ກິດຈະການ 22
22
1“ພີ່ນ້ອງ ແລະທ່ານຜູ້ອາວຸໂສເອີຍ, ຂໍຟັງຄຳໃຫ້ການທີ່ຂ້າພະເຈົ້າຈະກ່າວແກ້ຄະດີຕໍ່ໜ້າທ່ານທັງຫລາຍໃນບັດນີ້ດ້ວຍເຖີດ.” 2ເມື່ອປະຊາຊົນໄດ້ຍິນໂປໂລກ່າວກັບພວກເຂົາເປັນພາສາເຮັບເຣີ ພວກເຂົາທຸກຄົນກໍມິດງຽບລົງກວ່າເກົ່າ ຈາກນັ້ນໂປໂລຈຶ່ງກ່າວຕໍ່ໄປວ່າ,
3“ຂ້າພະເຈົ້າເປັນຄົນຢິວເກີດທີ່ເມືອງຕາໂຊ ໃນແຂວງກີລີເກຍ, ແຕ່ຂ້າພະເຈົ້າໄດ້ໃຫຍ່ຂຶ້ນຢູ່ທີ່ນະຄອນເຢຣູຊາເລັມນີ້ເອງ ແລະເຄີຍເປັນລູກສິດຂອງອາຈານຄາມາລິເອັນ ຜູ້ທີ່ໄດ້ສັ່ງສອນຂ້າພະເຈົ້າ ໃຫ້ຮູ້ກົດບັນຍັດຂອງບັນພະບຸລຸດຂອງພວກເຮົາຢ່າງເຄັ່ງຄັດ, ເຄີຍຮ້ອນຮົນໃນການອຸທິດຕົວແກ່ພຣະເຈົ້າ ເໝືອນທ່ານທຸກຄົນໃນວັນນີ້. 4ຂ້າພະເຈົ້າໄດ້ຂົ່ມເຫັງຄົນທັງຫລາຍ ທີ່ຖືໃນທາງນັ້ນຈົນພວກເຂົາເສຍຊີວິດ, ຂ້າພະເຈົ້າໄດ້ຈັບເອົາຊາຍຍິງ ແລະນຳພວກເຂົາໄປຂັງຄຸກ. 5ເລື່ອງນີ້ມະຫາປະໂຣຫິດກັບບັນດາເຖົ້າແກ່ທີ່ເປັນສະມາຊິກຂອງສະພາສູງສຸດທຸກຄົນ ຄົງຢືນຢັນໄດ້ວ່າຂ້າພະເຈົ້າເວົ້າຄວາມຈິງ, ຂ້າພະເຈົ້າໄດ້ຮັບໜັງສືຈາກພວກເພິ່ນ ແລະຖືໄປຫາບັນດາພີ່ນ້ອງຊາວຢິວທີ່ເມືອງດາມັສກັດ ເພື່ອຈະຈັບເອົາພວກຄົນທີ່ເຊື່ອຢູ່ໃນທີ່ນັ້ນ ແລະນຳພວກເຂົາມາທີ່ນະຄອນເຢຣູຊາເລັມເພື່ອລົງໂທດ.”
ໂປໂລເລົ່າເຖິງການກັບໃຈຂອງຕົນ
(ກຈກ 9:1-19; 26:12-18)
6“ຂະນະທີ່ຂ້າພະເຈົ້າກຳລັງເດີນທາງໄປນັ້ນ ແລະໃກ້ຈະເຖິງເມືອງດາມັສກັດ ໃນເວລາປະມານທ່ຽງວັນ ກໍມີແສງສະຫວ່າງກ້າຈາກທ້ອງຟ້າສ່ອງລົງມາອ້ອມຕົວຂ້າພະເຈົ້າ. 7ຂ້າພະເຈົ້າລົ້ມລົງທີ່ພື້ນດິນ ແລະໄດ້ຍິນສຽງໜຶ່ງກ່າວຕໍ່ຂ້າພະເຈົ້າວ່າ, ‘ໂຊໂລ ໂຊໂລເອີຍ ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?’ 8ຂ້າພະເຈົ້າຖາມອອກໄປວ່າ, ‘ພຣະອົງເຈົ້າເອີຍ ພຣະອົງແມ່ນຜູ້ໃດ?’ ແລ້ວພຣະອົງຕອບຂ້າພະເຈົ້າວ່າ ‘ເຮົາແມ່ນເຢຊູໄທນາຊາເຣັດ ຜູ້ທີ່ເຈົ້າກຳລັງຂົ່ມເຫັງ.’ 9ບັນດາຄົນທີ່ຢູ່ກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ ແຕ່ບໍ່ໄດ້ຍິນສຽງຂອງຜູ້ທີ່ກຳລັງກ່າວກັບຂ້າພະເຈົ້າ. 10ຂ້າພະເຈົ້າຖາມວ່າ, ‘ພຣະອົງເຈົ້າເອີຍ ຂ້ານ້ອຍຈະຕ້ອງເຮັດແນວໃດ?’ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງລຸກຂຶ້ນ ແລະເຂົ້າໄປໃນເມືອງດາມັສກັດ ຢູ່ທີ່ນັ້ນຈະມີຄົນບອກເຈົ້າ ເຖິງສິ່ງທັງໝົດທີ່ພຣະເຈົ້າໄດ້ກຳນົດໃຫ້ເຈົ້າເຮັດ.’ 11ຂ້າພະເຈົ້າຕາບອດຍ້ອນແສງສະຫວ່າງກ້ານັ້ນ. ດັ່ງນັ້ນ ເພື່ອນຮ່ວມເດີນທາງກັບຂ້າພະເຈົ້າຈຶ່ງຈູງມືຂ້າພະເຈົ້າ ແລ້ວພາເຂົ້າໄປໃນເມືອງດາມັສກັດ.
