ກິດຈະການ 23
23
1ຝ່າຍໂປໂລຈຶ່ງຈ້ອງຕາເບິ່ງກອງປະຊຸມນັ້ນ ແລະກ່າວວ່າ, “ພີ່ນ້ອງທັງຫລາຍເອີຍ, ເຮົານີ້ໄດ້ດຳເນີນຊີວິດຕໍ່ພຣະພັກຂອງພຣະເຈົ້າ ລ້ວນແຕ່ຕາມທີ່ໃຈສຳນຶກຜິດແລະຊອບທີ່ດີຈົນເຖິງທຸກວັນນີ້.”
2ອານາເນຍຜູ້ເປັນມະຫາປະໂຣຫິດ ໄດ້ສັ່ງໃຫ້ບັນດາຄົນທີ່ຢືນຢູ່ໃກ້ຕົບປາກໂປໂລ. 3ດັ່ງນັ້ນ ໂປໂລຈຶ່ງກ່າວຕໍ່ມະຫາປະໂຣຫິດວ່າ, “ພຣະເຈົ້າຈະຊົງຕົບເຈົ້າ ຜູ້ເປັນຝາທີ່ທາດ້ວຍປູນຂາວ ເຈົ້ານັ່ງພິພາກສາເຮົາຕາມກົດບັນຍັດ ແຕ່ເຈົ້າຝ່າຝືນກົດບັນຍັດໂດຍສັ່ງຄົນຕົບປາກເຮົາ.”
4ຄົນທີ່ຢູ່ໃກ້ກັບໂປໂລເວົ້າຕໍ່ເພິ່ນວ່າ, “ເຈົ້າເວົ້າໝິ່ນປະໝາດມະຫາປະໂຣຫິດຂອງພຣະເຈົ້າບໍ?”
5ໂປໂລຕອບວ່າ, “ພີ່ນ້ອງທັງຫລາຍເອີຍ ຂ້າພະເຈົ້າບໍ່ຮູ້ວ່າເພິ່ນເປັນມະຫາປະໂຣຫິດ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຢ່າກ່າວຄຳຊົ່ວຮ້າຍຕໍ່ຜູ້ປົກຄອງພົນລະເມືອງຂອງຕົນ.”’
6ເມື່ອໂປໂລສັງເກດເຫັນວ່າ ໃນກອງປະຊຸມຂອງສະພາສູງສຸດນີ້ ຄົນສ່ວນໜຶ່ງເປັນພວກຊາດູກາຍ ແລະຄົນສ່ວນໜຶ່ງອີກເປັນພວກຟາຣີຊາຍ. ດັ່ງນັ້ນ ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າກອງປະຊຸມວ່າ, “ພີ່ນ້ອງທັງຫລາຍເອີຍ, ຂ້າພະເຈົ້າເປັນຟາຣີຊາຍ ແລະເປັນລູກຂອງຄົນຟາຣີຊາຍ. ຂ້າພະເຈົ້າຖືກນຳຕົວມາພິພາກສາຢູ່ທີ່ນີ້ ກໍເພາະຂ້າພະເຈົ້າມີຄວາມຫວັງວ່າ ຄົນຕາຍຈະເປັນຄືນມາສູ່ຊີວິດ.”
7ພໍໂປໂລກ່າວເຖິງເລື່ອງນີ້ ພວກຟາຣີຊາຍກັບພວກຊາດູກາຍກໍເກີດການໂຕ້ຖຽງກັນ ແລະກອງປະຊຸມກໍແຕກກັນອອກເປັນສອງຝ່າຍ. ( 8ພວກຊາດູກາຍເວົ້າວ່າ, ຄົນຕາຍຈະບໍ່ເປັນຄືນມາສູ່ຊີວິດອີກ ທັງເທວະດາ ຫລືວິນຍານກໍບໍ່ມີດ້ວຍ, ສ່ວນພວກຟາຣີຊາຍນັ້ນເຊື່ອວ່າມີທັງສາມຢ່າງ.) 9ແລ້ວສຽງອຶກກະທຶກກັນຢ່າງໃຫຍ່ກໍເກີດຂຶ້ນ ແລະມີພວກທຳມະຈານບາງຄົນໃນຄະນະຟາຣີຊາຍຢືນຂຶ້ນຄັດຄ້ານວ່າ, “ພວກເຮົາບໍ່ເຫັນຄວາມຜິດໃດໆໃນຄົນນີ້. ຖ້າວິນຍານ ຫລືເທວະດາຕົນໜຶ່ງກ່າວກັບລາວ ຈະວ່າຢ່າງໃດ?”
