YouVersion Logo
Search Icon

ກິດຈະການ 24

24
ພວກເຂົາ​ຟ້ອງ​ໂປໂລ​ຕໍ່ໜ້າ​ຜູ້ປົກຄອງ
1ເມື່ອ​ຜ່ານ​ໄປ​ໄດ້​ຫ້າ​ວັນ​ແລ້ວ ອານາເນຍ​ມະຫາ​ປະໂຣຫິດ​ກໍໄດ້​ເດີນທາງ​ໄປ​ທີ່​ເມືອງ​ກາຍຊາເຣຍ ກັບ​ພວກ​ເຖົ້າແກ່​ບາງຄົນ ແລະ​ທະນາຍຄວາມ​ຄົນ​ໜຶ່ງ​ຊື່​ວ່າ ເຕຕູໂລ, ພວກເຂົາ​ໄດ້​ມາ​ສະເໜີ​ຕົວ​ເພື່ອ​ຍື່ນ​ຄະດີ​ຟ້ອງ​ໂປໂລ​ຕໍ່ໜ້າ​ຜູ້​ປົກຄອງ​ເຟລິກ. 2ເມື່ອ​ໂປໂລ​ຖືກ​ນຳ​ຕົວ​ເຂົ້າ​ມາ​ແລ້ວ ເຕຕູໂລ​ກໍ​ເລີ່ມ​ກ່າວ​ຟ້ອງ​ວ່າ,
“ກາບຮຽນ​ພະນະທ່ານ​ເຟລິກ​ທີ່​ນັບຖື ພາຍໃຕ້​ການນຳພາ​ອັນ​ສະຫລາດ​ສ່ອງໃສ​ຂອງທ່ານ, ພວກ​ຂ້າພະເຈົ້າ​ໄດ້​ມີ​ຄວາມ​ສະຫງົບສຸກ​ເປັນ​ເວລາ​ຍາວນານ ແລະ​ການ​ປະຕິຮູບ​ອັນ​ຈຳເປັນ​ຫລາຍ​ຢ່າງ ກໍ​ມີ​ຜົນ​ດີ​ແກ່​ປະເທດ​ຊາດ​ຂອງ​ພວກ​ຂ້າພະເຈົ້າ. 3ພວກ​ຂ້າພະເຈົ້າ​ຍິນດີ​ຮັບ​ເອົາ​ການ​ປະຕິຮູບ​ນີ້ ໃນ​ທົ່ວ​ທຸກ​ບ່ອນ ແລະ​ຕະຫລອດ​ເວລາ ແລະ​ທັງ​ຮູ້ສຶກ​ຢ່າງ​ເລິກເຊິ່ງ​ວ່າ​ໄດ້​ເປັນ​ໜີ້​ບຸນຄຸນ​ຕໍ່​ທ່ານ​ດ້ວຍ. 4ແຕ່​ເພື່ອ​ບໍ່​ໃຫ້​ທ່ານ​ເສຍ​ເວລາ​ເກີນໄປ ຂ້າພະເຈົ້າ​ຈຶ່ງ​ຂໍ​ຄວາມ​ກະລຸນາ​ຈາກ​ທ່ານ ໂຜດ​ຟັງ​ຂ້າພະເຈົ້າ​ກ່າວ​ເລື່ອງລາວ​ຂອງ​ພວກ​ຂ້າພະເຈົ້າ​ຢ່າງ​ສັ້ນໆ. 5ພວກ​ຂ້າພະເຈົ້າ​ເຫັນ​ວ່າ ຊາຍ​ຄົນ​ນີ້​ເປັນ​ໄພ​ອັນຕະລາຍ​ຢ່າງ​ຮ້າຍແຮງ​ຕໍ່​ບ້ານ​ເມືອງ, ລາວ​ຍຸແຍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ໃນ​ທ່າມກາງ​ພວກ​ຢິວ​ທົ່ວ​ໂລກນີ້ ແລະ​ລາວ​ກໍ​ເປັນ​ຜູ້ນຳ​ຂອງ​ລັດທິ​ນາຊາເຣັດ. 6ອີກ​ປະການ​ໜຶ່ງ ຜູ້ກ່ຽວ​ເຮັດ​ໃຫ້​ພຣະວິຫານ​ເສື່ອມເສຍ​ຄວາມ​ສັກສິດ ແລະ​ພວກ​ຂ້າພະເຈົ້າ​ໄດ້​ຈັບກຸມ​ລາວ​ໄວ້, [ພວກ​ຂ້າພະເຈົ້າ​ໄດ້​ວາງແຜນ​ຕັດສິນ​ລົງໂທດ​ລາວ ຕາມ​ກົດໝາຍ​ຂອງ​ພວກ​ຂ້າພະເຈົ້າ​ເອງ, 