ພວກເຂົາພາກັນສືບຕໍ່ແກວ່ງກ້ອນຫີນໃສ່ຊະເຕຟາໂນ ຂະນະທີ່ເພິ່ນກຳລັງພາວັນນາອະທິຖານວ່າ, “ຂ້າແດ່ອົງພຣະເຢຊູເຈົ້າ ຂໍໂຜດຮັບເອົາຈິດວິນຍານຂອງຂ້ານ້ອຍໄວ້ດ້ວຍເຖີດ.” ຊະເຕຟາໂນຄຸເຂົ່າລົງ ແລະຮ້ອງຂຶ້ນດ້ວຍສຽງດັງວ່າ, “ຂ້າແດ່ພຣະອົງເຈົ້າ ຂໍຊົງໂຜດຍົກບາບຍົກກຳນີ້ໃຫ້ພວກເຂົາດ້ວຍເທີ້ນ.” ເມື່ອກ່າວຄຳນີ້ແລ້ວ ເພິ່ນກໍສິ້ນໃຈຕາຍ.