YouVersion Logo
Search Icon

ກິດຈະການ 23

23
1ຝ່າຍ​ໂປໂລ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ກອງ​ປະຊຸມ​ນັ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳເນີນ​ຊີວິດ​ຕໍ່​ພຣະພັກ​ຂອງ​ພຣະເຈົ້າ ລ້ວນແຕ່​ຕາມ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ທີ່​ດີ​ຈົນເຖິງ​ທຸກ​ວັນນີ້.”
2ອານາເນຍ​ຜູ້​ເປັນ​ມະຫາ​ປະໂຣຫິດ ໄດ້​ສັ່ງ​ໃຫ້​ບັນດາ​ຄົນ​ທີ່​ຢືນ​ຢູ່​ໃກ້​ຕົບ​ປາກ​ໂປໂລ. 3ດັ່ງນັ້ນ ໂປໂລ​ຈຶ່ງ​ກ່າວ​ຕໍ່​ມະຫາ​ປະໂຣຫິດ​ວ່າ, “ພຣະເຈົ້າ​ຈະ​ຊົງ​ຕົບ​ເຈົ້າ ຜູ້​ເປັນ​ຝາ​ທີ່​ທາ​ດ້ວຍ​ປູນຂາວ ເຈົ້າ​ນັ່ງ​ພິພາກສາ​ເຮົາ​ຕາມ​ກົດບັນຍັດ ແຕ່​ເຈົ້າ​ຝ່າຝືນ​ກົດບັນຍັດ​ໂດຍ​ສັ່ງ​ຄົນ​ຕົບ​ປາກ​ເຮົາ.”
4ຄົນ​ທີ່​ຢູ່​ໃກ້​ກັບ​ໂປໂລ​ເວົ້າ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ເວົ້າ​ໝິ່ນປະໝາດ​ມະຫາ​ປະໂຣຫິດ​ຂອງ​ພຣະເຈົ້າ​ບໍ?”
5ໂປໂລ​ຕອບ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ເພິ່ນ​ເປັນ​ມະຫາ​ປະໂຣຫິດ ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ກ່າວ​ຄຳ​ຊົ່ວຮ້າຍ​ຕໍ່​ຜູ້​ປົກຄອງ​ພົນລະເມືອງ​ຂອງຕົນ.”’
6ເມື່ອ​ໂປໂລ​ສັງເກດ​ເຫັນ​ວ່າ ໃນ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ນີ້ ຄົນ​ສ່ວນ​ໜຶ່ງ​ເປັນ​ພວກ​ຊາດູກາຍ ແລະ​ຄົນ​ສ່ວນ​ໜຶ່ງ​ອີກ​ເປັນ​ພວກ​ຟາຣີຊາຍ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ກອງ​ປະຊຸມ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ຂ້າພະເຈົ້າ​ເປັນ​ຟາຣີຊາຍ ແລະ​ເປັນ​ລູກ​ຂອງ​ຄົນ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ທີ່​ນີ້ ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”
7ພໍ​ໂປໂລ​ກ່າວ​ເຖິງ​ເລື່ອງ​ນີ້ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ​ກໍ​ເກີດ​ການ​ໂຕ້ຖຽງ​ກັນ ແລະ​ກອງ​ປະຊຸມ​ກໍ​ແຕກກັນ​ອອກ​ເປັນ​ສອງ​ຝ່າຍ. ( 8ພວກ​ຊາດູກາຍ​ເວົ້າ​ວ່າ, ຄົນ​ຕາຍ​ຈະ​ບໍ່​ເປັນ​ຄືນ​ມາ​ສູ່​ຊີວິດ​ອີກ ທັງ​ເທວະດາ ຫລື​ວິນຍານ​ກໍ​ບໍ່ມີ​ດ້ວຍ, ສ່ວນ​ພວກ​ຟາຣີຊາຍ​ນັ້ນ​ເຊື່ອ​ວ່າ​ມີ​ທັງ​ສາມ​ຢ່າງ.) 9ແລ້ວ​ສຽງ​ອຶກກະທຶກ​ກັນ​ຢ່າງ​ໃຫຍ່​ກໍ​ເກີດຂຶ້ນ ແລະ​ມີ​ພວກ​ທຳມະຈານ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ​ຢືນ​ຂຶ້ນ​ຄັດຄ້ານ​ວ່າ, “ພວກເຮົາ​ບໍ່​ເຫັນ​ຄວາມຜິດ​ໃດໆ​ໃນ​ຄົນ​ນີ້. ຖ້າ​ວິນຍານ ຫລື​ເທວະດາ​ຕົນ​ໜຶ່ງ​ກ່າວ​ກັບ​ລາວ ຈະ​ວ່າ​ຢ່າງ​ໃດ?”
