ກິດຈະການ 7:57-58
ກິດຈະການ 7:57-58 ພຄພ
ໃນຂະນະນັ້ນ ບັນດາສະມາຊິກສະພາສູງສຸດໄດ້ຮ້ອງຂຶ້ນພ້ອມທັງເອົາມືອັດຫູຂອງຕົນໄວ້ ແລ້ວຕ່າງກໍຫລູບໃສ່ຊະເຕຟາໂນທັນທີ. ພວກເຂົາຊຸກຊະເຕຟາໂນອອກໄປນອກເມືອງ ແລະແກວ່ງກ້ອນຫີນໃສ່ ຄົນທັງຫລາຍທີ່ເປັນພະຍານ ໄດ້ແກ້ເສື້ອຊັ້ນນອກຂອງຕົນອອກ ໄວ້ໃກ້ຕີນຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າ ໂຊໂລ.