12ໃນເມືອງນີ້ ມີຊາຍຄົນໜຶ່ງຊື່ວ່າ ອານາເນຍ ເພິ່ນເປັນຜູ້ຢຳເກງພຣະເຈົ້າ ແລະຢຶດຖືຕາມກົດບັນຍັດຂອງພວກເຮົາ, ເພິ່ນເປັນຜູ້ທີ່ໄດ້ຮັບຄວາມນັບຖືຢ່າງສູງ ຈາກຊາວຢິວທຸກຄົນຢູ່ໃນເມືອງນີ້, 13ເພິ່ນໄດ້ມາຢືນຢູ່ໃກ້ຂ້າພະເຈົ້າ ແລະກ່າວວ່າ, ‘ອ້າຍໂຊໂລເອີຍ, ຈົ່ງເຫັນຮຸ່ງອີກສາ’ ໃນທັນໃດນັ້ນ ຂ້າພະເຈົ້າກໍໄດ້ເຫັນຮຸ່ງອີກ ຈຶ່ງແນມເຫັນເພິ່ນ. 14ຈາກນັ້ນເພິ່ນຈຶ່ງເວົ້າວ່າ, ‘ພຣະເຈົ້າແຫ່ງບັນພະບຸລຸດຂອງພວກເຮົາໄດ້ເລືອກເອົາເຈົ້າ ເພື່ອໃຫ້ຮູ້ຄວາມປະສົງຂອງພຣະອົງ ເພື່ອໃຫ້ເຫັນພຣະອົງຜູ້ຊອບທຳ ແລະເພື່ອໃຫ້ເຈົ້າໄດ້ຍິນພຣະອົງກ່າວດ້ວຍສຽງຂອງພຣະອົງເອງ. 15ດ້ວຍວ່າ, ເຈົ້າຈະເປັນພະຍານໃຫ້ພຣະອົງ ໃຫ້ຄົນທັງປວງຮູ້ເຖິງສິ່ງທີ່ເຈົ້າໄດ້ເຫັນແລະໄດ້ຍິນ. 16ບັດນີ້ ເຈົ້າລໍຊ້າຢູ່ເຮັດຫຍັງ? ຈົ່ງລຸກຂຶ້ນຮັບບັບຕິສະມາ ແລະຊຳລະບາບກຳຂອງເຈົ້າ ໂດຍຮ້ອງອອກພຣະນາມຂອງພຣະອົງສາ.”’
ໂປໂລຖືກໃຊ້ໃຫ້ໄປຫາຄົນຕ່າງຊາດ
17“ແລ້ວຂ້າພະເຈົ້າກໍໄດ້ກັບຄືນມາທີ່ນະຄອນເຢຣູຊາເລັມ ແລະຂະນະທີ່ຂ້າພະເຈົ້າກຳລັງພາວັນນາອະທິຖານຢູ່ໃນພຣະວິຫານນັ້ນ ຂ້າພະເຈົ້າກໍລືມຄີງໄປ. 18ແລະໄດ້ເຫັນພຣະເຢຊູເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງຮີບອອກໄປຈາກນະຄອນເຢຣູຊາເລັມ ເພາະວ່າປະຊາຊົນໃນທີ່ນີ້ຈະບໍ່ຮັບເອົາຄຳພະຍານຂອງເຈົ້າທີ່ກ່າວເຖິງເຮົາ.’ 19ຂ້າພະເຈົ້າຕອບວ່າ, ‘ພຣະອົງເຈົ້າເອີຍ ຄົນເຫຼົ່ານັ້ນຮູ້ດີວ່າ ຂ້ານ້ອຍເຄີຍໄປທີ່ທຳມະສາລາ ຈັບເອົາບັນດາຄົນທີ່ເຊື່ອໃນພຣະອົງ ແລະຂ້ຽນຕີພວກເຂົາ. 20ເມື່ອພວກເຂົາຂ້າຊະເຕຟາໂນ ຜູ້ທີ່ເປັນພະຍານໃຫ້ພຣະອົງ ຂ້ານ້ອຍເອງກໍຢູ່ໃນທີ່ນັ້ນດ້ວຍ, ຂ້ານ້ອຍເຫັນພ້ອມນຳພວກຄາດຕະກອນເຫຼົ່ານັ້ນ ໂດຍເປັນຜູ້ຮັກສາເສື້ອຊັ້ນນອກຂອງພວກເຂົາ.’ 21ອົງພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ຈົ່ງອອກໄປ ເພາະເຮົາຈະໃຊ້ເຈົ້າໄປໄກ ຫາຄົນຕ່າງຊາດ.”’