10ການໂຕ້ຖຽງກັນຮຸນແຮງຍິ່ງຂຶ້ນ ຈົນນາຍພັນຢ້ານວ່າ ໂປໂລອາດຈະຖືກເຂົາຍາດຈັບຈີກເປັນຕ່ອນໆກໍໄດ້. ດັ່ງນັ້ນ ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປໃນທ່າມກາງພວກເຂົາ ແລະພາໂປໂລເຂົ້າໄປໃນຄ້າຍ.
11ໃນຄືນນັ້ນ ອົງພຣະຜູ້ເປັນເຈົ້າໄດ້ຢືນຢູ່ໃກ້ໂປໂລ ແລະກ່າວວ່າ, “ຢ່າສູ່ຢ້ານ ເຈົ້າເປັນພະຍານໃຫ້ແກ່ເຮົາຢູ່ທີ່ນະຄອນເຢຣູຊາເລັມນີ້ແລ້ວຢ່າງໃດ ເຈົ້າກໍຈະເປັນພະຍານໃຫ້ແກ່ເຮົາຢູ່ໃນນະຄອນໂຣມຢ່າງນັ້ນ.”
ພວກຢິວຄິດແຜນການຊົ່ວຮ້າຍຕໍ່ຊີວິດໂປໂລ
12ພໍເວລາຮຸ່ງເຊົ້າແລ້ວ ພວກຢິວບາງຄົນກໍເຕົ້າໂຮມກັນສົມຮູ້ຮ່ວມຄິດ ເພື່ອວາງແຜນການປອງຮ້າຍ ພວກເຂົາສາບານຕົວໄວ້ວ່າ ພວກເຂົາຈະບໍ່ກິນຫລືດື່ມຫຍັງເລີຍ ຈົນກວ່າຈະໄດ້ຂ້າໂປໂລເສຍກ່ອນ. 13ຄົນທີ່ຮ່ວມກັນຄິດແຜນການຊົ່ວຮ້າຍນີ້ມີຢູ່ກວ່າສີ່ສິບຄົນ. 14ແລ້ວພວກເຂົາກໍໄປຫາບັນດາຫົວໜ້າປະໂຣຫິດກັບບັນດາເຖົ້າແກ່ ແລະເວົ້າວ່າ, “ພວກເຮົາໄດ້ສາບານຕົວໄວ້ຢ່າງໜັກແໜ້ນວ່າ ຈະບໍ່ກິນອາຫານ ຈົນກວ່າພວກເຮົາໄດ້ຂ້າໂປໂລເສຍກ່ອນ. 15ບັດນີ້ ຈົ່ງໃຫ້ພວກທ່ານພ້ອມກັບກອງປະຊຸມຂອງສະພາສູງສຸດ ໄປຂໍອະນຸຍາດນາຍພັນໃຫ້ນຳໂປໂລມາ ໂດຍອ້າງເຫດຜົນກັບເພິ່ນວ່າ, ພວກທ່ານຕ້ອງການຮູ້ເລື່ອງຜູ້ກ່ຽວໃຫ້ຄັກແນ່ຕື່ມອີກ, ສ່ວນພວກເຮົານັ້ນກໍພ້ອມແລ້ວທີ່ຈະຂ້າລາວ ກ່ອນລາວມາເຖິງທີ່ນີ້.”