10ການ​ໂຕ້ຖຽງ​ກັນ​ຮຸນແຮງ​ຍິ່ງ​ຂຶ້ນ ຈົນ​ນາຍພັນ​ຢ້ານ​ວ່າ ໂປໂລ​ອາດ​ຈະ​ຖືກ​ເຂົາ​ຍາດ​ຈັບ​ຈີກ​ເປັນ​ຕ່ອນໆ​ກໍໄດ້. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ໃນ​ທ່າມກາງ​ພວກເຂົາ ແລະ​ພາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ.
11ໃນ​ຄືນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢືນ​ຢູ່​ໃກ້​ໂປໂລ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຈົ້າ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ນີ້​ແລ້ວ​ຢ່າງ​ໃດ ເຈົ້າ​ກໍ​ຈະ​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ຢູ່​ໃນ​ນະຄອນ​ໂຣມ​ຢ່າງ​ນັ້ນ.”
ພວກ​ຢິວ​ຄິດ​ແຜນການ​ຊົ່ວຮ້າຍ​ຕໍ່​ຊີວິດ​ໂປໂລ
12ພໍ​ເວລາ​ຮຸ່ງ​ເຊົ້າ​ແລ້ວ ພວກ​ຢິວ​ບາງຄົນ​ກໍ​ເຕົ້າໂຮມ​ກັນ​ສົມຮູ້​ຮ່ວມຄິດ ເພື່ອ​ວາງແຜນ​ການ​ປອງຮ້າຍ ພວກເຂົາ​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ​ຫຍັງ​ເລີຍ ຈົນກວ່າ​ຈະ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ. 13ຄົນ​ທີ່​ຮ່ວມ​ກັນ​ຄິດ​ແຜນການ​ຊົ່ວຮ້າຍ​ນີ້​ມີ​ຢູ່​ກວ່າ​ສີ່ສິບ​ຄົນ. 14ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ​ກັບ​ບັນດາ​ເຖົ້າແກ່ ແລະ​ເວົ້າ​ວ່າ, “ພວກເຮົາ​ໄດ້​ສາບານ​ຕົວ​ໄວ້​ຢ່າງ​ໜັກແໜ້ນ​ວ່າ ຈະ​ບໍ່​ກິນ​ອາຫານ ຈົນກວ່າ​ພວກເຮົາ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ. 15ບັດນີ້ ຈົ່ງ​ໃຫ້​ພວກທ່ານ​ພ້ອມກັບ​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ ໄປ​ຂໍ​ອະນຸຍາດ​ນາຍພັນ​ໃຫ້​ນຳ​ໂປໂລ​ມາ ໂດຍ​ອ້າງ​ເຫດຜົນ​ກັບ​ເພິ່ນ​ວ່າ, ພວກທ່ານ​ຕ້ອງການ​ຮູ້​ເລື່ອງ​ຜູ້​ກ່ຽວ​ໃຫ້​ຄັກແນ່​ຕື່ມ​ອີກ, ສ່ວນ​ພວກເຮົາ​ນັ້ນ​ກໍ​ພ້ອມແລ້ວ​ທີ່​ຈະ​ຂ້າ​ລາວ ກ່ອນ​ລາວ​ມາ​ເຖິງ​ທີ່​ນີ້.”
16ແຕ່​ລູກຊາຍ​ຂອງ​ນ້ອງສາວ​ໂປໂລ​ໄດ້ຍິນ​ເຖິງ​ເລື່ອງ​ການ​ປອງຮ້າຍ​ນີ້. ດັ່ງນັ້ນ ລາວ​ຈຶ່ງ​ໄປ​ທີ່​ຄ້າຍ​ທະຫານ ແລະ​ບອກ​ໂປໂລ. 17ແລ້ວ​ໂປໂລ​ກໍ​ເອີ້ນ​ນາຍຮ້ອຍ​ຄົນ​ໜຶ່ງ​ມາ ແລະ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ໄປ​ຫາ​ທ່ານ​ນາຍພັນ, ລາວ​ມີ​ບາງ​ສິ່ງ​ທີ່​ຈະ​ບອກ​ເພິ່ນ.” 18ນາຍຮ້ອຍ​ຜູ້​ນັ້ນ​ຈຶ່ງ​ພາ​ຊາຍ​ໜຸ່ມ​ໄປ​ຫາ​ນາຍພັນ ແລະ​ເວົ້າ​ວ່າ, “ໂປໂລ​ຜູ້​ທີ່​ຖືກ​ຂັງ​ຢູ່​ນັ້ນ​ໄດ້​ເອີ້ນ​ຂ້ານ້ອຍ​ໄປ​ຫາ ແລະ​ຂໍ​ໃຫ້​ພາ​ຊາຍ​ໜຸ່ມ​ຄົນ​ນີ້​ມາ​ຫາ​ທ່ານ ເພາະ​ລາວ​ມີ​ບາງສິ່ງ​ທີ່​ຈະແຈ້ງ​ໃຫ້​ທ່ານ​ຮູ້.”