7ແຕ່​ນາຍພັນ​ລີເຊຍ​ໄດ້​ມາ​ໃຊ້​ກຳລັງ​ຍາດ​ເອົາ​ຕົວ​ລາວ​ໄປ​ຈາກ​ພວກ​ຂ້າພະເຈົ້າ ແລ້ວ​ທ່ານ​ນາຍພັນ​ລີເຊຍ​ກໍ​ສັ່ງ​ໃຫ້​ພວກ​ໂຈດ​ມາ​ຟ້ອງ​ລາວ​ຕໍ່ໜ້າ​ທ່ານ. 8ຖ້າ​ທ່ານ​ເອງ​ຈະ​ສອບຖາມ​ລາວ ທ່ານ​ກໍ​ສາມາດ​ຈະ​ຮູ້​ໄດ້​ຄັກແນ່​ຈາກ​ລາວ] ໃນ​ເລື່ອງ​ທີ່​ພວກ​ຂ້າພະເຈົ້າ​ກ່າວ​ຟ້ອງ​ນີ້.” 9ພວກ​ຢິວ​ຕ່າງ​ກໍ​ສະໜັບ​ສະໜູນ​ຄຳ​ກ່າວຫາ​ນີ້ ແລະ​ຢືນຢັນ​ວ່າ​ເລື່ອງລາວ​ທັງໝົດ​ນັ້ນ​ເປັນ​ຄວາມຈິງ.
ໂປໂລ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ເຟລິກ
10ແລ້ວ​ຜູ້​ປົກຄອງ​ກໍ​ໃຫ້​ສັນຍານ​ແກ່​ໂປໂລ​ເວົ້າ ແລະ​ໂປໂລ​ຈຶ່ງ​ກ່າວ​ວ່າ,
“ເນື່ອງ​ຈາກ​ຂ້ານ້ອຍ​ຮູ້​ວ່າ ພະນະທ່ານ​ເປັນ​ຜູ້​ພິພາກສາ​ຂອງ​ຊົນຊາດ​ນີ້​ໄດ້​ຫລາຍ​ປີ​ມາ​ແລ້ວ. ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ກ່າວ​ແກ້​ຄະດີ​ຕໍ່ໜ້າ​ທ່ານ​ດ້ວຍ​ໃຈ​ຊື່ນ​ຍິນດີ. 11ທ່ານ​ຄົງ​ສືບຊາບ​ຮູ້​ໄດ້​ວ່າ ຕັ້ງແຕ່​ຂ້ານ້ອຍ​ໄດ້​ໄປ​ນະມັດສະການ​ທີ່​ນະຄອນ​ເຢຣູຊາເລັມ ຍັງ​ບໍ່ໄດ້​ເກີນ​ສິບສອງ​ວັນ. 12ເມື່ອ​ພວກ​ຢິວ​ໄດ້​ພົບ​ຂ້ານ້ອຍ​ນັ້ນ ຂ້ານ້ອຍ​ບໍ່ໄດ້​ໂຕ້ຖຽງ​ກັບ​ຜູ້ໃດ​ໃນ​ພຣະວິຫານ​ເລີຍ ແລະ​ພວກເຂົາ​ກໍ​ເຫັນ​ວ່າ ຂ້ານ້ອຍ​ບໍ່ໄດ້​ຍຸແຍ່​ປະຊາຊົນ​ໃຫ້​ລຸກຮື້ຂຶ້ນ​ທັງ​ໃນ​ທຳມະສາລາ ຫລື​ໃນ​ບ່ອນ​ໃດໆ​ດ້ວຍ. 13ເຫດການ​ທັງປວງ​ທີ່​ພວກເຂົາ​ກຳລັງ​ຟ້ອງ​ຂ້ານ້ອຍ​ດຽວ​ນີ້ ພວກເຂົາ​ພິສູດ​ບໍ່ໄດ້. 14ຂ້ານ້ອຍ​ຂໍ​ຮັບ​ຕໍ່ໜ້າ​ທ່ານ​ຢ່າງ​ໜຶ່ງ​ຄື​ວ່າ, ຂ້ານ້ອຍ​ຮັບໃຊ້​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ ຕາມ​ທາງ​ນັ້ນ​ທີ່​ພວກເຂົາ​ຖື​ວ່າ ເປັນ​ລັດທິ​ນອກຮີດ, ແຕ່​ຂ້ານ້ອຍ​ກໍ​ເຊື່ອ​ໃນ​ທຸກໆ​ສິ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ເໝືອນກັນ. 