16ແຕ່ລູກຊາຍຂອງນ້ອງສາວໂປໂລໄດ້ຍິນເຖິງເລື່ອງການປອງຮ້າຍນີ້. ດັ່ງນັ້ນ ລາວຈຶ່ງໄປທີ່ຄ້າຍທະຫານ ແລະບອກໂປໂລ. 17ແລ້ວໂປໂລກໍເອີ້ນນາຍຮ້ອຍຄົນໜຶ່ງມາ ແລະກ່າວແກ່ລາວວ່າ, “ຈົ່ງພາຊາຍໜຸ່ມຄົນນີ້ໄປຫາທ່ານນາຍພັນ, ລາວມີບາງສິ່ງທີ່ຈະບອກເພິ່ນ.” 18ນາຍຮ້ອຍຜູ້ນັ້ນຈຶ່ງພາຊາຍໜຸ່ມໄປຫານາຍພັນ ແລະເວົ້າວ່າ, “ໂປໂລຜູ້ທີ່ຖືກຂັງຢູ່ນັ້ນໄດ້ເອີ້ນຂ້ານ້ອຍໄປຫາ ແລະຂໍໃຫ້ພາຊາຍໜຸ່ມຄົນນີ້ມາຫາທ່ານ ເພາະລາວມີບາງສິ່ງທີ່ຈະແຈ້ງໃຫ້ທ່ານຮູ້.”
19ນາຍພັນຈຶ່ງຈູງມືຊາຍໜຸ່ມນັ້ນໄປຕ່າງຫາກ ແລະຖາມລາວວ່າ, “ເຈົ້າມີເລື່ອງຫຍັງຈະແຈ້ງໃຫ້ຂ້ອຍຮູ້?”
20ຊາຍໜຸ່ມຈຶ່ງຕອບວ່າ, “ພວກຢິວໄດ້ຕົກລົງກັນວ່າ ຂໍໃຫ້ທ່ານພາໂປໂລລົງໄປທີ່ກອງປະຊຸມຂອງສະພາສູງສຸດໃນມື້ອື່ນ ໂດຍອ້າງເຫດຜົນວ່າ ກອງປະຊຸມຕ້ອງການຮູ້ເລື່ອງຜູ້ກ່ຽວໃຫ້ຄັກແນ່ຕື່ມອີກ. 21ແຕ່ທ່ານຢ່າໄດ້ເຊື່ອພວກເຂົາ, ເພາະວ່າມີຫລາຍກວ່າສີ່ສິບຄົນໃນພວກເຂົາ ທີ່ກຳລັງລໍຄອຍປອງຮ້າຍໂປໂລຢູ່, ພວກເຂົາໄດ້ສາບານຕົວໄວ້ວ່າ ພວກເຂົາຈະບໍ່ກິນຫລືດື່ມ ຈົນກວ່າໄດ້ຂ້າໂປໂລເສຍກ່ອນ. ບັດນີ້ ພວກເຂົາພ້ອມແລ້ວທີ່ຈະດຳເນີນການນີ້ ແລະກຳລັງລໍຖ້າການຕັດສິນໃຈຈາກທ່ານຢູ່.”
22ແລ້ວນາຍພັນຈຶ່ງເວົ້າວ່າ, “ຢ່າສູ່ບອກຜູ້ໃດ ວ່າເຈົ້າໄດ້ລາຍງານເລື່ອງນີ້ສູ່ຂ້ອຍຟັງ.” ແລ້ວເພິ່ນກໍສົ່ງລາວໃຫ້ກັບໄປ.
ນາຍພັນສົ່ງໂປໂລໄປຫາຜູ້ປົກຄອງເຟລິກ
23ແລ້ວນາຍພັນກໍເອີ້ນນາຍຮ້ອຍສອງຄົນຂອງຕົນມາ ແລະສັ່ງວ່າ, “ຈົ່ງຈັດຕຽມເອົາທະຫານສອງຮ້ອຍຄົນ ເພື່ອເດີນທາງໄປທີ່ເມືອງກາຍຊາເຣຍ ພ້ອມນີ້ໃຫ້ເອົາທະຫານມ້າເຈັດສິບຄົນ ກັບທະຫານຫອກສອງຮ້ອຍຄົນໄປນຳ ແລະໃຫ້ຕຽມພ້ອມອອກເດີນທາງໃນເວລາເກົ້າໂມງຂອງຄືນນີ້. 24ຈົ່ງຈັດຫາມ້າບາງໂຕໃຫ້ໂປໂລຂີ່ ແລະສົ່ງລາວໄປໃຫ້ປອດໄພເຖິງຜູ້ປົກຄອງເຟລິກ.” 25ແລ້ວນາຍພັນກໍຂຽນຈົດໝາຍສະບັບໜຶ່ງ ໂດຍມີໃຈຄວາມດັ່ງຕໍ່ໄປນີ້:
26“ຂ້າພະເຈົ້າ ກລາວດີໂອລີເຊຍ ກາບຮຽນພະນະທ່ານເຟລິກຜູ້ປົກຄອງ.