19ນາຍພັນ​ຈຶ່ງ​ຈູງ​ມື​ຊາຍ​ໜຸ່ມ​ນັ້ນ​ໄປ​ຕ່າງຫາກ ແລະ​ຖາມ​ລາວ​ວ່າ, “ເຈົ້າ​ມີ​ເລື່ອງ​ຫຍັງ​ຈະແຈ້ງ​ໃຫ້​ຂ້ອຍ​ຮູ້?”
20ຊາຍ​ໜຸ່ມ​ຈຶ່ງ​ຕອບ​ວ່າ, “ພວກ​ຢິວ​ໄດ້​ຕົກລົງ​ກັນ​ວ່າ ຂໍ​ໃຫ້​ທ່ານ​ພາ​ໂປໂລ​ລົງ​ໄປ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ສູງສຸດ​ໃນ​ມື້ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ ກອງ​ປະຊຸມ​ຕ້ອງການ​ຮູ້​ເລື່ອງ​ຜູ້ກ່ຽວ​ໃຫ້​ຄັກແນ່​ຕື່ມ​ອີກ. 21ແຕ່​ທ່ານ​ຢ່າ​ໄດ້​ເຊື່ອ​ພວກເຂົາ, ເພາະວ່າ​ມີ​ຫລາຍກວ່າ​ສີ່ສິບ​ຄົນ​ໃນ​ພວກເຂົາ ທີ່​ກຳລັງ​ລໍຄອຍ​ປອງຮ້າຍ​ໂປໂລ​ຢູ່, ພວກເຂົາ​ໄດ້​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ ຈົນກວ່າ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ. ບັດນີ້ ພວກເຂົາ​ພ້ອມແລ້ວ​ທີ່​ຈະ​ດຳເນີນ​ການ​ນີ້ ແລະ​ກຳລັງ​ລໍຖ້າ​ການ​ຕັດສິນໃຈ​ຈາກ​ທ່ານ​ຢູ່.”
22ແລ້ວ​ນາຍພັນ​ຈຶ່ງ​ເວົ້າ​ວ່າ, “ຢ່າ​ສູ່​ບອກ​ຜູ້ໃດ ວ່າ​ເຈົ້າ​ໄດ້​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ.” ແລ້ວ​ເພິ່ນ​ກໍ​ສົ່ງ​ລາວ​ໃຫ້​ກັບ​ໄປ.
ນາຍພັນ​ສົ່ງ​ໂປໂລ​ໄປ​ຫາ​ຜູ້​ປົກຄອງ​ເຟລິກ
23ແລ້ວ​ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ຂອງຕົນ​ມາ ແລະ​ສັ່ງ​ວ່າ, “ຈົ່ງ​ຈັດຕຽມ​ເອົາ​ທະຫານ​ສອງຮ້ອຍ​ຄົນ ເພື່ອ​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ພ້ອມ​ນີ້​ໃຫ້​ເອົາ​ທະຫານ​ມ້າ​ເຈັດສິບ​ຄົນ ກັບ​ທະຫານ​ຫອກ​ສອງຮ້ອຍ​ຄົນ​ໄປ​ນຳ ແລະ​ໃຫ້​ຕຽມພ້ອມ​ອອກ​ເດີນທາງ​ໃນ​ເວລາ​ເກົ້າ​ໂມງ​ຂອງ​ຄືນ​ນີ້. 24ຈົ່ງ​ຈັດຫາ​ມ້າ​ບາງ​ໂຕ​ໃຫ້​ໂປໂລ​ຂີ່ ແລະ​ສົ່ງ​ລາວ​ໄປ​ໃຫ້​ປອດໄພ​ເຖິງ​ຜູ້​ປົກຄອງ​ເຟລິກ.” 25ແລ້ວ​ນາຍພັນ​ກໍ​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ ໂດຍ​ມີ​ໃຈ​ຄວາມ​ດັ່ງ​ຕໍ່ໄປນີ້:
26“ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນ​ພະນະທ່ານ​ເຟລິກ​ຜູ້​ປົກຄອງ.