15ຂ້ານ້ອຍ​ມີ​ຄວາມຫວັງ​ໃນ​ພຣະເຈົ້າ​ຢ່າງ​ດຽວ​ກັບ​ທີ່​ຄົນ​ເຫຼົ່ານີ້​ມີ​ຢູ່ ຄື​ຫວັງ​ວ່າ​ທຸກໆ​ຄົນ​ທັງ​ຊອບທຳ ແລະ​ບໍ່​ຊອບທຳ​ຈະ​ເປັນ​ຄືນ​ມາ​ຈາກ​ຕາຍ. 16ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ອົດສາ​ປະພຶດ​ຕົນ​ໃຫ້​ມີ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ຕໍ່ໜ້າ​ພຣະເຈົ້າ​ແລະ​ຕໍ່ໜ້າ​ມະນຸດ​ສະເໝີ​ມາ.”
17“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ. 18ໃນ​ຂະນະທີ່​ຂ້ານ້ອຍ​ກຳລັງ​ປະຕິບັດ​ສິ່ງ​ນີ້​ຢູ່​ນັ້ນ​ເອງ ທີ່​ພວກເຂົາ​ໄດ້​ພົບ​ຂ້ານ້ອຍ​ໃນ​ບໍລິເວນ​ພຣະວິຫານ ຂະນະທີ່​ຂ້ານ້ອຍ​ໄດ້​ປະກອບ​ພິທີ​ຊຳລະ​ຕົວ​ແລ້ວ, ບໍ່ມີ​ຜູ້​ສ້າງ​ຄວາມ​ປັ່ນປ່ວນ​ໃດໆ​ຢູ່​ກັບ​ຂ້ານ້ອຍ ແລະ​ບໍ່ມີ​ຜູ້​ກໍ່​ການ​ວຸ້ນວາຍ​ໃດໆ. 19ແຕ່​ມີ​ພວກ​ຢິວ​ບາງຄົນ ທີ່​ມາ​ຈາກ​ແຂວງ​ເອເຊຍ​ໄດ້​ຢູ່​ໃນ​ທີ່ນັ້ນ​ເໝືອນກັນ, ຄວນ​ແມ່ນ​ພວກເຂົາ​ເອງ​ທີ່​ຕ້ອງ​ມາ​ຢູ່​ຕໍ່ໜ້າ​ທ່ານ​ເພື່ອ​ກ່າວຫາ​ຂ້ານ້ອຍ ຖ້າ​ພວກເຂົາ​ມີ​ເລື່ອງ​ອັນ​ໃດ​ຕໍ່ສູ້​ຂ້ານ້ອຍ. 20ຫລື​ໃຫ້​ຄົນ​ເຫຼົ່ານັ້ນ​ຟ້ອງ​ຂ້ານ້ອຍ​ຢູ່​ໃນ​ທີ່​ນີ້​ໂລດ​ວ່າ ພວກເຂົາ​ໄດ້​ເຫັນ​ຄວາມຜິດ​ຫຍັງ​ແດ່​ໃນ​ຂ້ານ້ອຍ ໃນ​ເວລາ​ທີ່​ຂ້ານ້ອຍ​ຢືນ​ຢູ່​ຕໍ່ໜ້າ​ສະພາ​ສູງສຸດ​ນີ້, 21ນອກຈາກ​ຂໍ້​ດຽວ​ທີ່​ຂ້ານ້ອຍ​ໄດ້​ຮ້ອງ​ຂຶ້ນ ເມື່ອ​ຂ້ານ້ອຍ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ, ‘ຂ້າພະເຈົ້າ​ຖືກ​ນຳ​ຕົວ​ມາ​ພິພາກສາ​ຢູ່​ຕໍ່ໜ້າ​ທ່ານ​ໃນວັນນີ້ ຍ້ອນ​ຂ້າພະເຈົ້າ​ເຊື່ອ​ວ່າ ຄົນ​ຕາຍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ.”’