27ພວກຢິວໄດ້ຈັບຊາຍຄົນນີ້ ແລະເກືອບຈະຂ້າລາວຖິ້ມ, ເມື່ອຂ້າພະເຈົ້າຮູ້ວ່າ ລາວເປັນຄົນສັນຊາດໂຣມ. ຂ້າພະເຈົ້າຈຶ່ງນຳເອົາທະຫານເຂົ້າໄປຊ່ວຍລາວໄວ້. 28ຍ້ອນວ່າ ຂ້າພະເຈົ້າຢາກຮູ້ຄັກແນ່ ເຖິງເຫດທີ່ພວກຢິວຟ້ອງລາວ ຂ້າພະເຈົ້າຈຶ່ງພາລາວໄປຢືນຢູ່ຕໍ່ໜ້າສະພາສູງສຸດຂອງພວກເຂົາ. 29ຂ້າພະເຈົ້າໄດ້ພົບວ່າ ບໍ່ມີຂໍ້ຫາໃດໆທີ່ລາວຄວນຈະຕາຍ ຫລືຖືກຂັງຄຸກ, ຄຳຟ້ອງຕໍ່ສູ້ລາວນັ້ນ ພົວພັນກັບບັນຫາເລື່ອງກົດບັນຍັດຂອງພວກເຂົາເອງ. 30ຕໍ່ມາ ເມື່ອຂ້າພະເຈົ້າໄດ້ຮັບແຈ້ງວ່າ ພວກຢິວຮ່ວມກັນຄິດແຜນການຊົ່ວຮ້າຍຕໍ່ຊາຍຄົນນີ້ ຂ້າພະເຈົ້າຈຶ່ງສົ່ງລາວມາຫາພະນະທ່ານທັນທີ ຂ້າພະເຈົ້າໄດ້ບອກໃຫ້ໂຈດ ໄປວ່າຄວາມກັນຢູ່ຕໍ່ໜ້າພະນະທ່ານ.”
31ພວກທະຫານໄດ້ປະຕິບັດຕາມຄຳສັ່ງ, ພວກເຂົາໄດ້ເອົາໂປໂລໄປໃນຄືນນັ້ນເອງ ຈົນເຖິງເມືອງອັນຕີປາຕີ. 32ວັນຕໍ່ມາ ພວກທະຫານລາບກໍກັບຄືນມາຄ້າຍ ແລະປ່ອຍໃຫ້ພວກທະຫານມ້າກັບໂປໂລເດີນທາງໄປຕໍ່. 33ພໍມາເຖິງເມືອງກາຍຊາເຣຍແລ້ວ ພວກທະຫານມ້າກໍມອບຈົດໝາຍໃຫ້ຜູ້ປົກຄອງ ແລະມອບໂປໂລໃຫ້ເພິ່ນດ້ວຍ. 34ເມື່ອຜູ້ປົກຄອງອ່ານຈົດໝາຍແລ້ວ ເພິ່ນກໍຖາມວ່າ ໂປໂລມາຈາກແຂວງໃດ, ຫລັງຈາກທີ່ຮູ້ວ່າ ໂປໂລມາຈາກແຂວງກີລີເກຍ. 35ເພິ່ນຈຶ່ງເວົ້າວ່າ, “ເມື່ອພວກໂຈດມາເຖິງແລ້ວ ເຮົາຈະຟັງຄຳໃຫ້ການຂອງເຈົ້າ.” ແລ້ວເພິ່ນກໍສັ່ງໃຫ້ຄຸມຕົວໂປໂລໄວ້ໃນຜາສາດທີ່ເຮໂຣດໄດ້ສ້າງ.
Currently Selected:
ກິດຈະການ 23: ພຄພ
Highlight
Share
Copy
Want to have your highlights saved across all your devices? Sign up or sign in
@ 2012 United Bible Societies. All Rights Reserved.