27ພວກ​ຢິວ​ໄດ້​ຈັບ​ຊາຍ​ຄົນ​ນີ້ ແລະ​ເກືອບ​ຈະ​ຂ້າ​ລາວ​ຖິ້ມ, ເມື່ອ​ຂ້າພະເຈົ້າ​ຮູ້​ວ່າ ລາວ​ເປັນ​ຄົນ​ສັນຊາດ​ໂຣມ. ຂ້າພະເຈົ້າ​ຈຶ່ງ​ນຳ​ເອົາ​ທະຫານ​ເຂົ້າ​ໄປ​ຊ່ວຍ​ລາວ​ໄວ້. 28ຍ້ອນ​ວ່າ ຂ້າພະເຈົ້າ​ຢາກ​ຮູ້​ຄັກແນ່ ເຖິງ​ເຫດ​ທີ່​ພວກ​ຢິວ​ຟ້ອງ​ລາວ ຂ້າພະເຈົ້າ​ຈຶ່ງ​ພາ​ລາວ​ໄປ​ຢືນ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ​ຂອງ​ພວກເຂົາ. 29ຂ້າພະເຈົ້າ​ໄດ້​ພົບ​ວ່າ ບໍ່ມີ​ຂໍ້ຫາ​ໃດໆ​ທີ່​ລາວ​ຄວນ​ຈະ​ຕາຍ ຫລື​ຖືກ​ຂັງ​ຄຸກ, ຄຳ​ຟ້ອງ​ຕໍ່ສູ້​ລາວ​ນັ້ນ ພົວພັນ​ກັບ​ບັນຫາ​ເລື່ອງ​ກົດບັນຍັດ​ຂອງ​ພວກເຂົາ​ເອງ. 30ຕໍ່ມາ ເມື່ອ​ຂ້າພະເຈົ້າ​ໄດ້​ຮັບ​ແຈ້ງ​ວ່າ ພວກ​ຢິວ​ຮ່ວມ​ກັນ​ຄິດ​ແຜນການ​ຊົ່ວຮ້າຍ​ຕໍ່​ຊາຍ​ຄົນ​ນີ້ ຂ້າພະເຈົ້າ​ຈຶ່ງ​ສົ່ງ​ລາວ​ມາ​ຫາ​ພະນະທ່ານ​ທັນທີ ຂ້າພະເຈົ້າ​ໄດ້​ບອກ​ໃຫ້​ໂຈດ ໄປ​ວ່າຄວາມ​ກັນ​ຢູ່​ຕໍ່ໜ້າ​ພະນະທ່ານ.”
31ພວກ​ທະຫານ​ໄດ້​ປະຕິບັດ​ຕາມ​ຄຳສັ່ງ, ພວກເຂົາ​ໄດ້​ເອົາ​ໂປໂລ​ໄປ​ໃນ​ຄືນ​ນັ້ນ​ເອງ ຈົນເຖິງ​ເມືອງ​ອັນຕີປາຕີ. 32ວັນ​ຕໍ່ມາ ພວກ​ທະຫານ​ລາບ​ກໍ​ກັບຄືນ​ມາ​ຄ້າຍ ແລະ​ປ່ອຍ​ໃຫ້​ພວກ​ທະຫານ​ມ້າ​ກັບ​ໂປໂລ​ເດີນທາງ​ໄປ​ຕໍ່. 33ພໍ​ມາ​ເຖິງ​ເມືອງ​ກາຍຊາເຣຍ​ແລ້ວ ພວກ​ທະຫານ​ມ້າ​ກໍ​ມອບ​ຈົດໝາຍ​ໃຫ້​ຜູ້​ປົກຄອງ ແລະ​ມອບ​ໂປໂລ​ໃຫ້​ເພິ່ນ​ດ້ວຍ. 34ເມື່ອ​ຜູ້​ປົກຄອງ​ອ່ານ​ຈົດໝາຍ​ແລ້ວ ເພິ່ນ​ກໍ​ຖາມ​ວ່າ ໂປໂລ​ມາ​ຈາກ​ແຂວງ​ໃດ, ຫລັງຈາກ​ທີ່​ຮູ້​ວ່າ ໂປໂລ​ມາ​ຈາກ​ແຂວງ​ກີລີເກຍ. 35ເພິ່ນ​ຈຶ່ງ​ເວົ້າ​ວ່າ, “ເມື່ອ​ພວກ​ໂຈດ​ມາ​ເຖິງ​ແລ້ວ ເຮົາ​ຈະ​ຟັງ​ຄຳ​ໃຫ້​ການ​ຂອງ​ເຈົ້າ.” ແລ້ວ​ເພິ່ນ​ກໍ​ສັ່ງ​ໃຫ້​ຄຸມ​ຕົວ​ໂປໂລ​ໄວ້​ໃນ​ຜາສາດ​ທີ່​ເຮໂຣດ​ໄດ້​ສ້າງ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in