກເຈົ້າຮ່ວມໃຈກັນຂໍສິ່ງໃດສິ່ງໜຶ່ງເທິງແຜ່ນດິນໂລກນີ້ ພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນຈະເຮັດໃຫ້ເປັນໄປຕາມນັ້ນ. 20ດ້ວຍວ່າ, ມີສອງຫລືສາມຄົນມາຮ່ວມປະຊຸມກັນໃນນາມຂອງເຮົາຢູ່ບ່ອນໃດ ເຮົາກໍຢູ່ທ່າມກາງພວກເຂົາໃນບ່ອນນັ້ນແຫຼະ.”
ຄຳອຸປະມາເລື່ອງການຍົກໂທດໃຫ້ກັນແລະກັນ
21ແລ້ວເປໂຕກໍມາຫາພຣະເຢຊູເຈົ້າ ແລະຖາມວ່າ, “ພຣະອົງເຈົ້າເອີຍ ຖ້າພີ່ນ້ອງຂອງຂ້ານ້ອຍເຮັດຜິດຕໍ່ຂ້ານ້ອຍ, ຂ້ານ້ອຍຕ້ອງຍົກໂທດໃຫ້ລາວຈັກເທື່ອ? ເຖິງເຈັດເທື່ອບໍ?” 22ພຣະເຢຊູເຈົ້າຊົງຕອບວ່າ, “ບໍ່ແມ່ນເຈັດເທື່ອ ແຕ່ແມ່ນເຈັດສິບເທື່ອຄູນເຈັດ 23ດ້ວຍເຫດນັ້ນ ຣາຊອານາຈັກສະຫວັນກໍປຽບເໝືອນດັ່ງກະສັດອົງໜຶ່ງ ຢາກຄິດບັນຊີກັບຜູ້ຮັບໃຊ້ຂອງຕົນ. 24ເມື່ອເພິ່ນເລີ່ມຕົ້ນຄິດບັນຊີຢູ່ ກໍມີຜູ້ຮັບໃຊ້ຄົນໜຶ່ງຖືກນຳຕົວເຂົ້າມາ ເພາະລາວເປັນໜີ້ເພິ່ນໝື່ນຕະລັນຕົນ. 25ເມື່ອລາວບໍ່ມີສິ່ງໃດເພື່ອໃຊ້ໜີ້ຄືນ ສະນັ້ນ ກະສັດຈຶ່ງສັ່ງໃຫ້ຂາຍຕົວພ້ອມທັງເມຍແລະລູກ ຕະຫລອດທັງທຸກສິ່ງທີ່ລາວມີເພື່ອເອົາເງິນມາໃຊ້ໜີ້. 26ຄົນຮັບໃຊ້ຜູ້ນັ້ນຈຶ່ງຂາບລົງຕໍ່ໜ້າກະສັດ ແລະວອນຂໍຕໍ່ເພິ່ນວ່າ, ‘ຂໍໂຜດຜ່ອນຜັນໃຫ້ຂ້ານ້ອຍກ່ອນ ແລ້ວຂ້ານ້ອຍຈະໃຊ້ແທນຄືນໃຫ້ຄົບໝົດ.’ 27ກະສັດຄິດເມດຕາສົງສານລາວ. ດັ່ງນັ້ນ ເພິ່ນຈຶ່ງຍົກໜີ້ໃຫ້ແລ້ວປ່ອຍໃຫ້ລາວໄປ.
28ຕໍ່ມາ ຊາຍຜູ້ນີ້ອອກໄປແລ້ວ ກໍພົບເພື່ອນຜູ້ຮັບໃຊ້ຄົນໜຶ່ງ ທີ່ເປັນໜີ້ຕົນບໍ່ພໍເທົ່າໃດສິບຕະລັນຕົນ ລາວຈຶ່ງຄວ້າຈັບຄໍຄົນນັ້ນບີບເຂົ້າແໜ້ນໆ ແລະເວົ້າວ່າ ‘ໃຊ້ໜີ້ກູແມ.’ 29ເພື່ອນຜູ້ຮັບໃຊ້ຄົນນັ້ນຈຶ່ງຂາບລົງວອນຂໍວ່າ, ‘ຂໍຜ່ອນຜັນໃຫ້ເຮົາກ່ອນທ້ອນ ແລ້ວເຮົາຈະໃຊ້ເຈົ້າຄືນ.’ 30ແຕ່ລາວບໍ່ຍອມໃຫ້ ແລະສັ່ງຈັບລູກໜີ້ຂັງຄຸກໄວ້ ຈົນກວ່າຈະໃຊ້ໜີ້ນັ້ນ. 31ເມື່ອພວກຜູ້ຮັບໃຊ້ດ້ວຍກັນເຫັນເຫດການທີ່ເກີດຂຶ້ນແລ້ວ ກໍເປັນທຸກໃຈຫລາຍ ຈຶ່ງໄປແຈ້ງເລື່ອງລາວທັງໝົດໃຫ້ກະສັດຮັບຮູ້. 32ດັ່ງນັ້ນ ກະສັດຈຶ່ງເອີ້ນຜູ້ຮັບໃຊ້ຄົນນັ້ນມາພົບ ແລະກ່າວຕໍ່ລາວວ່າ, ‘ອ້າຍຂີ້ຂ້າຊາດຊົ່ວ ເຮົາໄດ້ຍົກໜີ້ທັງໝົດໃຫ້ເຈົ້າ ເພາະເຈົ້າໄດ້ວອນຂໍນຳເຮົາ. 33ເຈົ້າຄວນຈະສົງສານເພື່ອນຜູ້ຮັບໃຊ້ດ້ວຍກັນ ເໝືອນດັ່ງທີ່ເຮົາໄດ້ສົງສານເຈົ້າບໍ່ແມ່ນບໍ?’ 34ກະສັດໂກດຮ້າຍຫລາຍ ແລະເພິ່ນກໍສັ່ງໃຫ້ເອົາຜູ້ຮັບໃຊ້ຄົນນັ້ນໄປຂັງໄວ້ຄຸກທໍລະມານ ຈົນກວ່າລາວໃຊ້ໜີ້ຄືນໝົດ.
35ສະນັ້ນ ພຣະບິດາເຈົ້າຂອງເຮົາຜູ້ຊົງສະຖິດຢູ່ໃນສະຫວັນ ກໍຈະເຮັດຢ່າງນັ້ນແກ່ພວກເຈົ້າທຸກຄົນ ຖ້າແຕ່ລະຄົນໃນພວກເຈົ້າບໍ່ຍົກໂທດໃຫ້ພີ່ນ້ອງຂອງຕົນດ້ວຍໃຈຈິງ.”
Currently Selected:
ມັດທາຍ 18: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.