22ແຕ່​ເຟລິກ​ຜູ້​ທີ່​ຮູ້ຈັກ​ທາງ​ນັ້ນ​ດີ​ສົມຄວນ ກໍ​ເລື່ອນ​ການ​ພິຈາລະນາ​ຄະດີ​ຂອງ​ພວກເຂົາ, ເພິ່ນ​ກ່າວ​ວ່າ, “ເມື່ອໃດ​ນາຍພັນ​ລີເຊຍ​ມາ​ຮອດ ຂ້າພະເຈົ້າ​ຈຶ່ງ​ຈະ​ຕັດສິນ​ຄະດີ​ຂອງ​ພວກເຈົ້າ.” 23ຈາກ​ນັ້ນ ເພິ່ນ​ກໍ​ສັ່ງ​ໃຫ້​ນາຍຮ້ອຍ​ຜູ້​ມີ​ໜ້າທີ່​ຮັບຜິດຊອບ ນຳ​ໂປໂລ​ໄປ​ຄຸມ​ຕົວ​ໄວ້, ແຕ່​ໃຫ້​ໂປໂລ​ມີ​ອິດສະຫລະ​ບາງ​ຢ່າງ ແລະ​ອະນຸຍາດ​ໃຫ້​ໝູ່ເພື່ອນ​ຈັດຫາ​ສິ່ງ​ຈຳເປັນ​ມາ​ໃຫ້​ໂປໂລ​ໄດ້.
ໂປໂລ​ຕໍ່ໜ້າ​ເຟລິກ ແລະ ດູຊີນລາ
24ຫລາຍ​ວັນ​ຕໍ່ມາ ເຟລິກ​ກໍ​ມາ​ກັບ​ດູຊີນລາ ເມຍ​ຂອງຕົນ​ຜູ້​ເປັນ​ຄົນ​ຢິວ, ເພິ່ນ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ໂປໂລ ເພື່ອ​ຈະ​ຟັງ​ໂປໂລ​ເວົ້າ​ເລື່ອງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ. 25ຂະນະທີ່​ໂປໂລ​ອ້າງ​ເຖິງ​ຄວາມ​ຍຸດຕິທຳ, ການ​ຄວບຄຸມ​ຕົນເອງ ແລະ​ການ​ພິພາກສາ​ທີ່​ຈະ​ມາ​ເຖິງ​ໃນ​ພາຍໜ້າ​ນັ້ນ, ຝ່າຍ​ເຟລິກ​ກໍ​ສະດຸ້ງ​ຕົກໃຈ​ຢ້ານ​ຈຶ່ງ​ເວົ້າ​ວ່າ, “ບັດນີ້ ເຈົ້າ​ອອກ​ໄປ​ໄດ້​ແລ້ວ ເຮົາ​ຈະ​ເອີ້ນ​ເຈົ້າ​ມາ​ອີກ ເມື່ອ​ເຮົາ​ມີ​ໂອກາດ.” 26ໃນ​ເວລາ​ດຽວກັນ​ນັ້ນ ເຟລິກ​ຫວັງ​ວ່າ​ໂປໂລ​ຈະ​ໃຫ້​ເງິນ​ເປັນ​ສິນບົນ​ແກ່​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ໂປໂລ​ມາ​ສົນທະນາ​ກັບ​ຕົນ​ຫລາຍ​ເທື່ອ.
27ສອງ​ປີ​ຕໍ່ມາ ໂປກີໂອ​ເຟຊະໂຕ ໄດ້​ມາ​ຮັບ​ໜ້າທີ່​ເປັນ​ຜູ້​ປົກຄອງ​ແທນ​ເຟລິກ, ຝ່າຍ​ເຟລິກ​ຢາກ​ໃຫ້​ພວກ​ຢິວ​ພໍໃຈ​ນຳ​ຕົນ, ຈຶ່ງ​ປະ​ໂປໂລ​ຂັງ​ໄວ້​ໃນ​ຄຸກ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in