ນາຍພັນຄຸມຕົວໂປໂລໄວ້
22ປະຊາຊົນໄດ້ຟັງໂປໂລກ່າວ ຈົນເຖິງເວລາທີ່ເພິ່ນເວົ້າຄຳນີ້ ແລ້ວພວກເຂົາກໍຮ້ອງຂຶ້ນດ້ວຍສຽງດັງວ່າ, “ຈັດການກັບຄົນນີ້ເສຍ ເອົາໄປຂ້າຖິ້ມ, ບໍ່ຄວນໃຫ້ມີຊີວິດຢູ່.” 23ແລ້ວພວກເຂົາຮ້ອງໂວຍວາຍທັງແກ້ເສື້ອໂຍນໄປມາ ແລະກຳຂີ້ຝຸ່ນຊັດຂຶ້ນໃນອາກາດ. 24ນາຍພັນຈຶ່ງສັ່ງໃຫ້ເອົາໂປໂລເຂົ້າໄປໃນຄ້າຍທະຫານ ແລະສັ່ງໃຫ້ສອບສວນດ້ວຍການຂ້ຽນຕີເພື່ອຢາກຮູ້ວ່າ ດ້ວຍເຫດໃດປະຊາຊົນຈຶ່ງຮ້ອງຂຶ້ນຕໍ່ສູ້ເພິ່ນຢ່າງນີ້. 25ແຕ່ເມື່ອທະຫານມັດເພິ່ນໄວ້ດ້ວຍເຊືອກໜັງ, ໂປໂລຈຶ່ງເວົ້າຕໍ່ນາຍຮ້ອຍທີ່ຢືນຢູ່ໃນທີ່ນັ້ນວ່າ, “ການທີ່ຈະຂ້ຽນຕີຄົນສັນຊາດໂຣມ ກ່ອນຖືກພິພາກສາລົງໂທດນັ້ນ ເປັນການຖືກຕ້ອງຕາມກົດໝາຍບໍ?”
26ເມື່ອນາຍຮ້ອຍໄດ້ຍິນເຊັ່ນນີ້ ລາວຈຶ່ງໄປຫານາຍພັນ ແລະຖາມເພິ່ນວ່າ, “ທ່ານກຳລັງຈະເຮັດຫຍັງລົງໄປ? ຊາຍຜູ້ນັ້ນເປັນຄົນສັນຊາດໂຣມ.”
27ດັ່ງນັ້ນ ນາຍພັນຈຶ່ງໄປຫາໂປໂລ ແລະຖາມວ່າ, “ບອກມາເບິ່ງດຸວ່າ, ເຈົ້າເປັນຄົນສັນຊາດໂຣມບໍ?”
ໂປໂລຕອບວ່າ, “ແມ່ນແລ້ວ.”
28ນາຍພັນເວົ້າວ່າ, “ຂ້ອຍໄດ້ຈ່າຍເງິນຢ່າງຫລວງຫລາຍ ເພື່ອຈະໄດ້ສັນຊາດໂຣມ.”
ໂປໂລຕອບວ່າ, “ແຕ່ຂ້ານ້ອຍເປັນຄົນສັນຊາດໂຣມໂດຍກຳເນີດ.”
29ແລ້ວພວກທີ່ກຳລັງຈະສອບຖາມໂປໂລນັ້ນ ກໍຖອຍອອກຈາກເພິ່ນທັນທີ, ສ່ວນນາຍພັນເອງເມື່ອຮູ້ວ່າໂປໂລເປັນຄົນສັນຊາດໂຣມກໍຢ້ານ ເພາະຕົນໄດ້ສັ່ງໃຫ້ລ່າມໂສ້ເພິ່ນ.
ໂປໂລຕໍ່ໜ້າສະພາສູງສຸດ
30ຍ້ອນນາຍພັນຢາກຮູ້ພວກຢິວກ່າວຫາໂປໂລດ້ວຍເຫດອັນໃດແທ້, ສະນັ້ນ ຕົກວັນໜ້າມາ ເພິ່ນຈຶ່ງສັ່ງໃຫ້ທະຫານແກ້ໂສ້ທີ່ລ່າມໂປໂລອອກ ແລະທັງສັ່ງໃຫ້ບັນດາຫົວໜ້າປະໂຣຫິດກັບບັນດາສະມາຊິກຂອງສະພາສູງສຸດມາປະຊຸມກັນ ແລ້ວນາຍພັນກໍພາໂປໂລໄປ ແລະໃຫ້ຢືນຢູ່ຕໍ່ໜ້າພວກເຂົາ.
Currently Selected:
ກິດຈະການ 22: ພຄພ
Highlight
Share
Copy

Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.